ບັນ​ດາ​​ອົງ​ການ​ຕາງ​ໜ້າການ​ຄ້າ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນທູດ​ເສດ​ຖະ​ກິດ

(VOVWORLD) -ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ໄດ້ມີການເຮັດວຽກແບບທາງໄກກ່ຽວກັບວຽກງານພັດທະນາຕະຫຼາດກັບລະບົບອົງການຕາງໜ້າການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ. ເພື່ອເປັນທູດເສດຖະກິດຂອງ ຫວຽດນາມ ປະຈຳຕ່າງປະເທດໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ອົງການການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ ໄດ້ແລກປ່ຽນກັບຜູ້ນຳລັດຖະບານໂດຍກົງ ເພື່ອຊອກຫາວິທີການພັດທະນາການຕະຫຼາດໃນສະພາບການໂລກ, ພາກພື້ນພວມມີການຜັນແປທີ່ສັບສົນຫຼາຍຢ່າງ.

ບັນ​ດາ​​ອົງ​ການ​ຕາງ​ໜ້າການ​ຄ້າ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນທູດ​ເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕາມບົດລາຍງານຂອງກະຊວງອຸດສາຫະກຳການຄ້າ, ປີ 2021, ວົງເງິນການຄ້າຕ່າງປະເທດ ຫວຽດນາມ ບັນລຸກ່ວາ 670 ຕື້ USD, ນຳຫວຽດນາມ ເຂົ້າໃນ top 20 ພື້ນຖານເສດຖະກິດ ທີ່ມີຂອບຂະໜາດການຄ້າຕ່າງປະເທດ ໃຫຍ່ທີ່ສຸດໃນທົ່ວໂລກ. ໃນ 7 ເດືອນຕົ້ນປີ 2022, ວົງເງິນການຄ້າຕ່າງປະເທດ ຂອງຫວຽດນາມ ບັນລຸກ່ວາ 433 ຕື້ USD. ຄາດວ່າທົ່ວປະເທດ, ວົງເງິນການຄ້າຕາງປະເທດຈະບັນລຸປະມານ 800 ຕື້ USD, ນຳຫວຽດນາມ ບືນຕົວຂຶ້ນສູ່ Top 10 – 15 ພື້ນຖານເສດຖະກິດມີຂອບຂະໜາດການຄ້າຕ່າງປະເທດໃຫຍ່ທີ່ສຸດໃນໂລກ.

ປະກອບສ່ວນເຂົ້າໃນຜົນສຳເລັດລວມນັ້ນ, ມີບົດບາດສຳຄັນທີ່ສຸດຂອງຂະແໜງອຸດສາຫະກຳການຄ້າ ໃນບັນດາການເຄື່ອນໄຫວເສດຖະກິດສາກົນ, ພິເສດແມ່ນລະບົບບັນດາອົງການການຄ້າຫວຽດນາມ ປະຈຳ ຕ່າງປະເທດ.

ທູດເສດຖະກິດຂອງ ຫວຽດນາມ ຢູ່ຕ່າງປະເທດ

ປັດຈຸບັນ, ລະບົບອົງການການຄ້າຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ລວມມີ ອົງການຄ້າ ແລະ ສາຂາອົງການການຄ້າ61 ແຫ່ງ. ລະບົບອົງການການຄ້າ ໄດ້ຮັບປະກັນການປະຕິບັດບັນດາບົດບາດໜ້າທີ່ຫຼັກໃຫ້ເປັນຢ່າງດີນັ້ນແມ່ນ ເປັນຜູ້ຕາງໜ້າ ແລະ ປົກປ້ອງຜົນປະໂຫຍດແຫ່ງຊາດໃນຂົງເຂດເສດຖະກິດ - ການຄ້າ, ສົ່ງເສີມເປີດກ້ວາງຕະຫຼາດຕາງປະເທດໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ, ຊຸກຍູ້ການລົງທຶນ ໃນຂົງເຂດອຸດສາຫະກຳ ຢູ່ ຫວຽດນາມ ແລະ ຕ່າງປະເທດ, ສະໜອງຫຼາຍຂໍ້ມູນກ່ຽວກັບການຕະຫຼາດໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ບັນດາວິສາຫະກິດ ເພື່ອໜູນຊ່ວຍການຊອກຫາຄູ່ຮ່ວມມື, ອົງການພົວພັນການຄ້າ, ຊ່ວຍໃຫ້ບັນດາວິສາຫະກິດສຳຜັດ, ແຊກຊຶມເຂົ້າຕະຫຼາດຕ່າງປະເທດຢ່າງມີປະສິດທິຜົນ…ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຢັ້ງຢືນວ່າ:

ລະບົບອົງການການຄ້າ ໄດ້ເຂົ້າຮ່ວມການດຶງດູດນັກລົງທຶນ, ຍາດແຍ່ງການປ່ຽນແປງຂອງບັນດາແຫຼ່ງເງິນລົງທຶນໃນທົ່ວໂລກ ແລະ ດ້ານອື່ນໄດ້ໜູນຊ່ວຍບັນດາທ້ອງຖິ່ນ, ສະຫະພັນ, ວິສາຫະກິດຢ່າງຕັ້ງໜ້າ ໃນການຂຸດຄົ້ນແຫຼ່ງວັດສະດຸ, ອຸປະກອນ ເພື່ອຫັນແຫຼ່ງນີ້ເປັນຫຼາຍຮູບແບບ, ຫຼີກລ້ຽງການຂາດວັກຂາດຕອນຂອງລະບົບສະໜອງ ຫຼື ຂັ້ນຕອນຜະລິດ.

ບັນດາອົງການການຄ້າ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງນະໂຍບາຍການຄ້າ ເພື່ອພັດທະນາການພົວພັນດ້ານການຄ້າ, ອຸດສາຫະກຳ ລະຫວ່າງ ຫວຽດນາມ ກັບປະເທດປະຈຳຖິ່ນ, ເປີດກວ້າງຕະຫຼາດຕ່າງປະເທດ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເຈລະຈາ, ລົງນາມສັນຍາການຄ້າເສລີ (FTA) ລຸ້ນໃໝ່ຫຼາຍສະບັບ. ບັນດາຫ້ອງການການຄ້າ ຍັງເປັນເຈົ້າການໃນການຄົ້ນພົບ ແລະ ແກ້ໄຂຮົ້ວກີດຂວາງທາງການຄ້າ ເຊິ່ງບັນດາປະເທດຈັດວາງໃສ່ສິນຄ້າ ຫວຽດນາມ ກໍ່ຄືແກ້ໄຂການຂັດແຍ້ງກັນດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຕ່າງປະເທດ, ປົກປ້ອງສິດຜົນປະໂຫຍດດ້ານເສດຖະກິດຂອງປະເທດຊາດ ໃຫ້ເປັນຢ່າງດີກໍ່ຄືເປັນບ່ອນອີ່ງຢ່າງໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດຢູ່ຕ່າງປະເທດ.

ເສີມຂະຫຍາຍບົດບາດປະຈັນບານໃຫ້ຫຼາຍກ່ວາອີກ

ເຖິງຢ່າງໃດກໍຕາມ, ໃນສະພາບການປັດຈຸບັນ, ການຄ້າທົ່ວໂລກພວມຢືນຢູ່ຕໍ່ໜ້າກຳລັງດັນຕ່າງໆທີ່ພາໄປເຖິງຜົນພາຍຫຼັງຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວນຳເຂົ້າສົ່ງອອກ ແລະເຕີບໂຕເສດຖະກິດພາຍໃນປະເທດ, ພິເສດແມ່ນພື້ນຖານເສດຖະກິດຫວຽດນາມ ມີຂອບຂະໜາດເປີດກວ້າງໃຫຍ່ ຍ້ອນໄດ້ເຂົ້າຮ່ວມບັນດາຄຳໝັ້ນສັນຍາດ້ານການຄ້າທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ໃນສະພາບການນີ້ຮຽກຮ້ອງຕ້ອງມີການເຊື່ອມຕໍ່, ສົມທົບກັນລະຫວ່າງລະບົບອົງການການຄ້າ ຫວຽດນາມ ປະຈຳ ຕ່າງປະເທດກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຫະສະມາຄົມຂະແໜງອາຊີບ, ວິສາຫະກິດ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ. ຢູ່ກອງປະຊຸມທາງໄກສົນທະນາກັບລະບົບອົງການການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ ທີ່ໄດ້ດຳເນີນໃນວັນທີ 19 ສິງຫາຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຮຽກຮ້ອງຕ້ອງມີວິທີການຍົກສູງປະສິດທິຜົນ, ປະສິດທິພາບຂອງວຽກງານການຄ້າ, ພັດທະນາ ແລະ ຫັນຕະຫຼາດເປັນຫຼາຍຮູບແບບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່. ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ:

        ບັນດາອົງການການຄ້າ, ສາຂາອົງການການຄ້າເສີມຂະຫຍາຍບົດບາດຢູ່ແນວໜ້າ, ການສຳຜັດໂດຍກົງກັບບັນດາການປ່ຽນແປງຂອງໂລກ ແລະ ຕະຫຼາດປະເທດປະຈຳຖິ່ນ ໃນທຸກວັນຢ່າງມີປະສິດທິຜົນ, ເປັນເຈົ້າການໃນການສຳຜັດ, ກຳແໜ້ນ, ໄຈ້ແຍກ, ຕີລາຄານະໂຍບາຍ, ປັບປຸງນະໂຍບາຍຂອງປະເທດປະຈຳຖິ່ນ, ຈາກນັ້ນໝູນໃຊ້, ເປັນເສນາທິການ, ສະເໜີບັນດາບັນຫາທີ່ມີລັກສະນະຍຸດທະສາດ ແລະ ປະຕິກິລິຍາຕໍ່ນະໂຍບາຍທີ່ເໝາະສົມ, ຮັບປະກັນສິດຜົນປະໂຫຍດຂອງປະເທດຊາດ, ຂອງວິສາຫະກິດ ໃນການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນ. ຄົ້ນຄ້ວາ ແລະ ກຳແໜ້ນລະບົບກົດໝາຍ, ຂໍ້ກຳນົດ ແລະ ປະເພນີທາງການຄ້າຂອງປະເທດປະຈຳຖິ່ນ ເພື່ອໜູນຊ່ວຍ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ບັນດາວິສາຫະກິດ ຫວຽດນາມ, ເປັນຕົ້ນແມ່ນໃນການຮັບມືກັບບັນດາກໍລະນີສືບສວນປົກປ້ອງດ້ານການຄ້າ.

ໄປຄຽງຄູ່ກັບການເພີ່ມທະວີການຄົ້ນຄ້ວາ, ກຳແໜ້ນຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ເປັນເຈົ້າການໃນການກ່າວເຕືອນ, ປ້ອງກັນຕ້ານ, ຍົກອອກຂໍ້ສະເໜີແນະເພື່ອແກ້ໄຂຄວາມສ່ຽງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງຊຸກຍູ້ການຫັນຕະຫຼາດເປັນຫຼາຍຮູບແບບ ໄປຄຽງຄູ່ກັບບັນດາຕະຫຼາດເກົ່າທີ່ມີຢູ່ແລ້ວ, ເພີ່ມທະວີການຫັນລະບົບສະໜອງເປັນຫຼາຍຮູບແບບ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດພາຍໃນປະເທດ ເປັນເຈົ້າການໃນການຜະລິດ ແລະ ສົ່ງອອກ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເຊິກເຊິ່ງກ່ວາອີກ.

ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດຢ່າງຈະແຈ້ງວ່າ: ການຫັນການພົວພັນດ້ານເສດຖະກິດສາກົນເປັນຫຼາຍຝ່າຍ, ຫຼາຍຮູບແບບ, ຫຼີກລ້ຽງການອີງໃສ່ຕະຫຼາດດຽວ, ຄູ່ຮ່ວມມືຄົນໜຶ່ງ. ຍົກສູງຄວາມສາມາດໃນການຮັບມືຂອງພື້ນຖານເສດຖະກິດຕໍ່ຜົນກະທົບຢ່າງຫຍໍ້ທໍ້ຈາກການຜັນແປຕ່າງໆຈາກພາຍນອກ, ເປັນເຈົ້າການໃນການສ້າງລະບົບປ້ອງກັນໃຫ້ສົມບູນແບບເພື່ອປົກປ້ອງພື້ນຖານເສດຖະກິດ, ວິສາຫະກິດ, ການຕະຫຼາດພາຍໃນປະເທດ ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ. ຫ້ອງການການຄ້າ ຫວຽດນາມ ປະຈຳຕ່າງປະເທດ ພວມສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃຫ້ແກ່ສິນຄ້າ ຫວຽດນາມ ບືນຕົວຂຶ້ນອອກສູ່ໂລກ, ກໍ່ສ້າງ ແລະ ປັບປຸງຕະຫຼາດ, ນຳມາເຊິ່ງໝາກຜົນທີ່ເປັນໜ້າຊື່ນຊົມໃຫ້ແກ່ພື້ນຖານເສດຖະກິດຂອງປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ