ສັງ​ຄົມ​ນິ​ຍົມ ແມ່ນ ເສັ້ນ​ທາງ​ຫ​ນຶ່ງ​ດຽວ ຊື່ງ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ

(VOVWORLD) -ເມື່ອປື້ມທີ່ມີຫົວຂໍ້ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເປີດຕົວ, ມີບາງ blogger ຢູ່ຕ່າງປະເທດ ຖືວ່າ ບັນດາຂໍ້ອ້າງ, ເນື້ອໃນ ໃນປື້ມຫົວນີ້ແມ່ນ ຫລ້າຫລັງ, ຫລ້າສະໄຫມ, ຂາດພື້ນຖານທາງວິທະຍາສາດ ແລະ ເລື່ອງເລືອກເຟັ້ນເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຂອງຫວຽດນາມ ແມ່ນຄວາມຜິດພາດ. ບັນດາຂໍ້ອ້າງ, ທັດສະນະແນວຄິດດັ່ງກ່າວ ແມ່ນເພື່ອແນໃສ່ກະທົບເຖິງຄວາມເຊື່ອໝັ້ນຕໍ່ເປົ້າໝາຍອຸດົມຄະຕິຂອງພັກ, ການປະຕິບັດຍຸດທະສາດ “ການຜັນແປສັນຕິ” ຂອງບັນດາອິດທິກຳລັງເປັນປໍລະປັກຕໍ່ກັບ ຫວຽດນາມ

ສັງ​ຄົມ​ນິ​ຍົມ ແມ່ນ ເສັ້ນ​ທາງ​ຫ​ນຶ່ງ​ດຽວ ຊື່ງ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ - ảnh 1ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ.ພາບ:Youtube

ໃນວິວັດທະນາການປະຕິວັດ, ພັກ, ລັດ, ລະບົບການເມືອງ ແລະ ທົ່ວປວງຊົນທັງຊາດ ຫວຽດນາມ ຍາມໃດກໍ່ຈົ່ງຮັກພັກດີ, ມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ການເລືອກເຟັ້ນ ແລະ ຕັດສິນໃຈກ້າວຂຶ້ນຕາມເສັ້ນທາງ ສັງຄົມນິຍົມ. ນີ້ ບໍ່ພຽງແຕ່ແມ່ນການໝູນໃຊ້ລັດທິ ມາກເລນິນ ເຂົ້າພຶດຕິກຳຕົວຈິງຂອງການປະຕິວັດ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງຊາດ ຫວຽດນາມ ອີກດ້ວຍ. ນີ້ກໍ່ແມ່ນເສັ້ນທາງຫນຶ່ງດຽວ ທີ່ຖືກຕ້ອງ, ເໝາະສົມກັບກົດເກນການປະຕິວັດ, ໂດຍພຶດຕິກຳຕົວຈິງໄດ້ສຳຫລວດກວດກາ, ພິສູດ ແລະ  ຢັ້ງຢືນລັກສະນະອັນຖືກຕ້ອງມາແລ້ວ.

ປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ແຕ່ຊຸມປີທ້າຍສະຕະວັດທີ XIX  ຕົ້ນສະຕະວັດ ທີ XX, ໃນຂະນະທີ່ຫລາຍທ່າອ່ຽງປະຕິວັດຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງ, ບໍ່ມີທາງອອກນັ້ນມີພຽງແຕ່ເສັ້ນທາງປະຕິວັດໂດຍປະທານ ໂຮ່ຈີມິນ ລິເລີ່ມນຳພາ, ເດີນຕາມ ສັງຄົມນິຍົມ ແມ່ນເໝາະສົມກັບທ່າອ່ຽງພັດທະນາຂອງປະຫວັດສາດ ແລະ ເຮັດໃຫ້ການປະຕິວັດ ຫວຽດນາມ ປະສົບຜົນສຳເລັດ. ຜ່ານບັນດາໄລຍະປະຫວັດສາດປະຕິວັດທີ່ແຕກຕ່າງກັນ, ໄຊຊະນະໃນການປະຕິວັດປົດປ່ອຍຊາດ ກໍ່ຄືຜົນສຳເລັດໃນການນຳພາປະເທດຊາດ ຍູ້ແຮງກິດຈະການປ່ຽນແປງໃຫມ່, ນັ້ນແມ່ນສິ່ງພິສູດໃຫ້ເຫັນລັກສະນະອັນຖືກຕ້ອງຢ່າງມີຊີວິດຊີວານັ້ນ.

ໃນລະບົບທິດສະດີ ແລະ ຄວາມຮັບຮູ້, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ສະເຫມີຕົ້ນສະເຫມີປາຍ, ຢັ້ງຢືນເປົ້າໝາຍການປະຕິວັດ ຂອງພັກແມ່ນ: ນອກຈາກຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນແລ້ວ, ພັກ ບໍ່ມີຜົນປະໂຫຍດໃດອີກ. ສິ່ງນັ້ນໄດ້ພິສູດໃຫ້ເຫັນຜ່ານການຕໍ່ສູ້ຕ້ານໂລກລະບາດໂຄວິດ 19 ໃນໄລຍະຜ່ານມາ… ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກ, ຍູ້ໂລກລະບາດໃຫ້ຖອຍໄປເທື່ອລະກ້າວ, ນຳປະເທດຊາດພັດທະນາໃນເງື່ອນໄຂປົກກະຕິແບບໃຫມ່. ບັນດາຜົນງານອັນດີງາມນັ້ນ ກໍ່ແມ່ນວິທີການຫັນເປົ້າໝາຍ, ເສັ້ນທາງປະຕິວັດໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງບັນດາຫລັກສະນະພິເສດສະເພາະຂອງ ສັງຄົມນິຍົມ; ຢັ້ງຢືນລັກສະນະດີເລີດຂອງລະບອບ ສັງຄົມນິຍົມ ຢູ່ ຫວຽດນາມ.

ໃນຂົງເຂດເສດຖະກິດ, ປະເທດ ຫວຽດນາມ ບັນລຸໄດ້ບັນດາຜົນງານຮອບດ້ານໃນທຸກດ້ານຊີວິດສັງຄົມ. ພາຍຫລັງ 35 ປີແຫ່ງການປ່ຽນແປງໃຫມ່, ຜ່ານຫລາຍໄລຍະປະສົບກັບຄວາມຫຍຸ້ງຍາກ, ແຕ່ເສດຖະກິດ ຫວຽດນາມ ໄດ້ມີບາດກ້າວພັດທະນາຍາວໄກ . ພິເສດ ໃນໄລຍະຜ່ານມາ, ເມື່ອວິກິດການເສດຖະກິດປົກຄຸມໄປທົ່ວມວນມະນຸດນັ້ນ ແຕ່ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງຮັກສາສະຖຽນລະພາບໄວ້ໄດ້, ຟື້ນຟູວ່ອງໄວ ແລະ ພັດທະນາແບບຍືນຍົງ, ກຳລັງແຮງດ້ານເສດຖະກິດ, ກຳລັງແຮງສັງລວມໄດ້ຮັບການເພີ່ມທະວີ; ບັນດາລະບອບນະໂຍບາຍ, ສະຫວັດດີການສັງຄົມເພື່ອປະຊາຊົນໄດ້ຮັບປະກັນ.

ຈາກຜົນງານການປະຕິວັດ ຫວຽດນາມ ເມື່ອເດີນຕາມເສັ້ນທາງ ສັງຄົມນິຍົມ, ມີຫລາຍປະເທດໃນໂລກໄດ້ເປັນເຈົ້າການຈັບມື, ຮ່ວມມືກັບຫວຽດນາມ ໃນຫລາຍດ້ານ. ປະຈຸບັນ ຫວຽດນາມ ມີການພົວພັນທາງການທູດກັບ 189 ປະເທດ ທີ່ຂຶ້ນກັບທຸກທະວີບ ແລະ ມີການພົວພັນອັນດີງາມກັບປະເທດໃຫຍ່ທັງໝົດ, ບັນດາກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ມີການພົວພັນຄູ່ຮ່ວມມືຍຸດທະສາດກັບ 17 ປະເທດ( ໃນນັ້ນ ມີ 3 ປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ), 13 ປະເທດ ຄູ່ຮ່ວມມືຮອບດ້ານ. ຍິ່ງກວ່ານັ້ນ ອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງພັກກອມມູນິດ ຫວຽດນາມ ກໍ່ໄດ້ຍົກສູງຂຶ້ນຢູ່ເວທີສາກົນ.

ບັນດາປະເທດ, ພັກຝ່າຍເກືອບທັງໝົດໃນໂລກລ້ວນແຕ່ຮັບຮູ້, ເຄົາລົບການເລືອກເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ຂອງຫວຽດນາມ; ຮັບຮູ້ບັນດາຄວາມມານະພະຍາຍາມກໍ່ສ້າງ, ພັດທະນາລະບອບ, ຖືນັ້ນແມ່ນແບບຢ່າງບໍ່ເຄີຍມີມາກ່ອນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ເພື່ອນມິດສາກົນ ກ່ຽວກັບການເລືອກເຟັ້ນຮູບແບບ ສັງຄົມນິຍົມຕໍ່ເປົ້າໝາຍຊື່ງ ຫວຽດນາມ ພວມມຸ່ງໄປເຖິງ ນັ້ນແມ່ນ ວັດທະນະທຳມະນຸດ, ເມດຕາປານີ, ສັນຕິພາບ, ກ່ຽວກັບແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມີໄມຕີຈິດມິດຕະພາບ.

ຫລາຍບັນຫາທິດສະດີ ຊື່ງພັກກອມມູນິດຫວຽດນາມ ເວົ້າລວມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເວົ້າສະເພາະໄດ້ຖອດຖອນມາໄດ້ນັ້ນ, ໂດຍຫລາຍປະເທດ, ພັກການເມືອງ, ອົງການຈັດຕັ້ງສາກົນ ມາຊອກຮູ້ຮ່ຳຮຽນ,ແລກປ່ຽນບົດຮຽນ, ສະແດງຄວາມປະທັບໃຈ ແລະ ການຮັບຮູ້ເປັນພິເສດ. ຍິ່ງກ່ວານັ້ນ ມີຫລາຍພັກການເມືອງ ແລະ ສື່ສິ່ງພິມໃນໂລກ ໄດ້ເອົາລົງບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ວິເຄາະຂໍ້ອ້າງຂອງທ່ານເລຂາທິການໃຫຍ່ ແລະ ຖືນີ້ແມ່ນເອກະສານມີຄຸນຄ່າທາບທາມໃຫຍ່, ແມ່ນການຕອບຄຳຖາມໃຫ້ນັກຄົ້ນຄ້ວາຫລາຍທ່ານໃນໂລກກ່ຽວກັບບາງບັນຫາຊື່ງເຂົາເຈົ້າພວມສົນໃຈ.

ຕໍ່ຈາກນັ້ນ ເພື່ອນມິດສາກົນ ຍິ່ງມີພື້ນຖານປັບປຸງຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງ ຫວຽດນາມ, ເພີ່ມການສະຫນັບສະຫນູນກິດຈະການສ້າງສາປະເທດຊາດຂອງ ຫວຽດນາມ ຕາມເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ. ສະນັ້ນ ບໍ່ຕ້ອງເວົ້າຫລາຍຫລືໂຕ້ຖຽງຫຍັງອີກ ເພາະເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ ແມ່ນໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ແມ່ນເສັ້ນທາງຫນຶ່ງດຽວທີ່ຖືກຕ້ອງຂອງການປະຕິວັດ ຫວຽດນາມ. ເລື່ອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ ແລະ ພວມມານະພະຍາຍາມເພື່ອ ສັງຄົມນິຍົມ, ຍູ້ແຮງກິດຈະການປ່ຽນແປງໃຫມ່ໃນການສ້າງສາ ແລະ ພັດທະນາປະເທດຊາດ ເປັນການຢັ້ງຢືນໃຫ້ເຫັນວ່າ ທົ່ວປວງຊົນທັງຊາດ ພວມ ແລະ ຍາມໃດກໍ່ມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າຈະເດີນຕາມເສັ້ນທາງປະຕິວັດຊື່ງ ພັກໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ