ຕາເວັນອອກກາງອາດຈະເກີດຄວາມເຄັ່ງຕຶງຄັ້ງໃຫມ່

(VOVWORLD)- ພາຍຫລັງຕົກລົງຮັບຮອງ Jelusalem ແມ່ນນະຄອນຫລວງຂອງ ອິດສະຣາແອນ, ວັນທີ 25 ມີນາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນຖະແຫລງການຮັບຮອງອະທິປະໄຕຂອງ ອິດສະຣາແອນ ຢູ່ ເຂດພູພຽງ Golan ຢ່າງເປັນທາງການ. ການກະທຳຂອງທ່ານ D. Trump ອີກຄັ້ງຫນຶ່ງເຮັດໃຫ້ຫາງສຽງສາກົນມີຄວາມສົນໃຈທີ່ສຸດ, ເມື່ອຕ່າວປີ້ນນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນນີ້ ເຊິ່ງໄດ້ປະຕິບັດໃນໄລຍະກວ່າ 50 ປີຜ່ານມາ. ການກະທຳດັ່ງກ່າວຂອງທ່ານ D. Trump ເຮັດໃຫ້ຫາງສຽງໂລກມີຄວາມວິຕົກກັງວົນ ແລະ ກ່າວເຕືອນວ່າ ອາດຈະກໍ່ຜົນຮ້າຍອັນຕະລາຍສຳລັບດ້ານການເມືອງ ຄວາມໝັ້ນຄົງ ແລະ ຜົນຮ້າຍຕາມຫລັງຕໍ່ກົດໝາຍສາກົນ.

ຕາເວັນອອກກາງອາດຈະເກີດຄວາມເຄັ່ງຕຶງຄັ້ງໃຫມ່ - ảnh 1 ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນຖະແຫລງການຮັບຮອງອະທິປະໄຕຂອງ ອິດສະຣາແອນ ຢູ່ ເຂດພູພຽງ Golan 

ຄຳຖະແຫລງຂອງທ່ານ D. Trump ແມ່ນບາດກ້າວເດີນຫລ້າສຸດຂອງ ອາເມລິກາ ໄດ້ກໍ່ການຖົກຖຽງກັນຢູ່ ຕາເວັນອອກກາງ ນັບທັງຢູ່ປະເທດມີການພົວພັນກັບ ອິດສະຣາແອນ ແລະ ປະເທດທີ່ເປັນປໍລະປັກ. ຄຳຖະແຫລງດັ່ງກ່າວ ເຮັດໃຫ້ເຂດດິນແດນທີ່ເກີດຄວາມຂັດແຍ້ງກັນລະຫວ່າງ ອິດສະຣາແອນ ແລະ ຊີຣີ ໃນຫລາຍທົດສະວັດຜ່ານມາອາດຈະເກີດການປະທະກັນຄັ້ງໃຫມ່.

ປ່ຽນແປງນະໂຍບາຍໂດຍບັງເອີນ

ຄຳຖະແຫລງຂອງທ່ານ D. Trump ແມ່ນການປ່ຽນແປງໂດຍບັງເອີນໃນນະໂຍບາຍຂອງ ອາເມລິກາ ສຳລັບຂໍ້ກຳນົດຂອງເຂດດິນແດນເກີດຄວາມຂັດແຍ້ງ ຊື່ງ ອິດສະຣາແອນ ຢືດຄອງຈາກກຳມືຊີຣີ ໃນການຕໍ່ສູ້ມາເປັນເວລາ 6 ວັນ ເມື່ອປີ 1967 ແລະ ໂຮມເຂົ້າກັນເມື່ອປີ 1981 ຊື່ງແມ່ນການກະທຳບໍ່ໄດ້ຮັບຮູ້ຈາກສາກົນ.

ຄຳຖະແຫລງຂອງທ່ານ D. Trump ສຳລັບເຂດພູພຽງ Golan ບໍ່ພຽງແຕ່ບໍ່ຫົວຊາຕໍ່ກົດໝາຍສາກົນເທົ່ານັ້ນ ຫາກໄປຝືນກັບທັດສະນະທີ່ກ່ຽວຂ້ອງຂອງ ອາເມລິກາ ນັບແຕ່ກອ່ນມາຮອດປະຈຸບັນອີກດ້ວຍ. ເຂດພູພຽງ Golan ກ່ອນນີ້ແມ່ນຂຶ້ນກັບ ຊີຣີ. ອິດສະຣາແອນ ຢືດຄອງເຂດດິນແດນນີ້ໃນສົງຄາມປີ 1967 ແລະ ໂຮມເຂົ້າດິນແດນອິດສະຣາແອນເມື່ອປີ 1981. ສະຫະປະຊາຊາດ ຮັບຮູ້ອະທິປະໄຕຂອງເຂດພູພຽງ Golan ແມ່ນຂຶ້ນກັບ ຊີຣີ ແລະ ຖືການກະທຳຂອງ ອິດສະຣາແອນ ກ່ຽວກັບ Golan ແມ່ນລະເມີດກົດໝາຍສາກົນ ແລະ ຮຽກຮ້ອງ ອິດສະຣາແອນ ສົ່ງເຂດດິນແດນນີ້ໃຫ້ຊີຣີ. ເປັນຫນ້າສົນໃຈ ນີ້ກໍ່ແມ່ນທັດສະນະຢ່າງເປັນທາງການຂອງ ອາເມລິກາ ກ່ອນນີ້ ສຳລັບເຂດພູພຽງ Golan. ມະຕິສອງສະບັບກ່ຽວຂ້ອງເຖິງ ສະພາຄວາມໝັ້ນຄົງ ສປຊ ດ້ວຍເນື້ອໃນຄືດັ່ງກ່າວ ນັ້ນແມ່ນມະຕິເລກ 242 ລົງວັນທີ 22 ພະຈິກ ປີ 1967 ແລະ ມະຕິເລກທີ 497 ລົງວັນທີ 17 ທັນວາປີ 1981 ລ້ວນແຕ່ໄດ້ຮັບການສະຫນັບສະຫນູນຈາກ ອາເມລິກາ.

ຄຳຖະແຫລງຂອງທ່ານ D. Trump ໄດ້ກໍ່ຄວາມຕຳຫນິຢ່າງແຮງຈາກບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ. ຊີຣີ ຖືວ່າ ນີ້ແມ່ນການບຸກໂຈມຕີປະເທດມີອະທິປະໄຕໃນພາກພື້ນ ພ້ອມທັງຢັ້ງຢືນວ່າ ການກະທຳນີ້ຂອງ ທ່ານ D. Trump ແມ່ນການກະທຳເຮັດໃຫ້ອາເມລິກາ ຕົກຢູ່ໂດດດ່ຽວ. ມີຫລາຍປະເທດກໍ່ກ່າວເຕືອນວ່າ ເລື່ອງ ອາເມລິກາ ຮັບຮູ້ອະທິປະໄຕຂອງ ອິດສະຣາແອນ ສຳລັບເຂດພູພຽງ Golan ຈະເຮັດໃຫ້ເກີດກະແສຟອງເຄັ່ງຕຶງຄັ້ງໃຫມ່ຢູ່ ຕາເວັນອອກກາງ ແລະ ເນັ້ນຫນັກເຖິງຄວາມຈຳເປັນເຄົາລົບບັນດາຂໍ້ກຳນົດກ່ຽວກັບລັກສະນະຖືກຕ້ອງກັບກົດໝາຍສາກົນ ແລະ ກົດບັດ ສປຊ. ສຳລັບຝ່າຍ ສປຊ, ພາຍຫລັງຄຳຖະແຫລງຂອງທ່ານ D. Trump, ໂຄສົກ ສປຊ ທ່ານ Stephane Dujarric ໄດ້ຢືນຢັນ: ນະໂຍບາຍຂອງ ສປຊ ສຳລັບ ເຂດພູພຽງ Golan ຍັງບໍ່ທັນມີການປ່ຽນແປງເທື່ອ.

ບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ

        ການປະກົດຕົວຂອງ ອາເມລິກາ ໄດ້ເຮັດໃຫ້ເຂດ ພູພຽງ Golan ກາຍເປັນບັນຫາຮ້ອນເຮັ່ງທີ່ສຸດຢູ່ພາກພື້ນ ຕາເວັນອອກກາງ. ບັນດານະໂຍບາຍຂອງທ່ານປະທານາທິບໍດີ Donald Trump ຫວ່າງແລ້ວນີ້, ນັບແຕ່ເລື່ອງຮັບຮອງ Jerusalem ເປັນນະຄອນຫຼວງຂອງ ອິດສະຣາແອນ, ເລື່ອງຍ້າຍສະຖານທູດ ອາເມລິກາ ຈາກ Tel Aviv ມາຕັ້ງຢູ່ Jerusalem ແລະ ໃນຄັ້ງນີ້ແມ່ນເລື່ອງຖະແຫຼງເຂດ ພູພຽງ Golan ແມ່ນຂຶ້ນກັບ ອະທິປະໄຕຂອງ ອິດສະຣາແອນ... ບັນດາສິ່ງເຫຼົ່ານັ້ນ ໄດ້ສ້າງຄວາມວິຕົກກັງວົນອັນໃຫຍ່ຫຼວງສໍາລັບກົດໝາຍສາກົນ ແລະ ຄວາມໝັ້ນຄົງ, ຄວາມສະຖຽນລະພາບຢູ່ໃນພາກພື້ນນີ້. ຕາມການສັງເກດຂອງບັນດາຜູ້ຕີລາຄາການແລ້ວ, ການກະທໍາດັ່ງກ່າວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ແມ່ນການຕັດສິນໃຈແບບບັງເອີນ ຫາກແມ່ນບາດກ້າວເດີນຕໍ່ໄປໃນທັດສະນະສ້າງນະໂຍບາຍທີ່ມີມາແຕ່ດົນນານຂອງອໍານາດການປົກຄອງ ອາເມລິກາ ສໍາລັບ ອິດສະຣາແອນ ແລະ ພາກພື້ນຕາເວັນອອກກາງ.

        ໃນສະພາບທີ່ສົງຄາມພາຍໃນຢູ່ຊີຣີ ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍ ແລະ ຊີຣີ ໄດ້ເຕົ້າໂຮມພັນທະມິດທີ່ເຂັ້ມແຂງມາໃຫ້ຕົນເອງ, ໃນຂະນະນັ້ນ ລັດເຊຍ ພວມພົ້ນເດັ່ນຂຶ້ນດ້ວຍບົດບາດເໝືອນດັ່ງປະເທດມະຫາອໍານາດຢູ່ພາກພື້ນຕາເວັນອອກກາງ, ສ່ວນບົດບາດຂອງ ອາເມລິກາ ຢູ່ພາກພື້ນນີ້ພວມນັບມື້ນັບບໍ່ໄດ້ຖືເປັນສໍາຄັນແລ້ວ. ການຕັດສິນດັ່ງກ່າວ ອາດຈະສ້າງຂີດໝາຍໃຫ້ແກ່ການກັບຄືນມາຂອງ ອາເມລິກາ ຢູ່ ຕາເວັນອອກກາງ, ເລີ່ມສ້າງການແກ້ງແຍ້ງດ້ານພູມສາດການເມືອງໃໝ່. ເລື່ອງສ້າງຄວາມສົນໃຈໃໝ່ສໍາລັບ ວໍຊິງຕັນ ໃນໄລຍະນີ້ແມ່ນມີຄວາມໝາຍສໍາຄັນທີ່ສຸດ ແລະ ເຂດພູພຽງ Golan ເອງ ແມ່ນສະຖານທີ່ທີ່ໄດ້ຮັບການເລືອກເຟັ້ນ. ການຖະແຫຼງຮັບຮອງເຂດ ພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອນ ກໍໄດ້ຮັບຖືວ່າ ແມ່ນບັດສະໜັບສະໜູນທ່ານນາຍົກລັດຖະມົນຕີ ອິດສະຣາແອນ Netanyahu  ກ່ອນການປ່ອນບັດເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ຍິ່ງເຮັດໃຫ້ ອິດສະຣາແອນ ພໍໃຈເທົ່າໃດນັ້ນ ກໍຍິ່ງເຮັດໃຫ້ບັນດາພັນທະມິດ ແລະ ຄູ່ຮ່ວມມືຍຸດທະສາດຂອງອາເມລິກາ ໃນພາກພື້ນລະແວງສົງໄສ ແລະ ລໍາບາກໃຈເທົ່ານັ້ນ.  ການກະທໍາດັ່ງກ່າວຂອງ ອາເມລິກາ ຍິ່ງເຮັດໃຫ້ການຂັດແຍ້ງກັນລະຫວ່າງ ບັນດາປະເທດ ອາຣັບ ແລະ ອິດສະຣາແອນໃນພາກພື້ນຕາເວັນອອກກາງນີ້ເພີ່ມຂຶ້ນ. ບັນດາປະເທດ ອາຣັບ ສ່ວນຫຼາຍ ເຄີຍມີຄວາມຮູ້ສຶກ ຄຽດແຄ້ນ ເມື່ອ ວໍຊິງຕັນ ຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ, ໃນຂະນະນີ້, ດ້ວຍບາດກ້າວໃໝ່ຂອງ ອາເມລິກາ  ອາດຈະເຮັດໃຫ້ການພົວພັນເປັນປໍລະປັກລະຫວ່າງ ບັນດາປະເທດ ອາຣັບ ແລະ ອິດສະຣາແອນ ຍິ່ງເພີ່ມຂຶ້ນ.

        ຄວາມຈິງແລ້ວ, ບັນຫາ ອິດສະຣາແອນ ຖະແຫຼງສິດອະທິປະໄຕຢູ່ເຂດ ພູພຽງ Golan ກໍບໍ່ແມ່ນບັນຫາໃໝ່ ແລະ ບັນດາປະຕິກິລິຍາໂຕ້ຕອບ ໂດຍຜ່ານບັນດາຖະແຫຼງການຂອງ ຊີຣີ ກໍເຊັ່ນກັນ ເຊິ່ງມັນໄດ້ແກ່ຍາວໃນຫຼາຍປີຜ່ານມາ. ເຖິງຢ່າງໃດກໍຕາມ, ເລື່ອງ ວໍຊິງຕັນ ເຂົ້າຮ່ວມໂດຍກົງໃນບັນຫາປະທະກັນລະຫວ່າງສອງປະເທດນີ້ພວມກໍ່ບັນດາຜົນຮ້າຍຢ້ອນຫຼັງທີ່ອັນຕະລາຍ, ກໍ່ຄວາມຂາດສະຖຽນລະພາບຢູ່ ຕາເວັນອອກກາງ ແລະ ເຮັດໃຫ້ກາລະໂອກາດສ້າງສັນຕິພາບແບບຍາວນານໃນພາກພື້ນຖືກຫຼຸດລົງ./.

 

ຕອບກັບ

ຂ່າວ/ບົດ​ອື່ນ