ສືບທອດບັນດາຄວາມມານະພະຍາຍາມໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -  COP 24 ໄດ້ສິ້ນສຸດລົງ ດ້ວຍໝາກຜົນສຳຄັນ. ເຖິງວ່າຍັງມີຄຳຄິດເຫັນແຕກຕ່າງກັນກໍ່ຕາມ ແຕ່ບໍ່ອາດປະຕິເສດໄດ້ວ່າ ຜ່ານ COP 24 ໂລກໄດ້ກ້າວເຂົ້າໄປອີກບາດໜຶ່ງໃນການຕໍ່ສູ້ຕ້ານຄວາມອຸ່ນຂຶ້ນຂອງໜ່ວຍໂລກ

ເລື່ອງທ້າຍອາທິດຜ່ານມາ, ເກືອບ 200 ປະເທດ ແລະ ເຂດແຄ້ວນໄດ້ເຫັນດີເປັນເອກະພາບກ່ຽວກັບວິວັດການປະຕິບັດຂໍ້ຕົກລົງ Paris 2015 ແມ່ນຂີດໝາຍພົ້ນເດັ່ນຂອງກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ຢູ່ ໂປໂລຍ (COP 24). ນີ້ແມ່ນໄຊຊະນະຂອງການເຈລະຈາຫລາຍຝ່າຍ, ແມ່ນການຜ່ອນສັ້ນຜ່ອນຍາວທີ່ບໍ່ແມ່ນໜ້ອຍກ່ຽວກັບຜົນປະໂຫຍດສະເພາະ ເພື່ອສືບຕໍ່ປະຕິບັດໜ້າທີ່ລວມ: ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ເຖິງວ່າເສັ້ນທາງພາຍພາກໜ້າຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍກໍ່ຕາມ ແຕ່ອາດເວົ້າໄດ້ວ່າ ໂລກໄດ້ຫຍັບມໍ່ເຂົ້າກັນກ່ວາ ເພື່ອສະກັດກັ້ນຄວາມອຸ່ນຂຶ້ນຂອງໜ່ວຍໂລກ.

        ໂດຍໄດ້ດຳເນີນໃນລະຫວ່າງວັນທີ 02 – 14 ທັນວາ, ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ມີພາລະກຳແກ້ໄຂສະພາບບໍ່ມີທາງອອກໃນການປະຕິບັດຂໍ້ຕົກລົງ Paris. ຍ້ອນຮອດປີ 2020, ຂໍ້ຕົກລົງ Paris ຈະມີຜົນສັກສິດໃນຂະນະທີ່ໂລກຍັງບໍ່ທັນບັນລຸໄດ້ວິວັດການປະຕິບັດຂໍ້ຕົກລົງເທື່ອ.

ສືບທອດບັນດາຄວາມມານະພະຍາຍາມໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1 ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ຢູ່ ໂປໂລຍ (ພາບ: Reuters)

ໝາກຜົນແຫ່ງຄວາມສຳຄັນ

        ສະຫະປະຊາຊາດກຳນົດ COP 24 ແມ່ນກອງປະຊຸມສຳຄັນທີ່ສຸດກ່ຽວກັບດິນຟ້າອາກາດ ນັບແຕ່ເມື່ອພາຍຫລັງຂໍ້ຕົກລົງ Paris 2015 ໄດ້ຮັບການຮັບຮອງເອົາ. ແລະ ວິວັດການປະຕິບັດຂໍ້ຕົກລົງ Paris ແມ່ນໜຶ່ງໃນບັນດາເປົ້າໝາຍໃຫຍ່ສຸດ ຕ້ອງບັນລຸໄດ້ຂອງ COP 24. ໃນຂະນະທີ່ໂລກພວກບໍ່ມີທາງອອກໃນການຜັນຂະຫຍາຍເອກະສານນີ້ ບັນດາປະກົດການອາກາດຮ້າຍແຮງໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ຂອງມະນຸດນັບມື້ນັບເຫັນໄດ້ຊັດ. ດັ່ງນັ້ນ, ເລື່ອງມີບັນດາຫຼັກການລະອຽດ, ຈະແຈ້ງຈະຮູ້ໄດ້ວ່າ ບັນດາປະເທດປະຕິບັດຂໍ້ຕົກລົງ Paris ຫຼື ບໍ່ ແລະ ປະຕິບັດຄືແນວໃດແລ້ວ.

        ເລື່ອງບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຂອບເຂດທີ່ມີລັກສະນະການເຕັກນິກສູງ, ດ້ວຍບັນດາຂໍ້ກຳນົດລະອຽດກ່ຽວກັບວິທີການ ເພື່ອໃຫ້ບັນດາປະເທດລາຍງານປະລິມານອາຍພິດເຮືອນແກ້ວຢ່າງໂປ່ງໃສ ກໍ່ຄືເລື່ອງຫລຸດຜ່ອນປະລິມານອາຍພິດບໍ່ແມ່ນເລື່ອງງ່າຍ. ສະນັ້ນ ໃນ 2 ອາທິດດຳເນີນ COP 24 ໄດ້ດຳເນີນບັນດາການເຈລະຈາ, ການປຶກສາຫາລືຢ່າງເຄັ່ງຕຶງ, ບາງເທື່ອກໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກ, ລະຫວ່າງບັນດາປະເທດສະມາຊິກທີ່ກ່ຽວຂ້ອງເຖິງເນື້ອໃນກ່ຽວກັບວິວັດການປະຕິບັດຂໍ້ຕົກລົງ Paris. ຄວາມບໍ່ລົງລອຍກັນໄດ້ແກ່ຍາວຈົນຮອດມື້ສຸດທ້າຍຂອງກອງປະຊຸມ ເຮັດໃຫ້ຄະນະຈັດຕັ້ງຕ້ອງແກ່ຍາວລາຍການດຳເນີນງານຕື່ມອີກ 1 ວັນ. ຊ້ຳບໍ່ໜຳ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ນອກຈາກເລື່ອງກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານຕ້ອງກັບຄືນ ໂປໂລຍ ອີກເທື່ອໜຶ່ງ ເພື່ອກະຕຸກຊຸກຍູ້ບັນດາການນຳ ແລະ ຄະນະເຈລະຈາສະແດງຄວາມຕັດສິນໃຈດ້ານການເມືອງຢ່າງແຮງໃນການປົກປັກຮັກສາໜ່ວຍໂລກຕໍ່ປະກົດການອຸ່ນຂຶ້ນ.

        ໝາກຜົນແມ່ນກຳເນີດໂຄງການດຳເນີນງານປະຕິບັດຂໍ້ຕົກລົງ Paris 2015 ໄດ້ສ້າງຂຶ້ນ ດ້ວຍບັນດາຫຼັກການລະອຽດທີ່ຜູກມັດຄວາມຮັບຜິດຊອບບັນດາປະເທດໃນໂລກໃນຄວາມມານະພະຍາຍາມຕ້ານຄືນຄວາມອຸ່ນຂຶ້ນຂອງໜ່ວຍໂລກ. ຕາມນັ້ນແລ້ວ, ນັບແຕ່ປີ 2020, ເປັນຕົ້ນໄປ 2 ປີ/ເທື່ອ, ບັນດາປະເທດຕ້ອງລາຍງານໃຫ້ສະຫະປະຊາຊາດຮັບຊາບຈະແຈ້ງກ່ຽວກັບໝາກຜົນຂອງໂຄງການຫລຸດຜ່ອນອາຍພິດ. ບັນດາປະເທດອາດຈະດັດປັບ ແລະ ຍົກບັນດາເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ 5 ປີ/ເທື່ອ. ກ່ຽວກັບດ້ານການເງິນ, ບັນດາປະເທດຫັນເປັນອຸດສາຫະກຳໄດ້ເຫັນດີໃຫ້ຄຳໝັ້ນສັນຍາປະກອບເງິນໃຫ້ແກ່ບັນດາປະເທດພວມພັດທະນາ ເພື່ອປະຕິບັດແຜນການຫລຸດຜ່ອນ, ດັດປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນໄປສູ່ພະລັງງານສະອາດ.

ຍັງຄົງປະສົບກັບສິ່ງທ້າທາຍຕ່າງໆ

        ເຖິງວ່າວິວັດການປະຕິບັດຂໍ້ຕົກລົງ Paris 2015 ບັນລຸໄດ້ຢູ່ COP 24 ກໍ່ຕາມ, ແມ່ນບາດກ້າວສຳຄັນ ແຕ່ບັນດາກຸ່ມຄົ້ນຄວ້າກ່ຽວກັບສິ່ງແວດລ້ອມຖືວ່າ: ກອງປະຊຸມຍັງບໍ່ທັນຕອບສະໜອງໄດ້ເລື່ອງເພີ່ມບັນດາເປົ້າໝາຍ ກ່ຽວກັບເລື່ອງຫລຸດຜ່ອນອາຍພິດເຮືອນແກ້ວ ແນໃສ່ສະກັດກັ້ນຄວາມອຸ່ນຂຶ້ນຂອງໜ່ວຍໂລກ. ບັນດາປະເທດທຸກຍາກຍັງບໍ່ທັນເຂົ້າໃຈແຈ້ງກ່ຽວກັບວິທີການຜັນຂະຫຍາຍກອງທຶນ 100 ຕື້ USD/ປີ ແນໃສ່ຕ້ານການປ່ຽນແປງຂອງດິນຟ້າອາກາດຮອດປີ 2020. ນອກນັ້ນ, ໃນ 2 ອາທິດດຳເນີນກອງປະຊຸມໄດ້ສະແດງໃຫ້ເຫັນວ່າ: ເຖິງວ່າທົ່ວໂລກຮັບຮູ້ໄດ້ໄພອັນຕະລາຍຂອງການປ່ຽນແປງຂອງດິນຟ້າອາກາດກໍ່ຕາມ ແຕ່ທັດສະນະ ແລະ ວິທີການສຳຜັດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຍັງມີຄວາມແຕກຕ່າງກັນຫລາຍ,  ແລະ ຜົນປະໂຫຍດໃນການພັດທະນາເສດຖະກິດຍັງຄົງໄດ້ຖືເປັນສຳຄັນກ່ວາເມື່ອທຽບໃສ່ບັນຫາປົກປັກຮັກສາສິ່ງແວດລ້ອມ. ສິ່ງນີ້ ອາດຈະກີດຂວາງເຖິງຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກໃນອະນາຄົດ.

        COP 24 ໄດ້ສິ້ນສຸດລົງ ດ້ວຍໝາກຜົນສຳຄັນ. ເຖິງວ່າຍັງມີຄຳຄິດເຫັນແຕກຕ່າງກັນກໍ່ຕາມ ແຕ່ບໍ່ອາດປະຕິເສດໄດ້ວ່າ ຜ່ານ COP 24 ໂລກໄດ້ກ້າວເຂົ້າໄປອີກບາດໜຶ່ງໃນການຕໍ່ສູ້ຕ້ານຄວາມອຸ່ນຂຶ້ນຂອງໜ່ວຍໂລກ ./.

ຕອບກັບ

ຂ່າວ/ບົດ​ອື່ນ