ບາດກ້າວເດີນຕັ້ງຫນ້າໃນການເຈລະຈາສັນຍາ NAFTA

(VOVWORLD) -ພາຍຫລັງການເຈລະຈາ ສັນຍາການຄ້າເສລີອາເມລິກາເຫນືອ (NAFTA) ໂດຍບໍ່ມີທາງອອກ, ປະຈຸບັນ ພວມປະກົດອອກບັນດາຄວາມຄືບຫນ້າທີ່ດີ. ນີ້ແມ່ນສັນຍານຕັ້ງຫນ້າ ຍ້ອນບັນດາການປຶກສາຫາລື 3 ຝ່າຍ (ອາເມລິກາ, ເມຊີກໂກ ແລະ ການາດາ) ແກ່ຍາວເກືອບ 1 ປີ ເພື່ອຊອກທິດຮຽບຮຽງຂໍ້ຕົກລົງນີ້ຄືນໃຫມ່ ແຕ່ເກືອບຄືວ່າບໍ່ບັນລຸບາດກ້າວບຸກທະລຸ, ຊ້ຳບໍ່ໜຳ ມີບາງຈຸດເວລາ ສັນຍາ NAFTA ເກືອບຈະຖືກພັງທະລາຍ. ເຖິງວ່າ ມີບາດກ້າວຕັ້ງຫນ້າກໍ່ຕາມ ແຕ່ເສັ້ນທາງກ້າວໄປເຖິງການບັນລຸຂໍ້ຕົກລົງໄດ້ຢ່າງສົມບູນແບບໃນປີນີ້ ນັ້ນແມ່ນຍັງຈະປະສົບກັບຄວາມຫຍຸ້ງຍາກຢູ່.

ບາດກ້າວເດີນຕັ້ງຫນ້າໃນການເຈລະຈາສັນຍາ NAFTA - ảnh 1 ອາເມລິກາບໍ່ປະນິປະນອມຕໍ່ການເຈລະຈາການຜະລິດລົດໂອໂຕ

ພາບ:hanoimoi.com

ສັນຍາການຄ້າເສລີ ອາເມລິກາເຫນືອ ແມ່ນສັນຍາການຄ້າເສລີ ລະຫວ່າງ 3 ປະເທດ ຄື: ການາດາ, ອາເມລິກາ ແລະ ເມຊິກໂກ ລົງນາມໃນວັນທີ 12 ສິງຫາ ປີ 1993 ແລະ ມີຜົນສັກສິດແຕ່ວັນທີ 1 ມັງກອນປີ 1994. ພາຍຫລັງ 1 /4 ສະຕະວັດແຫ່ງການພົວພັນແລກປ່ຽນດ້ານການຄ້າ, NAFTA ແມ່ນແຫລ່ງທີ່ສຳຄັນໃນການສ້າງລະດັບເຕີບໂຕດ້ານເສດຖະກິດໃຫ້ແກ່ 3 ປະເທດທີ່ເຂົ້າຮ່ວມ. ຕາມການສະຖິຕິແລ້ວ, ການແລກປ່ຽນດ້ານການຄ້າພາຍໃນກຸ່ມບັນລຸ 1.200 ຕື້ USD ໃນປີ 2017,  ໃນນັ້ນ ອາເມລິກາ ພວມແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງ ທັງ ເມຊິກໂກ ແລະ ການາດາ.

           ແຕ່ວ່າ ໃນບັ້ນຫາສຽງເລືອກຕັ້ງກໍ່ຄືເມື່ອຂຶ້ນກຳອຳນາດ, ປະທານາທິບໍດີ ອາເມລິກາ D. Trump ໄດ້ຢືນຢັນເປັນຫລາຍເທື່ອວ່າ NAFTA ແມ່ນຫນຶ່ງໃນບັນດາສັນຍາການຄ້າຊົ່ວຮ້າຍທີ່ສຸດໃນປະຫວັດສາດ ແມ່ນສາຍເຫດຍາດເອົາວຽກເຮັດງານທຳໃຫ້ຄົນງານອາເມລິກາ ນັບລ້ານໆຄົນ ຂະນະທີ່ອະນຸຍາດໃຫ້ ການາດາ, ເມຊິກໂກ  ຊົມໃຊ້ທ່າໄດ້ປຽບຫລາຍຢ່າງ.

ອາເມລິກາ ແລະ ເມຊິກໂກ ບັນລຸຂໍ້ຕົກລົງໃນເບື້ອງຕົ້ນ

ຂໍ້ຕົກລົງປັບປຸງບັນດາເນື້ອໃນສຳຄັນຂອງ NAFTA ຊື່ງ ອາເມລິກາ ແລະ ເມຊິກໂກ ຫາກໍ່ບັນລຸໄດ້ໃນຕົ້ນອາທິດ ແມ່ນໄດ້ສ້າງທິດກ້າວເດີນໃຫ້ວິວັດທະນາການເຈລະຈາໂດຍບໍ່ມີທາງອອກໃນໄລຍະຜ່ານມາ. ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າແມ່ນແກ້ໄຂບັນດາຄວາມຂັດແຍ້ງຕົ້ນຕໍເຄີຍໄດ້ກໍ່ຄວາມຕິດຂັດໃນວິວັດການເຈລະຈາກ່ຽວກັບບັນດາບັນຫາຄື: ຕົ້ນກຳເນີດລົດໂອໂຕ, ການແກ້ໄຂຄວາມຂັດແຍ້ງ ແລະ ກະສິກຳ. ຕາມຂໍ້ຕົກລົງສະບັບນີ້ແລ້ວ, ອາເມລິກາ ແລະ ເມຊິກໂກ ເຫັນດີ 75% ມູນຄ່າຂອງພາຫະນະຫນຶ່ງຈະໄດ້ຜະລິດຢູ່ຫນຶ່ງໃນສອງປະເທດ, ສູງກວ່າລະດັບ 62,5% ໃນສັນຍາ NAFTA ສະບັບທຳອິດ. ລະດັບໃຫມ່ນີ້ ຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການໃນການຊຸກຍູ້ຂະແຫນງຜະລິດລົດໂອໂຕພາຍໃນພາກພື້ນ ອາເມລິກາ ເຫນືອ ກໍ່ຄື ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.

ນັກຊ່ຽວຊານກໍ່ໄດ້ໃຫ້ຂໍ້ສັງເກດວ່າ ມາດຕາດັ່ງກ່າວ ອາດຈະສົ່ງຜົນປະໂຫຍດໃຫ້ອາເມລິກາ ຫລາຍກວ່າ ເພາະວ່າ ບັນດາສ່ວນເຄື່ອງອາໄຫລ່ໃນລົດໂອໂຕ ໂດຍ ອາເມລິກາ ຜະລິດ ກວມເອົາເຖິງ 40% ມູນຄ່າຂອງລົດໂອໂຕແຕ່ລະຄັນ ໂດຍ ເມຊິກໂກ ຜະລິດ ແລະ ສົ່ງອອກໄປຍັງ ອາເມລິກາ. ຂໍ້ຕົກລົງສະບັບໃຫມ່ກໍ່ລວມມີ ຄວາມຮຽກຮ້ອງຕ້ອງການຈາກບັນດາບໍລິສັດຜະລິດຕ້ອງນຳໃຊ້ອຸປະກອນເຫລັກກ້າ, ອາລູມີນຽມ, ແກ້ວ ແລະ ພລາສະຕິກຫລາຍກວ່າໃນ ໄລຍະ 16 ປີ ແລະ ຈະໄດ້ຮັບການພິຈາລະຈາຕີລາຄາ ໃນ 6 ປີ ເທື່ອຫນຶ່ງ ເພື່ອຫລີກລ້ຽງສະພາບກໍ່ຄວາມເປັນຫ່ວງກັງວົນຕໍ່ບັນດານັກລົງທຶນ. ນີ້ໄດ້ຮັບຖືວ່າ ແມ່ນການປະນິປະນອມຂອງ ວໍຊີງຕັນ ເພາະ ກ່ອນນີ້ ອາເມລິກາ ຮຽກຮ້ອງ ຕ້ອງເຈລະຈາຕໍ່ເລື່ອງປັບປຸງຂໍ້ຕົກລົງໃນ 5 ປີເທື່ອຫນຶ່ງ.

ການປະນິປະນອມອື່ນຂອງ ອາເມລິກາ ນັ້ນແມ່ນບໍ່ເຕື້ອງເຖິງບັນຫາຫຍັງຕໍ່ຄວາມຮຽກຮ້ອງສ້າງຮົ້ວກີດຂວາງດ້ານການຄ້າ ເພື່ອແນໃສ່ປົກປ້ອງບັນດາຜະລິດຕະພັນກະສິກຳຕາມລະດູການຂອງປະເທດນີ້ຕໍ່ຫນ້າການແກ້ງແຍ້ງຈາກ ເມຊິກໂກ.

ເຖິງວ່າ ຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ເມຊິກໂກ ໄດ້ຮັບການຕີລາຄາຈາກ ປະທານາທິບໍດີ D.Trump ວ່າແມ່ນສິ່ງທີ່ດີຢ່າງແທ້ຈິງກໍຕາມ ແຕ່ບໍ່ສາມາດປ່ຽນແທນໃຫ້ສັນຍາ NAFTA ໄດ້ເພາະຂາດການເຂົ້າຮ່ວມຂອງ ການາດາ ເຊິ່ງແມ່ນຫນຶ່ງໃນ 3 ປະເທດສະມາຊິກຂອງ ສັນຍາ.

          ສັນຍານຕັ້ງຫນ້າຈາກ ການາດາ

ພາຍຫລັງ ທີ່ອາເມລິກາ ແລະ ເມຊິກໂກ ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບບາງເນື້ອໃນຂອງສັນຍາ NAFTA, ອາເມລິກາ ແລະ ການາດາ ກໍ່ເຫັນດີ ດຳເນີນການປຶກສາຫາລືລະອຽດກ່ຽວກັບສັນຍາ NAFTA ເພື່ອແນໃສ່ຊຸກຍູ້ການຮັບຮອງເອົາເອກະສານສະບັບໃຫມ່. ວິວັດທະນາການເຈລະຈາ ພັດມີຄວາມງ່າຍດາຍກວ່າຫລາຍ ພາຍຫລັງຂໍ້ຕົກລົງເບື້ອງຕົ້ນລະຫວ່າງ ອາເມລິກາ ແລະ ເມຊິກໂກ, ຄວາມມານະພະຍາຍາມຂອງ ເມຊິກໂກ ໄດ້ຊ່ວຍໃຫ້ ການາດາ ມີການເຈລະຈາແທດຈິງ ແລະ ມີຜົນປະໂຫຍດຕໍ່ ອາເມລິກາ ໃນອາທິດນີ້.

ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ໄດ້ໃຫ້ຂໍ້ສັງເກດວ່າ ການາດາ ແລະ ອາເມລິກາ ອາດຈະບັນລຸໄດ້ຂໍ້ຕົກລົງທີ່ການເຈລະຈາໃນວັນທີ 31 ສິງຫາ. ເປັນອັນວ່າ ພາຍຫລັງຫລາຍອາທິດທີ່ບໍ່ເຂົ້າຮ່ວມການເຈລະຈາຢູ່ ວໍຊິງຕັນ, ການາດາ ກັບຄືນສູ່ການເຈລະຈາ ແລະ ນີ້ອາດຈະແມ່ນກຳລັງຫນູນສ້າງບາດກ້າວບຸກທະລຸໃນວິວັດການເຈລະຈາທີ່ຊັກຊ້າ ຢຸດສະງັກໃນໄລຍະຍາວ.

ແງ່ຫວັງບັນລຸສັນຍາ NAFTA ລະຫວ່າງສາມຝ່າຍ ຄື: ອາເມລິກາ, ການາດາ ແລະ ເມຊິກໂກ ພວມນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງ. ວົງການນັກລົງທຶນປາດຖະຫນາວ່າ ດ້ວຍທ່ວງທ່າຄວາມຄືບຫນ້ານີ້ ການາດາ ຈະຍອມຮັບການປະນິປະນອມບາງຜົນປະໂຫຍດໃນຂະແຫນງປຸງແຕ່ງໄຂ່, ນ້ຳນົມ, ແມ່ນບັນຫາໃຫຍ່ລະຫວ່າງ ອາເມລິກາ ແລະ ການາດາ ໃນການເຈລະຈາສັນຍາ NAFTA ປະກອບສ່ວນສ້າງສັນຍາ NAFTA ສະບັບໃຫມ່, ຮັກສາສະຖຽນລະພາບໃນການຮ່ວມມືດ້ານການຄ້າ 3 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ