ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ຫວຽດນາມ

(VOVWORLD) -ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດສຳຄັນໃນການສ້າງສາ ແລະ ພັດທະນາພື້ນຖານເສດຖະກິດຫວຽດນາມ, ພິເສດແມ່ນໃນສະພາບຫັນເປັນໂລກາພິວັດຄືໃນປະຈຸບັນ.

ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ຫວຽດນາມ - ảnh 1 ຄວາມສາມາດໃນການຄຸ້ມຄອງທີ່ກ້າວໜ້າ ຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ

ຍົກສູງປະສິດທິຜົນກວ່າ

(ພາບ: BNEWS/TTXVN)

ສັບປະດາ ກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC 2017 ພວມຖືກດຳເນີນຢູ່ນະຄອນໂຮ່ຈິມິນ, ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ໄດ້ພົບປະແລກປ່ຽນ, ຮ່ຳຮຽນ, ແບ່ງປັນບັນດາບົດຮຽນ, ຄວາມຫຍຸ້ງຍາກໃນການພັດທະນາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ລັດຖະບານຫວຽດນາມ ສ້າງບັນດາກົນໄກໜູນຊ່ວຍທີ່ເໝາະສົມໃຫ້ສົມບູນແບບແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ພັດທະນາແບບຍືນຍົງ.

        ປະຈຸບັນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກວມເອົາເກືອບ 98% ຈຳນວນວິສາຫະກິດຂອງຫວຽດນາມ, ປະກອບສ່ວນເຂົ້າ GDP 40%, ປະກອບເຂົ້າງົບປະມານຂອງລັດ 30%, ແກ້ໄຂວຽກເຮັດງານທຳໃຫ້ແກ່ສັງຄົມໄດ້ 50%. ເຖິງຢ່າງໃດກໍ່ຕາມ, ຍ້ອນຂອບເຂດທຶນນ້ອຍ, ສະນັ້ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ ບໍ່ມີເງື່ອນໄຂລົງທຶນເຂົ້າໃນການຍົກລະດັບ, ປ່ຽນໃໝ່ເຄື່ອງຈັກ, ຊື້ເຄື່ອງອຸປະກອນເຕັກໂນໂລຊີທີ່ທັນສະໄໝໄດ້ຫຼາຍ. ວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຊອກຫາ, ແຊກຊຶມເຂົ້າຕະຫຼາດ ແລະ ແຈກຢາຍຜະລິດຕະພັນຍ້ອນຂາດຂໍ້ມູນກ່ຽວກັບຕະຫຼາດ, ວຽກງານການຕະຫຼາດຍັງບໍ່ທັນບັນລຸປະສິດທິຜົນເທື່ອ. ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາຜະລິດຕະພັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຍາກທີ່ຈະບໍລິໂພກໃນຕະຫຼາດ, ກຳລັງດຳເນີນທຸລະກິດຍັງຈຳກັດຢູ່.

        ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ຊອກຫາທິດທາງໃໝ່ໃນສະພາບຫັນເປັນໂລກາພິວັດ

        ທີ່ກອງປະຊຸມສຳມະນາ APEC O2O Forum ໃນສັບປະດາກອງປະຊຸມລັດຖະມົນຕີ ວິສາຫະກິດຂະໜາດກາງ ແລະ ນ້ອຍ APEC 2017, ພວມດຳເນີນຢູ່ນະຄອນໂຮ່ຈິມິນ, ບັນດາຜູ້ແທນທີ່ເຂົ້າຮ່ວມແມ່ນນັກຄຸ້ມຄອງ, ບັນດານັກຊ່ຽວຊານດ້ານເສດຖະກິດ, ນັກປະຖະກະຖາທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ຖືວ່າ: ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕ້ອງມີການກຳນົດທິດຍຸດທະສາດໃນວິວັດການພັດທະນາ. ທ່ານ ເຈີນວັນຟ໋າດ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Robot, ແບ່ງປັນວ່າ.

        “ວິສາຫະກິດຫວຽດນາມ ຕ້ອງເຂົ້າຮ່ວມບັນດາເວທີປາໄສເສດຖະກິດໃຫ້ຫຼາຍກວ່າເກົ່າ, ຍ້ອນປະຈຸບັນແມ່ນໄລຍະເຊື່ອມໂຍງທົ່ວໂລກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຍັງນອນໃນກະແສການຫັນປ່ຽນ. ສະນັ້ນ, ຖ້າຫາກພວກເຮົາບໍ່ກະກຽມໄວ້ລວງໜ້າ ຈະບໍ່ພຽງແຕ່ບໍ່ສາມາດປະເຊີນໜ້າກັບການເຂົ້າຮ່ວມຂອງພື້ນຖານເສດຖະກິດຕ່າງປະເທດ, ຫາກຍັງຕ້ອງເປີດກວ້າງການພົວພັນດ້ານເສດຖະກິດຕາມການພັດທະນາຂອງເສດຖະກິດໂລກອີກດ້ວຍ. ຕ້ອງເຮັດໄດ້ຄືແນວນັ້ນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈຶ່ງມີໂອກາດຄົງຕົວ ແລະ ພັດທະນາ”.

        ມີຫຼາຍປະເທດ, ໃນນັ້ນມີຫວຽດນາມ ພວມຮຽກຮ້ອງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມລະບົບຕອບສະໜອງການບໍລິການ logistics ທົ່ວໂລກ, ຍ້ອນນີ້ແມ່ນໜຶ່ງໃນບັນດາຂະແຫຼງການບໍລິຫານທີ່ມີຄວາມໝາຍສຳຄັນໃນການຄ້າສາກົນ. ທ່ານ ເຈີ່ນຈິ໋ຢຸງ, ຜູ້ອຳນວຍການບໍລິສັດພູມປັນຍາພະລາທິການ, ສະມາຊິກຄະນະບຳລຸງສ້າງຂອງສະຫະສະມາຄົມວິສາຫະກິດ logistics ຫວຽດນາມ ຖືວ່າ: ຂະແໜງ logistics ໄດ້ສ້າງກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ການເຂົ້າຮ່ວມຂອງບັນດາ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງຫວຽດນາມ. ປະຈຸບັນ, ວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ ພວມຕັ້ງໜ້າເຈົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະ ຊອກຮູ້ບົດຮຽນຈາກບັນດາພື້ນຖານເສດຖະກິດອື່ນໆ, ຈາກນັ້ນຈະມີບັນດາມາດຕະການແກ້ໄຂ ແລະ ການກະທຳລະອຽດຕື່ມອີກເພື່ອພັດທະນາ. ຫວຽດນາມ ໄດ້ສ້າງໂຄງການກະທຳແຫ່ງຊາດກ່ຽວກັບການພັດທະນາການບໍລິການ logistics. ທ່ານ ເຈີ່ນຈິ໋ຢຸງ, ໃຫ້ຮູ້ຕື່ມອີກວ່າ.

        “ເພື່ອໃຫ້ວິສາຫະກິດສາມາດເຂົ້າໃຈ ແລະ ສຳພັດໂຄງການດັ່ງກ່າວໄດ້ ແມ່ນຮຽກຮ້ອງຕ້ອງມີບັນດາການເຄື່ອນໄຫວແຕກຕ່າງກັນ. ແບ່ງເປັນແຕ່ລະກຸ່ມ, ຄືກ່ຽວກັບລັດ ຕ້ອງມີບັນດານະໂຍບາຍໃໝ່, ມີລາຍຈ່າຍໃຫ້ບັນດາອົງການຂຶ້ນກັບລັດສົ່ງເສີມບັນດາການເຄື່ອນໄຫວດຶງດູດວິສາຫະກິດເຂົ້າຮ່ວມ”.

ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງພັດທະນາ

        ເລື່ອງສະພາແຫ່ງຊາດຫວຽດນາມ ຮັບຮອງເອົາກົດໝາຍວ່າດ້າຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ລື່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2018, ແມ່ນບາດກ້າວຫັນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການພັດທະນາພາກພື້ນເສດຖະກິດພາກເອກະຊົນປະກົດຜົນເປັນຈິງ, ສ້າງກຳລັງໜູນໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງພັດທະນາ. ກ່າວຄຳເຫັນທີ່ກອງປະຊຸມພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ລັດຖະບານສາມາດຮັບຮູ້ໄດ້ເຖິງບັນດາຮົ້ວກີດຂວາງໃຫ້ແກ່ການພັດທະນາຂອງວິສາຫະກິດ.

        “ເພື່ອໃຫ້ຜະລິດຕະພັນ, ສິນຄ້າອອກສູ່ຕະຫຼາດ ຍັງມີສິ່ງຕິດຂັດຫຼາຍຢ່າງ, ເຮັດໃຫ້ເສຍເວລາຂອງວິສາຫະກິດ. ບັນດາຂໍ້ກຳນົດກ່ຽວກັບການຮັບຮູ້ວິສາຫະກິດເຕັກໂນໂລຊີສູງ, ວິສາຫະກິດວິທະຍາສາດເຕັກໂນໂລຊີ, ວິສາຫະກິດໃນຂົງເຂດອຸດສາຫະກຳໜູນຊ່ວຍມີຫຼາຍ ແຕ່ຍັງບໍ່ທັນນຳເຂົ້າຊີວິດຕົວຈິງ. ໃນໂອກາດນີ້, ບົນຈິດໃຈທີ່ສ້າງສັນ, ທ່ານນາຍົກລັດຖະມົນຕີຈະຮັບຮອງເອົາ ເພື່ອສ້າງລະບຽບລະບອບການ, ນະໂຍບາຍສະເໝີພາບລະຫວ່າງພາກລັດ ແລະ ເອກະຊົນ, ເໝາະສົມກັບທຳນຽມສາກົນ”.

        ທ່ານນາຍົກລັດຖະມົນຕີກໍ່ໄດ້ເນັ້ນໜັກວ່າ: ລັດຖະບານຈະສຸມໃສ່ແກ້ໄຂບາງບັນຫາກຸນແຈຄື: ສືບຕໍ່ສ້າງເງື່ອນໄຂໃຫ້ສະພາບດຳເນີນທຸລະກິດທີ່ສະເໝີພາບ, ໃກ້ຊິດສະໜິດສະໜົມ, ສົ່ງເສີມການລົງທຶນ, ຮັບປະກັນການປະຕິບັດກົດໝາຍ. ໃນນັ້ນ, ລັດຖະບານຈະມີມາດຕະການຫຼຸດຜ່ອນລາຍຈ່າຍໃນການຜະລິດດຳເນີນທຸລະກິດໃຫ້ວິສາຫະກິດ…

        ໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ຈະຍົກສູງກຳລັງແກ່ງແຍ້ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເທື່ອລະກ້າວ, ສ້າງບັນດາຜົນງານທີ່ດີທາງດ້ານເຕັກໂນໂລຊີຂອງວິວັດການປະຕິວັດອຸດສາຫະກຳຄັ້ງທີ 4 ໃນລະດັບສູງສຸດ. ໃນນັ້ນ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ ບົນພື້ນຖານເຕັກນິກດິຈີຕອນ ແລະ ພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ບົນພື້ນຖານເຕັກໂນໂລຊີທີ່ທັນສະໄໝ, ຄວາມສາມາດໃນການຄຸ້ມຄອງທີ່ກ້າວໜ້າ ຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງຍົກສູງປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ