ວັນບຸນເອກະລາດ ແລະ ບົດຮຽນກ່ຽວກັບຄຸນຄ່າຂອງເສລີພາບ

(VOVWORLD) -ກ່ອນນີ້ 73 ປີ, ພາຍຫຼັງການລຸກຮື້ຂຶ້ນ ແຫ່ງການປະຕິວັດເດືອນ ສິງຫາ, ໃນວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ຖະແຫຼງຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ ແລະ ໂລກ ກ່ຽວກັບປະເທດຫວຽດນາມ ທີ່ມີເອກະລາດ ເສລີພາບ. ໃນຈຸດເວລານັ້ນ, ທຸກໆຄົນກໍ່ໄດ້ຮູ້ສຶກມີຄວາມສຸກ ແລະ ສັກກາລະບູຊາ ຂະນະທີ່ປະເທດຊາດ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນຈຸດເວລາທີ່ໄດ້ຝັງເລິກ ໃນດວງໃຈຂອງປະຊາຊົນຜູ້ຫາກໍ່ຫຼຸດພົ້ນອອກຈາກ ຊາຕາກຳເປັນຂ້າທາດ ແລະ ໃນວັນທີ 2 ກັນຍາ ໄດ້ກາຍເປັນວັນບຸນໃຫ່ຍ ທີ່ມີຄວາມໝາຍ ຂອງຊາວຫວຽດນາມລຸ້ນຕ່າງໆ.
ວັນບຸນເອກະລາດ ແລະ ບົດຮຽນກ່ຽວກັບຄຸນຄ່າຂອງເສລີພາບ  - ảnh 1ປະທານ ໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດ ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ

“ຊາດໜຶ່ງທີ່ມີນ້ຳໃຈເດັດດ່ຽວ ຕ້ານຄືນແອກຄອບຄອງຂອງ ຝະລັງ ເປັນເວລາກວ່າ 80 ມານີ້, ຊາດໜຶ່ງທີ່ໄດ້ເດັດດ່ຽວຢືນຢູ່ ກັບຝ່າຍສຳພັນທະມິດ ຕໍ່ຕ້ານຟາດຊິດ ໃນສອງສາມປີມານີ້, ຊາດນັ້ນກໍ່ຕ້ອງມີເສລີພາບ; ຊາດນັ້ນກໍ່ຕ້ອງມີເອກະລາດ” ຄຳຖະແຫຼງຂອງປະທານ ໂຮ່ຈີມິນ ໄດ້ດັງກ້ອງກັງວານຂຶ້ນ ໃນບໍລິເວນສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ເມື່ອລະດູໃບໄມ້ຫຼົ່ນ ກ່ອນນີ້ 73  ປີ ອັນໄດ້ຝັງເລິກເຂົ້າໃນຄວາມຊົງຈຳ ແລະ ດວງໃຈຂອງຊາວຫວຽດນາມແຕ່ລະຄົນ, ເພາະວ່າ ນັບແຕ່ຈຸດເວລານັ້ນ, ຊາວຫວຽດນາມສາມາດເຫັນໄດ້ເຖິງທັງໝົດຄຸນຄ່າເປັນມະນຸດຂອງຕົນ, ຈາກບ່ອນຖືກຕົກເປັນຂ້າທາດ, ມາຮອດປັດຈຸບັນ ໄດ້ກາຍເປັນພົນລະເມືອງຂອງປະເທດທີ່ມີເອກະລາດ, ເສລີພາບ.

    ນ້ຳໃຈອະມະຕະຂອງຖະແຫຼງການ ປະກາດເອກະລາດ.

      ຖະແຫຼງການ ປະກາດເອກະລາດ ແມ່ນບົດວິລະນິພົນ ສ້າງບັນດາໜ້າປະຫວັດສາດທີ່ສະຫງ່າລາສີ, ເປັນຂີດໝາຍໄຊຊະນະ ຂອງໜຶ່ງສະຕະວັດ ທີ່ອົງອາດກ້າຫານ ຕ້ານຄືນພວກລ່າເມືອງຂຶ້ນ, ສັກດີນາ ແລະ ໄດ້ເປີດສັງກາດໃໝ່ ໃຫ້ແກ່ປະເທດຫວຽດນາມ, ຖະແຫຼງການປະກາດເອກະລາດ ບໍ່ພຽງແຕ່ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດເອກະລາດທຳອິດໃນລະບົບຫົວເມືອງຂຶ້ນຂອງໂລກເທົ່ານັ້ນ, ຫາກຍັງບົ່ງບອກ ເຖິງການສ້າງຕັ້ງລະບອບສັງຄົມໃໝ່, ອຳນາດການປົກຄອງ ກຳມະກອນ-ຊາວນາທຳອິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນັບແຕ່ນີ້ເປັນຕົ້ນໄປ, ໃນຖານະເປັນຜູ້ແມ່ນເຈົ້າຂອງປະເທດຊາດ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ, ໄດ້ທຳການຕໍ່ສູ້ຢ່າງອົງອາດກ້າແກ່ນ ເພື່ອຕ້ານລັດທິຈັກກະພັດ ແລະ ລະບອບສັກດີນາ. ສາດສະດາຈານ ປອ ຟານຊວນເຊີນ ກຳມະການສະພາທິດສະດີ ສູນກາງພັກໄດ້ຖືວ່າ, ໄຊຊະນະຂອງການປະຕິວັດເດືອນ ສິງຫາປີ 1945 ກໍ່ຍ້ອນມີພັກກອມມູນິດຫວຽດນາມທີ່ມີຍຸດໂທບາຍຢ່າງຖືກຕ້ອງ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງທົ່ວປວງຊົນ. ທ່ານກ່າວວ່າ:

      “ຄາວນັ້ນພັກໄດ້ນຳພາ, ພວກເຮົາໄດ້ຢືນຢູ່ກັບ ຝ່າຍສຳພັນທະມິດ, ນັ້ນແມ່ນຝ່າຍປະຊາທິປະທິປະໄຕ ຕໍ່ຕ້ານຟາດຊິດ ເພື່ອຍາດເອົາໄຊຊະນະ ແລະ ນັ້ນແມ່ນສະເໜີຕົ້ນສະເໝີປາຍ. ພວກເຮົາໄດ້ສະແດງໃຫ້ເຫັນແຈ້ງ ທ່າທີແມ່ນມີແຕ່ຮ່ວມມື ແລະ ຮ່ວມງານກັບຝ່າຍສຳພັນທະມິດເທົ່ານັ້ນ. ຢູ່ພາຍໃນ, ພວກເຮົາໄດ້ປຸກລະດົມ ກຳລັງແຮງຂອງປວງຊົນ ໂດຍບໍ່ຈຳແນກຊົນຊັ້ນ, ສາສະໜາ, ຊົນຊາດຊົນເຜົ່າ”.

     ຈຸດເວລານັ້ນ, ທຸກໆຄົນຮູ້ສຶກມີຄວາມຜາສຸກ ແລະ  ສັກກາລະບູຊາ ຂະນະທີ່ປະເທດຊາດ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ແລະ ວັນທີ 2 ກັນຍາ ໄດ້ກາຍເປັນວັນບຸນ ທີ່ມີຄວາມໝາຍ ຂອງຊາວຫວຽດນາມລຸ້ນຕ່າງໆ.

    ຄຸນຄ່າຂອງເອກະລາດ, ເສລີພາບ.

   ບັນດາຕົວພະຍານທີ່ໄດ້ຮັບກຽດເຂົ້າຮ່ວມ, ໄດ້ເຫັນປະຈັກຕາ ບັນຍາກາດໃນວັນບຸນເອກະລາດ ທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ມາຮອດປັດຈຸບັນ ເຂົາເຈົ້າໄດ້ມີອາຍຸສູງແລ້ວ ແລະ ສຸຂະພາບກໍ່ບໍ່ແຂງແຮງ. ເຖິງແນວນັ້ນກໍ່ຕາມ, ເມື່ອເວົ້າເຖິງຈຸດເວລາ ທີ່ສັກກາລະບູຊານັ້ນ, ໃຜໆກໍ່ມີຄວາມສຸກ ຢ່າງປ່ຽງລົ້ນ ດ້ວຍຄວາມຊົງຈຳ ທີ່ບໍ່ອາດຫຼົງລືມໄດ້. ພົນຕີ ຟ້າມຮົ່ງກື, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເລົ່າສູ່ຟັງວ່າ: ພາຍຫຼັງປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການ ປະກາດເອກະລາດ, ທ່ານ ແລະ ປະຊາຊົນນັບແສນຄົນ ໄດ້ພ້ອມກັນຍົກມື ໃຫ້ຄຳປະຕິຍານຕົວວ່າ “ປົກປັກຮັກສາພື້ນຖານເອກະລາດ, ອຳນາດອະທິປະໄຕຂອງປະເທດຊາດ”. ທ່ານກ່າວວ່າ:

     “ພາຍຫຼັງທີ່ຄະນະຈັດຕັ້ງ ໄດ້ກ່າວຄຳປະຕິຍານຕົວແລ້ວ, ປະຊາຊົນນັບແສນໆຄົນ ໄດ້ຍົກມືກ່າວຄຳປະຕິຍານຕົວທີ່ດັງກ້ອງສະໜັ່ນທົ່ວຂອບຟ້າ. ຂ້າພະເຈົ້າກໍໍ່ໄດ້ຍົກມື ກ່າວຄຳປະຕິຍານຕົວ, ແຕ່ນ້ຳຕາໄດ້ຫຼັ່ງອອກ. ເບິ່ງຢູ່ອ້ອມແອ້ມ, ໝູ່ເພື່ອນຂ້າພະເຈົ້າກໍ່ລ້ວນແຕ່ ເຊັດນ້ຳຕາ. ໄລຍະຕໍ່ມາ ຂ້າພະເຈົ້າຈຶ່ງສາມາດເຂົ້າໃຈວ່າ ນັ້ນແມ່ນຄວາມຜາສຸກຢ່າງລົ້ນເຫຼືອ ເພາະວ່າກ່ອນນີ້ສອງສາມວັນ, ປະຊາຊົນໄດ້ຖຶກສູນເສຍປະເທດຊາດ ແລະ ຖືກຕົກເປັນຂ້າທາດ, ແຕ່ໃນວັນນີ້ໄດ້ກາຍເປັນ ພົນລະເມືອງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ມີເອກະລາດ”.

    ສ່ວນພັນເອກ ຫງວຽນຈ້ອງຮ່າມ ອະດີດຮອງເສນາທິການໃຫ່ຍກຳລັງທະຫານເຂດນະຄອນຫຼວງ, ຄາວນັ້ນແມ່ນຜູ້ປ້ອງກັນ ກຳແພງຮ່າໂນ້ຍ ໃຫ້ຮູ້ວ່າ: 

     “ຄວາມປະທັບໃຈ ແມ່ນຢູ່ບ່ອນວ່າ ພາຍຫຼັງທີ່ໄດ້ດຳລົງຊີວິດຢູ່ໃຕ້ສາມລະບອບທີ່ແຕກຕ່າງກັນ, ປັດຈຸບັນ ພື້ນຖານເອກະລາດ ໄດ້ມາສູ່ປະຊາຊົນ ດ້ວຍບັນດາໝາກຜົນສືບຕໍ່ໝາກຜົນ, ຂ້າພະເຈົ້າເຫັນວ່າ ມັນຍິ່ງໃຫ່ຍແທ້. ວັນບຸນເອກະລາດໃນປີນັ້ນ, ເມື່ອອອກສູ່ຖະໜົນຫົນທາງ, ບໍ່ສະເພາະແຕ່ຂ້າພະເຈົ້າ ມີຄວາມເບີກບານມ່ວນຊື່ນເທົ່ານັ້ນ, ຫາກທຸກໆຄົນກໍ່ເບີກບານໃຈ, ເມື່ອພົບກັນກໍ່ຍິ້ມແຍ້ມແຈ່ມໃສ ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ”

     ດ້ວຍບັນດາຄຸນຄ່າເອກະລາດ, ເສລີພາບ, ຄວາມຜາສຸກ ທີ່ທັງຊາດໄດ້ເສຍສະຫຼະເລືອດເນື້ອ ເພື່ອປົກປັກຮັກສານັ້ນ, ວັນບຸນເອກະລາດ ຈະແມ່ນຄວາມເອກອ້າງທະນົງໃຈ, ແມ່ນອຸດົມການ ຂອງລຸ້ນຄົນປັດຈຸບັນ ແລະ ໃນອະນາຄົດ

ຕອບກັບ

ຂ່າວ/ບົດ​ອື່ນ