ຈີນ ແລະ ອົດ​ສະ​ຕາ​ລີ ມາ​ນະ​ພະ​ຍາ​ຍາມ ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) - ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ປະຕິບັດການຢ້ຽມຢາມ ຈີນ ໃນລະຫວ່າງວັນທີ 4 - 7 ພະຈິກ. ການຢ້ຽມຢາມໄດ້ຊ່ວຍນຳການພົວພັນ ຈີນ - ອົດສະຕາລີ ກັບຄືນສູ່ເປັນປົກກະຕິ ດ້ວຍກຳລັງໜູນພັດທະນາຢ່າງຕັ້ງໜ້າ, ພາຍຫຼັງ ການຂັດແຍ້ງກັນຢ່າງເລິກເຊິ່ງ ມາເປັນເວລາ 3 ປີ ໃນບັນຫາຕ່າງໆ ນັບແຕ່ການຄ້າ, ການລົງທຶນ ຕະຫຼອດຮອດຄວາມໝັ້ນຄົງ ແລະ ການເມືອງ.

ຈີນ ແລະ ອົດ​ສະ​ຕາ​ລີ ມາ​ນະ​ພະ​ຍາ​ຍາມ ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ
(ພາບ: Reuters)

ວັນທີ 4 ພະຈິກ, ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ເດີນທາງໄປຮອດ ຈີນ ເພື່ອເຂົ້າຮ່ວມງານຕະຫຼາດນັດ ສາກົນ ສິນຄ້ານຳເຂົ້າຢູ່ ຊາງໄຮ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ ເສດຖະກິດ ຫົງສຽວ ກ່ອນບັນດາການພົບປະສອງຝ່າຍ ກັບບັນດາການນຳຂັ້ນສູງ ຈີນ. ນີ້ແມ່ນການຢ້ຽມຢາມ ຈີນຄັ້ງທຳອິດ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃນໄລຍະ 7 ປີຜ່ານມາ, ສ້າງຂີດໝາຍໃຫ້ ສອງປະເທດ ອັດໄລຍະຂັດແຍ້ງກັນຢ່າງຮ້າຍແຮງ ມາເປັນເວລາ 3 ປີ ແລະ ມຸ່ງໄປເຖິງອະນາຄົດທີ່ ມີສະຖຽນລະພາບກ່ວາເກົ່າ.

ຄວາມເຄັ່ງຕຶງດ້ານການຄ້າ - ການເມືອງ

ຈີນ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ອົດສະຕາລີ ໃນຕະຫຼອດໄລຍະ 1 ທົດສະວັດຜ່ານມາ. ໄລ່ຮອດເດືອນ ມິຖຸນາ ປີ 2023, ການແລກປ່ຽນສິນຄ້າສອງສົ້ນໃນລໄຍະ 12 ເດືອນ ລະຫວ່າງ ຈີນ ແລະ ອົດສະຕາລີ ບັນລຸ ກ່ວາ 303 ຕື້ USD, ກວມເອົາ 1/3 ຍອດວົງເງິນການຄ້າຂອງ ອົດສະຕາລີ. ຈີນແມ່ນຕະຫຼອດສົ່ງອອກໃຫຍ່ທີ່ສຸດໃຫຍ່ທີສຸດຂອງ ອົດສະຕາລີ, ກວມເອົາປະມານ 1/3 ຍອດມູນຄ່າສົ່ງອອກສິນຄ້າ ຂອງປະເທດນີ້ ແລະ ໃຫຍ່ກວ່າຍອດມູນຄ່າສົ່ງອອກຂອງ ອົດສະຕາລີ ໄປຍັງ ທັງ3 ຄູ່ຮ່ວມມືການຄ້າໃຫຍ່ບວກເຂົ້າກັນ. ພິເສດ, ໃນໄລຍະເກືອບ 2 ທົດສະວັດຜ່ານມາ, ການສົ່ງອອກຂອງ ອົດສະລີຕາລີ ໄປຍັງ ຈີນ ມີອັດຕາການເຕີບໂຕໄລ່ສະເລ່ຍສູງກ່ວາ 17%/ປີ ແລະ ອົດສະຕາລີ ຍາມໃດກໍ່ແມ່ນຝ່າຍທີ່ມີການສົ່ງອອກເກີນດຸນຫຼາຍທີ່ສຸດ, ດ້ວຍລະດັບສະຖິຕິຂອງການສົ່ງອອກເກີນດຸນ ເກືອບ 100 ຕື້ USD ໃນດ້ານການຄ້າ ກັບ ຈີນໃນປີ 2021. ສຳລັບຝ່າຍຈີນ, ອົດສະຕາລີ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 13 ຂອງປະເທດນີ້ ໃນປີ 2022, ແລະແມ່ນແຫຼ່ງສະໜອງບໍ່ແຮ່ສຳຄັນຫຼາຍຢ່າງຄື: ແຮ່ເຫຼັກ, ຖ່ານຫີນ, lithium.

ເຖິງຢ່າງໃດກໍ່ຕາມ, ການພົວພັນສອງປະເທດ ເກີດຄວາມເຄັ່ງຕຶງນັບແຕ່ຕົ້ນປີ 2020, ເມື່ອລັດຖະບານ ອົດສະຕາລີ ຂອງ ທ່ານ Scott Morrisson ອະດີດນາຍົກລັດຖະມົນຕີ ອົດສະຕາລີ ຮຽກຮ້ອງເປີດການສືບສວນສາກົນ ກ່ຽວກັບ ຕົ້ນກຳເນີດຂອງ ໂລກລະບາດໂຄວິດ - 19 ໃນຈຸດເວລາທີ່ ຈີນ ພວມສຸມກຳລັງເຫືອແຮງ ເພື່ອຮັບມືກັບໂລກລະບາດໂຄວິດ - 19. ບັນດາຂໍ້ຂັດແຍ້ງກັນຄືເລື່ອງ ອົດສະຕາລີ ຫ້າມກຸ່ມບໍລິສັດ Huawei ຂອງຈີນ, ຍົກເລີກການເຂົ້າຮ່ວມ ຂໍ້ລິເລີ່ມ “ໜຶ່ງແລວ - ໜຶ່ງເສັ້ນທາງ” (BRI) ຂອງຈີນ, ມີການໂຕ້ຖຽງກັນກ່ຽວກັບບາງບັນຫາຄືການລົງທຶນ, ຄວາມໝັ້ນຄົງໃນພາກພື້ນ… ຍິ່ງເຮັດໃຫ້ການພົວພັນສອງຝ່າຍຫຼຸດລົງ. ຫຼັງຈາກນັ້ນ, ຈີນໄດ້ຈັດວາງບັນດາຂໍ້ຈຳກັດທາງການຄ້າ ສຳລັບສິນຄ້າສົ່ງອອກຂອງ ອົດສະຕາລີຄື: ຖ່ານຫີນ, ທັນຍາຫານ, ເຫຼົ້າແວງ, ໄມ້, ແຈ້ງເຕືອນການໄປທ່ອງທ່ຽວ ອົດສະຕາລີ ພ້ອມທັງຢຸດຕິ ບັນດາການແລກປ່ຽນດ້ານການເມືອງ ລະຫວ່າງສອງຝ່າຍ ນັບແຕ່ກາງປີ 2021.

ຈີນ ແລະ ອົດ​ສະ​ຕາ​ລີ ມາ​ນະ​ພະ​ຍາ​ຍາມ ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 2ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດສາກົນ ສິນຄ້ານຳເຂົ້າ (CIIE) (ພາບ: Jin Liwang/Xinhua/AP)

ຕາມການຄາດຄະເນ ຂອງລັດຖະບານ ອົດສະຕາລີແລ້ວ, ຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ ໄດ້ເຮັດໃຫ້ ອົດສະຕາລີເສຍຫາຍເງິນປະມານ 20 ຕື້ USD ຕໍ່ປີ ໃນໄລຍະກ່ວາ 2 ປີຜ່ານມາ. ສຳລັບຈີນ, ເຖິງວ່າບໍ່ມີການຄິດໄລ່ຢ່າງລະອຽດກ່ຽວກັບຜົນເສຍຫາຍ ທາງການຄ້າ ເມື່ອປະເທດນີ້ ວາງອອກຂໍ້ຈຳກັດນຳເຂົ້າສິນຄ້າສົ່ງອອກຈຳນວນໜຶ່ງຂອງ ອົດສະຕາລີ ແຕ່ມີນັກຊ່ຽວຊານຈີນ ຫຼາຍທ່ານ ກໍ່ຖືວ່າ ຈີນ ກໍ່ໄດ້ຮັບຜົນເສຍຫາຍເມື່ອ ຄວາມເຄັ່ງຕຶງກັບ ອົດສະຕາລີ ສືບຕໍ່ເກີດຂຶ້ນ, ຍ້ອນວ່າ ອົດສະຕາລີ ແມ່ນແຫຼ່ງສະໜອງວັດຖຸດິບສົ້ນເຂົ້າທີ່ມີຄວາມສຳຄັນທີ່ສຸດ ຕໍ່ຂະແໜງອຸດສາຫະກຳ ປຸງແຕ່ງເຫຼັກກ້າ ຫຼືຜະລິດ ແບັດຕາລີ ລົດໂອໂຕໄຟຟ້າ ໂດຍແມ່ນບັນດາຂົງເຂດສວມບົດບາດສຳຄັນໃນການຟື້ນຟູເສດຖະກິດຈີນ ຫຼັງໂລກລະບາດໂຄວິດ - 19

ຄວາມສະຖຽນລະພາບໃນການພົວພັນສອງຝ່າຍ

ການນຳສອງປະເທດ ລ້ວນແຕ່ຮັບຮູ້ໄດ້ເຖິງຄວາມຕ້ອງການໃນການປົວແປງການພົວພັນສອງຝ່າຍໂດຍໄວ. ຢູ່ອົດສະຕາລີ ນັບແຕ່ເມື່ອຂຶ້ນກຳອຳນາດໃນເດືອນພຶດສະພາປີ 2023, ທ່ານນາຍົກລັດຖະມົນຕີ Anthony Albanese ກໍ່ໄດ້ປະຕິບັດນະໂຍບາຍພົບປະ ກັບຈີນ ຢ່າງຕັ້ງໜ້າ, ອີງຕາມຫຼັກການ: ຈະຮ່ວມມື ຖ້າມີໂອກາດ, ການພົບປະສົນທະນາທີ່ມີລັກສະນະສ້າງສັນ ແຕ່ ມີຄວາມກົງໄປກົງມາ ເມື່ອຈຳເປັນ ແລະ ບໍ່ຫຼີກລ້ຽງຄວາມແຕກຕ່າງກັນ. ສ່ວນຈີນ ກໍ່ມີຄວາມເປັນເຈົ້າການເຊື່ອມຕໍ່ຄືນໃໝ່ບັນດາການພົບປະ ກັບ ອົດສະຕາລີ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊ່ວຍນຳການພົວພັນສອງປະເທດ ຄ່ອຍໆ ກັບຄືນສູ່ສະພາບການເປັນປົກກະຕິ ນັບແຕ່ທ້າຍປີ 2022.

ສືບຕໍ່ບັນດາການກະທຳທີ່ຕັ້ງໜ້ານັ້ນ, ການຢ້ຽມຢາມຈີນຂອງທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ສ້າງຂີດໝາຍເລື່ອງສອງປະເທດ ອັດໄລຍະເກີດຄວາມເຄັ່ງຕຶງ ທີ່ແກ່ຍາວມາເປັນເວລາ 3 ປີຢ່າງເປັນທາງການ. ທ່ານ ນາຍົກລັດຖະມົນຕີ Anthony Albanese ເນັ້ນໜັກວ່າ:

ພວກຂ້າພະເຈົ້າ ຢາກປັບປຸງການພົວພັນກັບ ຈີນ ດ້ວຍວິທີການອົດທົນ, ຊັ່ງຊາ ແລະ ມີຄວາມລະມັດລະວັງໂດຍ ມີວິທີການສຳຜັດທີ່ມີລັກສະນະສ້າງສັນ. ວິທີການເພື່ອປັບປຸງ ການພົວພັນກັບ ບັນດາປະເທດ ແມ່ນຕ້ອງມີການພົວພັນ ແລະ ການໂອ້ລົມສົນທະນາທີ່ມີລັກສະນະເຄົາລົບນັບຖືຕໍ່ກັບປະເທດນັ້ນ.

ສຳລັບຝ່າຍຈີນ, ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ການປັບປຸງການພົວພັນກັບ ອົດສະຕາລີ ກໍ່ນອນໃນຜົນປະໂຫຍດຂອງ ຈີນ, ເພາະວ່າ ອົດສະຕາລີ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ເທົ່ານັ້ນ ຫາກ ການປັບປຸງການພົວພັນກັບ ອົດສະຕາລີ ຍັງຈະຊ່ວຍຈີນ ຫຼຸດຜ່ອນຄວາມເຄັ່ງຕຶງກັບ ຝ່າຍຕາເວັນຕົກເວົ້າລວມ, ພ້ອມທັງຮັກສາສະຖຽນລະພາບຢູ່ ອາຊີ - ປາຊີຟິກ ເຊິ່ງແມ່ນສະຖານທີ່ບັນດາປະເທດ ທີ່ພວມນັບມື້ນັບມີຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບຫຍໍ້ທໍ້ ຂອງການແກ້ງແຍ້ງກ່ຽວກັບພູມສາດການເມືອງ ລະຫວ່າງບັນດາປະເທດມະຫາອຳນາດ. ທັດສະນະນີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນບົດກ່າວປາໄສຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນການໂອ້ລົມສົນທະນາ ກັບທ່ານນາຍົກລັດຖະມົນຕີ Anthony Albanese ໃນວັນທີ 7 ພະຈິກ, ທ່ານໃຫ້ຮູ້ວ່າ:

ພວກເຮົາໄດ້ເຫັນດີນຳກັນວ່າ ສອງປະເທດຕ້ອງມີການພົບປະແລກປ່ຽນເຊິ່ງກັນແລະກັນ ດ້ວຍທ່າທີ່ຈິ່ງຈັງກ່ວາ. ການພົວພັນ ຈີນ - ອົດສະຕາລີ ມີຄວາມປອດໄສ ແລະ ສະຖຽນລະພາບ, ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນສອງປະເທດ, ຕອບສະໜອງໄດ້ຄວາມມຸ່ງຫວັງຂອງບັນດາປະເທດໃນພາກພື້ນ. ດັ່ງນັ້ນ, ສິ່ງສຳຄັນແມ່ນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ຕ້ອງກາ້ວໄປສູ່ທາງໜ້າ.

ຕາມວົງການນັກສັງເກດການແລ້ວ, ໃນສະພາບການໂລກມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປັດຈຸບັນ, ເລື່ອງລົບລ້າງຄວາມບໍ່ລົງລອຍກັນ, ນຳການພົວພັນສອງຝ່າຍກັບຄືນສູ່ສະພາບການທີ່ເປັນປົກກະຕິ ແມ່ນບຸລິມະສິດໃຫຍ່ຂອງທັງຈີນ ແລະ ອົດສະຕາລີ ຍ້ອນວ່າ ທັງສອງປະເທດພວມມຸ່ງໄປເຖິງບັນດາເປົ້າໝາຍຍຸດທະສາດໃຫຍ່ກ່ວາໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ