ສືບຕໍ່ສ້າງລັດຖະບານສັດຊື່ບໍລິສຸດ,ສ້າງສັນໃນປີ 2017

ສິ້ນ​ສຸດ​ປີ 2016, ເຊິ່ງ​ແມ່ນ​ປີ​ທີ່ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດເລີ່ມ​ທຸ​ລະ​ກິດ​, ແຜນ​ນະ​ໂຍ​ບາຍ​ສ້າງ​ລັດ​ຖະ​ບານ​ໃຫ້​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ແລະ ມີ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ. ປີ 2017, ລັດ​ຖະ​ບານ​ຫວຽດ​ນາມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍນີ້​ ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ດ​ວ້ຍ​ຫົວ​ຂໍ້​ທີ່ກວ້າງກວ່າ, ກວມ​ລວມ​ໃນ​ທຸກ​ຂົງ​ເຂດ, ນັ້ນ​ແມ່ນ “ເພີ່ມ​ທະ​ວີ​ລະ​ບຽບ​ວິ​ໄນ, ຍົກ​ສູງ​​ນ້ຳ​ໃຈ​ຮັບ​ຜິດ​ຊອບ, ແຂ່ງ​ຂັນ​ກັນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ ”. ນີ້​ແມ່ນ​ບາດ​ກ້າວ​ຕໍ່​ໄປສຳ​ຄັນ​ທີ່​ສຸດ​ ເພື່ອ​ປະ​ຕິ​ບັດ​ຄ​ວາມ​ມຸ່ງ​ຫວັງ​ສ້າງ​ລັດ​ຖະ​ບານ​ໃຫ້​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ​ ເຊິ່ງ​ຜູ້​ນຳ​ລັດ​ຖະ​ບານ​ໄດ້​ວາງ​ອອກ.

 

ສືບຕໍ່ສ້າງລັດຖະບານສັດຊື່ບໍລິສຸດ,ສ້າງສັນໃນປີ 2017 - ảnh 1
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ​ຂອງ​ລັດ​ຖະ​ບານ

          ສ້າງ​ລັດ​ຖະ​ບານໃຫ້​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດແມ່ນ​ມີ​ຄວາມ​ໝາຍເຊັ່ນ ​ດຽວ​ກັນ​ກັບ​ສ້າງ​ລັດ​ຖະ​ບານ​​ເຄື່ອນ​ໄຫວຢ່າງ​ມີ​ປະ​ສິດ​ທິຜົນ, ລັດ​ຖະ​ບານ​​ທີ່​ມີ​ການເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​​ກະ​ທຳ, ມີ​ຄວາມ​ສຳ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ມາ​ຊິກ​ດ້ວຍ​ກັນ ແລະ ກັບ​ທົ່ວ​ລະ​ບົບ ເພື່ອ​ມີ​ກົນ​ໄກ​ເຄື່ອນ​ໄຫວ​ທີ່​ເປັນ​ເອ​ກະ​ພາບ. ລັດ​ຖະ​ບານ​ທີ່​ມີ​ຄວາມສັດ​ຊື່​ບໍ​ລິ​ສຸດ ກໍ່​ແມ່ນ​ລັດ​ຖະ​ບານບໍ່​ມີ​ການ​ສໍ້​ລາດ​ບັງຫຼວງ, ຖື​ວຽກ​ງານ​ຂອງ​ລັດ​ເປັນ​ສຳ​ຄັນ, ສຸດ​ຈິດ​ສຸດ​ໃຈເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ.

          ລັດ​ຖະ​ບານ​ມີ​ຄວາມ​ສ້າງ​ສັນ​​ໃນ​ການພັດ​ທະ​ນາ ແມ່ນ​ລັດ​ຖະ​ບານ​​​ທີ່ມີ​ການສ້າງ​​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ໃຫ້​​ແກ່ວິ​ສາ​ຫະ​ກິດ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ​ສະ​ບາຍ. ເພື່ອ​ໃຫ້​ໄດ້​ຄື​ແນວນັ້ນ, ຕ້ອງ​ປ່ຽນ​ແປງກອບ​ນະ​ໂຍ​ບາຍ, ບັນ​ດາ​ເງື່ອນ​ໄຂ​ພື້ນ​ຖານ​ໂຄງ​ລ່າງ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ...

       ສ້າງ​ພະ​ລັງ​ແຮງ​ນັບແຕ່​ປີ 2016

          ປີ 2016, ດ້ວຍ​ການ​ເລືອກ​ເຝັ້ນ​ໃຫ້​ເປັນ​ປີ​ເລີ່ມ​ທຸ​ລະ​ກິດ, ບັນ​ດາ​ຫາງ​ສຽງ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ​ຂອງ​ລັດ​ຖະ​ບານ​ໃນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ສ້າງ​ລັດ​ຖະ​ບານ​ໃຫ້​ມີ​ຄວາມສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ, ມີ​ການ​ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ຕາມ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຟ້າມ​ຈີ​ລານ ແລ້ວ, ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຕີ​ລາ​ຄາ​ດ້ານ​ຈິດ​ໃຈ​ສູງ​ທີ່​ສຸດ, ພິ​ເສດ​ແມ່ນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນັບ​ແຕ່​ເມື່ອ​ໄດ້​ສາ​ບານ​ຕົວ​ເຂົ້າດຳ​ລົງ​ຕຳ​ແໜ່ງ ​ທ່ານໄດ້​ມີ​ສະ​ຕິ ແລະ ມີຖະ​ແ​ຫຼງ​ການ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ການ​ສ້າງ​ລັດ​ຖະ​ບານ​ທີ່​ມີ​ຄວາ​ມ​ສ້າງ​ສັນ, ລັດ​ຖະ​ບານ​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ ຕ້ອງ​ໄປ​ພ້ອມ​ກັບ 2 ປັດ​ໃຈ​ໃໝ່​ເມື່ອ​ທຽບ​ໃສ່​ລັດ​ຖະ​ບານ​ຊຸດ​ກ່ອນ ນັ້ນ​ແມ່ນ​ລັດ​ຖະ​ບານ​ມີ​ການ​ກະ​ທຳ ແລະ ລັດ​ຖະ​ບານ​ຮັບ​ໃຊ້. ສະ​ແດງ​​ໃຫ້​ເຫັນ​ແຈ້ງ​ທີ່​ສຸດ​ແມ່ນ​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ພົບ​ປະ​ກັບ​ປະ​ຊາ​ຊົນ ແລະ ບັນ​ດາ​ຊັ້ນ​ຄົນ​ອື່ນ​ໃນ​ສັງ​ຄົມ​ເປັນຫຼາຍ​ຄັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ຂຸ້ນ​ຂ້ຽວ​ປະ​ກາດ​ໃຊ້​ບັນ​ດາ​​ໂຄງ​ການ​ກະ​ທຳ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການກໍ່​ຄື​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ປະ​ຕິ​ບັດ​ຈິດ​ໃຈ​ສ້າງ​ສັນ ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ຫວ​ຽດ​ນາມ.

          “ຄັ້ງ​ນີ້ ລັດ​ຖະ​ບານບໍ່​ພຽງ​ແຕ່​ຍົກ​ອອກ​​ໂຄງການເຄ​ື່ອນ​ໄຫວ​ໃນ​ໄລ​ຍະ 1 ປີ ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ອອກ​ໂຄງ​ການ​ກະ​ທຳ​​ໄລ​ຍະ 5 ປີ​ອີກ​ດ້ວຍ ເພື່ອ​ສ້າງ​ລັດ​ຖະ​ບານ​ທີ່​ມີ​ຄວາມ​ສ້າງ​ສັນ, ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ມີ​ລັກ​ສະ​ນະ​ປະ​ຕິ​ຮູບ, ມີ​ຄວາມ​ແຕກ​ຕ່າງ​ເມື່ອ​ສົມ​ທຽບ​ໃສ່​ກ່ອນນີ້.ຈິດ​ໃຈ​ດັ່ງ​ກ່າວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ບາງ​ກະ​ຊວງ, ຂະ​ແໜງ​ການກໍ່​ມີ​ການ​ຫັນ​ປ່ຽ​ນ​ສ່ວນໃດ​ໜຶ່ງ”

          ຫັນ​ແຜນ​ນະ​ໂຍ​ບາຍ​ສ້າງ​ລັດ​ຖະ​ບານ​ທີ່​ມີ​ຄວາມ​ສ້າງ​ສັນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ຍັງ​ສະ​ແດງ​ອອກ​ໃນ​​ເລື່ອງ​ປັບ​ປຸງການ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານລຸ່ມ ​ກົດ​ໝາຍເພື່ອ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ. ທ່ານ ຫວູ​ມາວ ອະ​ດີດ​ຫົວ​ໜ້າ​ກຳ​ມາ​ທິ​ການ​ ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ, ຕີ​ລາ​ຄາ​ວ່າ:

          “ລັດ​ຖະ​ບານ​ຊີ້​ນຳ​ຢ່າງ​ເດັດ​ດ່ຽວ, ໃກ້​ຊິດ​ຕິດ​ແທດ​ຢ່າງ​ເລິກ​ເຊິ່ງ​ກັບ​ຮາກ​ຖານ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ໝັ້ນ​ໃຈ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​​ບັນ​ດາວິ​ສາ​ຫະ​ກິດ. ລັດ​ຖະ​ບານກໍ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສະ​ຕິ​ຖື​ກົດ​ໝາຍ​ເປັນ​ສຳ​ຄັນ ເມື່ອ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ເບິ່ງ​ຄືນ​ບັນ​ດາ​​ຈົດ​ໝາຍ​ລັດ​ຖະ​ການ, ຮຽ​ກ​ຮ້ອງ​ໃຫ້​ຫຼຸດ​ຜ່ອນຈົດ​ໝາຍ​ລັດ​ຖະ​ການ​ລົງ. ນີ້​ແມ່ນ​ແນວ​ຄວາມ​ຄິດ​ທີ່​ດີ, ​ຕໍ່ຈາກນັ້ນ​ແມ່ນ​ລັດ​ຖະ​ບານ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຖື​ເປັນ​ສຳ​ຄັນ​ກວ່າ, ຊ່ວຍ​​ລັດ​ຖະ​ບານ​ປັບ​ປຸງ​ລະ​ບົບກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ເພື່ອ​ໃຫ້​ລັດ​ຖະ​ບານ​ມີ​ພື້​ນ​ຖານ​ໃນ​ການ​ບໍ​ລິ​ຫານ ”

          ເປັນ​ເຈົ້າ​ການກວ່າ​ໃນ​ປີ 2017

          ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ພາຍຫຼັງ 9 ເດ​ືອນ​ທີ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ລັດ​ຖະ​ບານ​ສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ, ມີ​ການ​ກະ​ທຳ, ຮັບ​ໃຊ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ. ສິ່ງ​ດັ່ງ​ກ່າວນີ້​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ລັດ​ຖະ​ບານ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສ້າງພະ​ລັງ​ແຮງ​ໃຫ້​ເພື່ອນ​ຮ່ວມ​ງານແລະ ທັງ​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ 63 ແຂວງ, ນະ​ຄອນ​ທີ່​ວາ​ລະ​ປະ​ຊຸມ​ທ້າຍ​ປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນ​ດາ​ສະ​ມາ​ຊິກ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ມີ​ຄວາມ​ມຸ່ງ​ຫວັງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່.

          “ບົດ​ບາດ​ໜ້າ​ທີ່​ແມ່ນ​ສຳ​ຄັນ​ທີ່​ສຸດ ແລະ ວຽກທຳ​ອິດ​​ທີ່ພວກ​ເຮົາ​ມັກ​ເຮັດ​ແມ່ນ​​​ການຄຸ້ມ​ຄອງ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດ. ແຕ່​ພວກ​ເຮົາ​ຕ້ອງ​ເວົ້າ​ເຖິງ​ວຽກ​ທີ່ 2 ແມ່ນ​ສ້າງ​ອຳ​ນາດ​ການ​ປົກ​ຄອງ, ສ້າງ​ລັດ​ຖະ​ບານ​ໃຫ້​ມີ​ຄວາມ​ສ້າງ​ສັນ, ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ມີ​ການ​ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການກວ່າ, ຕ້ອ​ງ​ເຮັດ​ໃຫ້​ດີກວ່າ​ກ່ຽວ​ກັບ​ວຽກ​ງານ​ທີ່ 2 ນີ້​ຈຶ່ງ​ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ໄດ້

          ໃນ​ເງື່ອນ​ໄຂ​ປີ 2017 ນີ້​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ສະ​ນັ້ນ​ຜູ້​ນຳ​ໜ້າ​ລັດ​ຖະ​ບານ​ຈຶ່ງ​ໄດ້​ກຳ​ນົດ ຖ້າ​ຫາກບໍ່​ມີ​ການ​ປ່ຽນ​ແປງ​ໃໝ່, ບໍ່​ມີ​ການ​ປະ​ຕິ​ຮູບ ຫວຽດ​ນາມ​ຈະ​ປະ​ສົບ​ກັບ​ກຳ​ລັງ​ຂີດ​ຂວາງ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ.

          “ພວກ​ເຮົາ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ຕໍ່​ຫົວ​ຂໍ້​ປີ 2017 ນັ້ນ​ແມ່ນ ເພີ່ມ​ທະ​ວີ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ, ຍົກ​ສູງ​​ນ້ຳ​ໃຈ​ຮັບ​ຜິດ​ຊອບ, ແຂ່ງ​ຂັນ​ກັນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ. ຄັ້ງ​ນີ້​ພວກ​ເຮົາ​ຕ້ອງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ການ​ແຂ່ງ​ຂັນ​ກັນ ​ຍ້ອນ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ຍັງ​ຕ່ຳ​ຢູ່​ເມື່ອ​ທຽບ​ໃສ່​ພາກ​ພື້ນ ແລະ ໂລກ. ນີ້​ແມ່ນບາດ​ກ້າວ​ຕໍ່​ໄປ ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ ແລະ ເສີມ​ຂ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ແຜນ​ນະ​ໂຍ​ບາຍ​ສ້າງ​ລັດ​ຖະ​ບານ​ໃຫ​້​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ມີ​ຄວາມ​ສ້າງ​ສັນ, ມີ​ການ​ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ມີ​ຄວາມ​ມຸ່ງ​ຫວັງ ເພື່ອ​ນຳ​ປະ​ເທດ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່ ”

          ຫັນ​ແຜນ​ນະ​ໂຍ​ບາຍນີ້​ໃຫ້​ເປັນ​ລະ​ອຽດ ພ້ອມ​ກັບ​ວຽກ​ຮັກ​ສາ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະ​ດັບ 4 %, ສູ້​ຊົນ​ບັນ​ລຸ GDP ໃຫ້​ໄດ້ 6,7 % , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສືບ​ຕໍ່​ສຸມ​ໃສ່​ແກ້​ໄຂ​ລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ.

          “ເມື່ອ​ພົບ​ເຫັນ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ມີ​ລັກ​ສະ​ນະ​ຜູກ​ມັດ, ກົດ​ໜ່ວງ​ທ່ວງ​ດຶງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຕ້ອງ​ສະ​ເໜີ​ຕໍ່​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂດຍ​ໄວ. ແຕ່​ລະ​ຂະ​ແໜງ​ການ, ແຕ່​ລະ​ຂົງ​ເຂດ​ຕ້ອງ​ແກ້​ໄຂ​ບັນ​ຫານີ້​ແຕ່​ຫົວ​ທີ. ວຽກ​​ງານຫຍັງ​ທີ່​ຢູ່​ໃນ​ຂອບ​ເຂດ​ສິດອຳ​ນາດ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຕ້ອງ​ເຮັດ​ໃນ​ທັນ​ຕີ. ວຽກ​ງານ​ຫຍັງ​ທີ່​ຕ້ອງ​ການ​ລາຍ​ງານ​ຕໍ່​ຂັ້ນ​ທີ່​ມີ​ສິດອຳ​ນາດ​ຄື​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ກໍ່​ຄວນ​ລາຍ​ງານ​ໃນ​ທັນ​ທີ ”

          ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ:

          “ຄາດ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ສູ້​ຊົນ​ຍົກ​​ສູງອັນ​ດັບ​ສາ​ກົນ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ໃນ​ນັ້ນ​ພິ​ເສດ​ແມ່ນ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຄົ້ນ​ຄວ້າ, ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ​ ເພື່ອ​ສົ່ງ​ເສີມກວ່າ 3,5 ລ້ານ​ຄອບ​ຄົວ​​ທີ່​ເຮັດ​ທຸ​ລະ​ກິດ​ສ່ວນ​ຕົວ​ໃນ​ປະ​ຈຸ​ບັນ, ມີ​ມາດ​ຕະ​ການ​ຍົກ​ລະ​ດັບ​ເປັນ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ອາ​ກອນ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ພິ​ເສດ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ມີ​ມາດ​ຕະ​ການ​ຢ່າງ​ລະ​ອຽດ ເພື່ອ​ບັນ​ລຸ​ແຕ່​ລະ​ຕົວ​ເລກ​ດັດ​ຊະ​ນີ​ໃນ​ປະ​ມວນ​ຕົວ​ເລກ​ຄາດ​ໝາຍ​ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂັ້ນ​ແຂວງ ແລະ ປະ​ຕິ​ຮູບ​ການ​ບໍ​ລິ​ຫານ. ພວກ​ເຮົາ​ຕ້ອງ​ເຄື່ອນ​ໄຫວ​ທົ່ວ​ທັງ​ລະ​ບົບ ”

        ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ສ້າງ​ລັດ​ຖະ​ບານ​​ສັດ​ຊື່​ບໍ​ລິ​ສຸດ, ​ສ້າງ​ສັນ​ແມ່ນ​ວິ​ວັດ​​ທະ​ນາ​ການ​ໜຶ່ງ. ບັນ​ດາ​ໜ້າ​ທີ່ ເຊິ່ງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍ​ໃນ​ປີ 2017 ແມ່ນ​ບາດ​ກ້າວ​ເດີນ​ສຳ​ຄັນ​ໃນວິ​ວັດ​ທະ​ນາ​ການນັ້ນ, ປະ​ກອບ​ສ່ວນ​ຮັດ​ແຄບ​ວິ​ວັດ​​ການປະ​ຕິ​ບັດ​ການ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັ​ນ​ສະ​ໄໜ, ປະ​ຕິ​ບັດ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ