ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ

(VOVWORLD) - ກ່ອນນີ້ 76 ປີເຕັມ, ວັນທີ 2 ກັນຍາ ປີ 1945, ຢູ່ ສະຫນາມຫລວງ ບາດີ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ. ຄຽງຂ້າງຄວາມໝາຍພິເສດນັ້ນແມ່ນ ໄດ້ຖະແຫລງກັບໂລກກ່ຽວກັບການສະຖາປະນາປະເທດຫວຽດນາມ ທີ່ເອກະລາດ, ເສລີພາບ,  ບົດຖະແຫລງປະກາດເອກະລາດ ຍັງມີຄຸນຄ່າປະຫວັດສາດ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງ, ສະແດງໃຫ້ເຫັນສະຕິປັນຍາ ແລະ ວິໄສທັດຂ້າມຍຸກສະໄຫມຂອງປະທານ ໂຮ່ຈີມິນ ອິກດ້ວຍ.
ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ - ảnh 1ປະທານໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດຢູ່ສະຫນາມຫລວງ ບາດີ່ງ ເມື່ອວັນທີ 2/9/1945. (ພາບ:baothanhhoa.vn)

ເປີດສາກບົດຖະແຫລງປະກາດເອກະລາດ, ທ່ານປະທານໂຮ່ຈີມິນ ຢັ້ງຢືນ: “ທຸກຄົນເມື່ອໄດ້ກຳເນີດລ້ວນແຕ່ມີສິດສະເຫມີພາບ. ເຂົາເຈົ້າລ້ວນແຕ່ມີສິດຊື່ງບໍ່ມີຜູ້ໃດສາມາດຫວງຫ້າມໄດ້; ໃນບັນດາສິດນັ້ນ, ມີສິດໄດ້ມີຊີວິດ, ສິດເສລີພາບ ແລະ ສິດມີຄວາມຜາສຸກ. ຄຳເວົ້າທີ່ອະມະຕະນັ້ນ ໄດ້ບັນທຶກໃນບົດຖະແຫລງປະກາດເອກະລາດຂອງອາເມລິກາ ເມື່ອປີ 1776.

ຂໍ້ອ້າງກ່ຽວກັບເອກະລາດຊົນຊາດ

ນີ້ແມ່ນຂໍ້ອ້າງວິທະຍາສາດສັດຈະວິພາກທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍພຶດຕິກຳຕົວຈິງ. ທ່ານປະທານໂຮ່ຈີມິນ ໄດ້ຄັດເອົາເນື້ອໃນກ່ຽວກັບສິດທິມະນຸດໃນບົດຖະແຫລງປະກາດເອກະລາດຂອງບາງປະເທດມະຫາອຳນາດແຖວຫນ້າຂອງໂລກ ນັ້ນແມ່ນສະຫະລັດອາເມລິກາ ເພື່ອມາເປັນບ່ອນອີງໃຫ້ແກ່ການອ້າງເຫດຜົນຂອງຕົນ, ຂະຫຍາຍເປັນທັດສະນະກ່ຽວກັບສິດຊົນຊາດ. ທ່ານຮອງສາດສະດາຈານ, ປອ ເລວັນອຽນ, ສັງກັດ ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ຢືນຢັນວ່າ:

 “ຈຸດເດັ່ນຢູ່ໃນບົດຖະແຫລງປະກາດເອກະລາດນັ້ນແມ່ນຄຸນຄ່າຂອງຍຸກສະໄຫມ, ເພິ່ນໄດ້ຂະຫຍາຍກວ້າງອອກ. ໃນບົດຖະແຫລງປະກາດເອກະລາດສອງສະບັບ ຂອງ ອາເມລິກາ ແລະ ຝລັ່ງ ພຽງແຕ່ເວົ້າເຖິງສິດທິມະນຸດ ແລະ ສິດຊົນຊາດ. ແຕ່ປະທານໂຮ່ຈີມິນ ໄດ້ຂະຫຍາຍກວ້າງອອກຕື່ມ, ນັ້ນແມ່ນ ສິດຂອງທຸກໆປະເທດໃນໂລກ ລ້ວນແຕ່ມີສິດສະເຫມີພາບ, ເສລີພາບ ແລະ ຄວາມຜາສຸກ. ນັ້ນແມ່ນຄວາມປີຊາສາມາດຂອງເພິ່ນ.”

ຄວາມຈິງປະຫວັດສາດກໍ່ຊີ້ໃຫ້ເຫັນວ່າ ພາຍຫລັງສົງຄາມໂລກຄັ້ງທີ II, ຂະບວນການຕໍ່ສູ້ຍາດເອົາເອກະລາດຊົນຊາດ ໄດ້ດຳເນີນໄປຢ່າງແຮງ ແລະ ແກ່ຍາວຈົນມາຮອດປະຈຸບັນ, ດ້ວຍການປະກົດອອກຂອງຫລາຍໆປະເທດທີ່ມີເອກະລາດຢູ່ ທັງ ອາຊີ, ເອີລົບ, ທະວີບອາເມລິກາ, ອາຟະລິກາ. ເປັນທີ່ຈະແຈ້ງແລ້ວວ່າ ຄວາມມຸ່ງຫວັງຢາກມີເອກະລາດ, ເສລີພາບແມ່ນຜົນປະໂຫຍດລວມຂອງທົ່ວມວນມະນຸດ, ຂອງທຸກປະເທດ, ຂອງຊົນຊາດ ຄືດັ່ງໄດ້ຢັ້ງຢືນໃນບົດຖະແຫລງປະກາດເອກະລາດ.

ຍັງມີຄຸນຄ່າເຫມືອນເດີມ ແລະ ມີພະລັງຊີວິດທີ່ຍືນຍົງຄົງຕົວຕະຫລອດການ

ໃນຊຸມທົດສະວັດຜ່ານມາ, ສະພາບການຢູ່ ພາກພື້ນ ແລະ ທົ່ວໂລກມີການຜັນປ່ຽນໃຫຍ່ຫລວງຫລາຍຢ່າງ ແລະ ເກີດຂຶ້ນສ່ວນຫລາຍຢູ່ໃນຂົງເຂດ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການເມືອງ, ການທູດ, ວັດທະນະທຳ.. ໄດ້ເກີດມີສົງຄາມ, ການປະທະກັນ ແລະ ວິກິດການ, ໃນຂະນະທີ່ບັນດາປະເທດມະຫາອຳນາດສູ້ຢັນ ແລະ ແກ້ງແຍ່ງນັບມື້ນັບຮ້າຍແຮງ.

ບົດຖະແຫລງປະກາດເອກະລາດເມື່ອວັນທີ 2/9/1945 ມີ ຄຸນຄ່າທີ່ຍືນຍົງຄົງຕົວຕະຫລອດການ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມເຂດປູຊະນີຍະສະຖານ ໂຮ່ຈີມິນ ເມື່ອປີ 2020.(ພາບ:nhandan.vn

ຈາກການຜັນປ່ຽນຫລາຍລວງນັ້ນ, ມີຫລາຍບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້, ໃນນັ້ນ ມີຂໍ້ອ້າງໄດ້ກາຍເປັນສັດຈະທຳທີ່ວ່າ: ບໍ່ມີເພື່ອນມິດ/ ຄູ່ຮ່ວມມືຕະຫລອດໄປ, ແລະ ກໍ່ບໍ່ມີສັດຕູ/ ຂູ່ແຂ່ງຕະຫລອດໄປ ຫາກພຽງແຕ່ມີຜົນປະໂຫຍດແຫ່ງຊາດ, ຊົນຊາດຈຶ່ງແມ່ນສິ່ງຕະຫລອດໄປ. ເພາະສະນັ້ນ ເລື່ອງບົດຖະແຫລງປະກາດເອກະລາດເມື່ອວັນທີ 2 ກັນຍາ ປີ 1945 ຈຶ່ງເປັນການຢັ້ງຢືນ ແລະ ຖືເປັນສຳຄັນເອກະລາດ ແລະ ເສລິພາບຂອງຊາດ, ເຄີຍແມ່ນຜົນປະໂຫຍດສູງສຸດຂອງຊາດ, ຍິ່ງສະແດງໃຫ້ເຫັນສະຕິປັນຍາ ແລະ ວິໄສທັດທັງສະແດງອອກໃນພຶດຕິກຳຕົວຈິງ ທັງມີຂອບຂະຫນາດປະຫວັດສາດ ຂອງປະທານໂຮ່ຈີມິນ.

ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ພາຍຫລັງກວ່າ ¾ ສັດຕະວັດ ດ້ວຍການຜັນປ່ຽນຫລາຍໆຢ່າງ, ການຜັນແປຂອງປະຫວັດສາດ, ບົດຖະແຫລງປະກາດເອກະລາດ ເມື່ອວັນທີ 2 ກັນຍາ ປີ 1945 ຍັງຄົງມີຄຸນຄ່າອະມະຕະເຫມືອນເດີມ ກ່ຽວກັບເສລິພາບ ແລະ ເອກະລາດຊົນຊາດ. ໃນການຢ້ຽມຢາມເຂດປູຊະນີຍະສະຖານ ໂຮ່ຈີມິນ ຢູ່ ທຳນຽບປະທານປະເທດເມື່ອປີ 2020, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນອີກຄັ້ງຫນຶ່ງວ່າ:

“ຢູ່ ສະຫນາມຫລວງ ບາດີ່ງ ປະຫວັດສາດ, ລຸງໂຮ່ ໄດ້ອ່ານ ບົດຖະແຫລງປະກາດເອກະລາດ. ນີ້ແມ່ນເອກະສານປະຫວັດສາດສຳຄັນຍິ່ງ. ມາຮອດປະຈຸບັນ ບົດຖະແຫລງປະກາດເອກະລາດ ຍັງຄົງຄຸນຄ່າເຫມືອນເດີມ. ມັນສະແດງໃຫ້ເຫັນແນວຄິດ, ສະຕິປັນຍາ, ຈິດໃຈ, ຄຸນທາດ, ຈັນຍາບັນ, ບຸກຄະລິກກະພາບໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່, ນັກວັດທະນະທຳໃຫຍ່ຂອງໂລກ. ຫນ້າທີ່ຂອງພວກເຮົາ ແມ່ນຕ້ອງປະຕິບັດໃຫ້ໄດ້ ຄືກັບບົດຖະແຫລງປະກາດເອກະລາດ. ບໍ່ວ່າໃນເງື່ອນໄຂ, ສະພາບການໃດກໍຕາມ ພວກເຮົາຕ້ອງຮັກສາເອກະລາດ, ເສລິພາບຂອງປະເທດຊາດໄວ້ໃຫ້ໄດ້

ສ່ອງແສງຖືກຕ້ອງຕາມພາວະວິໄສ, ປຸກລຸກຄວາມຄາດຫວັງ ແລະ ຕອບສະຫນອງອຸດົມຄະຕິລວມຂອງສັງຄົມກ້າວຫນ້າ, ນັ້ນແມ່ນອຸດົມຄະຕິກວມລວມທີ່ສຸດ ແມ່ນແຫລ່ງກຳລັງໃຈບໍ່ມີບ່ອນສິ້ນສຸດ ເພື່ອໃຫ້ ບົດຖະແຫລງປະກາດເອກະລາດເມື່ອວັນທີ 2 ກັນຍາ ປີ 1945 ມາຮອດປະຈຸບັນ ຍັງຄົງມີຄຸນຄ່າ ແລະ ພະລັງຊີວິດເໝືອນເດີມ.

ຕອບກັບ

ຂ່າວ/ບົດ​ອື່ນ