ຖືການພັດທະນາການພົວພັນຄູ່ຮ່ວມມື-ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ-ຈີນເປັນສຳຄັນ

ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ​ໃນ​ໂອກາດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ປະ​ເທດ ສ.ປ.ຈີນ ​ແຕ່​ວັນ​ທີ 19-21/6/2013, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຂອງບັນດາ​ອົງການ​ສື່​ມວນ​ຊົນ​ຈີນ ປະຈຳ​ຮ່າ​ໂນ້ຍ ກ່ຽວ​ກັບ​​ແງ່​ຫວັງ​ຂອງການ​ພົວພັນ​ສອງ​ປະ​ເທດ​ໃນ​ອະນາຄົດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ-​ຈີນ ກໍ່​ຄື​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.  ຕໍ່​ໄປ​​ແມ່ນ​​ເນື້ອ​ໃນບົດ​ຕອບ​ສຳພາດ​: ຖື​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ -​ຈີນ​ເປັນ​ສຳຄັນ. ​

ຖືການພັດທະນາການພົວພັນຄູ່ຮ່ວມມື-ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ-ຈີນເປັນສຳຄັນ - ảnh 1

(ພາບ:Internet)

 ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ຈີນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ຈີນ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ, ປະຊາຊົນ​ສອງ​ປະ​ເທດ​ມີ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ມາແຕ່​ດົນ​ນານ. ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ຖືການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ​ ເປັນ​ສຳຄັນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ​ສອງ​ຝ່າຍ, ການ​ພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນວິ​ວັດ​ແຫ່ງ​ການ​ພັດທະນາ ​ແລະ ກ້າວ​ຂຶ້ນ​ຂອງ​ແຕ່ລະ​ປະ​ເທດ. ​ໃນ​ເດືອນ 3/2013, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ສປ ຈີນ ສື​ຈິນຜິ​ງ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ສຳຄັນ​ທີ່​ສຸດ, ຍົກ​ອອກ​ຫລາຍ​ຄຳ​ເຫັນ​ກ່ຽວກັບການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວເຂົ້າສູ່​ລວງ​ເລິກ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ສອງ​ປະ​ເທດ​ຕ້ອງ​ພ້ອມ​ກັນ​ມານະ​ພະຍາຍາມ​ປະ​ຕິ​ບັດ​ວຽກ​ງານ​ຈຳນວນ​ໜຶ່ງ​ເປັນ​ຢ່າງ​ດີ​ຄື: ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ໃນ​ນັ້ນ, ສຳຄັນ​ທີ່​ສຸດແມ່ນການຮັກສາ ​ແລະ ຍູ້​ແຮງ​ບັນດາ​ການ​ເຄື່​ອນ​ໄຫວ​ພົບ​ປະ​ແລກປ່ຽນລະຫວ່າງ​ການ​ນຳ​ຂັ້ນສູງ​ກໍ່​ຄື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ. ປັບປຸງ ​ແລະ ​ເປີດ​ກ້ວາງ​ຮາກ​ຖານ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງຝ່າຍ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກນິກ, ການ​ສຶກສາ​ບຳລຸງ​ສ້າງ, ການທ່ອງ​ທ່ຽວ; ສືບ​ທອດ ​ແລະ​ ​ເສີມຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຖືການພັດທະນາການພົວພັນຄູ່ຮ່ວມມື-ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ-ຈີນເປັນສຳຄັນ - ảnh 2

(ພາບ:vietnamese.cri.cn)

​ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າລະຫວ່າງ​ຫວຽດນາມ-​ຈີນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ຫວຽດນາມ ​ແລະ ຈີນ ຕ້ອງ​ມາ​ນະພະ​ຍາ​ຍາມ​ຫລາຍ​ກ່ວາ​ອີກ ​ເພື່ອ​ຊອກ​ຫາ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ທີ່​ມີ​ປະ​ໂຫຍ​ດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ປະ​ໂຫຍ​ດ, ​ໃນ​ສະ​ເພາະ​ໜ້າ​ແມ່ນ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້ຮັບ​ການລົງນາມ​ໃຫ້​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ​ແມ່ນວາງ​ແຜນ​ພັດທະນາ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ຫວຽດນາມ-​ຈີນ​ ໄລຍະ 5 ປີ (2012-2016).

  ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລລະຫວ່າງ​ຫວຽດນາມ-​ຈີນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ຫວຽດນາມ ​ແລະ ​ຈີນ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ ​ແລະ ມີ​ບັນດາ​ບົດ​ບົດຮຽນ​ທີ່​ມີຄ່າ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງ​ຮ້ອນ​, ສັບສົນ​ໃນ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂສຳ​ເລັດ​ບັນຫາ​ຊາຍ​ແດນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ການ​ແບ່ງ​ກຳນົດ​ເຂດ​ອ່າວ​ພາກ​ເໜືອ. ບົນ​ເນື້ອ​ໃນ​ຈິດ​ໃຈນັ້ນ, ການ​ນຳ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄຳ​ເຫັນ​ດ້ວຍ​ຄວາມ​ຈິ​ງ​ໃຈ, ກົງ​ໄປ​ກົງ​ມາ​ເປັນ​ຫລາຍ​ຄັ້ງ​ແລ້ວ ​ແລະ ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ການ​ຢ້ຽມຢາມ​ຈີນ​ ຂອງທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເມື່ອ​ເດືອນ 10/2011, ສອງ​ປະ​ເທດ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ-​ຈີນ, ຊື່​ງ​ໃນ​ນັ້ນ, ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຕອ້ງປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນສູງສອງ​ປະ​ເທດຢ່າງ​ເຂັ້ມງວດ, ​ເດັດດ່ຽວ​ແກ້​ໄຂບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາ​ຍທະ​ເລ​ປີ 1982, ຖະ​ແຫລ​ງການກ່ຽວ​ກັບ​ການ​ປະພຶດຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ​ຄວນ​ຮັກ​ສາ​ການ​ແລ​ກປ່ຽນ ​ແລະ ​ໂອ້​ລົມ​ສົນທະນາ​ເປັນ​ປະຈຳ, ​ໃນ​ລະດັບ​ຍຸດ​ທະ​ສາດ ​ແລະ ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ຊີ້​ນຳ ​ແລະ ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ.

   ກ່ຽວ​ກັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຊີ​ແຈ້ງວ່າ: ຫວຽດນາມ ​ແລະ ຈີນ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ, ປ່ຽນ​ໃໝ່, ຮັບ​ຮູ້ ​ແລະ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດ​ມະ​ນາ​ເສດຖະກິດ-​ສັງຄົມ​ຄື: ຄວາມ​ຜິດ​ໂຕນ​ລະຫວ່າງ​ຄົນ​ທຸກ​ຍາກ-​ຮັ່ງມີ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ການ​​ເຕີບ​ໂຕ​ແບບ​ຍືນ​ຍົງ… ຄຽງຂ້າງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ, ​ເລື່ອງຫວຽດນາມ ​ແລະ ຈີນ ສ້າງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​​ໃຫ້​ນັບ​ມື້​ນັບ​ຈົບງາມ​ ​ແລະ ​ມີ​ຄວາມ​ໝາຍ​ສຳຄັນກ່ວາ, ສ້າງ​​ກາລະ​ໂອກາດ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ພັດທະນາ, ​ເຮັດ​ໃຫ້​ຄວາມ​ໄຟ່​ຝັນ, ຈຸດໝາຍ​ສັນຕິພາບ, ວັດ​ຖະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ​​ປະກົດ​ຜົນ​ເປັນ​ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ