ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ກາຍ​ເປັນ​ບາດກ້າວ​ບຸກທະລຸຍຸດ​ທະ​ສາດ​

(VOVWORLD) -    ບັນດາຜົນງານທີ່ບັນລຸໄດ້ໃນປີ 2018 ແມ່ນກໍາລັງໜູນທີ່ສໍາຄັນເພື່ອໃຫ້ຫວຽດນາມມຸ່ງໄປສູ່ເປົ້າໝາຍວິທະຍາສາດ, ເຕັກໂນໂລຢີ ກາຍເປັນຂອດຍຸດທະສາດກະໂດດຂັ້ນ.

ໃນວາລະປະຊຸມທ້າຍອາທິດຜ່ານມາຂອງອະນຸກໍາມະການເສດຖະກິດ-ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ ຄັ້ງທີ 13, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ພ້ອມກັບບັນດາບາດກ້າວບຸກທະລຸຍຸດທະສາດໃນປັດຈຸບັນ, ຫວຽດນາມ ຄວນຖືວິທະຍາສາດເຕັກໂນໂລຢີ ກາຍເປັນບາດກ້າວບຸກທະລຸ ນໍາປະເທດຊາດບືນຕົວຂຶ້ນ. ຄໍາຢັ້ງຢືນຂອງນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະປາຍຂອງພັກ, ລັດ ທີ່ຍາມໃດກໍຖືການພັດທະນາ ແລະ ການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນ ກໍາລັງໜູນເພື່ອພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ.

        ວິທະຍາສາດ ແລະ ເຕັກໂນໂລຢີ ມີບົດບາດຕັດສິນເຖິງການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ທັງເປັນພາຫະນະ ທັງເປັນກໍາລັງໜູນ ທັງເປັນເປົ້າໝາຍຂອງການພັດທະນາ. ບັນດາຄວາມກ້າວໜ້າຂອງວິທະຍາສາດ - ເຕັກໂນໂລຢີ ໃນຍຸກປັດຈຸບັນ ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກັບການພັດທະນາຢ່າງແຮງຂອງພື້ນຖານເສດຖະກິດໂລກ.

ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ກາຍ​ເປັນ​ບາດກ້າວ​ບຸກທະລຸຍຸດ​ທະ​ສາດ​ - ảnh 1ການໝູນໃຊ້ເຕັກໂນໂລຢີເຂົ້າໃນການຄົ້ນຄວ້າ (ພາບປະກອບ: (TTXVN) 

ຫວຽດນາມສືບຕໍ່ບັນລຸໄດ້ບັນດາຜົນງານທາງດ້ານວິທະຍາສາດເຕັກໂນໂລຢີ ໃນປີ 2018

ປີ 2018, ວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ໜູນຊ່ວຍຢ່າງຕັ້ງໜ້າໃຫ້ບັນດາກະຊວງ, ຂະແໜງການ, ວິສາຫະກິດ, ຈາກນັ້ນ ໄດ້ສ້າງທ່ວງທ່າໃຫ້ບັນດາຂົງເຂດເສດຖະກິດ, ສັງຄົມພັດທະນາ ແລະ ບັນລຸໄດ້ບັນດາຜົນງານເປັນໜ້າຊື່ນຊົມ. ບັນດາຂະບວນການປ່ຽນແປງໃໝ່ກ່ຽວກັບເຕັກໂນໂລຢີ, ພິເສດແມ່ນການໝູນໃຊ້ເຕັກໂນໂລຢີສູງ ຄື ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີຫັນເປັນອັດຕະໂນມັດ ໄດ້ສ້າງເປັນການປະຕິວັດຂອງມວນມະນຸດຢ່າງແທດຈິງ. ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ຈູງອກແອັງ ຕີລາຄາວ່າ:

        “ສໍາລັບຫວຽດນາມແລ້ວ, ການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ນໍາມາເຊິ່ງກາລະໂອກາດເປັນອັນລະອຽດ ໃຫ້ແກ່ການພັດທະນາດີຈີຕອນ, ການຜະລິດ ແລະ ການບໍລິການອັດສະລິຍະ, ບັນດາຮູບແບບການທ່ອງທ່ຽວອັດສະລິຍະ, ກະສິກໍາອັດສະລິຍະ, ການບໍລິການການເງິນທະນາຄານ, ຜ່ານນັ້ນ ໄດ້ປັບປຸງສະມັດຕະພາບ ແລະ ນໍາມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງລັດ, ວິສາຫະກິດ ແລະ ປະຊາຊົນ”.

        ໃນປີຜ່ານມາ, ຫວຽດນາມ ໄດ້ຈັດຕັ້ງຫຼາຍເຫດການມີຂອບຂະໜາດສາກົນ (ເປັນຕົ້ນແມ່ນ Industry 4.0; ລາຍການເຊື່ອມຕໍ່ຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ; ເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ; ວັນບຸນເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະກິດຄິດສ້າງແຫ່ງຊາດ - Techfest 2018)... ໂດຍເປັນຄັ້ງທໍາອິດ ຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຂອງຊາວຫວຽດນາມ ໄດ້ຮັບການປະກາດ, ຖັດຈາກນັ້ນ ແມ່ນບັນດາການເຊື່ອມຕໍ່ໄດ້ຮັບການຫັນເປັນລະອຽດ ດ້ວຍຫຼາຍໂຄງການຮ່ວມມືຢູ່ຂັ້ນກະຊວງ, ຂະແໜງການ, ວິສາຫະກິດ ກັບບັນດາພູມປັນຍາຂອງຊາວຫວຽດນາມ.

        ໃນຊຸມວັນທ້າຍປີ 2018, ໂຮງງານ Hanwha Aero Engines  ດ້ວຍຍອດເງິນລົງທຶນ ແມ່ນ 200 ລ້ານ USD ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ ແລະ ສົ່ງສິ້ນສ່ວນເຄື່ອງຈັກເຮືອບິນ ອອກສູ່ທົ່ວໂລກ ໃນເດືອນມັງກອນ 2019. ນີ້ແມ່ນໂຮງງານທໍາອິດທີ່ຜະລິດສິ້ນສ່ວນເຄື່ອງຈັກເຮືອບິນ, ຂົງເຂດເຕັກໂນໂລຢີສູງຢູ່ຫວຽດນາມ,  ເປີດກາລະໂອກາດໄດ້ສໍາຜັດກັບຂົງເຂດເຕັກໂນໂລຢີປາຍແຫຼມ, ຊ່ວຍຖ່າຍທອດ ແລະ ຍົກສູງກໍາລັງຄວາມສາມາດດ້ານເຕັກໂນໂລຢີໃຫ້ຫວຽດນາມ.

        ໃນຂົງເຂດຄົ້ນຄວ້າ, ປີ 2018 ກໍໄດ້ຮັບຮູ້ຜົນສໍາເລັດຂອງບັນດານັກວິທະຍາສາດຫວຽດນາມ ດ້ວຍບັນດາກິດຈະການທີ່ມີຄວາມໝາຍໃນຂົງເຂດວິທະຍາສາດພື້ນຖານ ແລະ ຄົ້ນຄວ້າບັນດາໂປແກຼມ. ສາດສະດາຈານ ດ່າມແທັງເຊີນ, ສັງກັດມະຫາວິທະຍາໄລ Chicago ( ອາເມລິກາ) ໄດ້ຮັບລາງວັນກ່ຽວກັບຟີຊິກສາດ, ໄດ້ຮັບການເຊີດຊູ ດ້ວຍກິດຈະການຄົ້ນຄວ້າຫຼາຍຢ່າງກ່ຽວກັບກົນລະສາດກວມເຕີມ ທີ່ມີຜົນສະທ້ອນຕໍ່ລະບົບນານາສິ່ງ ກໍໃນປີຜ່ານມາ, ກິດຈະການຄົ້ນຄວ້າຂອງສະຖານບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ເກືອບ 1000 ໂຄງການໄດ້ຮັບການປະກາດໃນບັນດາວາລະສານສາກົນ (ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ປີ 2017). ສາດສະດາຈານນັກວິຊາການ ເຈົາວັນມິນ, ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ, ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າໄດ້ດໍາເນີນການຜັນຂະຫຍາຍວຽກງານຄົ້ນຄວ້າວິທະຍາສາດ ພັດທະນາເຕັກໂນໂລຢີ ຢ່າງມີປະສິດທິຜົນ ເພື່ອປະຕິບັດສໍາເລັດແຜນການໃນໄລຍະ 2016 2020. ທາງສະຖານບັນກໍໄດ້ຊຸກຍູ້ເພີ່ມຈໍານວນກິດຈະການໄດ້ຮັບການປະກາດ ແຕ່ເອົາໃຈໃສ່ເຖິງການເພີ່ມທະວີຄຸນນະພາບຂອງບັນດາກິດຈະການໄດ້ຮັບການປະກາດນັ້ນ ໃຫ້ບັນລຸມາດຕະຖານສາກົນ; ເພີ່ມທະວີວຽກງານປູກລ້ຽງເຕັກໂນໂລຢີ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຜະລິດ ແລະ ດໍາລົງຊີວິດ, ເພີ່ມທະວີການເຄື່ອນໄຫວຊັບສິນທາງປັນຍາ ແລະຍູ້ແຮງບັນດາທິດທາງຄົ້ນຄວ້າໃຫ້ເໝາະສົມກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4”.

ສືບຕໍ່ປະຕິບັດໜ້າທີ່ຍຸດທະສາດ

        ບັນດາຜົນງານທີ່ບັນລຸໄດ້ໃນປີ 2018 ແມ່ນກໍາລັງໜູນທີ່ສໍາຄັນເພື່ອໃຫ້ຫວຽດນາມມຸ່ງໄປສູ່ເປົ້າໝາຍວິທະຍາສາດ, ເຕັກໂນໂລຢີ ກາຍເປັນຂອດຍຸດທະສາດກະໂດດຂັ້ນ. ທີ່ວາລະປະຊຸມທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງ ໃຫ້ປະຕິບັດສໍາເລັດໂຄງຮ່າງຍຸດທະສາດເສດຖະກິດ - ສັງຄົມ ໄລຍະ 10 ປີີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ຢ່າງຮີບດ່ວນ ເພື່ອລາຍງານຕໍ່ກອງປະຊຸມສູນກາງພັກ ຄັ້ງທີ 10 ໃນທ້າຍເດືອນ ພຶດສະພາ 2019. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາວ່າ ຕ້ອງສັບຊ້ອນພະນັກງານເກັ່ງທີ່ສຸດ, ສຸມເວລາ, ສຸມຈິດສຸມໃຈ ແລະ ຮັບຜິດຊອບ ເພື່ອຜັນຂະຫຍາຍປະຕິບັດ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າຂອງບັນດາບົດລາຍງານດັ່ງກ່າວ.

        ຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລ້ວ, ບັນດາໂຄງຮ່າງ ຕ້ອງມີວິທີສໍາຜັດທີ່ດີ; ຮັບປະກັນຫຼັກການພາວະວິໄສ, ສັດຊື່ບໍລິສຸດ, ແທດເໝາະກັບຕົວຈິງກວ່າ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ; ສະແດງໃຫ້ເຫັນບັນດາເນື້ອໃນຈຸດສຸມຢ່າງຈະແຈ້ງ ເຊິ່ງລວມມີ ລະບອບລະບຽບການ, ພັດທະນາແບບຍືນຍົງ, ວິທະຍາສາດເຕັກໂນໂລຢີ ແມ່ນກໍາລັງໜູນຕົ້ນຕໍຂອງການເຕີບໂຕຢ່າງແທ້ຈິງ.    

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຄີຍຢັ້ງຢືນວ່າ ຫວຽດນາມ ບໍ່ອາດຕົກກໍ່າປັ່ນປະຕິວັດອຸດສາຫະກໍາ ຄັ້ງທີ 4 ໄດ້. ແລະດ້ວຍບັນດາບາດກ້າວເດີນລະອຽດ, ຫວຽດນາມ ພວມຄ່ອຍໆປະຕິບັດເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ ແລະ ເພື່ອວິທະຍາສາດເຕັກໂນໂລຢີ ແມ່ນກໍາລັງໜູນຕົ້ນຕໍຂອງການເຕີບໂຕຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ