ພາລະກຳຂອງສື່ສິ່ງພິມ ແລະ ລາຍການກະຈາຍສຽງ

ໃນ​ສະ​ໄໝ​ທີ່​ສື່ມວນ​ຊົນ​ພວມ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງນັ້ນ, ເພື່ອ​ສືບ​ຕໍ່​ຢັ້ງ​ຢືນ​ພະ​ລັງ​ຊີ​ວິດ​ຂອງ​ຕົນ, ສື່ສິ່ງພິມ ແລະ ລາຍ​ການ​ກະ​ຈາຍສຽງ​ມີ​ວິ​ທີພຽງ​ຢ່າງ​ດຽວ​ເພື່ອ​ດັດ​ປັບ​ຕົນ​ເອງ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ຕົວ​ຈິງ. ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງ​ໃນ​ການ​ຜະ​ລິດ​ລາຍ​ການ ໂດຍ​ໄດ້​ທົດ​ລອງ​ກະ​ຈາຍ​ຄື້ນ​ດ້ວຍມາດ​ຖານ​ເຕັກ​ນິກ​ດີ​ຈີ​ຕອນ: HD, DAB+ ແລະ DRM …ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະ​ໄໝ​ດີ​ຈີ​ຕອນ.

 

ພາລະກຳຂອງສື່ສິ່ງພິມ ແລະ ລາຍການກະຈາຍສຽງ - ảnh 1
                                ຜູ້​ອ່ານ​ພວມ​ຊອກຊື້​ສິ່ງ​ພິມ

      ສື່ສິ່ງພິມໄດ້​ປະ​ກົດ​ຕົວ​ນັບ​ແຕ່​ສະ​ຕະ​ວັດ​ທີ 1 ກ່ອນ ຄ.ສ ດ້ວຍ​ບັນ​ດາ​ໃບ​ຂ່າວ​ໂດຍມະ​ຫາ​ກະ​ສັດ Julius Ceasar ໃຫ້​ຕິດຢູ່​ຕາມ​ສະ​ຖານ​ທີ່​ສາ​ທາ​ລະ​ນະ. ​ບັນ​ດາ​ໃບ​ຂ່າວທີ່​ພິມ​ໃສ່​ເຈັ້ຍ​ສະ​ບັບ​ທຳ​ອິດ​ໄດ້​ປະ​ກົດ​ມີ​ຢູ່​ນະ​ຄອນ Venice ປະ​ເທດ​ອີ​ຕາ​ລີ ໃນ​ທ້າຍ​ສະ​ຕະ​ວັດ​ທີ 16. ສ່ວນລາຍ​ການ​ກະ​ຈາຍສຽງແມ່ນ​ໄດ້​ມີ​ມາ​ແຕ່​ສະ​ຕະ​ວັດ​ທີ 18. ຮອດ​ປີ 1920 ລາຍ​ການ​ໂທ​ລະ​ພາບ​ໄດ້​ປະ​ກົດ​ມີ​ຢູ່​ອາ​ເມ​ລິ​ກາ, ແລ້ວ​ມາຮອດຊຸມ​ປີ 1990 ຂອງ​ສະ​ຕະ​ວັດ​ທີ 20 ໄດ້​ປະ​ກົດ​ມີ​ສື່​ເອ​ເລັກ​ໂຕ​ນິກ ແລະ ປະ​ຈຸ​ບັນ​ກໍ​ໄດ້​ປະ​ກົດ​ມີ​ສື່​ສັງ​ຄົມຜ່ານ​ລະ​ບົບ​ອິນ​ເຕີ​ເນັດຕື່ມ​ອີກ.

    ໃນ​ສັງ​ກາດ​ດີ​ຈີ​ຕອນ ແລະ ອິນ​ເຕີ​ເນັດ, ສື່ສິ່ງພິມ ແລະ ລາຍ​ການ​ກະ​ຈາຍສຽງພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ຕາມ​ບົດ​ລາຍ​ງານ​ຂອງ WAN – IFRA ,ໃນ​ຈຳ​ນວນ​ໄວ​ໜຸ່ມ​ 10 ຄົນ​ໃດ ກໍ​ມີ 7 ຄົນ​ເຄີຍ​ຕິ​ດ​ຕາມ​ຂ່າວ​ໃນ​ແຕ່​ລະ​ວັນ. ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ແຖວ​ໜ້າ​ຂອງ​ແກ່​ຜູ້​ອ່ານ​ໄວ​ນີ້ ກໍ​ແມ່ນ Feabook. ຄວາມ​ຕ້ອງ​ການ ແລະ ວິ​ທີ​ຮັບ​ເອົາ ຂໍ້​ມູນ​ຂ່າວ​ສານຂອງມວນ​ຊົນ​ແມ່ນ​ນັບ​ມື້​ນັບ​ສູງ​ຂຶ້ນ, ມີຫຼາຍ​ຮູບຫຼາຍ​ແບບ. ​ການປະ​ກົດ​ມຕົວ​ຂອງ​ສື່​ສັງ​ຄົມໄດ້​ພາ​ໃຫ້​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ​ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ສື່ມວນ​ຊົນ. ປະ​ຈຸ​ບັນ, ປະ​ຊາ​ຊົ​ນ​ແຕ່​ລະ​ຄົນ​ຕ່າງ​ກໍ​ມີ​ຄວາມ​ສາ​ມາດ​ທັງເປັນ​ນັກ​ຂ່າວ, ນັກ​ບັນ​ນາ​ທິ​ການ, ທັງ​ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການຫຼື​ເປັນ​ເຈົ້າ​ຂອງ​ໜັງ​ສື​ພິມ​ສະ​ບັບ​ໜຶ່ງ​ກໍ​ເປັນ​ໄດ​້. ເຂົາ​ເຈົ້າ​ສາ​ມາດ​ຂຽນ​ຂ່າວ ແລະ ບົດ, ຜະ​ລິດ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ແຜ່​ພາບ, ພິມຈຳ​ໜ່າຍ, ນຳ​ຂຶ້ນ​ເຄື​່ອ​ຂ່າຍ​ອິນ​ເຕີ​ເນັດ ແລະ ຖ້າ​ຫາກ “ເບື່ອ​ໜ່າຍ” ກໍ​ສາ​ມາດ​ເອົາ​ອອກ, ຊ້ຳ​ບໍ​ໜຳ​ກໍ​ສາ​ມາດ​ປິດ​ເວບ​ໄຊ​ຂອງ​ຕົນ, ແລ້ວ​ກໍ​ເປີດ​ເວັບໄຊ​ອື່ນ.

     ໃນ​ໄລ​ຍະ​ທີ່​ສື່ມວນ​ຊົນ​ພວມ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງເຊັ່ນນັ້ນ, ມວນ​ຊົນ​ອາດ​ຈະ​ເລືອກ​ເອົາ​ສິ່ງ​ທີ່​ຕົນ​ເອງ​ມັກ ແລະ ສົນ​ໃຈ. ຍ້ອນ​ເຫດນີ້​ເອງ, ເພື່ອ​ສືບ​ຕໍ່​ຢັ້ງ​ຢືນ​ພະ​ລັງ​ຊີ​ວິດ​ຂອງ​ຕົນ, ສື່ສິ່ງພິມ ແລະ ລາຍ​ການ​ກະ​ຈາຍສຽງ ມີ​ວິ​ທີພຽງ​ຢ່າງ​ດຽວ​ ນັ້ນ​ແມ່ນ​ຕ້ອງ​ດັດ​ປັບ​ຕົນ​ເອງ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ຕົວ​ຈິງ. ການ​ປ່ຽນ​ແປງນັ້ນ ຕ້ອງ​ອີງ​ໃສ່​ບັນ​ດາ​ຄຸນ​ຄ່າ​ທີ່​ໄດ້​ຮັບ​ການຢັ້ງ​ຢືນ​ຂອງ​ບັນ​ດາ​ຮູບ​ການ​ສື່ມວນ​ຊົນ​ນີ້. ສຳ​ລັບສື່ສິ່ງພິມ, ນີ້​ແມ່ນ​ແຫຼ່ງ​ຂໍ້​ມູນ​ຂ່າ​ວ​ສານ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຜູ້​ອ່ານ​ມີ​ຄ​ວາມ​ເຈົ້າ​ການ​ດ້ານ​ເວ​ລາ, ສາ​ມາດ​ອ່ານ​ຢູ່​ທຸກ​ບ່ອນ ແລະ ແລກ​ປ່ຽນ​ກັນ​ອ່ານ. ສຳ​ລັບລາຍ​ການ​ກະ​ຈາຍສຽງ, ນັ້ນ​ແມ່ນ 1 ໃນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ທີ່​ໃຫ້​ຂ່າວ​ຢ່າງວ່ອງ​ໄວ, ມີ​ໄຫວ​ພິບ, ບໍ່​ຈຳ​ກັດ​ພົມແດນ, ສາ​ມາດ​ສື່​ຂ່າວໃຫ້ຫຼາຍ​ຄົນ​ໃນ​ພາບ​ດຽວ, ນັບ​ທັງ​ຜູ້​ພິ​ການ​ຕາ, ຜູ້ບໍ່​ຮູ້​ໜັງ​ສື ແລະ ສາ​ມາດ​ຟັງ​ຢູ່​ທຸກໆ​ບ່ອນ. ຜ່ານລາຍ​ການ​ກະ​ຈາຍສຽງ, ຜູ້​ຟັງ​ຈະ​ມີ​ໂອ​ກາດ​ໄດ້​ຮ່ຳ​ຮຽນ, ຮັບ​ເອົາ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ ກໍ​ຄື​ລາຍ​ການ​ບັນ​ເທິງ. ການ​ປ່ຽນ​ແປງນັ້ນ, ຍັງ​ອີງ​ໃສ່​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ​ອາ​ຊີບ, ມີ​ຄວາມ​ເມົາ​ມົວ​ກັບ​ອາ​ຊີບ, ມັກ​ຊອກ​ຮູ້, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຮັບ​ເອົາ​ສິ່ງ​ທີ່​ໃໝ່​ອຽມ ແລະ ພ້ອມ​ແລ້ວ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

     ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໄດ້​ມີ​ການ​ປ່ຽນ​ແປງ​ເພື່ອ​ແທດ​ເໝາະ​ກັບ​ສັງ​ກາດ​ດີ​ຈີ​ຕອນ. ບັນ​ດາ​ຊອງ​​ໃນ​ລະ​ບົບ​ກະ​ຈາຍ​ສຽງ​ໄດ້​ຄ່ອຍ​ໆ​​ຫັນ​ໄປ​ສູ່​ທິດລົງ​ເລິກຂົງ​ເຂດ​ສະ​ເພາະ ແລ​ະ ໄດ້​ມີ​ການ​ປັບ​ປຸງ​ເນື້ອ​ໃນ​ຢ່າງບໍ່​ຢຸດ​ຢັ້ງ, ບັນ​ດາລາຍ​ການ​ກະ​ຈາຍສຽງ ນອກ​ຈາກ​ຖືກ​ອອກ​ອາ​ກາດ​ຜ່ານລະ​ບ​ົບ​ຄື້ນສັ້ນ, ຄື້ນ​ກາງ ແລະ FM ແລ້ວ, ກໍ​ຍັງ​ຖືກ​ສະ​ເໜີ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ອີກ​ດ້ວຍ, ອັນ​ໄດ້​ຊ່ວຍ​ຜູ້​ຟັງ​ໄດ້​ຮັບ​ຟັງ​ລາຍ​ການ​ອອກ​ອາ​ກາດ​ສົດຫຼື​ເປີດ​ຟັງຄືນລາຍ​ການ​ຕ່າງໆ​ທີ່​ຕົນ​ເອງນິ​ຍົມ​ຊົມ​ຊອບຢູ່​ທຸກໆ​ບ່ອນ ແລະ ໃນ​ທຸກໆ​ເວ​ລາ. ບັນ​ດາ​ຊອງ​​ໃນ​ລະ​ບົບ​ກະ​ຈາຍ​ສຽງຍັງ​ສ້າງ​ບັນ​ດາ Fanpage ເພື່ອ​ນຳ​ໃຊ້​ສື່​ສັງ​ຄົມ​ໃນ​ການ​ໂຄ​ສະ​ນາ, ແນະ​ນຳ​ບັນ​ດາລາຍ​ການ​ກະ​ຈາຍສຽງຕໍ່​ຜູ້​ອ່ານ​ທັງຫຼາຍ. ວິ​ທີ​ການ​ຮັບ​ໃຊ້​ຜູ້​ຟັງ ກໍ​ມີ​ການ​ປ່ຽນ​ແປງ. ຜູ້​ຟັງ​ໃນ​ປະ​ຈຸ​ບັນ ກໍ​ສາ​ມາດ​ສົມ​ທົບ ເຂົ້າຮ່ວມ​ຜະ​ລິດລາຍ​ການ​ກະ​ຈາຍສຽງ.

     ການ​ຜະ​ລິດລາຍ​ການ​ກະ​ຈາຍສຽງຢູ່​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມ​ໄດ້​ຖືກ​ຫັນ​ເປັນເຕັກ​ນິກ​ດີ​ຈີ​ຕອນ, ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມ​ກໍໄດ້ທົດ​ລອງກະ​ຈາຍ​ຄື້ນ​ດີ​ຈີ​ຕອນ​ຕາມ​ມາດ​ຖານ​ເຕັກ​ນິກ HD, DAB+ ແລະ DRM. ບັນ​ຫາ​ທີ່​ວາງ​ອອກ ນັ້ນ​ແມ່ນ​ຄວນ​ເລືອກ​ເອົາ​ເຕັກ​ນິກ​ດີ​ຈີ​ຕອນດ້ວຍ​ມາດ​ຖານໃດ? ຄຳ​ຖາມນີ້​ແມ່ນຍັງບໍ່​ທັນ​ມີ​ຄຳ​ຕອບ ແຕ່​ອາດ​ຈະ​ຢັ້ງ​ຢືນ​ວ່າ ທ່າ​ອຽງ​ຫັນ​ເປັນ​ເຕັກ​ນິກ​ດີ​ຈີ​ຕອນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເປັນ​ໄປ. ເລື່ອງມວນ​ຊົນ​ຫວັງ​ໄດ້​ຊົມ​ໃຊ້​ຂ​ໍ້​ມູນ​ຂ່າວ​ສານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ຢູ່​ທຸກ​ບ່ອນ, ທຸກ​ເວ​ລານັ້ນ ໄດ້​ພາ​ໃຫ້ວິ​ທະ​ຍຸ​ກະ​ຈາຍສຽງ​ທຸກ​ແຫ່ງ​ຕ້ອງ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ບົນ​ພື້ນ​ຖານ​ນຳ​ໃຊ້​ຮູບ​ແບບ​ສື່ມວນ​ຊົນຫຼາຍ​ປະ​ເພດ, ປະ​ສ​ານ​ສົມ​ທົບ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງ​ແບບ​ເກົ່າ ແລະ ແບບ​ໃໝ່. ທ່າ​ອຽງ​ກະ​ຈາຍ​ສຽງ​ໃນ​ຮູບ​ແບບສື່ມວນ​ຊົນຫຼາຍ​ປະ​ເພດຈະ​ຊ່ວຍ​ໃຫ້​ຂະ​ແໜງ​ກະ​ຈາຍ​ສຽງ​ສາ​ມາດ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຕາມ​ທິດ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ປະ​ຢັດ​ຄ່າໃຊ້​ຈ່າຍໃນ​ການ​ຜະ​ລິດ​ລາຍ​ການ.

     ສື່ສິ່ງພິມ ແລະ ລາຍ​ການ​ກະ​ຈາຍສຽງ ອາດ​ຈະ​ສິ້ນ​ສຸດພາ​ລະ​ກຳ​ຂອງຕົນຫຼືບໍ່ ? ຄຳ​ຕອບນີ້ ແມ່ນ​ຍັງ​ຂຶ້ນ​ກັບ​ສະ​ພາບ​ການ​ຕົວ​ຈິງ ແລະ ຄວາມ​ຕ້ອງ​ການ​ລວມ​ຂອງມວນ​ຊົນ. ແຕ່​ອາດ​ຢືນ​ຢັນ​ໄດ້​ວ່າ ມາ​ເຖິງ​ຈຸດ​ເວ​ລານີ້, ໃນ​ສະ​ໄໝ​ເຕັກ​ນິກ​ດີ​ຈິ​ຕອນ ແລະ ອິນ​ເຕີ​ເນັດນັ້ນ, ສື່ສິ່ງພິມ ແລະ ລາຍ​ການ​ກະ​ຈາຍສຽງ ຍັງ​ຄົງ​ແມ່ນ​ພາ​ຫະ​ນະ​ສື່ມວນ​ຊົນ​ທີ່​ສຳ​ຄັນ​ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຫ້​ແກ່ມວນ​ຊົນ​ຢ່າງ​ແທດ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ