ປີ 2018 - ດ້ວຍບັນດາຄວາມມານະພະຍາຍາມຍູ້ໄວລັດຖະບານເອເລັກໂຕນິກ

(VOVWORLD) - ປີ 2018 ແມ່ນຮັບຮູ້ບັນດາບາດກ້າວໃໝ່ຂອງລັດຖະບານ ຫວຽດນາມ ໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ. ນັ້ນແມ່ນສິ່ງສະແດງໃຫ້ເຫັນການປ່ຽນແປງໃນຄວາມຮັບຮູ້ ແລະ ການກະທຳຈາກສູນກາງລົງຮອດບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

ປີ 2018 - ດ້ວຍບັນດາຄວາມມານະພະຍາຍາມຍູ້ໄວລັດຖະບານເອເລັກໂຕນິກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

(ພາບ: VGP/Quang Hiếu)

ສິ່ງນີ້ ໄດ້ປະກອບສ່ວນຍົກສູງລັກສະນະໂປ່ງໃສໃນການເຄື່ອນໄຫວຂອງລັດຖະບານ, ການພັດທະນາເສດຖະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງລະດັບຊາດ

        ເມື່ອທຽບໃສ່ປີ 2017, ເລື່ອງຜັນຂະຫຍາຍລັດຖະບານເອເລັກໂຕນິກ ປີ 2018 ມີບັນດາບາດກ້າວຢ່າງແຮງ, ໄດ້ຮັບການປະຕິບັດຢູ່ໃນຫລາຍລະດັບຄື: ສະເໜີຕົວຄະນະກຳມະການລັດຖະບານເອເລັກໂຕນິກ ໂດຍນາຍົກລັດຖະມົນຕີເປັນຫົວໜ້າ, ຍູ້ແຮງການປະຕິບັດບັນດາລະບຽບການບໍລິຫານໃນຫລາຍຂົງເຂດໂດຍຜ່ານທາງອິນເຕີເນັດຢູ່ບັນດາທ້ອງຖິ່ນ…

ບັນດາການກະທຳຂ້ຽວຂາດ

       ຈຸດພົ້ນເດັ່ນສຳຄັນໃນການສ້າງລັດຖະບານເອເລັກໂຕນິກປີ 2018 ແມ່ນເລື່ອງ ສະເໜີຕົວຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກໂດຍນາຍົກລັດຖະມົນຕີເປັນຫົວໜ້າ. ຄະນະກຳມະການມີໜ້າທີ່ສ້າງຍຸດທະສາດ, ນະໂຍບາຍ, ສ້າງສະພາບແວດລ້ອມດ້ານນິຕິກຳ ເພື່ອຊຸກຍູ້ການສ້າງລັດຖະບານເອເລັກໂຕນິກມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ສ້າງຄວາມສະດວກໃຫ້ແກ່ເລື່ອງຜັນຂະຫຍາຍການປະຕິວັດອຸດສາຫະກຳຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ:

        ພວກເຮົາຢາກສະແດງໃຫ້ເຫັນຈິດໃຈ, ຄວາມຕັດສິນໃຈດ້ານການເມືອງສູງ ແລະ ແກ້ໄຂບັນດາສິ່ງຕິດຂັດຢ່າງຂ້ຽວຂາດ ເພື່ອກ້າວໄປເຖິງການສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ສຳເລັດຜົນ, ຍົກລະດັບລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ດີທີ່ສຸດ.

        ແລະກໍ່ໃນປີ 2018, ເລື່ອງປະຕິບັດລັດຖະບານເອເລັກໂຕນິກມີບັນດາການປ່ຽນແປງສຳຄັນທີ່ສຸດ, ມີລັກສະນະລະບົບກ່ວາ. ຫວຽດນາມ ໄດ້ມີບັນດາລະບົບທີ່ມີລັກສະນະລະດັບຊາດ, ຕົວຢ່າງຄື: ລະບົບພາສີອາກອນ, ລະບົບກ່ຽວກັບການຈົດທະບຽນວິສາຫະກິດ ແລະ ຫວ່າງແລ້ວນີ້ ແມ່ນການຜັນຂະຫຍາຍລະບົບເອກະສານເອເລັກໂຕນິກໃນທົ່ວປະເທດ ເຊື່ອມຕໍ່ບັນດາແຂວງ, ນະຄອນທັງໝົດກັບ 26/30 ກະຊວງ, ຂະແໜງການ. ນັບແຕ່ເດືອນ ພຶດສະພາ ຜ່ານມາ, ຫ້ອງວ່າການລັດຖະບານໄດ້ເລີ່ມຕົ້ນການປະຕິບັດຫ້ອງການບໍ່ນຳໃຊ້ເອກະສານ. ຕາມນັ້ນແລ້ວ, ລາຍເຊັນດີຈີຕອນ ແລະ ສຳເນົາເອກະສານທັງໝົດໄດ້ຮັບການແກ້ໄຂໃນທາງອິນເຕີເນັດ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ຕີລາຄາວ່າ:

        ໃນໄລຍະຜ່ານມາ, ພວກເຮົາບັນລຸໄດ້ບາງມາດຕະການກ່ຽວກັບການສ້າງລັດຖະບານເອເລັກໂຕນິກ ແລະ ສ້າງໄດ້ລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບການຄຸ້ມຄອງວິສາຫະກິດ, ກ່ຽວກັບການປະກັນສັງຄົມ ແລະ ສະໜອງໄດ້ການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີເນັດລະດັບ 4, ລະດັບ 3 ເຊັ່ນການຈົດທະບຽນວິສາຫະກິດ, ແຈ້ງພາສີ.

ປະສິດທິຜົນ

       ປັດຈຸບັນ ຫວຽດນາມ ມີການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີເນັດລະດັບ 3 ແລະ ລະດັບ 4 (ບັນດາການພົວພັນຕິດຕໍ່ ແລະ ການສົ່ງຜົນແມ່ນໄດ້ປະຕິບັດຜ່ານທາງອິນເຕີເນັດໄດ້) ນຳເຂົ້າການເຄື່ອນໄຫວເປັນປົກກະຕິ, ມີປະສິດທິຜົນ. ບັນດາການບໍລິການສາທາລະນະຜ່ານທາງເຄືຍຂ່າຍອິນເຕີເນັດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຮັບການນຳໃຊ້ຈາກປະຊາຊົນ, ວິສາຫະກິດດ້ວຍຈຳນວນສຳເນົາເອກະສານໄດ້ຮັບ ແລະ ແກ້ໄຂຢ່າງຫລວງຫລາຍຄື: ກະຊວງຕຳຫລວດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ, ນະຄອນ ຮ່າໂນ້ຍ…ສິ່ງນີ້ ໄດ້ນຳມາເຊິ່ງຜົນປະໂຫຍດໃຫຍ່ຫລວງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ທ່ານ ຟານແທງເຊີນ, ກຸ່ມບໍລິສັດ FPT ຕີລາຄາວ່າ:

        ເວົ້າລວມແລ້ວແມ່ນດີຫຼາຍ. ປະຊາຊົນບໍ່ຕ້ອງມາແຈ້ງໂດຍກົງ ດັ່ງນັ້ນຫລຸດຜ່ອນຄ່າໃຊ້ຈ່າຍສັງຄົມໄດ້, ເປັນຕົ້ນແມ່ນການຈົດທະບຽນດຳເນີນທຸລະກິດໄດ້ຫລຸດຜ່ອນເວລາຫຼາຍ ຫຼື ເອົາການເສຍພາສີ, ເວລາເຮັດລະບຽບການພາສີກໍ່ເຊັ່ນດຽວກັນ. ບັນດາສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂພັດທະນາສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ປີ 2018 - ດ້ວຍບັນດາຄວາມມານະພະຍາຍາມຍູ້ໄວລັດຖະບານເອເລັກໂຕນິກ - ảnh 2 ພາບປະກອບ

        ດ້ວຍບັນດາຄວາມມານະພະຍາຍາມໃນການສ້າງລັດຖະບານເອເລັກໂຕນິກ, ປີ 2018, ຫວຽດນາມ ຖືກຈັດເຂົ້າກຸ່ມທີ່ມີດັດຊະນີການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີເນັດ OSI (Online Services Index) ແລະ ດັດຊະນີເຂົ້າຮ່ວມເອເລັກໂຕນິກ (E-Participation Index) ຢູ່ລະດັບສູງຈາກສະຫະປະຊາຊາດ. ຍ້ອນເຫດນັ້ນ, ປີ 2018, ຫວຽດນາມ ໄດ້ເພີ່ມຂຶ້ນ 1 ຂັ້ນກ່ຽວກັບລັດຖະບານເອເລັກໂຕນິກ ເມື່ອທຽບໃສ່ການສຳຫລວດຂອງສະຫະປະຊາຊາດປີ 2016 (88/193 ປະເທດ, ເຂດແຄ້ວນ). ໃນກຸ່ມບັນດາປະເທດພາກພື້ນ ອາຊຽນ, ຫວຽດນາມ ຢືນອັນດັບທີ 6 ຖັດຈາກ ສິງກະໂປ, ມາເລເຊຍ, ຟີລິບປີນ, ໄທ ແລະ ບຣູໄນ.

        ເລື່ອງຜັນຂະຫຍາຍລັດຖະບານເອເລັກໂຕນິກແມ່ນທ່າອ່ຽງຈຳເປັນທີ່ບໍ່ອາດຂາດໄດ້. ບັນດາຄວາມມານະພະຍາຍາມສ້າງລັດຖະບານເອເລັກໂຕນິກໃນປີ 2018 ແມ່ນບັນດາບາດກ້າວຈຳເປັນ ເພື່ອໃຫ້ ຫວຽດນາມ ປະຕິບັດເປົ້າໝາຍນອນໃນກຸ່ມ 4 ປະເທດແຖວໜ້າ ອາຊຽນ ກ່ຽວກັບດັດຊະນີການພັັດທະນາລັດຖະບານເອເລັກໂຕນິກຂອງສະຫະປະຊາຊາດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ