ພັກກອມມູນິດຫວຽດນາມ ເຊີດຊູຜົນປະໂຫຍດປະເທດຊາດຢ່າງສຸດຂີດໃນການຮ່ວມມືກັບສາກົນ


(vovworld)- ຮ່າງ​ເອ​ກະ​ສາ​ນ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ(ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ຂອງ​ພັກ) ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຈຸດ​ໝາຍ​ຂອງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ ແມ່ນ “ຮັບ​ປະ​ກັນ​ຜົນ​ປະ​ໂຫ​ຍດ​ຂອງ​ປະ​ເທດ​ຊາດ​ຢ່າງ​ສຸດ​ຂີດ ບົນ​ຫລັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ສະ​ເຫມີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ”. ຈຸດ​ໝາຍນີ້​ຖືກ​ຍົກ​ອອກ​ມາ​ໂດ​ຍ​ອີງ​ໃສ່​ບັນ​ດາ​ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ສອດ​ຄ່ອງ​ກັບ​ສະ​ຖາ​ນະ​ການ ແລະ​ສະ​ພາບ​ການ​ໃຫມ່. ບົດ​ຂຽນ​ຂອງ​ນັກ​ຂ່າວ ເຮືອງ​ຢາງ ກ່ຽວ​ກັບ​ການ​ທົບ​ທວນ​ຄືນ​ບັນ​ດາ​ໝາກ​ຜົນ​ການ​ຕ່າງ​ປະ​ເທດ ຊື່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ 5 ປີ​ຜ່ານ​ມາ ກໍ​ຄື​ຄ​ວາມ​ໝາຍ​ຂອງ​ການ​ເຊີດ​ຊູ​ຜ​ົນ​ປະ​ໂຫຍດ​ຂອງ​ ປະ​ເທດ​ຊາດ​ໃນ​ການ​ຮ່ວມ​ມື​ກັບ​ສາ​ກົນ.

        ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​​ສອງ​ຝ່າຍ ແລະ ຫລາຍ​ຝ່າຍຢ່າງ​ຄົບ​ຊຸດ ແລະ ຮອບ​ດ້ານໂດຍ​ອີງ​ໃສ່​ການ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ການ​ພົວ​ພັນ​ກັບຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ການ​ພົວ​ພັນ​ກັບຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດຂອງປະ​ຊາ​ຊົນ.

ພັກກອມມູນິດຫວຽດນາມ ເຊີດຊູຜົນປະໂຫຍດປະເທດຊາດຢ່າງສຸດຂີດໃນການຮ່ວມມືກັບສາກົນ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
ພາບ:laocai.vn

        ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ໃນ 5 ປີ​ຜ່ານ​ມາ ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ

        ໃນໄລ​ຍະ 5 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ສຳ​ເລັດ​ການ​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​​​ເກືອບປະ​ເທດ​ທີ່​ມີຜົນ​ສະ​ທ້ອນ​ໃຫຍ​່​ເຖິງ​ພາກ​ພື້ນ ແລະ ໃນ​ໂລກ. ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 8 ປະ​ເທດ, ຍົກ​​ການ​ພົວ​ພັນ​ກັບ 2 ປະ​ເທດຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫລື ເລິກ​ເຊິ່ງກວ້າງ​ຂວາງ​, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ 3 ປະ​ເທດ. ພິ​ເສດ ໃນ 5 ປີ​ຜ່ານ​ມາ, ຫວຽດ​ນາມ​ໄດ້​ເຊື່ອມ​ໂຍງ​​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໂລກຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານກວ່າ​ ຄື: ສຳ​ເລັດ 3 ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ (FTA) ລຸ້ນ​ໃຫມ່ ກັບ​ສ​ເກົາ​ຫລີ, ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ແລະ ສະ​ຫະ​ພາບ​ເອີ​ລົບ. ສຳ​ລັ​ບ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC), ຫວຽດ​ນາມ ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ບຸ​ລິມ​ະ​ສິດ ເພື່ອ​ປະ​ຕິ​ບັດ​ແຜນ​ການ​ສັງ​ລ​ວມ​ກ່ຽວ​ກັບ​ການ​ສ້າງ AEC. ເດືອນ 10/2015, ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ(TPP).

        ສຳ​ລັບ​ບັນ​ດາ​ບັນ​ຫາ​ສັບ​ສົນ, ໃນ​ນັ້ນ ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຫວຽດ​ນາມ ມີ​ຫລາຍ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ​ແກ້​ໄຂ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ສາ​ກົນ. ບັນ​ລຸ​ໄດ້ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ ຍ້ອ​ນ ຫວຽດ​ນາມ ຢືດ​ໝັ້ນ​ຈຸດ​ໝາຍ​ການ​ຕ່າງ​ປະ​ເທດ “ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ເພື່ອ​ປະ​ເທດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມ ຮັ່ງ​ມີ​ເຂັ້ມ​ແຂງ”. ຈຸດ​ໝາຍ​ນີ້​ຈະ​ໄດ້​ສືບ​ທອດ​ໃນ​​ອາ​ຍຸ​ການ ຊຸດ​ທີ 12 ບົນພື້ນ​ຖານ​ສູງກວ່າ. ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ ກ່ອນ​ດຳ​ເນີນ ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ຂອງ​ພັກ, ທ່ານ ຮ່​ວາງບ​ີງກວນ, ຫົວ​ຫນ້​າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ເນັ້ນ​ຫນັກ​ວ່າ:

        “ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ຕ່າງ​ປະ​ເທດ, ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ຈຸດ​ໝາຍ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແມ່ນ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ ຂອງ​ປະ​ເທດ​ຊາດຢ່າງ​ສຸດ​ຂີດ ບົນ​​ບັນ​ດາ​ຫລັກ​ການພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ​ມີ​ຄວາມສະ​ເຫມີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ແມ່ນຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເປັນ​ເພື່ອນ​ມິດ, ແມ່​ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ ເພື່ອ​ຮັບ​ໃຊ້​ຈຸດ​ໝາຍ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຍາດ​ແຍ່ງ​ບັນ​ດາ​ແຫລ່ງ​ກຳ​ລັງ​ຈາກ​ພາຍນອກ​ຢ່າງ​ສຸດ​ຂີດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊ​າດ.”

        ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ປະ​ເທດ​ຊາດ​ຢ່າງ​ສຸດ​ຂີດ ແມ່ນ​ຄຳ​ຮຽກ​ຮ້ອງ​ສຳ​ລັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ 5 ປີ​ຈະ​ມາ​ເຖິງ

        ທ່ານ ບຸ່ຍ​ຮົ່ງ​ຟຸກ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີນ ຖື​ວ່າ: ຮ່າງ​ເອ​ກະ​ສານ ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ຂອງ​ພັກ ໄດ້​ຍົກ​ອອກ​ບັນ​ຫາ​ຈຳ​ນວນ​ຫນຶ່ງ​ທີ່​ເລິກ​ເຊິ່ງ, ມີ​ຄວາມ​ໝາຍ. ນັ້ນ​ແມ່ນ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ຢ່າງ​ສຸດ​ຂີດ ທັງ​ແມ່ນ​ຈຸດ​ໝາຍ, ທັງ​ແມ່ນ​ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​ສຳ​ລັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ 5 ປີ​ຈະ​ມາ​ເຖິງ. ທັດ​ສະ​ນະ​ນີ້​ແມ່ນ​ເຊື່ອມ​ຊຶມ​ແນວ​ຄິດ​ໂຮ່​ຈິ​ມີນ​ໃນ​ບັນ​ຫາ​ຊົນ​ຊາດ ແລະ ເໝາະ​ສົມ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ.

        “ປະ​ເທດ​ຊາດ​ພວມ​ຢືນຢ​ູ່​ຕໍ່​ຫນ້າ 2 ຫນ້າ​ທີ່​ໃຫຍ່​ສຸດ, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ. ນັ້ນ​ແມ່ນ​ຕ້ອງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ. ທີ​ສອງ ແມ່ນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໃນ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ພວມ​ສັບ​ສົນ, ຍາກທີ່​ຄາດ​ຄະ​ເນ​ໄດ້. ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ຖື​ຜົນ​ປະ​ໂຫຍດ​ ຂອງ​ປະ​ເທດ​ຊາດ ເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່ ເພາະ​ວ່າ ປະ​ຈຸບ​ັນ ບັນ​ດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ປະ​ຕິ​ບັດ​ຄື​ແນວນັ້ນ. ນັ້ນ​ກໍ​ແມ່ນ​ບົດ​ຮຽນ​ຊື່ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຖອດ​ຖອນ​ມາ​ໄດ້​ໃນ 30 ປີ​ແຫ່ງ​ການ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່.”

        ໃນ​ສະ​ພາບ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ​ພວມ​ຖືກ​ນາບ​ຂູ່, ມີ​ຂົງ​ເຂດ​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ລວມ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ. ພົນ​ຈັດ​ຕະ​ວາ ຫວູ​ຕຽນ​ຈ້ອງ, ຫົວ​ຫນ້າ​ສະ​ຖາ​ບັນ​ການ​ພົວ​ພັນ​ກັບ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັ​ນ​ຊາດ ໃຫ້​ຮູ້​ວ່າ: ວຽກ​ງານ​ພົວ​ພັນ​ກັບ​ຕ່າງ​ປະ​ເທດໃນ​ການ​ປ້ອງ​ກັນ​ຊາດ​ໄດ້​ປະ​ຕິ​ບັດ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເໝີ​ປາຍ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ “ເປັນ​ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກ​ປະ​ເທດ​ໃນ​ປະ​ຊາ​ຄົມ​ໂລກ”. ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ຮ່ວມ​ມື​ປ້ອງ​ກັນ​ຊາດ - ການ​ທະ​ຫານ ກັບ​ທຸກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ປະ​ເທດ​ໃຫຍ່, ບັນ​ດາ​ປະ​ເທດ​ທີ່​ເປັນ​ມູ​ນ​ເຊື້ອ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ພົນ​ຈັດ​ຕະ​ວາ ຫງວຽນ​ຕຽນ​ຈ້ອງ ເວົ້າ​ວ່າ:

        “ພ​ວກ​ເຮົາ​ຮ່ວມ​ມື​ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດ - ກາ​ນ​ທະ​ຫານ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​​ປະ​ເທດ​ຊາດ, ບົນ​ຫລັກ​ການ ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ ພ້ອມ​ທັງ​ປະ​ກອບ​ສ່ວນ​ໃຫ້​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ລວມ​ຂອງ​ພາກ​ພື້ນ, ສ້າງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື ອາ​ຊີ ປາ​ຊີ​ຟີກ ຈະ​ເລີນ​ຮຸ່ງ​ເຮືອງ ແລະ ທຸກປະ​ເທດ​ກໍລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ.”

        ດ້ວຍ​ແຜນ​ນະ​ໂຍ​ບາຍ​ຮ່ວມ​ມື​ຢ່າງ​ຖືກ​ຕ້ອງ​ຂອງ​ຕົນ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ມີ​ຄວາມສະ​ດວກ​ໃຫ້​​ແກ່ການ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ຜື​ນແຜ່ນ​ດິນ, ເຂດ​ທ​ະ​ເລ​ໝູ່​ເກາະ, ປົກ​ປັກ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ