ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 – CIIE 2018 ຢູ່ ຊຽງໄຮ່ ແຕ່ວັນທີ 4 – 5 ພະຈິກ ຢ່າງດີງາມ. 

ການເຂົ້າຮ່ວມຂອງທ່ານນາຍົກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ.

ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ

        ການເຂົ້າຮ່ວມງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ. ນີ້ແມ່ນໜຶ່ງໃນສີ່ເຫດການພົວພັນຕ່າງປະເທດສຳຄັນທີ່ສຸດຂອງ ຈີນ ໃນປີ 2018. ການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ (ເມື່ອເດືອນ ຕຸລາ - 2017).

ບັນດາຂໍ້ຕົກລົງສຳຄັນ

        ໃນ 2 ວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບັນດາການພົບປະແລກປ່ຽນກັບການນຳຂັ້ນສູງຂອງພັກ, ລັດ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຈີນ ກ່ຽວກັບບຸລິມະສິດການພັດທະນາເສດຖະກິດ, ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ການຮ່ວມມືຫລາຍດ້ານກັບ ຈີນ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ; ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂງານຕະຫລາດນັດ ແລະ ເວທີປາໄສເສດຖະກິດການຄ້າສາກົນ ຄູ໋ງແຈ໋ວ; ຢ້ຽມຊົມຮ້ານວາງສະແດງສິນຄ້າຂອງບັນດາປະເທດເຂົ້າຮ່ວມງານຕະຫລາດນັດ; ເຂົ້າຮ່ວມພິທີເປີດສະຫຼອງຫ້ອງການສົ່ງເສີມການຄ້າ ຫວຽດນາມ ຢູ່ ຄ໋າງເຈົາ; ເປັນປະທານການພົບປະເຮັດວຽກຮ່ວມກັບບັນດາກຸ່ມບໍລິສັດເສດຖະກິດ 2 ຄັ້ງ; ຕ້ອນຮັບບັນດາວິສາຫະກິດໃຫຍ່ຂອງ ຈີນ.

        ຜ່ານນັ້ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງດ້ານເສດຖະກິດຫລາຍສະບັບ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜີງ ໄດ້ເຫັນດີເປັນເອກະພາບຕໍ່ການສະເໜີແນະຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ແລະ ຢັ້ງຢືນວ່າ ຈີນ ຈະສືບຕໍ່ມີບັນດານະໂຍບາຍ ແລະ ມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອປັບປຸງສະພາບການນຳເຂົ້າເກີນດຸນຂອງ ຫວຽດນາມ ໃຫ້ດີກ່ວາເກົ່າ, ຊຸກຍູ້ການຄ້າ 2 ຝ່າຍ, ການເຕີບໂຕເປັນປົກກະຕິ, ໝັ້ນຄົງ; ສ້າງເງື່ອນໄຂສະດວກ ແລະ ສືບຕໍ່ເປີດກ້ວາງຕະຫລາດ, ເປີດຂົງເຂດຮ່ວມມື, ຈຳໜ່າຍໃຫມ່ໃຫ້ແກ່ສິນຄ້າ ຫວຽດນາມ ຕື່ມອີກ, ເປັນຕົ້ນແມ່ນບັນດາຜະລິດຕະພັນກະເສດທີ່ຜູ້ບໍລິໂພກອຸປະໂພກ ຈີນ ມີຄວາມນິຍົມ. ທ່ານ ອີງຢູງ ເຈົ້າຄອງນະຄອນ ຊຽງໄຮ່ ເນັ້ນໜັກວ່າ: ຈະໜູນຊ່ວຍ ແລະ ສະຫງວນບຸລິມະສິດໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາງານຕະຫລາດນັດນຳເຂົ້າສາກົນ ຈີນ ເຊິ່ງໄດ້ຈັດຕັ້ງຢູ່ ຊຽງໄຮ່, ສ້າງເງື່ອນໄຂ ເພື່ອໃຫ້ສິນຄ້າທີ່ມີທ່າແຮງຂອງ ຫວຽດນາມ ມີໜ້າໃນທ້ອງຕະຫລາດ ຊຽງໄຮ່ ແລະ ເຂດ ຮວາຕູງ ຫລາຍກ່ວາອີກ.

ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ຈີນ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບບັນດາວິສາຫະກິດ ຈີນ

        ໃນຂະນະນັ້ນ, ບັນດາວິສາຫະກິດ ຈີນ ກໍ່ໄດ້ຕີລາຄາສູງບັນດາການປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ໃນໄລຍະຜ່ານມາ; ຢັ້ງຢືນຄວາມປາດຖະໜາຢາກເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງວຽກເຮັດງານທຳໃຫ້ບັນດາທ້ອງຖິ່ນຂອງ ຫວຽດນາມ. ໃນຂອບເຂດງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1, ບັນດາວິສາຫະກິດ ຫວຽດນາມ ໄດ້ເຊັນສັນຍາຈຳໜ່າຍສິນຄ້າຫລາຍສະບັບ.

ແງ່ຫວັງ

        ປັດຈຸບັນ, ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ແລະ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ປີ 2017, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ຈີນ ບັນລຸເກືອບ 94 ຕື້ USD, ເພີ່ມຂຶ້ນ 30,2% (ກວມປະມານ 1/4 ຍອດວົງເງິນການຄ້າສົ່ງອອກ-ນຳເຂົ້າຂອງ ຫວຽດນາມ). ຈີນ ກໍ່ແມ່ນຕະຫລາດນຳເຂົ້າຜະລິດຕະພັນກະເສດ, ສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ, ພຽງແຕ່ໃນ 9 ເດືອນຂອງປີ 2018, ວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ບັນລຸເກືອບ 30 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2017 ເທົ່ານັ້ນ. ໂຄງປະກອບສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ຈີນ ໄດ້ຫັນປ່ຽນຕາມທິດຕັ້ງໜ້າ, ຄ່ອຍໆເພີ່ມຂຶ້ນຕາມອັດຕາສິນຄ້າອຸດສາຫະກຳປະດິດສ້າງ ແລະ ສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ; ອັດຕາສົ່ງອອກວັດຖຸດິບ ແລະ ຊັບພະຍາກອນບໍ່ແຮ່ຄ່ອຍໆຫລຸດລົງ.

        ໃນສະພາບການດັ່ງກ່າວ, ບັນດາຂໍ້ຕົກລົງທີ່ບັນລຸໄດ້ ພາຍຫລັງການໄປເຂົ້າຮ່ວມງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມເສີມຂະຫຍາຍບັນດາປັດໄຈຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ, ຍູ້ແຮງການສົ່ງອອກສິນຄ້າທາງການ ແລະ ໝັ້ນຄົງຂອງ ຫວຽດນາມ ໄປຍັງຕະຫລາດ ຈີນ, ເປັນຕົ້ນແມ່ນເຂດ ຮວາຕູງ ທີ່ພວມພັດທະນາທີ່ສຸດ. ສິ່ງດັ່ງກ່າວ ໄດ້ສ້າງການຫັນປ່ຽນໃໝ່ ໃນການຍົກສູງປະສິດທິຜົນແຫ່ງການຮ່ວມມືເສດຖະກິດ, ການຄ້າ 2 ຝ່າຍ.

        ການເຂົ້າຮ່ວມງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບໍ່ພຽງແຕ່ສ້າງເງື່ອນໄຂສະດວກສຳຄັນໃຫ້ແກ່ການສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ເຂົ້າສູ່ລວງເລິກຕື່ມອີກເທົ່ານັ້ນ ຫາກຍັງສ້າງກຳລັງໜູນໃໝ່ ຊຸກຍູ້ການພົວພັນຮ່ວມມືເສດຖະກິດ - ການຄ້າລະຫວ່າງ 2 ປະເທດພັດທະນາຢ່າງດຸ່ນດ່ຽງ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຊອກຫາຕະຫລາດ ແລະ ເປີດກ້ວາງການດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ