ຖອນຕົວອອກຈາກ JCPOA : ບາດກ້າວເດີນຜະຈົນໄພຂອງ ອາເມລິກາ

(VOVWORLD) - ກ່າວຄຳເຫັນໃນຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດຄືນໃໝ່ວ່າ ຂໍ້ຕົກລົງນິວເຄຼຍ 2015 ຊຶ່ງອຳນາດການປົກຄອງສະໄໝກ່ອນໄດ້ລົງນາມກັບ ອີຣານ, ຝະຣັ່ງ, ເຢຍລະມັນ, ອັງກິດ, ລັດເຊຍ, ຈີນ ແມ່ນ “ຂໍ້ຕົກລົງຊົ່ວຮ້າຍ” ແລະ “ບໍ່ມີຜົນປະໂຫຍດຫຍັງໃຫ້ແກ່ສັນຕິພາບ”.

ກ່ອນເວລາກຳນົດສຸດທ້າຍ 4 ວັນ, ຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຄຳຕັດສິນທີ່ເປັນໜ້າເສຍດາຍ ແມ່ນຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປະຫວັດສາດກັບ ອີຣານ ແລະ ຟື້ນຟູບັນດາມາດຕະການລົງໂທດທີ່ແນໃສ່ປະເທດອິດສະລາມນີ້. ຄຳຕັດສິນຂອງທ່ານປະທານາທິບໍດີ Donald Trump ເຖິງວ່າເປັນການແກ້ຕົວເພື່ອຮັບປະກັນຜົນປະໂຫຍດຂອງ ອາເມລິກາ ແຕ່ພັດເຮັດໃຫ້ການຂັດແຍ້ງກັນລະຫວ່າງ ອາເມລິກາ ແລະ ອີຢູ ເລິກເຂົ້າຕື່ມອີກ, ຫລຸດຜ່ອນອິດທິພົນຊື່ສຽງຂອງ ອາເມລິກາ ລົງໃນບົນເວທີສາກົນ. ສຳຄັນກ່ວາ ແມ່ນຄຳຕັດສິນດັ່ງກ່າວ ອາດຈະເຮັດໃຫ້ພາກພື້ນຕາເວັນອອກກາງຕົກເຂົ້າສູ່ວິກິດການ.

ຖອນຕົວອອກຈາກ JCPOA : ບາດກ້າວເດີນຜະຈົນໄພຂອງ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

        ກ່າວຄຳເຫັນໃນຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດຄືນໃໝ່ວ່າ ຂໍ້ຕົກລົງນິວເຄຼຍ 2015 ຊຶ່ງອຳນາດການປົກຄອງສະໄໝກ່ອນໄດ້ລົງນາມກັບ ອີຣານ, ຝະຣັ່ງ, ເຢຍລະມັນ, ອັງກິດ, ລັດເຊຍ, ຈີນ ແມ່ນ “ຂໍ້ຕົກລົງຊົ່ວຮ້າຍ” ແລະ “ບໍ່ມີຜົນປະໂຫຍດຫຍັງໃຫ້ແກ່ສັນຕິພາບ”. ຕາມທ່ານ Donald Trump ແລ້ວ, ໂຄງການດັ່ງກ່າວ ບໍ່ໄດ້ສະກັດກັ້ນ ອີຣານ ພັດທະນາອາວຸດນິວເຄຼຍຢ່າງມີປະສິດທິຜົນ ກໍ່ຄືສະກັດກັ້ນ ອີຣານ ອຸປະຖຳໃຫ້ບັນດາກຸ່ມ ກໍ່ການຮ້າຍ. ຍ້ອນເຫດນັ້ນ, ອາເມລິກາ ຈຶ່ງຈັດສິນໃຈຖອນຕົວອອກຈາກຂໍ້ຕົກລົງ ແລະ ຟື້ນຟູບັນດາມາດຕະການລົງໂທດແນໃສ່ ອີຣານ.

ມີໄພກໍ່ໃຫ້ເກີດວິກິດການຢູ່ຕາເວັນອອກກາງ

        ນັບແຕ່ເມື່ອລົງຫາສຽງເລືອກຕັ້ງ ຈົນເຖິງເມື່ອໄດ້ເປັນປະທານາທິບໍດີ, ທ່ານ Donald Trump ຍາມໃດກໍ່ຢືນຢັນວ່າ: ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ມີຂໍ້ຂາກຕົກບົກພ່ອງມາຈາກພາຍໃນ, ເຊິ່ງບໍ່ສະກັດກັ້ນໄດ້ ພຽງແຕ່ກົດໜ່ວງທ່ວງດຶງຄວາມສາມາດຂອງ ອີຣານ ຜະລິດອາວຸດນິວເຄຼຍເທົ່ານັ້ນ. ສະນັ້ນ, ຫາງສຽງບໍ່ຕົກສະເງີ້ປານໃດ ຕໍ່ຄຳຕັດສິນຖອນຕົວອອກຈາກ JCPOA ໃນວັນທີ 08 ພຶດສະພາ ຂອງທ່ານ Donald Trump, ມີພຽງແຕ່ຄວາມເສຍດາຍ ແລະ ຄວາມວິຕົກກັງວົນເທົ່ານັ້ນ ໃຫ້ແກ່ຂໍ້ຕົກລົງທີ່ບັນລຸໄດ້ ພາຍຫລັງການເຈລະຈາເປັນເວລາ 12 ປີ ເພື່ອໃຫ້ ອີຣານ ຕົກລົງຍົກເລີກໂຄງການອາວຸດນິວເຄຼຍ.

        ຂໍ້ອ້າງອີງ ຊຶ່ງທ່ານ Donald Trump ແກ້ຕົວໃຫ້ແກ່ການກະທຳທີ່ຍົກເລີກຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ JCPOA ແມ່ນຄຳກ່າວຫາຂອງ ອີຣານ ຢາກສືບຕໍ່ສ້າງໂຄງການນິວເຄຼຍ, ໃນຂະນະທີ່ບໍ່ຍົກອອກພະຍານຫຼັກຖານໄດ້. ບໍ່ຢຸດຢູ່ພຽງເທົ່ານັ້ນ, ທ່ານປະທານາທິບໍດີ Donald Trump ຍັງໃຫ້ຮູ້ວ່າ: ຈະເລີ່ມຕົ້ນຜັນຂະຫຍາຍໃນ “ລະດັບສູງສຸດ” ຂອງບັນດາມາດຕະການລົງໂທດເສດຖະກິດແນໃສ່ ອີຣານ, ໂດຍລະອຽດແມ່ນບັນດາຂະແໜງການຄື: ການເງິນ, ການປະດິດສ້າງລົດໂອໂຕ ແລະ ພະລັງງານ. ຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ອາດຈະກີດຂວາງການສົ່ງອອກນ້ຳມັນຂອງ ອີຣານ ໃນຂະນະທີ່ປະເທດນີ້ ເປັນສະມາຊິກໃຫຍ່ອັນດັບທີ 3 ຂອງອົງການບັນດາປະເທດສົ່ງອອກນ້ຳມັນ OPEC ແລະ ສະໜອງປະລິມານນ້ຳມັນອອກສູ່ໂລກ 4% ໃນແຕ່ລະວັນ.

        ອາດຈະເຫັນໄດ້ວ່າ: ໃນການຕັດສິນໃຈຂອງ ອາເມລິກາ ມີຜົນປະໂຫຍດຂອງບາງປະເທດພັນທະມິດຂອງ ອາເມລິກາ ຢູ່ຕາເວັນອອກກາງ. ບັນດາປະເທດທີ່ສູ້ຢັນກັບ ອີຣານ ໃນພາກພື້ນຄື: ອາຣັບບິ ຊະອຸດິ ຫຼື ອິດສະລາແອັນ ສະແດງຄວາມພໍໃຈຕໍ່ເລື່ອງ ອາເມລິກາ ສ້າງຕັ້ງການລົງໂທດ ອີຣານ ຄືນໃໝ່. ອິດສະລາແອັນ ໃຫ້ຮູ້ວ່າ: ສະໜັບສະໜູນການຕັດສິນໃຈຂອງທ່ານ Donald Trump ແລະ ຂອບໃຈທ່ານ Donald Trump ກ່ຽວກັບການນຳພາທີ່ກ້າຫານຂອງທ່ານ Donald Trump .

        ເຖິງຢ່າງໃດກໍ່ຕາມ, ເມື່ອສັງເກດໂດຍສັງລວມແລ້ວ, ການຕັດສິນໃຈຂອງທ່ານ Donald Trump ໄດ້ຮັບຖືວ່າ: ຈະຍູ້ຕາເວັນກອອກາງ ໃຫ້ຕົກເຂົ້າສູ່ວິກິດການໃໝ່, ເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນ ທີ່ພວມຖືກຈົມຢູ່ໃນບັນດາການສູ້ຢັນໃໝ່ເພີ່ມຂຶ້ນ ໃນນັ້ນ ມີການປະທະກັນຢູ່ ຊີຣີ ກໍ່ຄື ແມ່ນບັນດາການສູ້ຢັນກັນໂດຍປະລິຍາຍລະຫວ່າງ ອີຣານ ແລະ ອິດສະລາແອັນ ແລະ ບັນດາປະເທດ ອາຣັບ. ຜົນຮ້າຍຕາມມາໃຫຍ່ທີ່ສຸດຈາກການຕັດສິນໃຈນີ້ ທີ່ບໍ່ສາມາດຄາດຄະເນໃນລ່ວງໜ້າໄດ້ ຈະແມ່ນສົງຄາມກັບ ອີຣານ. ດ້ວຍພື້ນຖານເສດຖະກິດທີ່ພວມຕົກເຂົ້າສູ່ຄວາມຫຍຸ້ງຍາກ, ເຕເຮຣານ ອາດຈະຕິດພັນກັບຂໍ້ຕົກລົງ ດ້ວຍຄວາມຫວັງຢາກນຳມາເຊິ່ງຜົນປະໂຫຍດຢ່າງຄົບຖ້ວນໃຫ້ແກ່ ອີຣານ ເມື່ອຮ່ວມມືກັບທຸກປະເທດ. ແຕ່ຖ້າຫາກບໍ່ຮັບປະກັນໄດ້ບັນດາຜົນປະໂຫຍດນັ້ນ ອີຣານ ຈະຍົກອອກຄຳຕັດສິນສະເພາະຂອງຕົນ. ປະເທດນີ້ ໄດ້ກະກຽມຄວາມພ້ອມເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານນິວເຄຼຍຢູ່ລະດັບອຸດສາຫະກຳຄືນໃໝ່ ແລະ ສາມາດເລີ່ມເຄື່ອນໄຫວໄດ້ໃນອາທິດໜ້າ.

ກໍ່ຄວາມເສຍຫາຍຕໍ່ອິດທິພົນຊື່ສຽງຂອງອາເມລິກາ, ເຮັດໃຫ້ການຂັດແຍ້ງກັບອີຢູເລິກເຂົ້າຕື່ມອີກ.

        ການຕັດສິນໃຈຖອນຕົວອອກຈາກ JCPOA ຂອງທ່ານ Donald Trump ຍັງບໍ່ທັນຮູ້ວ່າ: ຈະນຳມາເຊິ່ງຜົນປະໂຫຍດໃຫຍ່ຫລວງສ່ຳໃດ ໃຫ້ປະເທດ ອາເມລິກາ ແຕ່ໃນສະເພາະໜ້ານັ້ນ ໄດ້ກໍ່ຄວາມເສຍຫາຍຕໍ່ອິດທິພົນຊື່ສຽງໃນທົ່ວໂລກຂອງ ອາເມລິກາ. “ທິດສະດີຖອນຕົວ” ໄດ້ເຮັດໃຫ້ປະເທດຕ່າງໆ ຍາກທີ່ຈະເຊື່ອໝັ້ນບໍ່ວ່າຄຳໝັ້ນສັນຍາສາກົນໃດ ໂດຍ ອາເມລິກາ ລິເລີ່ມ, ຍ້ອນຄວາມວິຕົກກັງວົນວ່າ ມັນອາດຈະຖືກຕ່າວປີ້ນໄດ້ຢ່າງງ່າຍດາຍ, ເປັນຕົ້ນ ແມ່ນໃນສະພາບທີ່ໃກ້ຈະດຳເນີນການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ.

        ສຳລັບບັນດາປະເທດພັນທະມິດຝ່າຍຕາເວັນຕົກ, ເລື່ອງ ອາເມລິກາ ຖອນຕົວອອກຈາກ JCPOA ແມ່ນການກະທຳຖືກຕົກຢູ່ໂດດດ່ຽວຂອງ ອາເມລິກາ. ພະຍານຫຼັກຖານແມ່ນໂດຍບໍ່ຫົວຊາຕໍ່ການຖອນຕົວຂອງ ອາເມລິກາ, ສະຫະພາບ ເອີຣົບ (ອີຢູ) ກຳນົດວ່າ ຍັງຄົງຮັກສາຂໍ້ຕົກລົງນິວເຄຼຍ ອີຣານ ໄວ້, ເຊິ່ງແມ່ນຂໍ້ຕົກລົງສະບັບໜຶ່ງທີ່ເດີນຕາມ ອີຢູ ແມ່ນປັດໄຈອັນເປັນຕາຍ ເພື່ອຮັບປະກັນຄວາມໝັ້ນຄົງຂອງເອີຣົບ ກໍ່ຄືຄວາມໝັ້ນຄົງໃນໂລກ. ບໍ່ພຽງແຕ່ເທົ່ານັ້ນ ການຕັດສິນໃຈລົງໂທດ ອີຣານ ຂອງທ່ານ Donald Trump ກໍ່ແຕະຕ້ອງເຖິງຜົນປະໂຫຍດຕົ້ນຕໍຂອງ ອີຢູ, ແມ່ນເຫດວິນາດສະກຳສຳລັບບັນດາບໍລິສັດຂອງ ເອີຣົບ ໄດ້ລົງທຶນເຂົ້າ ອີຣານ ໃນຊຸມປີຜ່ານມາຢ່າງຟົດຟື້ນ. ຍ້ອນເຫດນັ້ນ ອີຢູ ຢືນຢັນວ່າ ຈະມີການກະທຳ ເພື່ອປົກປ້ອງບັນດາຜົນປະໂຫຍດດ້ານເສດຖະກິດຂອງຕົນ. ເປັນທີ່ຈະແຈ້ງແລ້ວວ່າ ທ່ານ Donald Trump ໄດ້ຍູ້ ອີຢູ ແລະ ອາເມລິກາ ຕົກເຂົ້າສູ່ທ່າສູ້ຢັນກັນ.

        ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ກໍ່ມີໄພເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ກັບ ລັດເຊຍ ແລະ ຈີນ ເພີ່ມຂຶ້ນ, ເຊິ່ງແມ່ນ 2 ປະເທດເປັນສະມາຊິກກຸ່ມ P5+1 ທີ່ໄດ້ສະໜັບສະໜູນຂໍ້ຕົກລົງນີ້.

        ກ່ອນນີ້ກວ່າ 2 ປີ, ທົ່ວໂລກມີຄວາມເບີກບານມ່ວນຊື່ນ ເມື່ອ JCPOA ໄດ້ຮັບການລົງນາມ, ຊຶ່ງແມ່ນການເລີ່ມຕົ້ນອັນດີງາມໃຫ້ຄວາມມານະພະຍາຍາມຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍໃນທົ່ວໂລກ. ແຕ່ຍາກທີ່ຈະຄາດຄະເນໃນລ່ວງໜ້າໄດ້, ດ້ວຍບັນດາການຄຳນວນຂອງ ວໍຊິງຕັນ, ຂໍ້ຕົກລົງນີ້ ກາຍເປັນສິ່ງທີ່ບໍ່ແນ່ນອນກ່ວາເວລາໃດໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ