ນຳໃຊ້,ຖືຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນເປັນສຳຄັນແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກກອມມູນິດຫວຽດນາມ

(VOVWORLD) -  ໃນແຕ່ລະເທື່ອເມື່ອຮອດເວລາທີ່ຫວຽດນາມ ກະກຽມຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງການດຳເນີນກອງປະຊຸມໃຫຍ່ທົ່ວປະເທດຂອງພັກກອມມູນິດ ຫວຽດນາມ, ບັນດາອິດທິກຳລັງເປັນປໍລະປັກ ພັດເຜີຍແຜ່, ເສກສັນປັ້ນແຕ່ງວ່າ ເລື່ອງຄັດເລືອກພະນັກງານດຳລົງຕຳແຫນ່ງສຳຄັນຕ່າງໆໃນພັກ, ລັດ ພຽງແຕ່ແມ່ນຮູບການ, ເນື້ອແທ້ກອງປະຊຸມໃຫຍ່ພຽງແມ່ນການປັບປຸງ ສິດອຳນາດຂອງການນຳຈຳນວນຫນຶ່ງ.. ນີ້ແມ່ນຖ້ອຍທຳນອງທີ່ເສກສັນປັ້ນແຕ່ງຂຶ້ນມາ ຕໍ່ ວຽກງານຈັດຕັ້ງພະນັກງານຂອງພັກ, ລັດ ຫວຽດນາມ. ຄວາມຈິງ ການຄັດເລືອກນຳໃຊ້,ຖືຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນເປັນສຳຄັນຍາມໃດກໍ່ແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກກອມມູນິດ ຫວຽດນາມ.

ນຳໃຊ້,ຖືຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນເປັນສຳຄັນແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກກອມມູນິດຫວຽດນາມ - ảnh 1ລຸງໂຮ່ ໂອ້ລົມ ກັບປັນຍາຊົນຫວຽດນາມ (ພາບ: ສາລະຄະດີ)

ປະຫວັດຄວາມເປັນມາຂອງຊາດຫວຽດນາມ ໄດ້ພິສູດໃຫ້ເຫັນການດຶງດູດ ແລະ ນຳໃຊ້ ຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ ເປັນສຳຄັນ ໄດ້ກາຍເປັນລັດຖະນະໂຍບາຍ, ກາຍເປັນຄຸນສົມບັດ ແລະ ທັດສະນະຕໍ່ກັບການດຳລົງຊີວິດຂອງຊາວຫວຽດນາມ. ໂດຍສືບທອດມູນເຊື້ອອັນດີງາມນັ້ນ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໃຫ້ມີຄວາມເໝາະສົມກັບຫນ້າທີ່ວຽກ ງານ ແລະ ຖືນີ້ແມ່ນຂອດ “ຫລັກແຫລ່ງຂອງຫນ້າທີ່ວຽກງານຫລັກແຫລ່ງ”. ໃນແຕ່ລະໄລຍະຂອງການປະຕິວັດ, ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ເອກະສານສຳຄັນຫລາຍສະບັບເພື່ອຊີ້ນຳວຽກງານນີ້.

ນະໂຍບາຍກ່ຽວກັບວຽກງານພະນັກງານ ນັບມື້ນັບໄດ້ສ້າງໃຫ້ສົມບູນແບບ

ເອກະສານການເມືອງ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນ: “ພົບເຫັນ, ກໍ່ສ້າງ, ບຳລຸງສ້າງ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ; ສ້າງບາດກ້າວຫັນປ່ຽນພື້ນຖານໃນການພົບເຫັນ, ກໍ່ສ້າງ, ບຳລຸງສ້າງ, ນຳໃຊ້ ຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ; ສ້າງຍຸດທະສາດແຫ່ງຊາດກ່ຽວກັບຜູ້ມີຄວາມເກັ່ງກ້າສາມາດ; ຖືນີ້ແມ່ນມາດຕະການສຳຄັນໃນການປະຕິບັດຍຸດທະສາດພະນັກງານ”, “ເລືອກເຟັ້ນບັນດາພະນັກງານມີ ຄວາມເກັ່ງກ້າສາມາດ, ມີຈັນຍາບັນ ດຳລົງຕຳແຫນ່ງການນຳ, ພິເສດ ແມ່ນຜູ້ນຳຫນ້າ”. ມະຕິຕົກລົງຂອງສູນກາງພັກ ຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ ໄດ້ລະບຸໃນແຜນນະໂຍບາຍທີ່ໃຫມ່ອ່ຽມ ແລະ ຕັ້ງຫນ້າໃນການຄັດເລືອກ, ສັບຊ້ອນ ຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນເຂົ້າໃນບັນດາຕຳແຫນ່ງການນຳ.

ຕໍ່ຈາກນັ້ນ ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໄດ້ເນັ້ນຫນັກວ່າ: “ສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ, ມີກຳລັງຄວາມສາມາດພຽງພໍ, ມີຈັນຍາບັນ ແລະ ອິດທິພົນຊື່ສຽງ, ເໝາະສົມກັບຫນ້າທີ່ວຽກງານ”. ກົມການເມືອງຊຸດທີ 12 ໄດ້ປະກາດໃຊ້ຂໍ້ກຳນົດ ກ່ຽວກັບ “ມາດຖານຕຳແຫນ່ງງານ, ການກຳນົດທິດມາດຖານຕີລາຄາພະນັກງານການນຳ, ພະນັກງານຄຸ້ມຄອງທຸກຂັ້ນ”. ມະຕິຕົກລົງຂອງສູນກາງພັກຄັ້ງທີ 7 ຊຸດທີ 12 ກໍ່ໄດ້ຍົກໃຫ້ເຫັນການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ ຕ້ອງມີຈັນຍາບັນພຽງພໍ, ມີກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງ, ເໝາະສົມກັບຫນ້າທີ່ວຽກງານ.

ພັກກອມມູນິດຫວຽດນາມ ຍັງວາງອອກບັນດາຂໍ້ກຳນົດວ່າດ້ວຍ “ມາດຕະຖານຕຳແຫນ່ງງານ, ມາດຖານຕີລາຄາພະນັກງານ ຂຶ້ນກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຄຸ້ມຄອງ”, ພິເສດ ມະຕິຕົກລົງເລກທີ 26 ຂອງສູນກາງພັກ ລົງວັນທີ 19 ພຶດສະພາປີ 2018 ແມ່ນມະຕິຕົກລົງສະບັບສຳຄັນ ໃນການກໍ່ສ້າງຖັນແຖວພະນັກງານ ຕອບສະຫນອງຄວາມຮຽກຮ້ອງຕ້ອງການ ຕໍ່ການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045.

ກອງປະຊຸມໃຫຍ່ ແມ່ນໂອກາດຄັດເລືອກຖັນແຖວພະນັກງານທີ່ເໝາະສົມ

ພາຍໃຕ້ການຊີ້ນຳນຳພາຂອງພັກ, ໃນຊຸມປີຜ່ານມາ, ຖັນແຖວພະນັກງານຍຸດທະສາດທຸກຂັ້ນຢູ່ຫວຽດນາມ ໄດ້ເຕີບໃຫຍ່ໃນທຸກດ້ານ, ຮັບໃຊ້ຢ່າງແຮງໃຫ້ແກ່ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ. ເລື່ອງຄັດເລືອກ, ເລືອກຕັ້ງພະນັກງານດຳລົງຕຳແຫນ່ງສຳຄັນຂອງລະບົບການເມືອງ ໄດ້ມີການປ່ຽນໃຫມ່, ຮັບປະກັນປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ, ພາວະວິໄສ ແລະ ມີການເຂົ້າຮ່ວມຢ່າງກວ້າງຂວາງໃນທົ່ວສັງຄົມ.

ວຽກງານກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຂອງພັກກອມມູນິດຫວຽດນາມ ພວມໄດ້ ປະຕິບັດບົນພື້ນຖານເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການຮັກສາຫລັກການ, ລະບຽບວິໄນ, ຖືເປັນສຳຄັນຕໍ່ຄຸນນະພາບ, ປະສິດທິຜົນ, ຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ກ່ອນອື່ນໝົດແມ່ນຜູ້ນຳຫນ້າ.

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ: “ກອງປະຊຸມໃຫຍ່ແມ່ນໂອກາດເພື່ອໃຫ້ພວກເຮົາຄັດເລືອກພະນັກງານ ຫາກບໍ່ພຽງແຕ່ແມ່ນການປຶກສາຫາລືທິດທາງ. ຜູ້ໃດເໝາະສົມກັບຫນ້າທີ່ວຽກງານໃດແມ່ນໃຫ້ຜູ້ນັ້ນ ສືບຕໍ່ ດຳລົງຕຳແຫນ່ງນັ້ນ, ສ່ວນຜູ້ໃດບໍ່ມີຄວາມເກັ່ງກ້າສາມາດພຽງພໍ, ຂາດຈັນຍາບັນ ບໍ່ຄວນເຮັດອີກ, ພວກເຮົາບໍ່ຕ້ອງຢ້ານວ່າຈະຂາດພະນັກງານ”. ວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຂໍ້ກຳນົດ, ກົດລະບຽບພັກ ແລະ ກົດໝາຍຂອງລັດ; ພິເສດແມ່ນຕ້ອງຖືເປັນສຳຄັນຕໍ່ຄຸນນະພາບ, ຈຳນວນພະນັກງານ ແລະ ຕ້ອງມີອົງປະກອບທີ່ເໝາະສົມ; ພະນັກງານຕ້ອງແມ່ນຜູ້ດີເດັ່ນກ່ຽວກັບພູມປັນຍາ, ຈັນຍາບັນ, ອິດທິພົນຊື່ສຽງ, ໂປ່ງໃສ, ມີກຳລັງຄວາມສາມາດໃນການຊີ້ນຳນຳພາ ແລະ ກຳລັງຕໍ່ສູ້ສູງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃຫມ່. ຄວາມຈິງໄດ້ໂຕ້ຕອບຢ່າງແຮງຕໍ່ຖອ້ຍທຳນອງເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງເປັນປໍລະປັກ ແລະ ອີກຄັ້ງຫນຶ່ງໄດ້ຢືນຢັນເຖິງບົດບາດຊີ້ນຳນຳພາແມ່ນບໍ່ອາດປ່ຽນແທນໄດ້ຂອງພັກກອມມູນິດຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງຄືປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ