ທີ່ຕັ້ງບົດບາດຂອງຫວຽດນາມ ໄດ້ຢັ້ງຢືນ ອີກຄັ້ງໜຶ່ງ ຢູ່ສະຫະປະຊາຊາດ

(VOVWORLD) -ວັນທີ 18 ທັນວາ, ທີ່ການເລືອກຕັ້ງຊຸດທີ 73 ຂອງ ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ ນິວຢອກ, ສະຫະລັດ ອາເມລິກາ, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍການຄ້າສາກົນ ອາຍຸການ 2019 2025 ດ້ວຍຈໍານວນບັດເຫັນດີສູງ. ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນ ສໍາລັບບັນດາຜົນງານພັດທະນາຂອງຫວຽດນາມ, ພິເສດແມ່ນໃນການສ້າງລະບົບກົດໝາຍ ກໍຄືບັນດາຄວາມມານະພະຍາຍາມ ແລະການປະກອບສ່ວນຂອງ ຫວຽດນາມ ໃນບັນດາບັນຫາປະຕິຮູບ ແລະ ພັດທະນາຂອງ ສປຊ.

ດ້ວຍຈໍານວນບັດສະໜັບສະໜູນ ແມ່ນ 157/193 ບັດ, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍສາກົນ ອາຍຸການ 2019 – 2025. ເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກຂອງອົງການສໍາຄັນທີ່ສຸດຂອງ ສປຊ ໄດ້ເປັນການສະແດງໃຫ້ເຫັນ ອິດທິພົນຊື່ສຽງ ແລະ ການຮັບຮູ້ຂອງປະຊາຄົມສາກົນ ສໍາລັບບັນດາການປະກອບສ່ວນຂອງຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍ.

ກະກຽມເປັນຢ່າງດີໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບສາກົນ

        ຄະນະກໍາມະການກົດໝາຍການຄ້າສາກົນ ແມ່ນໜຶ່ຶງໃນບັນດາອົງການສໍາຄັນທີ່ສຸດຂອງ ສປຊ, ເຊິ່ງໄດ້ຮັບການສ້າງຕັ້ງມາແຕ່ປີ 1966, ສວມບົດບາດສໍາຄັນແຖວໜ້າໃນການຊຸກຍູ້ວິວັດການສ້າງກົດໝາຍການຄ້າສາກົນໃຫ້ມີຄວາມກົມກຽວ ແລະ ເປັນອັນໜຶ່ງອັນດຽວ, ຜ່ານນັ້ນຫຼຸດຜ່ອນບັນດາຮົ້ວກີດຂວາງສໍາລັບການພັດທະນາຂອງການຄ້າສາກົນ. ເພາະສະນັ້ນ, ເລື່ອງຫວຽດນາມ ກາຍເປັນສະມາຊິກຂອງ ຄະນະກໍາມະການກົດໝາຍການຄ້າສາກົນ ແມ່ນມີຄວາມໝາຍອັນໃຫຍ່ຫຼວງສໍາລັບວິວັດການເຊື່ອມໂຍງ ແລະ ກໍານົດນະໂຍບາຍຂອງປະເທດ.

        ຫວຽດນາມ ຕັດສິນໃຈອອກສະໝັກເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍການຄ້າສາກົນ ແມ່ນເລີ່ມຕົ້ນມາຈາກແນວທາງການພົວພັນຕ່າງປະເທດ ທີ່ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ແຜນນະໂຍບາຍຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ໝູນໃຊ້ ແລະ ເຂົ້າຮ່ວມການພັດທະນາກົດໝາຍສາກົນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ ແລະ ວັດທະນາຖາວອນຂອງຫວຽດນາມ, ພາກພື້ນ ກໍຄື ໃນທົ່ວໂລກ. ເມື່ອແບ່ງປັນກ່ຽວກັບເສັ້ນທາງອອກສະໝັກເລືອກຕັ້ງນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ  ໃຫ້ຮູ້ວ່າ:

        “ພາຍຫຼັງຕັດສິນໃຈອອກສະໝັກເລືອກຕັ້ງ, ພວກເຮົາໄດ້ສ້າງບັນດາເນື້ອໃນ, ຄົ້ນຄວ້າ ພາລະໜ້າທີ່ເຄື່ອນໄຫວຂອງຄະນະກໍາມະການກົດໝາຍການຄ້າສາກົນ ຢ່າງເຖິງຖອງ. ພ້ອມກັນນັ້ນ, ກໍ່ເບິ່ງສະພາບການຕົວຈິງຂອງພວກເຮົາເມື່ອດໍາເນີນ ແລະ ປະຕິບັດບັນດາການເຄື່ອນໄຫວການຄ້າສາກົນ, ໃນນັ້ນມີບັນຫາ ພວກເຮົາສ້າງລະບົບກົດໝາຍເສດຖະກິດ ເຊິ່ງລວມມີກົດໝາຍການຄ້າ ແລະ ການລົງທຶນ ໃຫ້ສົມບູນແບບ. ບົນພື້ນຖານນັ້ນ, ພວກເຮົາ ກໍ່ມີການປະສານງານລວມ, ມີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ ໃນນັ້ນກະຊວງການຕ່າງປະເທດ ແມ່ນ ສູນລວມ, ແລກປ່ຽນຂົນຂວາຍຈາກບັນດາປະເທດ”.

ຈາກການ “ເຂົ້າຮ່ວມຢ່າງຕັ້ງໜ້າ” ໄປສູ່ “ການເປັນເຈົ້າການ, ປະກອບສ່ວນເຂົ້າໃນການກໍ່ສ້າງ, ສ້າງກົດລະບຽບລວມໃຫ້ເປັນຮູບປະທໍາ”

        ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ປະສົບຜົນສໍາເລັດໃນການເຂົ້າຮ່ວມບັນດາອົງການວິຊາສະເພາະຂອງ ສປຊ, ກໍຄືສະພາສິດທິມະນຸດ, ສະພາເສດຖະກິດ - ສັງຄົມ (ECOSOC), ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ສປຊ (UNESCO). ນັບແຕ່ປີ 2016, ຫວຽດນາມ ເລີ່ມເຂົ້າຮ່ວມການເຄື່ອນໄຫວກ່ຽວກັບກົດໝາຍ ຂອງ ສປຊ ຜ່ານ ເລື່ອງ ຫວຽດນາມ ໄດ້ຮັບໄຊຊະນະການເລືອກຕັ້ງເປັນຜູ້ຕາງໜ້າ ປະຈໍາ ຄະນະກໍາມະການກົດໝາຍສາກົນ ຂອງ ສປຊ ໂດຍຜູ້ຕາງໜ້າ ແມ່ນ ທ່ານ ປອ. ຫງວຽນຮົ່ງທາວ. ເມື່ອເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ, ຫວຽດນາມ ໄດ້ມີໂອກາດ ປະກອບສ່ວນທັດສະນະຂອງຕົນເຂົ້າໃນການສ້າງລະບົບລະບຽບກົດໝາຍທົ່ວໂລກໃຫ້ເປັນຮູບປະທໍາ. ແລະ ປັດຈຸບັນ, ດ້ວຍເລື່ອງໄດ້ຮັບໄຊຊະນະການເລືອກຕັ້ງ ເປັນສະມາຊິກຂອງຄະນະກໍາມະການກົດໝາຍການຄ້າສາກົນ ຂອງ ສປຊ ອາຍຸການ 2019 – 2022, ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດ ຂອງຕົນໃນບັນດາບັນຫາທີ່ “ຮ້ອນເຮັ່ງ” ຂອງທົ່ວໂລກ.

        ຕາມຄໍາຢັ້ງຢືນຂອງທ່ານຮອງລັດຖະມົນຕີ ເລຮວ່າຍຈູງ ແລ້ວ, ຫວຽດນາມ ບໍ່ພຽງແຕ່ປະກອບສຽງເວົ້າເຂົ້າໃນການກໍ່ສ້າງລະບົບກົດໝາຍການຄ້າສາກົນ, ເໝາະສົມກັບຜົນປະໂຫຍດຂອງ ຫວຽດນາມ ແລະ ໂລກ ເທົ່ານັ້ນ. ຫາກຜ່ານອົງການນີ້, ຫວຽດນາມ ຍັງຍາດແຍ່ງເອົາບັນດາບົດຮຽນ, ຄວາມຮູ້ ເພື່ອສ້າງລະບົບກົດໝາຍເສດຖະກິດພາຍໃນປະເທດໃຫ້ສົມບູນແບບ ຕອບສະໜອງໄດ້ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ກໍຄື ໃຫ້ແກ່ວິວັດການພັດທະນາເສດຖະກິດຂອງຫວຽດນາມ:

        “ນີ້ແມ່ນກົນໄກສໍາຄັນແຖວໜ້າໃນການສ້າງເອກະສານນິຕິກໍາໃນການຄ້າສາກົນ. ເປັນທີ່ຈະແຈ້ງແລ້ວວ່າ ນີີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ເຂົ້າຮ່ວມ, ທັງປະກອບຜົນປະໂຫຍດລວມ ທັງຮັບປະກັນຜົນປະໂຫຍດຂອງຕົນໃນຂົງເຂດການຄ້າສາກົນ. ຕົວຢ່າງຄື ບັນຫາແກ້ໄຂການຂັດແຍ້ງກັນລະຫວ່າງບັນດານັກລົງທຶນ, ລັດ ແລະ ລັດຖະບານ ເປັນຄືແນວໃດ. ນີ້ກໍແມ່ນບັນຫາທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງພວກເຮົາ”.

        ເລື່ອງຫວຽດນາມ ຍາດໄດ້ຈໍານວນບັດເຫັນດີສູງກວ່າບັນດາປະເທດທີ່ມີປະສົບການຫຼາຍໃນພາກພື້ນ ອາຊີ - ປາຊີຟິກ ເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກຂອງຄະນະກໍາມະການການຄ້າສາກົນ ຂອງ ສປຊ, ເປັນການຢັ້ງຢືນວ່າ ປະຊາຄົມສາກົນ ໄດ້ຮັບຮູ້ຜົນງານຂອງຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ຮັບຮູ້ໄດ້ຄວາມມານະພະຍາຍາມປະຕິຮູບ ແລະ ພິເສດແມ່ນ ລະດັບໃຫ້ຄໍາໝັ້້ນສັນຍາຂອງຫວຽດນາມ ໃນການສ້າງ ແລະ ປັບປຸງລະບົບກົດໝາຍທີ່ກ່ຽວຂ້ອງເຖິງການຄ້າ ແລະ ການລົງທຶນໃຫ້ສົມບູນແບບ. ກ່ອນອື່ນໝົດ, ດ້ວຍໝາກຜົນດັ່ງກ່າວ ກໍສະແດງໃຫ້ເຫັນວ່າ ບັນດາປະເທດໄດ້ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ, ບໍ່ພຽງແຕ່ດ້ານການເມືອງເທົ່ານັ້ນ ຫາກຍັງດ້ານເສດຖະກິດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ