ສືບຕໍ່ຮ່ວມແຮງຮ່ວມໃຈຫລຸດຜ່ອນຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

(VOVWORLD) -ໂດຍເປັນທຳນຽມແລ້ວ, ວັນທີ 10 ສິງຫາແຕ່ລະປີ, ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍ, ແທດຈິງ ເພື່ອແນໃສ່ຮ່ວມແຮງຮ່ວມໃຈຫລຸດຜ່ອນຄວາມເຈັບປວດເຊິ່ງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ທີ່ຕ້ອງທົນທໍລະມານໃນສົງຄາມເຄມີ ໂດຍກອງທັບ ອາເມລິກາ ກໍ່ຂຶ້ນໃນສົງຄາມຢູ່ພາກໃຕ້ ຫວຽດນາມ ກ່ອນນີ້ 57 ປີ.

ສືບຕໍ່ຮ່ວມແຮງຮ່ວມໃຈຫລຸດຜ່ອນຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 1 ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດ/ດີໂອຊິນແຂວງ ດັກນົງ ມອບຂອງຂວັນ

(ພາບ:VOV)

ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນ, ວົງຄະນະຍາດສາກົນ ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງເຊິ່ງສົງຄາມປະໄວ້, ຈາກນັ້ນພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈ ປະກອບກຳລັງເຫື່ອແຮງສະໜັບສະໜູນທັງດ້ານວັດຖຸ ແລະ ຈິດໃຈສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ.

        ທາດພິດສີສົ້ມ/ດີໂອຊິນ, ເຊິ່ງແມ່ນທາດພິດມີຄວາມອັນຕະລາຍທີ່ສຸດໃນບັນດາປະເພດທາດພິດ, ເຊິ່ງເປັນວິນາດສະກຳສີສົ້ມທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມະນຸດ, ໂດຍອາເມລິກາ ນຳໃຊ້ໃນສົງຄາມກ່ອນນີ້ 57 ປີ. ພາຍໃນເວລາ 10 ປີ ຄືແຕ່ປີ 1961 – 1971, ຄາດວ່າ, ກອງທັບ ອາເມລິກາ ໄດ້ດຳເນີນການຫວ່ານທາດພິດເຄມີ 80 ລ້ານລິດເປັນເກືອບ 20.000 ເທື່ອ, ໃນນັ້ນ 60% ແມ່ນທາດພິດສີສົ້ມ/ດີໂອຊິນ ຫວ່ານລົງເຂດດິນແດນທີ່ກ້ວາງໃຫຍ່ຂອງພາກໃຕ້ ຫວຽດນາມ, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງດ້ານສິ່ງແວດລ້ອມ, ຊີວະພາບ, ສຸຂະພາບຂອງປະຊາຊົນ ແລະ ຜົນຮ້າຍແກ່ຍາວເປັນຫຼາຍລຸ້ນຄົນ.

        ຄວາມຈິງໄດ້ພິສູດໃຫ້ເຫັນວ່າ, ສົງຄາມເຄມີໂດຍ ອາເມລິກາ ດຳເນີນຢູ່ ຫວຽດນາມ ແມ່ນສົງຄາມດ້ວຍຂອບຂະໜາດໃຫຍ່, ແກ່ຍາວທີ່ສຸດ, ກໍ່ຜົນຮ້າຍຢ້ອນຫຼັງຮ້າຍແຮງທີ່ສຸດໃນປະຫວັດສາດຂອງມວນມະນຸດ.

ຜົນຮ້າຍຢ້ອນຫຼັງ ແລະ ການຕິດແປດຈາກທາດພິດສີສົ້ມຢ່າງໜັກໜ່ວງ

       ຕາມການສະຖິຕິແລ້ວ, ປະຈຸບັນ ຢູ່ ຫວຽດນາມ ມີ 4,8 ລ້ານຄົນຖືກຜົນສະທ້ອນທາດພິດເຄມີ/ດີໂອຊິນ, ໃນນັ້ນມີກ່ວາ 3 ລ້ານຄົນແມ່ນຜູ້ປະສົບເຄາະຮ້າຍ, ເຊິ່ງລວມມີບັນດາຜູ້ເຂົ້າຮ່ວມບັ້ນຮົບ, ຮັບໃຊ້ບັ້ນຮົບໂດຍກົງ, ບັນດາປະຊາຊົນຢູ່ເຂດສະໜາມຮົບ, ເຂດປົດປ່ອຍ… ເປັນຕາຢ້ານກົວທີ່ສຸດແມ່ນ, ທາດພິດສີສົ້ມ/ດີໂອຊິນ ອາດຈະສືບກຳມະພັນຜ່ານຫຼາຍລຸ້ນຄົນ ແລະ ຢູ່ ຫວຽດນາມ ການຕິດແປດໄດ້ສືບກຳມະພັນໄປເຖິງລຸ້ນຄົນທີ 4. ຕາມການສະຖິຕິແລ້ວ, ປະຈຸບັນໃນທົ່ວປະເທດມີຜູ້ປະສົບເຄາະຮ້າຍລຸ້ນທີ 2 ກ່ວາ 150.000 ຄົນ; ຜູ້ປະສົບເຄາະຮ້າຍລຸ້ນທີ 3 ມີ 35.000 ຄົນ ແລະ ມີຜູ້ປະສົບເຄາະຮ້າຍລຸ້ນທີ 4 ມີປະມານ 2.000 ຄົນ. ທ່ານ ຫງວຽນເຕີ໋ນເດົ່າ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ກວາງຈິ້, ແບ່ງປັນວ່າ:

        “ຂ້າພະເຈົ້າໄດ້ເຄື່ອນໄຫວຢູ່ສະໜາມຮົບເຂດ 5 ແຕ່ປີ 1968 ຮອດປີ 1971. ໃນຄອບຄົວມີຂ້າພະເຈົ້າຖືກຕິດທາດພິດສີສົ້ມ/ດີໂອຊິນ, ຖືກຕິດຫຼາຍພະຍາດ. ຂ້າພະເຈົ້າມີລູກ 10 ຄົນແຕ່ 5 ຄົນເສຍຊີວິດ, ມີຜູ້ໜຶ່ງພິການມາແຕ່ເກີດ.”

        ກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນວ່າ ມີ 17 ພະຍາດກ່ຽວຂ້ອງເຖິງທາດພິດສີສົ້ມ/ດີໂອຊິນ ໄດ້ຮັບການຮັບຮອງຈາກອົງການອານາໄມໂລກ. ທາດພິດ ດີໂອຊິນ ໄດ້ສົ່ງຜົນກະທົບເຖິງລະບົບໄຫຼວຽນຂອງເລືອດ, ລະບົບຫາຍໃຈ, ລະບົບຂັບຖ່າຍ, ບໍ່ພຽງແຕ່ກໍ່ໃຫ້ເກີດພະຍາດໜຶ່ງເທົ່ານັ້ນ ຫາກມັນໄດ້ສົ່ງຜົນກະທົບເຮັດໃຫ້ລະບົບພຸມຄຸ້ມກັນໃນຮ່າງກາຍຂອງຄົນເຈັບ, ຈາກນັ້ນກໍ່ໃຫ້ເກີດບັນດາພະຍາດອື່ນໆ.

ຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ຫວຽດນາມ

       ພາລະກິດແຫ່ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ໂດຍ ອາເມລິກາ ນຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ, ລັດ ຫວຽດນາມ.

        ນັບແຕ່ປີ 1998 ມາຮອດປະຈຸບັນ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາລັດຖະດຳລັດກຳນົດກ່ຽວກັບການປະຕິບັດລະບອບນະໂຍບາຍກ່ຽວຂ້ອງເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເປັນ 3 ຄັ້ງ. ແຕ່ລະປີ, ຄາດວ່າ ລັດໄດ້ສະຫງວນງົບປະມານກ່ວາ 10.000 ຕື້ດົ່ງເພື່ອໜູນຊ່ວຍໃນແຕ່ລະເດືອນ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູອະໄວຍະວະໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ລ້າງພິດ, ແກ້ໄຂມົນລະພິດສິ່ງແວດລ້ອມ.

ສືບຕໍ່ຮ່ວມແຮງຮ່ວມໃຈຫລຸດຜ່ອນຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ - ảnh 2 ພາບປະກອບ

ສິ່ງທີ່ໜ້າເອົາໃຈໃສ່ ນັ້ນແມ່ນ ການຂົນຂວາຍເພື່ອທວງໃຫ້ອໍານາດການປົກຄອງ ອາເມລິກາ, ບັນດາບໍລິສັດເຄມີຂອງອາເມລິກາ ຕ້ອງຮັບຜິດຊອບສໍາລັບບັນດາຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ ຫຼືດີໂອຊີນ ຫວຽດນາມ ແມ່ນບັນລຸໝາກຜົນໃນເບື້ອງຕົ້ນ. ນັບແຕ່ປີ 2011, ຫ້ອງການງົບປະມານສະພາແຫ່ງຊາດ ອາເມລິກາ ໄດ້ໃຫ້ສັດຕະຍາບັນສໍາລັບການສະລ້າງ, ທໍາຄວາມສະອາດຢູ່ເຂດຖືກຕິດທາດພິດດີໂອຊີນ ທີ່ສະໜາມບິນ ດາໜັງ, ຫວຽດນາມ ແລະ ໜູນຊ່ວຍບັນດາການບໍລິການສາທາລະນະສຸກໃຫ້ແກ່ປະຊາຊົນຫວຽດນາມ ທີ່ດໍາລົງຊີວິດຢູ່ໃກ້ເຂດດັ່ງກ່າວ. ນອກຈາກນັ້ນ, ບາງອົງການບໍ່ຂຶ້ນກັບລັດຖະບານຂອງອາເມລິກາ ກໍໄດ້ເຂົ້າຮ່ວມບັນດາໂຄງການກໍາຈັດມົນລະພິດສິ່ງແວດລ້ອມ ແລະ ໜູນຊ່ວຍບັນດາການບໍລິການສາທາລະນະສຸກໃຫ້ແກ່ປະຊາຊົນຫວຽດນາມ.

        ການລະດົມກໍາລັງຈາກສັງຄົມ ແລະ ສາກົນ

        ເຖິງຢ່າງໃດກໍຕາມ, ບັນດາການໜູນຊ່ວຍດັ່ງກ່າວ ຍັງຢູ່ໃນຂອບຂະໜາດໜ້ອຍ, ຍັງບໍ່ພຽງພໍ ເພື່ອສາມາດທົດແທນຜົນຮ້າຍຢ້ອນຫຼັງ ທີ່ບຸກຄົນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫຼືດີໂອຊີນ ພວມທົນທຸກທໍລະມານ ໄດ້ເທື່ອ. ໂດຍຕອບສະໜອງຕາມຄໍາຮຽກຮ້ອງຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫຼື ດີໂອຊີນຫວຽດນາມນັ້ນ, ກໍມີກໍາລັງສັງຄົມຫຼາຍແຫ່ງຖືກຮັບການລະດົມ. ທ່ານ ຟ້າມວັນເຕີ໋ຍ, ປະທານສະໂມສອນການກຸສົນແຫ່ງຊາດ, ໃຫ້ຮູ້ວ່າ:

        ຂ້າພະເຈົ້າໄດ້ມອບຂອງຂວັນໂດຍກົງໃຫ້ແກ່ບັນດາຄອບຄົວທຸກຍາກ, ເດັກນ້ອຍໂຊກບໍ່ດີ. ຂ້າພະເຈົ້າເຫັນວ່າ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມລໍາບາກຫຼາຍ, ເຂົາເຈົ້າບໍ່ສາມາດໄປມາໄດ້, ບໍ່ສາມາດກິນດື່ມເອງ ຫຼື ສຸຂະອະນາໄມດ້ວຍຕົນເອງໄດ້. ດັ່ງນັ້ນ, ຂ້າພະເຈົ້າເຫັນວ່າ ເຮົາຕ້ອງພະຍາຍາມຈັດຕັ້ງບັນດາລາຍການແບບນີ້ ເພື່ອໃຫ້ກໍາລັງໃຈຕໍ່ບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ທີ່ທຸກຍາກ, ລະດົມກໍາລັງໃຈບຸກຄົນທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຮຽກຮ້ອງທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອ, ສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ”.

        ໄປຄຽງຄູ່ກັນນັ້ນ ແມ່ນການໜູນຊ່ວຍຈາກບັນດາອົງການຈັດຕັ້ງຕ່າງປະເທດ. ປັດຈຸບັນມີອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະມານກວ່າ 100 ອົງການ ໄດ້ໃຫ້ການໜູນຊ່ວຍໂດຍກົງ ແລະທາງອ້ອມແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໂດຍຜ່ານບັນດາໂຄງການພັດທະນາເສດຖະກິດສັງຄົມ.

        ຍົກສູງລະດັບໜູນຊ່ວຍໃຫ້ບັນດາຜູ້ປະສົບເຄາະຮ້າຍ ເພື່ອໃຫ້ເຂົາເຈົ້າສາມາດເຊື່ອມຕົວເຂົ້າກັບສັງຄົມ, ເປົ້າໝາຍຮອດປີ 2020, ຫວຽດນາມຈະແກ້ໄຂຜົນຮ້າຍຢ້ອນຫຼັງຂອງທາດພິດເຄມີກ່ຽວກັບສິ່ງແວດລ້ອມ, ສຸຂະພາບມະນຸດ ແລະສະຫວັດດີການສັງຄົມ ໂດຍພື້ນຖານ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ນອກຈາກກໍາລັງຂອງລັດຖະບານ, ຂອງບັນດາອົງການຈັດຕັ້ງສັງຄົມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫຼືດີໂອຊີນຫວຽດນາມແລ້ວ ຍັງຕ້ອງມີການຮ່ວມແຮງຮ່ວມໃຈ ແລະ ການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ, ພິເສດແມ່ນລັດຖະບານ ແລະ ບັນດາບໍລິສັດເຄມີ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ