ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ

(VOVWORLD) - ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຕ້ອງສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເປົ້າໝາຍ, ໜ້າທີ່ເຊິ່ງສູນກາງພັກໄດ້ປຶກສາຫາລືຢ່າງລະອຽດ
ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ວາລະອັດກອງປະຊຸມ)

ກ່າວຄຳເຫັນທີ່ວາລະອັດກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ໃນຕອນເຊົ້າວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຕີລາຄາສູງບັນດາໝາກຜົນສຳຄັນທີ່ກອງປະຊຸມສູນກາງພັກຄັ້ງນີ້ບັນລຸໄດ້. ທ່ານເລຂາທິການໃຫຍ່ ໄດ້ເນັ້ນໜັກເປັນພິເສດເຖິງວຽກງານທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຕ້ອງປະຕິບັດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2023 ແລະ 2024 - ເປັນປີທີ່ມີຄວາມໝາຍສຳຄັນພິເສດໃນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຕ້ອງສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເປົ້າໝາຍ, ໜ້າທີ່ເຊິ່ງສູນກາງພັກໄດ້ປຶກສາຫາລືຢ່າງລະອຽດ ແລະ ເປັນເອກະພາບວາງອອກໃນບັນດາບົດສະຫຼຸບຂອງກອງປະຊຸມຄັ້ງນີ້, ລວມມີ: ການພັດທະນາເສດຖະກິດ-ສັງຄົມ; ປ່ຽນແປງໃໝ່ເພື່ອຍົກສູູງຄຸນນະພາບນະໂຍບາຍສັງຄົມ, ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງຖັນແຖວນັກປັນຍາຊົນ ແລະ ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ປ່ຽນແປງເພື່ອຍົກສູງນະໂຍບາຍສັງຄົມ

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີປະກາດໃຊ້ມະຕິວ່າດ້ວຍເລື່ອງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ດ້ວຍເນື້ອໃນ ສືບທອດ ແລະ ປ່ຽນແປງໃໝ່, ເພີ່ມເຕີມ, ພັດທະນາທີ່ສຳຄັນເມື່ອທຽບໃສ່ມະຕິສູນກາງພັກຄັ້ງທີ 5, ຊຸດທີ XI (2012):

ມະຕິໃໝ່ໄດ້ເປີດກວ້າງອອກສູ່ບັນດານະໂຍບາຍສັງຄົມທັງໝົດ, ສຸມໃສ່ການປ່ຽນແປງໃໝ່ຍົກສູງຄຸນນະພານະໂຍບາຍສັງຄົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045. ວິທີສຳຜັກໍ່ໄດ້ດັດປັບ, ຈາກການຮັບປະກັນ ແລະ ມີສະຖຽນລະພາບ ໄປສູ່ສະຖຽນລະພາບ ແລະ ການພັດທະນາ; ຕິດພັນກັບການຄຸ້ມຄອງການພັດທະນາສັງຄົມແບບຍືນຍົງ, ຍົກສູງສະຫວັດດີການທົ່ວສັງຄົມ, ຮັບປະກັນຊີວິດສັງຄົມ, ຄວາມປອດໄພຂອງມະນຸດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ນະໂຍບາຍສັງຄົມແມ່ນນະໂຍບາຍສຳລັບມະນຸດ, ເພື່ອປະຊາຊົນ, ສະແດງໃຫ້ເຫັນທາດແທ້ອັນດີງາມຂອງລະບອບ ຫວຽດນາມ. ກໍ່ສ້າງ ແລະ ປະຕິບັດນະໂຍບາຍສັງຄົມ ຍາມໃດກໍ່ຖືມະນຸດເປັນໃຈກາງ. ການປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມແມ່ນໜ້າທີ່ສຳຄັນ ໃນນັ້ນມີລັກສະນະຍຸດທະສາດ, ຕ້ອງຢູ່ໃຕ້ການຊີ້ນຳໂດຍກົງ, ຮອບດ້ານຂອງພັກ.

ສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກທົ່ວວງຊົນທັງຊາດ

ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສືບຕໍ່ຢືນຢັນວ່າ: ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນມູນເຊື້ອອັນປະເສີດເລີດລ້ຳ, ຍາມໃດກໍ່ໄດ້ຮັບການເສີມຂະຫຍາຍໃນຕະຫຼອດໄລຍະປະຫວັດສາດອັນຍາວນານແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດອັນສະຫງ່າລາສີຂອງປະຊາຊົນຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

ໃນໄລຍະແຫ່ງການພັດທະນາໃໝ່, ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນຊາດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ປຸກລຸກຈິດໃຈຮັກຊາດ, ເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມເຊື່ອໝັ້ນ, ຄວາມຄາດຫວັງຢາກອຸທິສ່ວນ, ປະກອບສ່ວນປະຕິບັດເປົ້າໝາຍປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045, ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງຕາມການກຳນົດທິດສັງຄົມນິຍົມ.

ສືບຕໍ່ສ້າງຖັນແຖວນັກປັນຍາຊົນໃນໄລຍະໃໝ່

ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ເປັນເອກະພາບກັນວ່າ ຈຳເປັນຕ້ອງປະກາດໃຊ້ມະຕິສູນກາງສະບັບໃໝ່ ກ່ຽວກັບການສືບຕໍ່ສ້າງຖັນແຖວນັກປັນຍາຊົນຂອງຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງໃນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ:

“ສູນກາງພັກໄດ້ເນັ້ນໜັກເປັນພິເສດເຖິງຄວາມຈຳເປັນຕ້ອງປ່ຽນແປງໃໝ່ຢ່າງແຮງກວ່າອີກນັບທັງດ້ານຈິນຕະນາການ ແລະ ການກະທຳໄປຕາມທິດ: ກຳນົດປັນຍາຊົນ ຫວຽດນາມ ແມ່ນແຫຼ່ງກຳລັງແຮງງານທີ່ມີຄຸນນະພາບສູງ, ເປັນກຳລັງແຮງງານທີ່ມີຫົວຄິດປະດິດສ້າງ, ເຂົ້າຮ່ວມພາລະກິດແຫ່ງການປ່ຽນແປງໃໝ່ໂດຍກົງ, ອຸທິດສ່ວນສ້າງສາ, ພັດທະນາປະເທດຊາດ; ຍົກສູງຄວາມຮູ້ຂອງປະຊາຊົນ, ແຫຼ່ງຊັບພະຍາກອນ; ບຳລຸງສ້າງ, ສຶກສາຜູ້ມີຄວາມເກັ່ງກ້າສາມາດໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງພູມປັນຍາ ແລະ ກຳລັງແຮງຂອງຊາດ, ຊຸກຍູ້ປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.

ສຸດທ້າຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ໝາກຜົນຂອງກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XIII ຈະປະກອບສ່ວນສ້າງບັນຍາກາດໃໝ່, ກຳລັງແຮງໃໝ່ໃຫ້ແກ່ພາລະກິດສືບຕໍ່ປ່ຽນແປງໃໝ່ຢ່າງຄົບຊຸດ ແລະ ຮອບດ້ານ; ກໍ່ສ້າງພັກ ແລະ ລະບົບການເມືອງທີ່ໂປ່ງໃສ, ໝັ້ນຄົງເຂັ້ມແຂງ; ພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ