ສັນຍານເຄັ່ງຕຶງເພິ່ມຂຶ້ນໃນແຫຼມເກົາຫຼີ

ໃນ​ຊຸມ​ເດືອນ​ທ້າຍ​ປີ​ນີ້, ​ຢູ່ແຫຼມ​ເກົາຫຼີ​ ມີ​ຄວາມ​ເຄັ່ງຮ້ອນ​ຂຶ້ນ​ຕື່ມ​ຍ້ອນ​ຂ່າວທີ່​ວ່າ: ສປປ​ເກົາຫຼີ ກຽມ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ນຳ​ດາວ​ທຽມ​ສັງ​ເກດ​ໜ່ວຍ​​ໂລກ. ​ໃນ​ຂະນະ​ທີ່​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ​ ພວມ​ບໍ່​ມີ​ທາງ​ອອກນັ້ນ, ການ​ກະທຳ​ດັ່ງກ່າວ​​ອາດ​ຈະ​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ຊື່​ງ​ເຄີຍ​ມີ​ມາແລ້ວ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ເຊີ​ອູ​ນ ​ແລະ ພຽງ​ຢາງ ​ຍິ່ງເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ສັນຍານເຄັ່ງຕຶງເພິ່ມຂຶ້ນໃນແຫຼມເກົາຫຼີ - ảnh 1

​ໂຄສົກ​ໂທລະພາບສປປ​ເກົາຫຼີ ​ແຈ້ງ​ຂ່າວ​ຍິງ​ດາວ​ທຽມ

(ພາບ:dantri.com.vn)

    ​ໃນ​ການ​ຜັນ​ແປ​ຫຼ້າ​ສຸດ, ວັນ​ທີ 5/12, ລັດຖະບານ​ສ.​ເກົາ​ຫລີ ຢືນຢັນ​ວ່າ: ສປປ​ເກົາຫຼີ ​ໄດ້ຕິດ​ຕັ້ງ​ລູກສອນ​​ໄຟ 3 ຊັ້ນ​ໃນ​ຖານ​ຍິງ​ລູກ​ສອນ​ໄຟສຳ​ເລັດ​ແລ້ວ ​ແລະ ພວມ​ດຳ​ເນີນ​ການ​ສູບ​​ເຊື້ອ​ເພີງ​ເຂົ້າກ່ອນ​ທີ່​ຈະ​ປະຕິບັດ​ການ​ຍິງ​ລູກ​ສອນ​ໄຟ. ສະຖານ​ທີ່​ຍິງ​ລູກ​ສອນ​ໄຟ​ແມ່ນ​ຢູ່​ຖານ​ທີ່ໝັ້ນ Tongchang-ri ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງສປປ​ເກົາຫຼີ . ກ່ອນ​ໜ້ານັ້ນ,​ ສຳນັກ​ຂ່າວສານ KCNA ຂອງສປປ​ເກົາຫຼີ ​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ຈະ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ນຳ​ດາວ​ທຽມ​ໃນ​ໄລຍະ​ເວລາ​ແຕ່​ວັນ​ທີ 10-22/12 ​ເພື່ອ​ລະນຶກ 1 ປີ​ແຫ່ງ​ວັນ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ອະດີດ​ປະທານ Kim Jong Il. ລູກ​ສອນ​ໄຟ​ນຳ​ດາວ​ທຽມ​ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນດ້ວຍ​ລູກ​ສອນ​ໄຟ​ສົ່ງ​ໄລຍະ​ໄກ Unha-3, ຊື່​ງພຽງ​ແຕ່​ນຳ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ​ຂຶ້ນ​ອາ​ວະ​ກາດ​ເທົ່າ​ນັ້ນ. ຕາມ​ການ​ຄິດ​ໄລ່​ໂດຍ​ພຽງ​ຢາງ ຍົກ​ອອກ​ມາ​ກັບ​ອົງການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ ສປຊ, ອົງການ​ເດີນ​ທະ​ເລ​ສາກົນ​ແລ້ວ, ຫົວ​ລູກ​ສອນ​ໄຟ​ຈະ​ຕົກລົງ​ທະ​ເລ​ເຫຼືອງ ​ໃນ​ເຂດ​ລະຫວ່າງ​ແຫຼມ​ເກົາຫຼີ ​ແລະ ຈີນ, ສ່ວນ​ທີ 2 ຈະ​ຕົກລົງ​ເຂດ​ທະ​ເລ​ຟີ​ລິບ​ປິນ. ພຽງ​ຢາງ ຢືນຢັນ​ວ່າ, ນີ້​ແມ່ນ​ດາວ​ທຽມ​ສັນຕິພາບ​ເພື່ອ​ແນ​ໃສ່​ພັດທະນາ​ວິທະຍາສາດ​ເຕັກນິກ ​ແລະ ການ​ຍິງ​ລູກ​ສອນ​ໄຟນີ້ ​ແມ່ນ​ນອນ​ໃນ​ແຜນການ​ຂອງສປປ​ເກົາຫຼີ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ລັດ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ວັດທະນາ​ຖາວອນ.

ສັນຍານເຄັ່ງຕຶງເພິ່ມຂຶ້ນໃນແຫຼມເກົາຫຼີ - ảnh 2

(ພາບ:viet.rfi.fr)

   ​ເຖິງ​ແນວ​ນັ້ນກໍ່ຕາມ, ກໍ່​ເຊັ່ນ​ດຽວ​ກັນ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ເມື່ອ​ເດືອນ 4/2012, ​ໃນ​ທັນທີ, ການ​ກະທຳ​ຂອງສປປ​ເກົາຫຼີ  ​ໄດ້​ຮັບ​ການ​ຕຳ​ນິຕິ​ຕຽນ​ຢ່າງ​ຮ້າຍ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ຖື​ວ່າ, ນີ້​ແມ່ນ​ການ​ທົດ​ລອງລູກ​ສະ​ຫຼວດອີ່ຫຼີ​ ​ແລະ ຖືກເກືອດຫ້າມ​ຕາມ​ບັນດາ​ຂໍ້​ກຳນົດ​ຂອງ ສປຊ. ວໍ​ຊິງ​ຕັນ ຖະ​ແຫຼ​ງວ່າ: ບໍ່ວ່າການ​ຍິງ​ດາວ​ທຽມ​ຄັ້ງ​ໃດໆ​ຂອງ​ພຽງ​ຢາງ ກໍ່​ແມ່ນ​ການ​ກະທຳ​ເກາະ​ຜິດ​ທີ່​ຮ້າຍ​ແຮງ, ​ຂົ່ມ​ຂູ່​ເຖິງ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ. ສ​ເກົາຫຼີ ກໍ່​ກ່າວ​ເຕືອນວ່າ​ຈະ​ຍົກ​ບັນຫາສປປ​ເກົາຫຼີ  ຢູ່​ທີ່ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ກໍ່​ຄວາມ​ກົດ​ດັນ​ເພື່ອ​​ມີ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່. ທ່ານ​ບານ​ກີ​ມູນ, ​ເລຂາທິກ​າຍ​ໃຫ່ຍ ສປຊ ​ໄດ້​ຮຽກຮ້ອງ​ໃຫ້​ພຽງ​ຢາງ ​ພິຈາລະນາ​ຂໍ້​ຕົກລົງ​ນີ້ ​ແລະ ຢຸດຕິ​ທຸກໆ​ການ​ກະທຳ​ກ່ຽວຂ້ອງ​ເຖິງ​ໂຄງການ​ປອດອາວຸດ​ນິວ​ເຄຼຍ.

ສ່ວນ​ທ່ານ Yukiya Amano  ຜູ້ອຳນວຍການ​ໃຫ່ຍອົງການ​ພະລັງງານ​ປະລະມານູ​ສາກົນ IAEA ຖື​ວ່າ: ພຽງ​ຢາງ ປະຕິບັດ​​ແຜນການນີ້ອາດ​ຈະ​ກໍ່​ໃຫ້​ເກີດ​ການ​ກະທົບ​ອັນ​ຫຍໍ້​ທໍ້​ຕໍ່ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງສາ​ກົນ​ເພື່ອ​ແນ​ໃສ່​ສ້າງແຫຼມ​ເກົາຫຼີປອດ​ອາວຸດ​ນິວ​ເຄຼຍ​​. ນັບ​ທັງ​ຈີນ ຊື່​ງ​ແມ່ນ​ພັນທະ​ມິດຕົ້ນຕໍຂອງສປປ​ເກົາຫຼີ  ​ກໍ່​ໄດ້​ເພີ່ມ​ຄວາມ​ກົດ​ດັນ​ທາງ​ການ​ທູດ​ດ້ວຍ​ເລື່ອງ​ທ່ານ​ຫົງ​ເລີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ເຕືອນ​ພຽງ​ຢາງ​ວ່າ: “ຕ້ອງ​ມີ​ການ​ກະທຳ​ຢ່າງ​ລະມັດລະວັງ“ ​ແລະ ບໍ່​​ດຳ​ເນີນ​ບັນດາ​ບາດກ້າວ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.
ບໍ່​ພຽງ​ແຕ່​ມີ​ຄຳ​ຖະ​ແຫລ​ງລ້າໆ​​ເທົ່າ​ນັ້ນ, ​ໃນ​ສອງ​ສາມ​ມື້​ມໍ່ໆ​ມາ​ນີ້, ປະຕິກິລິຍາຂອງ​ຍີ່​ປຸ່ນ, ສ​ເກົາຫລີ, ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ເມື່ອ​ກອງທັບ​ບັນດາ​ປະ​ເທດ​ດັ່ງກ່າວ​ເລີ່​ມຕົ້ນ​ ການ​ຜັນ​ຂະຫຍາຍ​ອາວຸດ​ການ​ທະຫານ​ທັນ​ສະ​ໄຫມ​ຢູ່​ ພາກ​ພື້ນ. ວັນ​ທີ 5/12, ກອງທັບ ສ​ເກົາຫລີ ​ໄດ້​ກ່າວ​ເຕືອນ​ວ່າ, ​ເຂົາ​ເຈົ້າ​ໄດ້​ຜັນ​ຂະຫຍາຍ ອຸປະກອນ radar ​ເຄື່ອງ​ຫນຶ່ງ​ເພື່ອ​ເຕືອນ​ໄພ​ລູກ​ສອນ​ໄຟປະ​ເພດ​ໃຫມ່ ດ້ວຍ​ຈຸດປະສົງ​ປົກ​ປັກ​ຮັກສາ​ເຂດ​ດິນ​ແດນ​ຕໍ່ຫນ້າ​ການ​ບຸກ​ໂຈມ​ຕີ​ຂອງ ສປປ ​ເກົາຫລີ. ສ​ເກົາຫລີ ກໍ​ພວມ​ຄິດ​ໄລ່​ຊັ່ງຊາ​ເຖິງ​ການ​ຜັນ​ຂະຫຍາຍ​ລະບົບ​ທຳລາຍ​ລູກ​ສອນ​ໄພ PAC 2 ​ເພື່ອ​ປ້ອງກັນ​​ໃຫ້​ໃນກໍລະນີ​ລູກ​ສອນ​ໄພ​ຂອງ ສປປ ​ເກົາຫລີ ​ໄປ​ຜິດແລວ.

        ​ໃນ​ຂະນະ​ນັ້ນ, ຍີ່​ປຸ່ນ ​ໄດ້​ສົ່ງ​ລູກ​ສອນ​ໄຟ Patriot ​ເຖິງ​ຖານ​ທີ່​ໝັ້ນ​ການ​ທະຫານ​ Okinawa. ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ ເຮືອບິນ​ສອດ​ແນມ​ຍຸດ​ທະ​ສາດ​ເອ​ເລັກ​ໂຕ​ນິກ ຢູ່ຖານ​ທີ່​ໝັ້ນ​ທະຫານ​ປ້ອງ​ກັນ​ອາກາດ ຢູ່  Okinawa  . ກຳ​ປັ່ນ​ຂັບ​ໄລ່​ຂອງ​ຍີ່​ປຸ່ນ ​ໃນ​ລະບົບ Aegis ​ໄດ້​ຮັບ​ການ​ກຳນົດ​ທິດເພື່ອ​ຄວບຄຸມເຂດ​ນ່ານຟ້າ​ທາງ​ທິດຕາ​ເວັນ​ອອກ ຈີນ, ຍີ່​ປຸ່ນ ​ແລະ ທະ​ເລ​​ເຫລືອງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ທຳລາຍ​ລູກ​ສອນ​ໄຟ ຖ້າ​ຫາກ​ລູກ​ສອນ​ໄຟ​ຜ່ານ​ເຂດ​ນ່ານຟ້າ​ຂອງ​ປະ​ເທດ​ນີ້. ອາ​ເມ​ລິ​ກາ, ຍີ່​ປຸ່ນ ​ແລະ ​ສ​ເກົາຫລີ ກໍ​ລ້ວນ​ແຕ່​ວາງ​ແຜນການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ ແລະ ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່ການ​ຜັນ​ແປ​ຂອງ​ເຫດການ​ດັ່ງກ່າວ​ເພ່ືອ​ມີ​ມາດ​ຕະການ​ ຮັບ​ມື​ຢ່າງ​ທັນ​ການ.

        ບັນດາ​ການ​ຜັນ​ແປ ທີ່​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ນີ້ ​ໄດ້​ກໍ່​ຄວາມວິຕົກ​ກັງວົນ​ໃຫ້​ປະຊາ​ຄົມ​ໂລກ. ມາ​ຮອດ​ປະຈຸ​ບັນ, ບໍ່​ທັນ​ມີ​ສັນຍານ​​ໃດ​ສະ​ແດງ​ໃຫ້​ເຫັນ​ວ່າ ພຽງ​ຢາງ ຈະປະລະ​ແຜນການ​ຂອງ​ຕົນ. ມີ​ຜູ້​ຊ່ຽວຊານ​ຫລາຍ​ທ່ານ​ຄາດ​ຄະ​ເນ​ວ່າ, ​ເຫດການ​ດັ່ງກ່າວ​ດຳ​ເນີນ​ໄປ​ໃນ​ສະພາວະ​ທັງ​ຍີ່​ປຸ່ນ ​ແລະ ສ​ເກົາຫລີ ພວມ​ຮີ​ບ​ເຮັ່ງ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ ​ແລະ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ກໍ​ພວມ​ກະກຽມ​ກ້າວ​ເຂົ້າ​ສູ່​ອາຍຸ​ການ​ທີ 2, ສິ່ງ​ດັ່ງກ່າວ​ຈະ​ກໍ່​ຜົນ​ກະທົບ​ບໍ່​ດີ​ຕໍ່​ການ​ພົວພັນ​ລະຫວ່າງ ສປປ ​ເກົາຫລີ ກັບ​ບັນດາ​ປະ​ເທດ​ພວມ​ຖືກ​ຖື​ວ່າ​ເປັນ​​ປໍ​ລະ​ປັກ​ກັບປະ​ເທດ​ນີ້. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ​ເຫດການ​ຍິງ​ລູກ​ສອນ​ໄຟ​ເປັນ​ສອງ​ຄັ້ງຢ່າງລຽນຕິດ​ຂອງ ສປປ ​ເກົາຫລີ ​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ທຸກ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ກ່ຽວ​ກັບ​ບັນຫາ​ປອດ​ອາວຸດ​ນິວ​ເຄຼຍ ຢູ່ ​ໃນ​ແຫລມ​ເກົາຫລີ ​ໄດ້ ​ແລະ ພວມ​ຕົກ​ເຂົ້າ​ສູ່​ສະພາບບໍ່ມີທາງອອກ.

        ບໍ່​ທັນ​ຮູ້​ໄດ້​ວ່າ ຜົນ​ຮ້າຍ​ຢ່ອນ​ຫລັງ​ຂອງ​ເຫດການ​ດັ່ງກ່າວ​ຈະ​​ເປັນ​ແນວ​ໃດ ​ແຕ່​ມັນ​ສາມາດ​ທຳລາຍ​ທຸກຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ຢູ່​ ໃນ​ແຫລມ​ເກົາຫລີ ຊື່​ງບັນດາ​ຝ່າຍໄດ້​ສຸມທຸກ​ກຳລັງ​​ເຫື່ອ​ແຮງ​​​ໃນ​ໄລຍະ​ຜ່ານ​ມາ.

 



ຕອບກັບ

ຂ່າວ/ບົດ​ອື່ນ