ປະຖົມປັດໄຈຊຸກຍູ້ການສ້າງຄາດໝາຍ Bogor ໃຫ້ສຳເລັດໃນປີ 2020

(vovworld) - ​​ການ​ສ້າງ​ຄາດໝາຍ Bogor ​ກ່ຽວ​ກັບ​ຫັນ​​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ​ໃຫ້​ສຳ​ເລັດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ແຖວ​ໜ້າ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ APEC. ​ທີ່​ກອງ​ປະ​ຊຸມ​ບັນ​ດ​າ​ເຈົ້າ​ໜ້າ​ທີ່ ອາ​ວຸ​ໂສ APEC 2017 ຄັ້ງ​ທີ 1 (SOM 1) ແລະ ກອງ​ປະ​ຊຸມ​​ຕ່າງໆທີ່​ກ່ຽວ​ຂ້ອງ, ຢູ່​ນະ​ຄອນ ຍາ​ຈ​າງ, ແຂວງ​ແຄ໋ງ​ຮ່​ວາ, ບັນ​ດາ​ຜູ້​ແທນ​ໄດ້​ສະ​ແດງ​ໃຫ​້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫານີ້ ແລະ ມີ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ​ປີ​ APEC 2017 ຈະ​ຍົກ​ອອກ​​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່ມ​ຫຼາຍ​ຢ່າງເພື່ອ​ຊຸກ​ຍູ້​ວິ​ວັດ​​ທະ​ນາການນີ້.

 ປະຖົມປັດໄຈຊຸກຍູ້ການສ້າງຄາດໝາຍ Bogor ໃຫ້ສຳເລັດໃນປີ 2020 - ảnh 1
(ພາບ​ປະ​ກອບ​ຈາກ: Trần Việt/TTXVN)


       
ຍັງ​ມີເວ​ລາພຽງ 3 ປີ​ອີກ, ໝາຍ​ຄວາມ​ວ່າໃນ​ປີ 2020,  APEC ຈະ​​ຕ້ອງສ້າງ​ຄາດ​ໝາຍ Bogor ​ເຊິ່ງບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​​ໄດ້ເຫັນ​ດີ​ເປັນ​ເອ​ກະ​ສັນ​ແຕ່​ປີ 1994 ໃຫ້ສຳ​ເລັດ. ຕາມນັ້ນ​ແລ້ວ, APEC ໄດ້​ຮັບ​​ກຳ​ນົດ​ອາດ​ຈະ​ກາຍ​ເປັນ​ເຂດ​ເສ​ລີ ແລະ ເປີດ​ປະ​ຕູ​​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ອະ​ນາ​ຄົດ. ​ຄາດ​ໝາຍ Bogor ໄດ້​ວາງ​ອອກວິ​ວັດ​ທະ​ນາ​ການ​ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ພັດ​ທະ​ນາ​ແມ່ນ​​ເຖິງ​ປີ 2010 ແລະ​ ສຳ​ລັບບັນ​ດາ​ສະ​ມາ​ຊິກ​ພວມ​ພັດ​ທະ​ນາ​ແມ່ນ​​ເຖິງປີ 2020.

ສິ່ງ​ທ້າ​ທາຍ​ເຊິ່ງຄາດ​ໝາຍ Bogor ຕ້ອງ​ປະ​ເຊີນ​ໜ້າ

       ປະ​ຈຸ​ບັນ, ຄາດ​ໝາຍ Bogor ​ໄດ້​​ສຳ​ເລັດ​ໄລ​ຍະ​ທຳ​ອິດແລ້ວ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄລ​ຍະຫຼັງ​ຂອງ​ຄາດ​ໝາຍນີ້​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ທີ່​ໜຶ່ງ​ແມ່ນ​ຍ້ອນ​ລັກ​ສະ​ນະຫຼາຍ​ຮູບ​ຫຼາຍ​ແບບ ແລະ ສັບ​ສົນ​ຂອງ​ພາກ​ພື້ນ​​ສຳ​ລັບ​ບັນ​ດາ​ປະ​ເທດ​ມີ​ໂຄງ​ປະ​ກອບ​ເສດ​ຖະ​ກິດກໍ່​ຄື​ມີລະ​ດັບ​ການ​ພັດ​ທະ​ນາ​​ທີ່ແຕກ​ຕ່າງ​ກັນ​ທີ່​ສຸດ. ດັ່ງ​ນັ້ນ, ບັນ​ດາ​ບຸ​ລ​ິ​ມະ​ສິດ​ພັດ​ທະ​ນາ​ເສດ​ຖະ​ກິດກໍ່​ຄື​ວິ​ທີ​​ເຕື້ອງ​ເຖິງ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກກໍ່​ແຕກ​ຕ່າງ​ກັນ. ທີ​ສອງ​ແມ່ນ, ຍ້ອນ​ລັກ​ສະ​ນະ​ບໍ່​​ບັງ​ຄັບ​ຂອງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍານັ້ນ ດັ່ງ​ນັ້ນ ໃນ​ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ​ການ​ຫັນ​ການ​ຄ້າ ແລະ ການ​ຮ່ວມ​ມື​, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກເປັນ​ເສ​ລີ, ຈະ​ເກີດ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມບໍ່​ລົງ​ລອຍ​ກັນ. ສຸດ​ທ້າຍ​ແມ່ນບັນ​ດາ​ປັດ​ໄຈ​​ປອດ​ເສດ​ຖະ​ກິດຄື: ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫ​ວັດ​ສາດ, ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນ​ຄົງ… ກໍ່​ຈະ​ສົ່ງ​ຜົນ​ກະ​ທົບ​ໃດ​ໜຶ່ງ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ ກໍ່​ຄື​​ວິ​ວັດ​​ແຫ່ງ​ການ​ຫັນ​ການ​ຄ້າ ແລະ ການ​ລົງ​ທຶນ​ຢູ່​ພາກ​ພື້ນ​ເປັນ​ເສ​ລີ. ທ່ານ​ປະ​ລິ​ຍາ​ເອກ Alan Bolard, ຜູ້​ອຳ​ນວຍ​ກາ​ນ​ຄະ​ນະ​ເລ​ຂາ APEC ​ສາ​ກົນ​ໃຫ້​ຮ​ູ້​ວ່າ: ວິ​ວັດທະ​ນາ​ການ​ປະ​ຕິ​ບັດຄາດ​ໝາຍ Bogor ພ​ວມ​​ຊັກ​ຊ້າ​ລົງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Alan ກໍ່​ຢັ້ງ​ຢືນ​ວ່າ: ເຖິງວ່າ​ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງກໍ່​ຕາມ, ແຕ່ APEC ຈະ​ບໍ່​ປະ​ລະ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ຄາດ​ໝາຍ Bogor ​ໃຫ້ຖືກ​ຕາມ​ກຳ​ນົດ​ເວ​ລາ:

        “ໃນຫຼາຍ​ປີ​ມານີ້, ວິ​ວັດ​​ທະ​ນາການ​ປະ​ຕິ​ບັດ​​​ຄາດໝາຍ Bogor ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກພໍ​ສົມ​ຄວນ ແລະ ມີ​ສັນ​ຍາ​​ນ​ຊັກ​ຊ້າ​ລົງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນີ້​ແມ່ນ​​ຄາດ​ໝາຍ​ແຖວ​ໜ້າ​ຂອງ APEC, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ມຸ່ງ​ໄປ​ເຖິງ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ເສ​ລີ ແລະ ເປີດ​ປະ​ຕູ. ດັ່ງ​ນັ້ນ, APEC ພວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ປ​ະ​ຕິ​ຮູບ​ລະ​ບອບ, ກົນ​ໄກ, ການ​ຮ່ວມ​ມື​ຊາຍ​ແດນ… ເພື່ອ​ໃຫ້​ຄາດໝາຍນີ້​ປະ​ສົບ​ຜົນ​ສຳ​ເລັດ ເຖິງວ່າ​ຍັງ​ມີຫຼາຍ​ບັນ​ຫາ​ກ່ຽວ​ກັບ​ວິ​ຊາ​ສ​ະ​ເພາະ​ຈຳ​ເປັນຕ້ອງ​ນຳ​ມາ​ປຶກ​ສາ​ຫາ​ລື.”

ປະ​ລິ​ຍາ​ເອກ Alan ​ຫວັງ​ວ່າບັນ​ດາ​ກອງ​ປະ​ຊຸມ​ໃນ​ຂອບ​ເຂດ​ປີ APEC 2017 ຢູ່ຫວຽດ​ນາມ, ບັນ​ດາ​ສະ​ມາ​ຊິກ​ຂອງ APEC ຈະ​ຍົກ​ອອກ​ຫຼາຍ​ຂໍ້​ລິ​ເລີ່ມ, ມາດ​ຕະ​ການ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຍູ້​ໄວ​ວິ​ວັດ​ການ​ປະ​ຕິ​ບັດຄາດ​ໝາຍ Bogor ໃຫ້​ສຳ​ເລັດ.

APEC 2017 ມຸ່ງ​ໄປ​ເຖິງ​ຊຸກ​ຍູ້​ຄາດ​ໝາຍ Bogor

       ເຖິງວ່າ, ​ຄາດ​ໝາຍ Bogor ບໍ່​ແມ່ນ​ຈຸ​ດ​ສ​ຸມ​ຂອງ​ປີ APEC 2017 ເຊິ່ງ ຫວຽດ​ນາມ ເປັນ​ປະ​ເທດ​ເຈົ້າ​ພາບກໍ່​ຕາມ, ແຕ່​ບຸ​ລິ​ມະ​ສິດ 4 ຢ່າງ​ເຊິ່ງ ຫວຽດ​ນາມ ສະ​ເໜີ ກໍ່​ມີ​ເນື້ອ​ແທ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​​ດ້ານການ​ຄ້າ ແລະ ການ​ລົງ​ທຶນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ຈຸ​ດ​ເລີ່ມ​ຕົ້ນ​ຕ່ຳ ມີ​ການ​ເຕີບ​ໂຕໝັ້ນ​ຄົງ​ກ່​ວາ. ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຫວໍ​ຈີ໋​ແທ່ງ, ຖື​ວ່າ: ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ປີ 2017 ໄດ້​ຮັບ​​ຕີ​ລາ​ຄາ​ວ່າ​ມີ​ຫົວ​ຄິດ​ປ​ະ​ດິດ​ສ້າງ, ຍ້ອນ​ວ່າ​ໄດ້​ເຮັດ​ໃຫ້ເລື່ອງ​ນຳ​ບັນ​ດາ​ນະ​ໂຍ​ບາຍ​ຂອງ APEC ​ລົງ​ສູ່​ວິ​ສາ​ຫະ​ກິດແຕ່​ລະແຫ່ງ, ປະ​ຊາ​ຊົນ​ແຕ່​ລະ​ຄົນ​ປະ​ກົດ​ຜົນເປັນ​ຈິງ:

        “​ຫວຽດ​ນາມ ຢາກ​ຫັນ​ຄາ​ດໝ​າຍນີ້​ເປັນ​ລະ​ອຽດ​ຢູ່​ໃນ 2 ລະ​ດັບ: ນັ້ນ​ແມ່ນ​ແນວ​​ຄວາມ​ຄິດ, ນະ​ໂຍ​ບາຍ, ການ​ຮ່ວມ​ມື ແລະ ການ​ແບ່ງ​ປັນ. ອັນທີ​ສອງ​ ເຊິ່ງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ຂອງ APEC ​ນັ້ນແມ່ນ​ການ​ເຄ​ືຶ່ອນ​ໄຫວ​ຂອງ​ຕະຫຼາດ, ການ​ເຄື່ອນ​ໄຫວ​ຂອງ​ສັງ​ຄົມ, ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ, ຕິ​ດ​ພັນ​ກັບ​ສະ​ພາບ​ຕົວ​ຈິງ​ທີ່ພວມ​​ເກີດ​ຂຶ້ນ​ເຮັດ​ແນ​ວ​ໃດ​​ເພື່ອ​ໃຫ້ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ APEC, ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ກາ​ລະ​ໂອ​ກາດ​​ນັ້ນຕິ​ດ​ພັນ​ກັບ​ປະ​ຊາ​ຊົນແຕ່​ລະ​ຄົນ, ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ.”

        ໃນ​ການ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ເມື່ອ​ຕົ້ນ​ປີນີ້, ທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ກໍ່​ເນັ້ນ​ໜັກ​ວ່າ:

        “ສຳ​ລັບ​​ຄາດໝາຍ Bogor, ຫວຽດ​ນາມ ເປັນ​ປະ​ເທດ​ເຈົ້າ​ພາບ APEC ໃນ​ໄລ​ຍະ​ຕັດ​ສິນ​ຊີ້​ຂາ​ດ, ນັ້ນ​ແມ່ນ​​ຄາດ​ໝາຍ Bogor ກ່ຽວ​ກັບ​ການ​ຫັນ​ການ​ຄ້າ, ການ​ລົງ​ທຶນ​ເປັນ​ເສ​ລີ​ໃຫ້​ສຳ​ເລັດໃນປີ 2020. ສິ່ງ​ສຳ​ຄັນ​ກ່​ວານັ້ນ​ແມ່ນ​ຢູ່ APEC 2017, ພວກ​ເຮົາ​ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງວິ​ໄສ​ທັດຫຼັງ​ປີ 2020, ໝາຍ​ຄວາມ​ວ່າ ກ້າວເຂົ້າ​ສູ່​​ທົດ​ສະ​ວັດທີ 4, ນັບແຕ່​ APEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອປີ 1989 ມາ​ຮອດ​ປະ​ຈຸ​ບັນ. ປະ​ຕິ​ບັດ​​​ຄາດໝາຍ Bogor ​ໄດ້ແລ້ວ, ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ພາຍຫຼັງ Bogor?”

        ປີ APEC 2017 ຫາກໍ່​ເລີ່ມ​ຕົ້ນ, ຍັງ​ມີວາ​ລະ​ປຶກ​ສາ​ຫາ​ລື, ​ການ​ເຈ​ລະ​ຈາ​ຫຼາຍ​ຄັ້ງກ່ຽວ​ກັບ​ອະ​ນາ​ຄົດ​ແຫ່ງ​ການ​​ພັດ​ທະ​ນາ​ຂອງ APEC ຈະ​ດຳ​ເນີນ​ໃນ​ປີນີ້. ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ການ​ນຳ APEC ແລະ ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຊຸກ​ຍູ້​ການ​ສ້າງ​ບັນ​ດາ​​ຄາດ​ໝາຍ Bogor ກ່ຽວ​ກັບ​ການ​ຫັນ​ການ​ຄ້າ, ແລະ ການ​ລົງ​ທຶນ​ເປັນ​ເສ​ລີ​ໃຫ​້​ສຳ​ເລັດໃນ​ປີ 2020​, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງວິ​ໄສ​ທັດ​ການ​ຮ່ວມ​ສຳ​ພັນ​ພາກ​ພື້ນ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ພ້ອມ​ກັນ​​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກວມ​ລວມ​ໃນ​ສະ​ຕະ​ວັດ​ທີ 21.


ຂ່າວ/ບົດ​ອື່ນ