ວັນກະຈາຍສຽງໂລກປີ 2017 : ຮັບຟັງຄຳເຫັນຂອງຜູ້ຟັງ

ວັນ​ທີ 13/2 ໃນ​ແຕ່​ລະ​ປີ ແມ່ນ​ຖືກຮັບ​ເລືອກແມ່​ນວັນກະ​ຈາຍ​ສຽງ​ໂລກ. ດ້ວຍ​ຫົວ​ຂໍ້ “ ກະ​ຈາຍ​ສຽງ ກໍ​ແມ່ນ​ເພື່ອນ ”. ວັນກະ​ຈາຍ​ສຽງ​ໂລກປີນີ້ ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຂົ້າ​ຮ່ວມ​ເປັນ​ປະ​ຈຳ, ຕັ້ງ​ໜ້າ​ຂອງ​ທ່ານ​ຜູ້​ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາ​ວະ​ຫັນ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ເປັນຫຼາຍ​ຮູບຫຼາຍ​ແບບ​ດ້ວຍ​ການ​ຂະ​ຫຍາຍ​ຕົວ​ຂອງ​ອິນ​ເຕີ​ເນັດ​ພ້ອມ​ກັບ​ສື່​ສັງ​ຄົມ. ດ້ວຍ​ການ​ເລືອກ​ເອົາ​ຜູ້​ຟັງ​ແມ່ນ​ໃຈ​ກາງ, ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ບໍ່​ພຽງ​ແຕ່​ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ຂອງ​ຜູ້​ຊົມ, ສ້າງ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ທັດ​ສະ​ນະ​ເທົ່າ​ນັ້ນ, ຫາກ​ຍັງ​ກຳ​ແໜ້ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ແລະ ດັດ​ປັບ​ການ​ຂະ​ຫຍາຍ​ຕົວ​ຂອງກະ​ຈາຍ​ສຽງ​ໃຫ້​ສອດ​ຄ່ອງກວ່າ​ເກົ່າ.

 

ວັນກະຈາຍສຽງໂລກປີ 2017 : ຮັບຟັງຄຳເຫັນຂອງຜູ້ຟັງ - ảnh 1
ຈົດ​ໝາຍ​ຂອງ​ຜູ້​ຟັງ,ຜູ້​ອ່ານ​ທີ່​ສົ່ງ​ເຖິງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

        ໃນ​ຍຸກ​ປະ​ຈຸ​ບັນ, ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ຂອງ​ສື່​ສັງ​ຄົມ​ຊຶ່ງ​ໄດ້ ແລະ ພວມ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ສື່​​ຂ່າວ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ໃນ​ນັ້ນ ມີການກະ​ຈາຍ​ສຽງ​ໂລກ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງ​ແທ້​ຈິງ ແລະ ກໍ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ສຳ​ລັບ ການກະ​ຈາຍ​ສຽງ​. ເພື່ອ​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຟັງ, ບັນ​ດາ ວິ​ທະ​ຍຸ​ກະ​ຈາຍ​ສຽງໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ສື່​ສັງ​ຄົມ​ຊຶ່ງ​ແມ່ນ​ບັນ​ດາ​ພາ​ຫະ​ນະ​ທີ່​ຜູ້​ຟັງ​ໃນ​ທຸກວັນ​ນີ້, ພິ​ເສດ​ແມ່ນ​ຜູ້​ຟັງ​ໜຸ່ມ ແລະ ລຸ່ນຜູ້​ຟັງໃນ​ອະ​ນາ​ຄົດ​ໄດ້​ນຳ​ໃຊ້ຫຼາຍ​ທີ່​ສຸດ.

     ສ້າງ​ຄ​ວາມ​ເຊື່ອ​ໝັ້ນ​ຕໍ່​ມວນ​ຊົນ

    ວິ​ທະ​ຍຸ​ກະ​ຈາຍ​ສຽງແຕ່​ລະ​ແຫ່ງ ກໍ​ລ້ວນ​ແຕ່​ມີ​ບັນ​ດາ​ວິ​ທີ​ສະ​ເພາະ​ຂອງ​ຕົນເພື່ອ​ດຶງ​ດູດ​ຜູ້​ຟັງ​​ຮັບ​ຟັງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໃຫ້​ນັບ​ມື້​ນັບຫຼາຍ​ຂຶ້ນ. ວິ​ທະ​ຍຸ​ກະ​ຈາຍ​ສຽງບາງ​ແຫ່ງ​ໄດ້​ແບ່ງ​ປັນ​ບົດ​ຮຽນ ດຶງ​ດູດ​ຜູ້​ຟັງໂດຍ​ຜ່ານ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງມວນ​ຊົນ, ປ່ຽນ​ແປງ​ໃໝ່​ວິ​ທີ​ຜະ​ລິດ​ລາຍ​ການ, ຍົກ​ສູງ​ຄຸນ​ນະ​ພາບ​ເນືຶ້ອ​ໃນ​ລາຍ​ການ….ບັນ​ດາ ວິ​ທະ​ຍຸ​ກະ​ຈາຍ​ສຽງກໍ​ຍົກ​ສູງ​ລັກ​ສະ​ນະ​ໜູນ​ຊ່ວຍ, ກະ​ທົບ​ຕໍ່​ກັນ​ກັບ​ຜູ້​ຟັງ, ເພື່ອ​ໃຫ້​ຜູ້​ຟັງ​ມີ​ໂອ​ກາດ​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ, ສະ​ແດງ​ໃຫ້​ເຫັນ​ທຸກ​ສິ່ງ​ທີ່​ຕ້ອງ​ການ, ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ມີ​ບົດ​ບ​າດ​ສຳ​ຄັນ ແລ​ະ ຍິ່ງກວ່ານັ້ນ, ສຽງ​ເວົ້າ​ຂອງ​ເຂົາ​ເຈົ້າ​ຖືກ​ຮັບ​ຟັງ. ວິ​ທະ​ຍຸ​ກະ​ຈາຍ​ສຽງ ຣູ​ມານີ ແມ່ນ​ໜຶ່ງ​ໃນ​ບັນ​ດາ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຕໍ່​ນະ​ໂຍ​ບາຍ​ປ່ຽນ​ແປງໃໝ່ນີ້ ຂະ​ນະ​ທີ່​ຜູ້​ຟັງ ຣູ​ມາ​ນີ​ ຍັງ​ຄົງ​ນິ​ຍົມ​ຕິດ​ຕາມ​ຟັງຫຼາຍກວ່າ​ໝູ່. ແບ່ງ​ປັນ​ກ່ຽວ​ກັບ​ບັນ​ຫານີ້, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຣູ​ມາ​ນີ Miculescu ຸ​ໃຫ້​ຮູ້​ວ່າ :

     “ ບັນ​ດາ​ລາຍ​ການກະ​ຈາຍ​ສຽງ​ຂອງ​ພວກ​ຂ້າ​ພະ​ເຈົ້າ ໄດ້​ຮັບ​ການ​ຜະ​ລິດ​ໂອຍ​ອີງ​ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ຄວາມ​ເປັນ​ຈິງ. ບັນ​ດາ​ລາຍ​ການ​ໄດ້​ຮັບ​ການ​ຜະ​ລິດ​ໄດ້​ເລັ່ງ​ໃສ່​ຄວາມ​ດຸ່ນ​ດຽ່ງ, ອີງ​ໃສ່​ຄວາມ​ເປັນ​ເອ​ກະ​ລາດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ດຶງ​ດູດ​ຜູ້​ຟັງ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຍູ້​ແຮງ​ລັກ​ສະ​ນະ​ຮ່ວມ​ສຳ​ພັນ, ການ​ກະ​ທົບ​ຕໍ່​ກັນຂອງ​ບັນ​ດາ​ລາຍ​ການກະ​ຈາຍ​ສຽງ​​ຢ່າງບໍ່​ຢຸດຢັ້ງໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຟັງ​ນີ້​ເອງ ”

     ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເພີ່ມລັກ​ສະ​ນະກະ​ທົບ​ຕໍ່​ກັນກັບ​ຜູ້​ຟັງ

   ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ບັນ​ດາ​ລາຍ​ການທີ່​ມີ​ການ​ກະ​ທົບ​ຕໍ່​ກັນ​ເທົ່າ​ນັ້ນ, ບັນ​ດາວິ​ທະ​ຍຸ​ກະ​ຈາຍ​ສຽງ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ຟັງ​ວິ​ທະ​ຍຸ​ກ່ຽວ​ກັບ​ເລື່ອງ​ເຂົາ​ເຈົ້າ​ຢາກ​ຟັງ​ຫຍັງ ແລະ ເຊື່ອມ​ຕໍ່ລະ​ຫວ່າງ​ເຂົາ​ເຈົ້າ​ເຂົ້າກັບບັນ​ດາ​ນະ​ໂຍ​ບາຍ, ແຜນ​ການ, ລາຍ​ການ​ຂອງ​ຕົນ. ໃນ​ສະ​ພາບ​ສົງ​ຄາມ​ກາງ​ເມືອງ​ແກ່​ຍາວ​ເປັນ​ເວ​ລາ 6 ປີ​ທີ່​ຜ່ານ​ມາ​ຢູ່​ຊີ​ຣີ, ເລື່ອງ​ປະ​ຊາ​ຊົນ​ໄດ້​ຕິດ​ຕາມ​ຂ່າວ​ຈາກ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ແມ່ນ​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ເລື່ອງ ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃຫ້​ຂ່າວ​ເຖິງ​ຜູ້​ຟັງ, ຜູ້​ອ່ານ​ຢ່າງ​ພາ​ວະ​ວິ​ໄສ ກໍ​ແມ່ນ​ວຽກ​ງານ​ທີ່ບໍ່​ແມ່ນ​ງ່າຍ​ດາຍ. ທ່ານ​ນາງ Chawaf  ຫົວໜ້າ​ບັນ​ນາ​ທິ​ການ​ໃຫຍ່​ຂອງ ວິ​ທະ​ຍຸ Rozana FM ກໍ​ໄດ້​ມີ​ນະ​ໂຍ​ບາຍ​ທີ່​ດີ​ນັບ​ແຕ່​ຫົວ​ທີ່. ທ່ານ​ນາງ Chawaf  ຫົວໜ້າ​ບັນ​ນາ​ທິ​ການ​ໃຫຍ່​ຂອງ ວິ​ທະ​ຍຸ Rozana FM ກ່າວ​ວ່າ :

    “ວິ​ທະ​ຍຸ Rozana FM ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ສຽງ​ເວົ້າ​ຂອງ​ຊາວ​ຊີ​ຣີ. ຜ່ານ​ໄລ​ຍະ 6 ປີ​ແຫ່ງ​ສົງ​ຄາມ​ກາງ​ເມືອງ ຊຶ່ງ​ຍັງ​ບໍ່​ທັນ​ມີ​ວິ​ທີ​ການ​ແກ້​ໄຂ​ໃຫ້​ຢຸດ​ຕິນັ້ນ, ປະ​ຊາ​ຊົນ​ຊີ​ຣີ ຕ້ອງ​ການ​ມີ​ສື່ມວນ​ຊົນ​ຫາ​ຫະ​ນະ​ໜຶ່ງ​ເພື່ອ​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນຢ່າງ​ເສ​ລີ​. ເພາະ​ສະ​ນັ້ນ, ວິ​ທະ​ຍຸ Rozana FM ໄດ້​ກຳ​ນົດ​ວ່າ ທາງວິ​ທະ​ຍຸ​ຕ້ອງ​ແມ່ນ​ສຽງ​ຂອງ​ປະ​ຊາ​ຊົນ ເພື່ອ​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ. ຍ້ອນ​ແນວນັ້ນ, ຜູ້​ຟັງ​ກໍ​ເປີດ​ອົກ​ເປີດ​ໃຈ​ກວ່າ​ໃນ​ການ​ປະ​ກອບ​ສຽງ​ເວົ້າ​ຂອງ​ຕົນ​ຜ່ານ​ລາຍ​ການ​ກະ​ຈາຍ​ສຽງ, ຍ້ອນບໍ່​ຄື​ກັບ​ໂທ​ລະ​ພາບ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ຖືກ​ປະ​ກົດ​ຕົວ, ສຳ​ລັບການກະ​ຈາຍ​ສຽງ, ເຂົາ​ເຈົ້າ​ຈະ​ບໍ່​ປະ​ກົດ​ຕົວ. ນັ້ນ​ແມ່ນ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ​ໂດຍ​ເສ​ລີ​ ”

        ໃນ​ສານ​ວັນກະ​ຈາຍ​ສຽງ​ໂລກ​ປີ 2017, ທ່ານ​ນາງ Irina Bokova, ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ຢືນ​ຢັນ​ວ່າ ໃນ​ວັນ​ນີ້, ວິ​ທີ​ຊຶ່ງ​ພວກ​ເຮົາ​ແບ່ງ​ປັນ ແລະ ຕິດ​ຕາມ​ຂ່າວ​ຄາວ​ພວມ​ນັບ​ມື້​ນັບ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ໃນ​ສະ​ພາບ​ການນັ້ນ, ບັນ​ດາ ວິ​ທະ​ຍຸ​ກະ​ຈາຍ​ສຽງ ບໍ່​ມີ​ຍາມ​ໃດ​ພັດ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ລັກ​ສະ​ນະ​ເຊື່ອມ​ຕໍ່ ແລະ ມີ​ຄວາມ​ສຳ​ຄັນ​ຄື​ໃນ​ປະ​ຈຸ​ບັນ. ບັນ​ດາ​ລາຍ​ການກະ​ຈາຍ​ສຽງ​ທີ່​ສົ່ງ​ເຖິງ​ຜູ້​ຟັງໃຫ້​ເຂົາ​ເຈົ້າ​ຮັບ​ຟັງ ແລະ ກະ​ທົບ​ຕອບ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຟັງ ໄດ້ ແລະ​ ພວມຊ່ວຍລາຍ​ການກະ​ຈາຍ​ສຽງ​ ກາຍ​ເປັນ​ເພື່ອນ​ຂອງ​ຜູ້​ຟັງ​ເອງ. ຍ້ອນ​ເຫດນີ້​ເອງ, ກໍ​ຈະ​ຊ່ວຍ​ຢືນ​ຢັນ​ບົດ​ບາດ​ສຳ​ຄັນ​ຂອງວຽກ​ງານ ການກະ​ຈາຍ​ສຽງ​ ແລະ ການ​ຮັກ​ສາ​ທີ່​ຕັ້ງ​ຂອງ​ການກະ​ຈາຍ​ສຽງ​ໃນ​ໂລກ​ຍຸກ​ປະ​ຈຸ​ບັນ ແມ່ນ​ຢູ່​ໃນ​ຂອບ​ເຂດ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ