ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) -ວັນທີ 7 ກັນຍາ 1945, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ອອກອາກາດລາຍການກະຈາຍສຽງທຳອິດ ດ້ວຍພາສາ ຫວຽດ, ພາສາອັງກິດ ແລະ ພາສາ ຝລັ່ງ. ໃນລາຍການນັ້ນ, ສຽງເວົ້າອັນຊອບທຳຂອງປະຊາຊົນ ຫວຽດນາມ, ຂອງປະເທດ ຫວຽດນາມ ເອກະລາດ, ຄວາມມຸ່ງຫວັງສັນຕິພາບ, ເສລີພາບ ໄດ້ສົ່ງເຖິງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດ, ປະຊາຊົນສາກົນ. ນັບແຕ່ນັ້ນມາຮອດປັດຈຸບັນ, VOV ມີການປ່ຽນແປງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຮ່ວມເດີນທາງພ້ອມກັບປະເທດຊາດຜ່ານຫຼາຍໄລຍະປະຫວັດສາດທີ່ລຳບາກກາກກຳ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍ່ສະຫງ່າອົງອາດ.

ນັບແຕ່ທ້າຍເດືອນສິງຫາ ປີ  1945, ໃນເສັ້ນທາງຈາກບັ້ນຮົບ ຫວຽດບັກ ກັບມາ ຮ່າໂນ້ຍ, ປະທານ ໂຮ່ຈີມິນ ເວົ້າວ່າ ພາຍຫຼັງທີ່ຍາດໄດ້ອຳນາດປົກຄອງ, ສ້າງລັດຖະບານໃໝ່ສຳເລັດ, ໜຶ່ງໃນບັນດາວຽກງານສຳຄັນທຳອິດແມ່ນ ຕ້ອງສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ. ພາຍໃຕ້ການຊີ້ນຳ, ນຳພາເປັນປະຈຳຂອງປະທານ ໂຮ່ຈີມິນ, VOV ໄດ້ສື່ສານ, ໂຄສະນາເຜີຍແຜ່ບັນດາໜ້າທີ່ສຳຄັນ, ຮີບດ່ວນ ແລະ ຈຳເປັນ.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1(ພາບເອກະສານ: ວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງກັບການພັດທະນາຂອງປະເທດຊາດ)

ປ່ຽນແປງໃໝ່ ແລະ ພັດທະນາ

        ຕະຫຼອດໄລຍະປະຫວັດສາດ 77 ປີ, VOV ຍາມໃດກໍຮ່ວມເດີນທາງພ້ອມກັບຊາດ. ຜ່ານຄື້ນກະຈາຍສຽງ, ບົດຖະແຫຼງເອກະລາດອຳມະຕະຂອງປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ວັນທີ 2 ກັນຍາ 1945 ແລະ “ຄຳຮຽກຮ້ອງທົ່ວປະເທດຕໍ່ສູ້” ທີ່ສັກສິດຂອງປະທານ ໂຮ່ຈີມິນ ຕ້ານລ່າເມືອງຂຶ້ນ ຝລັ່ງ ກໍໄດ້ອອກອາກາດໃນວັນທີ 20 ທັນວາ 1946.

        ດ້ວຍກຳລັງແຮງຂອງການຖະແຫຼງຂ່າວ, ຄວາມສາມາດເຕົ້າໂຮມຄວາມສາມັກຄີ ແລະ ກຳລັງແຮງຂອງທົ່ວປວງຊົນທັງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປະຕິບັດໜ້າທີ່ທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ. ວິທະຍຸແມ່ນເຄື່ອງມືຖະແຫຼງຂ່າວທີ່ມີປະສິດທິຜົນທີ່ສຸດໃນຕະຫຼອດໄລຍະ 9 ປີ ແຫ່ງການຕໍ່ຕ້ານ ຕ້ານລ່າເມືອງຂຶ້ນ ຝລັ່ງ, ພ້ອມກັບປະຊາຊົນ ຫວຽດນາມ ສ້າງໄຊຊະນະ ດ້ຽນບຽນຝູ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທື່ອນໄປທົ່ວໂລກ” ແລະ 21 ປີ ແຫ່ງການຕ້ານຈັກກະພັດ ອາເມລິກາ ເພື່ອສ້າງມະຫາໄຊຊະນະລະດູບານໃໝ່ 1975, ທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ລັດທິສັງຄົມນິຍົມ.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 2ທ່ານ ໂດ້ຕຽນສີ ຜູ້ອຳນວຍການໃຫຍ່ VOV (ພາບ: MediaVOV5)
ຈາກພະນັກງານ, ນັກຂ່າວ, ນັກເຕັກນິກຈຳນວນໜ້ອຍໃນຊຸມວັນສ້າງຕັ້ງທຳອິດ, ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ມີຖັນແຖວພະນັກງານເປັນຈຳນວນຫຼາຍດ້ວຍກວ່າ 3.000 ຄົນ ປະຕິບັດໜ້າທີ່ໂຄສະນາເຜີຍແຜ່ຢູ່ພາຍໃນ ແລະ ຫຼາຍພາກພື້ນໃນທົ່ວໂລກ. ຈາກການກະຈາຍສຽງອັນດຽວ, ມາຮອດປັດຈຸບັນ, VOV ມີຫຼາຍຊ່ອງໂທລະພາບ, ສື່ເອເລັກໂຕນິກ, ໜັງສືພິມ ແລະ ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ມີຫຼາຍລາຍການພິເສດສະເພາະ; ຖະແຫຼງຂໍ້ມູນຂ່າວສານຢ່າງແຮງຜ່ານບັນດາພື້ນຖານການສື່ສານທີ່ທັນສະໄໝ. ທ່ານ ໂດ້ຕຽນສີ ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:

        “VOV ໄດ້ອອກອາກາດຜ່ານທັງ 3 ຄື້ນ SW, MW ແລະ FM, ເຊິ່ງກະຈາຍຄື້ນໄປເຖິງເກືອບ 97% ປະຊາກອນ ແລະ ກວ່າ 91% ເນື້ອທີ່ດິນຕໍ່ແຜ່ນ ແລະ ບາງເຂດທະເລໝູ່ເກາະ ຫວຽດນາມ,  ກະຈາຍຄື້ນໄປເຖິງບາງພາກພື້ນຈຸດສຸມໃນໂລກຄື ອາຊີ, ອາຟະລິກາ, ຕາເວັນອອກກາງ, ສ່ວນໜຶ່ງຂອງເອີຣົບ, ອາເມລິກາກາງ ແລະ ເຂດອ່າວ Caribe. ດັ່ງນັ້ນ, ຂໍ້ມູນຂ່າວສານຂອງ VOV ໄດ້ກະຈາຍໄປເຖິງທັງເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະ ກໍຄືເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ”.

        ໂດຍສືບຕໍ່ຢັ້ງຢືນບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງ ວິທະຍຸກະຈາຍສຽງໃນດ້ານແນວຄິດ, ການກຳນົດທິດພັດທະນາໃນໄລຍະຈະມາເຖິງ, ວິທະຍຸກະຈາຍສຽງ ຫວຽດນາມ ມານະພະຍາຍາມກາຍເປັນອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ຫຼາຍພື້ນຖານອັນດັບ 1 ໃນພາກພື້ນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໃນນັ້ນ ປັດໄຈກະໂດດຂັ້ນແມ່ນຍົກສູງຄຸນນະພາບຊັບພະຍາກອນມະນຸດ, ຄຸນນະພາບຂອງລາຍການຕ່າງໆ ແລະ ຫັນເປັນດີຈີຕອນ. ທ່ານໂດ້ຕຽນສີ ຜູ້ອຳນວຍການໃຫຍ່ VOV ເນັ້ນໜັກວ່າ:

        “VOV ໄດ້ ແລະ ພວມເປັນເຈົ້າການກຳແໜ້ນ ແລະ ໝູນໃຊ້ເຕັກໂນໂລຢີຢ່າງສຸດຂີດເຂົ້າໃນການຜະລິດ, ອອກອາກາດລາຍການ ແລະ ພົວພັນກັບມະຫາຊົນ. ປັດຈຸບັນ, ບັນດາລາຍການບໍ່ພຽງແຕ່ໄດ້ອອກອາກາດຜ່ານ ຣາດີໂອ ແບບເກົ່າເທົ່ານັ້ນ, ຫາກຍັງເຂົ້າເຖິງຜູ້ຟັງໃນທົ່ວປະເທດຜ່ານ ອິນເຕີເນັດ, ຜ່ານໂປແກຼມຕ່າງໆ. ອີກດ້ວຍມີຫຼາຍຜະລິດຕະພັນດີຈີຕອນຂອງ VOV ໄດ້ສ້າງຜົນກະທົບທີ່ດີ ແລະ ຄ່ອຍໆໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນຜ່ານ ໂປແກຼມຕ່າງໆໃນສື່ສັງຄົມອອນລາຍ. ທາງ VOV ກຳລັງສ້າງຮ່າງແຜນຮ່າງ “ຫັນ VOV ເປັນດີຈີຕອນ” ໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ລັດຖະມົນຕີໃນປີ 2022, ມຸ່ງໄປເຖິງການຫັນການຜະລິດ, ອອກອາກາດເປັນດີຈີຕອນ”.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 3(ພາບປະກອບ: VOV ຢັ້ງຢືນບົດບາດແມ່ນຂົວຕໍ່ມິດຕະພາບ  ເຊື່ອມຕໍ່ ຫວຽດນາມ ກັບໂລກ)
ຂີດໝາຍໃນໃຈຜູ້ຟັງ

        77 ປີຜ່ານມາ, VOV ໄດ້ຢັ້ງຢືນບົດບາດເປັນໜຶ່ງໃນບັນດາອົງການສື່ມວນຊົນສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນກະບອກສຽງຂອງພັກ, ຂອງລັດ ແລະ ປະຊາຊົນ ຫວຽດນາມ, ແມ່ນຂົວຕໍ່ມິດຕະພາບທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ ເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດສາກົນ. ສຽງເວົ້າຂອງ ຫວຽດນາມ ໄດ້ສ້າງກຳລັງແຮງມະຫາສາມັກຄີຂຶ້ນ ເພື່ອປະຊາຊົນ ຫວຽດນາມ, ສ້າງຄວາມຮັກແພງເຊື່ອໝັ້ນໃຫ້ແກ່ຜູ້ຟັງຢູ່ພາຍໃນ ແລະ ຕ່າງປະເທດ. ເອື້ອຍ ຫງວຽນທິໝີຮ່າ, ຢູ່ເທດສະບານ ເຈືື່ອງຊາ, ເມືອງເກາະ ເຈື່ອງຊາ, ແຂວງ ແຄັງຮວ່າ, ແບ່ງປັນຄວາມໃນໃຈສູ່ຟັງວ່າ:

       “ຢູ່ກາງທະເລຕາເວັນອອກ, ແຕ່ລະມື້, ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການຂອງ VOV ເປັນປະຈຳ, ບັນດາລາຍການນັ້ນມີຫຼາຍເນື້ອໃນທີ່ໜ້າຈັບອົກຈັບໃຈ. ຜ່ານນັ້ນ, ຊ່ວຍໃຫ້ທະຫານ, ປະຊາຊົນໃນເກາະ ໄດ້ແບ່ງປັນ ແລະ ຮູ້ສຶກໃກ້ຊິດກັນກວ່າ, ບັນເທົາຄວາມຄິດຮອດບ້ານ”.

        ອ້າຍມາຍແທງຝຸກ ຢູ່ແຄັງຮວ່າ ພັດຖືວ່າ ວິທະຍຸ ເໝືອນດັ່ງເພື່ອນຜູ້ໜຶ່ງທີ່ຂາດບໍ່ໄດ້ສຳລັບຊາວປະມົງ. ສ່ວນທ່ານ Javad Monttaghi, ເລຂານຸການໃຫຍ່ ສະຫະພັນ ໂທລະພາບ - ກະຈາຍສຽງ ອາຊີ - ປາຊີຟິກ (ABU) ຖືວ່າ:

        “VOV ໄດ້ຮັບໃຊ້ປະຊາຊົນນັບທັງສະໄໝສົງຄາມ ແລະ ທັງສະໄໝສັນຕິພາບ, ປະກອບສ່ວນຫຼາຍຢ່າງເຂົ້າໃນວິວັດການພັດທະນາປະເທດຊາດ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບການພັດທະນາຢ່າງມະຫັດສະຈັນຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວກ່ຽວກັບການພັດທະນາຢ່າງໄວວາຂອງ VOV ອີກດ້ວຍ, ກາຍເປັນໜຶ່ງໃນບັນດາອົງການກະຈາຍສຽງ - ໂທລະພາບທີ່ມີຄວາມໄວ້ວາງໃຈແຖວໜ້າໃນພາກພື້ນ, ສະໜອງຂໍ້ມູນຂ່າວທີ່ດີ, ເປັນປະໂຫຍດໃນທຸກຂົງເຂດໃຫ້ແກ່ຜູ້ຟັງຜູ້ອ່ານກ່ຽວກັບຂົງເຂດບັນເທິງ, ການສຶກສາ ແລະ ແນະນຳວັດທະນະທຳ, ສິລະປະ ແລະ ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.”

        “ເຕົ້າໂຮມພູມປັນຍາ, ບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດ, ດ້ວຍພັນທະໜ້າທີ່ແມ່ນກະບອກສຽງຂອງປະຊາຊົນ, ຂອງພັກ, ຂອງລັດ, ຖະແຫຼງຂ່າວພາຍໃນປະເທດ ແລະ ຕ່າງປະເທດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ເຮັດໃຫ້ອະລິຍາທຳ ຫວຽດນາມ ປະກາຍແຈ້ງ” ນັ້ນແມ່ນຄວາມຫວັງຂອງປະທານ ໂຮ່ຈີມິນ ເມື່ອເພິ່ນຕັດສິນໃຈສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ. 77 ປີ ນັບແຕ່ວັນໄດ້ຮັບການສ້າງຕັ້ງຂຶ້ນ, ພະນັກງານລຸ້ນຕ່າງໆຂອງ VOV ຍັງໝົກມຸ່ນອຸທິດສ່ວນ ເພື່ອປະຕິບັດຄວາມປາດຖະໜາເຫຼົ່ານັ້ນໃຫ້ເປັນຢ່າງດີ./.

                            

ຕອບກັບ

ຂ່າວ/ບົດ​ອື່ນ