ລະດົມແຫຼ່ງກໍາລັງ ຈາກຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ເພື່ອພັດທະນາປະເທດຊາດ

(VOVWORLD) -ສໍາລັບປະເທດ ແລະ ຊາດຫວຽດນາມ ແລ້ວ, ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ບໍ່ວ່າຈະຢູ່ແຫ່ງຫົນໃດກໍຕາມ, ຍາມໃດກໍແມ່ນເລືອດເນື້ອສ່ວນໜຶ່ງ ທີ່ບໍ່ອາດຕັດແຍກອອກຈາກປະເທດຊາດໄດ້. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍແມ່ນແຫຼ່ງກໍາລັງສໍາຄັນໃນວິວັດແຫ່ງການພັດທະນາປະເທດຊາດ. ສິ່ງດັ່ງກ່າວ ລ້ວນແຕ່ໄດ້ຮັບການຢັ້ງຢືນຈາກການນໍາພັກ, ລັດ, ການນໍາບັນດາທ້ອງຖິ່ນໃນການພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫຼືບຸນເຕັດຄັ້ງຕ່າງໆໃນຊຸມວັນຜ່ານມາ.    

ຊຸມປີມໍ່ໆມານີ້, ສະເລ່ຍແຕ່ລະປີ ມີປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 300 – 500 ຄົນ ໄດ້ກັບເມືອປະເທດ, ເຂົ້າຮ່ວມບັນດາການເຄື່ອນໄຫວດ້ານວິທະຍາສາດ, ການສຶກສາ - ບໍາລຸງສ້າງ, ປະກອບຄໍາຄິດເຫັນຫຼາຍຢ່າງເຂົ້າໃນບັນດາບັນຫາພັດທະນາຂອງປະເທດຊາດ. ປີ 2018, ຈໍານວນເງິນ ທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງກັບມາປະເທດ ມີເຖິງເກືອບ 16 ຕື້ USD, ເພີ່ມຂຶ້ນທົບກວ່າ 100 ເທົ່າ ເມື່ອທຽບໃສ່ປີ 1993. ສິ່ງທີ່ເປັນໜ້າສົນໃຈ ນ້ັນແມ່ນ ການລົງທຶນຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນປີຊຸມປີມໍ່ໆມານີ້ ມີປະມານ 3.000 ໂຄງການ ສຸມໃສ່ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ປະກອບສ່ວນຊຸກຍູ້ເສດຖະກິດພັດທະນາ.

ລະດົມແຫຼ່ງກໍາລັງ ຈາກຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ເພື່ອພັດທະນາປະເທດຊາດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ:TTXVN)

ເຄົາລົບແຫຼ່ງກໍາລັງຈາກຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ

        ສິ່ງດັ່ງກ່າວໄດ້ຮັບການຢັ້ງຢຶນ ຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕະຫຼອດຮອດການນໍາບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ. ທີ່ລາຍການລະດູບານໃໝ່ຢູ່່ບ້ານເກີດເມືອງນອນ ເຊິ່ງໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ໜຶ່ງໃນບັນດາປັດໄຈ ເພື່ອໃຫ້ປະເທດບັນລຸໄດ້ບັນດາຜົນງານທີ່ເປັນໜ້າປະທັບໃຈໃນປີ 2018 ນັ້ນ ແມ່ນກໍາລັງແຮງທີ່ມາຈາກນໍ້າໃຈສາມັກຄີ, ຄວາມເປັນເອກະພາບສູງ, ແມ່ນຄວາມມານະພະຍາຍາມສູ້ຊົນ, ຮ່່ວມແຮງຮ່ວມໃຈ ແລະ ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ ແລະ ຂອງທົ່ວສັງຄົມ, ໃນນັ້ນ ມີການປະກອບສ່ວນອັນລໍ້າຄ່າ ແລະ ສໍາຄັນທີ່ສຸດຂອງປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ຕ່າງປະເທດ. ຜູ້ຊົງຄຸນວຸດທິ, ປັນຍາຊົນ, ນັກວິທະຍາສາດ ຫຼາຍຄົນ ທີ່ຢູ່ທຸກແຫ່ງຫົນໃນໂລກ ເຖິງວ່າມີອາຍຸສູງກໍຕາມ ແຕ່ຍັງຄົງຫ້າວຫັນກັບການປະກອບສ່ວນໃນວິວັດແຫ່ງການພັດທະນາ, ການຮ່ວມມືສາກົນກ່ຽວກັບດ້ານວິທະຍາສາດຂອງປະເທດ, ບໍາລຸງສ້າງພະນັກງານວິທະຍາສາດຫຼາຍຄົນຢູ່ທ້ອງຖ່ິນ. ທ່ານກ່າວວ່າ:

        “ພັກ ແລະ ລັດ ຫວຽດນາມ ເຄົາລົບບັນດາຄໍາເຫັນ, ຄໍາປຶກສາ, ການເປັນເສນາທິການຂອງບັນດານັກວິທະຍາສາດ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສຸດ ເພື່ອແນໃສ່ຊ່ວຍປະເທດຊາດສໍາຜັດກັບຄວາມກ້າວໜ້າກ່ຽວກັບວິທະຍາສາດ - ເຕັກໂນໂລຢີຂອງໂລກຢ່າງວ່ອງໄວ, ໂດຍສະເພາະແມ່ນໃນສະພາບການປະຕິວັດອຸດສາຫະກໍາຄັ້ງທີ 4 ພວມດໍາເນີນໄປໃນປັດຈຸບັນ”.

        ນັກທຸລະກິດຫວຽດນາມ ຢູ່ ຕ່າງປະເທດຫຼາຍຄົນ, ສະຫະສະມາຄົມ ແລະ ເຄືອຂ່າຍຕ່າງໆ ໄດ້ ແລະ ກໍາລັງຕັ້ງໜ້າ ນໍາສິນຄ້າຫວຽດນາມ ອອກສູ່ຕະຫຼາດໂລກ, ພ້ອມທັງນໍາບັນດາວິສາຫະກິດຕ່າງປະເທດ, ບັນດາບໍລິສັດນານາຊາດເຂົ້າມາລົງທຶນ, ຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ. ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງແມ່ນ “ທາດເລັ່ງ” ທີ່ສໍາຄັນ ສໍາລັບບັນດາຜົນສໍາເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງປະຊາຊົນ ປະເທດເຮົາໃນວິວັດແຫ່ງການປ່ຽນແປງໃໝ່.

        ການເຄົາລົບແຫຼ່ງກໍາລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງໄດ້ຮັບການຢັ້ງຢືນ ຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການພົບປະໂອ້ລົມກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຊິ່ງຖືກຈັດຂຶ້ນໃນວັນທີ 26 ມັງກອນ. ຕາມນັ້ນແລ້ວ, ລັດຖະບານ ຫວຽດນາມ ຍາມໃດກໍຮັບຟັງ, ຮັບເອົາຄໍາຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ປະເທດຊາດນັບມື້ນັບພັດທະນາ.

        ໃນຂະນະນັ້ນ, ເນື່ອງໃນໂອກາດນີ້, ທີ່ທ້ອງຖິ່ນແຫ່ງຕ່າງໆ ກໍໄດ້ດໍາເນີນບັນດາກອງປະຊຸມ “ເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບທ້ອງຖິ່ນ”. ເຫດການດັ່ງກ່າວ ແມ່ນພະຍານຫຼັກຖານ ຢັ້ງຢືນໃຫ້ເຫັນເຖິງແຜນນະໂຍບາຍຂອງພັກ, ລັດ ທີ່ຍາມໃດກໍຖືຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້, ແມ່ນແຫຼ່ງກໍາລັງຂອງຊາດຫວຽດນາມ. ກອງປະຊຸມ ແມ່ນ ກາລະໂອກາດ ເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາທ້ອງຖິ່ນພາຍໃນປະເທດເວົ້າລວມ ເຊື່ອມຕໍ່ການພົວພັນແລກປ່ຽນ, ຊອກຮູ້ບັນດາກາລະໂອກາດລົງທຶນ, ດໍາເນີນທຸລະກິດ ແລະ ນໍາມາເຊິ່ງປະສິດທິຜົນອັນແທດຈິງຢ່າງຍາວນານ, ສ້າງຄວາມຜູກພັນ, ດຶງດູດແຫຼ່ງກໍາລັງປະກອບສ່ວນຈາກຊາວຫວຽດນາມ ອາໄສຢູຕ່າງປະເທດ ເພື່ອພັດທະນາບ້ານເກີດເມືອງນອນ.

ການຕອບສະໜອງຢ່າງຕັ້ງໜ້າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

        ນໍ້າໃຈເຄົາລົບນັບຖືຢ່າງສູງ ເຊິ່ງການນໍາພັກ, ລັດ ແລະທ້ອງຖິ່ນຕ່າງໆສະຫງວນໃຫ້ບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮັບການກະທົບຕອບຢ່າງຕັ້ງໜ້າຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຫື່ອແຮງຂອງຕົນ ເພື່ອການພັດທະນາຂອງບ້ານເກີດເມືອງນອນ. ທ່ານ ກິມໂບ່ໂງ, ຊາວຫວຽດນາມ ອາໄສຢູ່ ການາດາ, ໃຫ້ຮູ້ວ່າ:

        “ສໍາລັບຫວຽດນາມແລ້ວ ຂ້າພະເຈົ້າຄິດວ່າ ມີກາລະໂອກາດຫຼາຍຢ່າງ. ບຸກຄົນທີ່ໜຸ່ມຄືຂ້າພະເຈົ້າສາມາດໄປເຮັດວຽກຢູ່ຕ່າງປະເທດ ແລະ ມີໂອກາດເພື່ອເຊື່ອມຕໍ່ຫວຽດນາມ ກັບໂລກ. ເພາະສະນັ້ນ ຖ້າຫາກວ່າ ໄດ້ຮັບການໜູນຊ່ວຍຈາກລັດ ແມ່ນ ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ,  ຂ້າພະເຈົ້າຢາກກັບເມືອ ຫວຽດນາມ ເພື່ອຊອກຮູ້ເຂົ້າໃຈກ່ຽວກັບບ້ານເກີດເມືອງນອນ ແລະ ຊ່ວຍປະເທດຕົນພັດທະນາ”.

        ທ່ານໂຮ່ວັນເລິມ, ປະທານສະຫະສະມາຄົມນັກທຸລະກິດ ໄທ - ຫວຽດນາມ, ຮອງປະທານສະຫະສະມາຄົມນັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ:

        “ສະຫະສະມາຄົມນັກທຸລະກິດ ໄທ - ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມຊອກຫາກາລະໂອກາດຮ່ວມມື, ແລກປ່ຽນຄ້າຂາຍໃນປະເທດໄທ, ພິເສດແມ່ນບັນດາທ້ອງຖິ່ນຂອງຫວຽດນາມ ເມືອຢາກຊຸກຍູ້ການໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ເປັນທ່າແຮງຂອງຕົນໄປຍັງຕະຫຼາດໄທ.”

        ບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້ໃນປີ 2018 ຂອງຫວຽດນາມ ອີກຄັ້ງໜຶ່ງ ຢັ້ງຢືນໃຫ້ເຫັນກໍາລັງແຮງອັນຍິ່ງໃຫຍ່ຂອງນໍໍ້າໃຈມະຫາສາມັກຄີຂອງທົ່ວປວງຊົນທັງຊາດ. ເລື່ອງພັກ, ລັດ ລະດົມ, ເຄົາລົບບັນດາການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ  ແມ່ນເງື່ອນໄຂສະດວກເພື່ອໃຫ້ຊາວຫວຽດນາມ ສືບຕໍ່ຄຽງບ່າຄຽງໄລ່ ເພື່ອອະນາຄົດຂອງປະເທດຫວຽດນາມ ສວຍສົດງົດງາມ./.

ຕອບກັບ

ຂ່າວ/ບົດ​ອື່ນ