ສປປ.ເກົາຫຼີຕໍ່ໜ້າຄວາມດັນຂອງບັນດາຄຳສັ່ງລົງໂທດໃໝ່

(VOVWORLD) - ໃນຮອບເວລາກວ່າ 1 ເດືອນຜ່ານມາ, ສປປ.ເກົາຫຼີ ຕ້ອງປະາບກັບຄວາມດັນຈາກບັນດາຄຳສັ່ງລົງໂທດຂອງປະຊາຄົມສາກົນຢ່າງລ້ຽນຕິດ ທີ່ກ່ຽວຂ້ອງເຖິງບັນດາເຫດທົດລອງນິວເຄຼຍຂອງປະເທດນີ້. ນັບທັງປະເທດທີ່ເຄີຍມີການແລກປ່ຽນການຄ້າກັບສປປ.ເກົາຫຼີ ຢ່າງແໜ້ນແຟ້ນຄືຈີນ ຫວ່າງແລ້ວນີ້ກໍ່ສະແດງໃຫ້ເຫັນທັດສະນະແຂງກະດ້າງກວ່າສຳລັບສປປ.ເກົາຫຼີ. ຄວາມຕັດສິນໃຈທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຄົມສາກົນໃນການຄວບຄຸມຄວາມມັກໃຫຍ່ໃຝ່ສູງທາງດ້ານນິວເຄຼຍຂອງສປປ.ເຫົາຫຼີ ອາດສາມາດເປັນໄປໄດ້ຫຼືບໍ່ ແມ່ນສິ່ງທີ່ຫາງສຽງສົນໃຈທີ່ສຸດໃນປະຈຸບັນ.

ສປປ.ເກົາຫຼີຕໍ່ໜ້າຄວາມດັນຂອງບັນດາຄຳສັ່ງລົງໂທດໃໝ່ - ảnh 1ສປປ.ເກົາຫຼີ ຍິງທົດລອງລູກສອນໄຟ

(ພາບປະກອບ: EPA/TTXVN)

ດ້ວຍອັດຕາບັດສະໜັບສະໜູນ 15 ບັດ, ບໍ່ມີບັດຄ້ານ, ວັນທີ 11 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາຄຳສັ່ງລົງໂທດໃໝ່ສຳລັບສປປ.ເກົາຫຼີ, ເພື່ອແນໃສ່ໂຕ້ຕອບເລື່ອງປະເທດນີ້ດຳເນີນການທົດລອງນິວເຄຼຍ ໃນວັນທີ 03 ກັນຍາ. ນີ້ແມ່ນຄຳສັ່ງລົງໂທດທີ 9 ນັບແຕ່ປີ 2006 ແລະ ແມ່ນຄຳສັ່ງລົງໂທດທີ 2 ເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາໃນປີ 2017 ນີ້, ດ້ວຍບັນດາຂໍ້ມາດຕາທີ່ແຂງກະດ້າງກ່ຽວຂ້ອງໂດຍກົງເຖິງບັນດາຂົງເຂດທີ່ມີທ່າແຮງຂອງພຽງຢາງ ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ນ້ຳມັນ, ພະລັງງານ. ຄາດຄະເນວ່າ, ບັນດາມາດຕະການລົງໂທດໃໝ່ອາດສາມາດເຮັດໃຫ້ພຽງຢາງ ຖືກຫຼຸດລາຍຮັບງົມປະມານຕື່ມອີກປະມານ 1,3 ຕື້ USD/ປີ.

ສານທີ່ແຂງກະດ້າງກວ່າ

        ພາຍຫຼັງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາຄຳສັ່ງລົງໂທດ, ອາເມລິກາ ກໍປະກາດລັດຖະດຳລັດເພີ່ມທະວີຄຳສັ່ງລົງໂທດຕໍ່ສປປ.ເກົາຫຼີ. ລັດຖະດຳລັດ ໄດ້ເປີດກວ້າງບັນຊີລາຍຊື່ດຳຂອງບັນດາສ່ວນບຸກຄົນ ແລະ ອົງການທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບສປປ.ເກົາຫຼີ. ສິ່ງເປັນໜ້າສົນໃຈນັ້ນແມ່ນ, ເປັນຄັ້ງທຳອິດທີ່ ຈີນ ໄດ້ຍົກອອກສານທີ່ແຂງກະດ້າງ, ຈັດວາງຄຳສັ່ງຫ້າມນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ສິນໃນນ້ຳຈາກສປປ.ເກົາຫຼີ ກໍ່ຄືຫ້າມສົ່ງອອກບາງຜະລິດຕະພັນຈາກນ້ຳມັນ, ເຫຼັກກ້າ ແລະ ຖ່ານຫີນຂອງປະເທດນີ້. ຕາມບັນດານັກສັງເກດການແລ້ວ, ເລື່ອງປັກກິງ ນຳສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບເຂົ້າບັນຊີລາຍຊື່ຫ້າມການຄ້າແມ່ນບາດຄ້ອນຢ່າງແຮງໃສ່ພື້ນຖານເສດຖະກິດຂອງສປປ.ເກົາຫຼີ, ຍ້ອນວ່າ ເຄື່ອງຕ່ຳແຜ່ນຕັດຫຍິບແມ່ນແຫຼ່ງລາຍຮັບໃຫຍ່ອັນດັບທີ 2 ຂອງສປປ.ເກົາຫຼີ, ຖັດຈາກຖ່ານຫີນ ແລະ ຊັບພະຍາກອນໂລຫະ. ປີ 2016, ສປປ.ເກົາຫຼີ ສ້າງມີລາຍຮັບປະມານກວ່າ 750 ລ້ານ USD ຈາກການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບ, ໃນນັ້ນປະລິມານສົ່ງເຂົ້າຈີນ ກວມເອົາ 80%. ພ້ອມກັນນັ້ນ, ຢ່າງໜ້ອຍສຸດມີທະນາຄານ 3 ສາຂາໃຫຍ່, ລວມມີ ທະນາຄານຈີນ, ທະນາຄານກໍ່ສ້າງຈີນ ແລະ ທະນາຄານກະສິກຳຈີນ, ຢູ່ນະຄອນ ແຢງຈີ, ຕິດກັບຊາຍແດນ ສປປ.ເກົາຫຼີ ກໍ່ຫ້າມພົນລະເມືອງສປປ.ເກົາຫຼີ ເປີດບັນຊີ ຫຼື ສົ່ງເງິນ. ອາດຈະເຫັນໄດ້ວ່າ, ເປັນຄັ້ງທຳອິດທີ່ປັກກິງ ໄດ້ “ສົ່ງສັນຍາທີ່ຈະແຈ້ງ” ກວ່າເຖິງພຽງຢາງ.

        ການກະທຳຂອງປັກກິງ ເຮັດໃຫ້ວໍຊິງຕັນ ເພິງພໍໃຈ ຍ້ອນວ່າ ນັບແຕ່ກ່ອນມາຮອດປະຈຸບັນ ຍາມໃດອາເມລິກາ ກໍ່ຖືວ່າ ຈີນ ບໍ່ເຂັ້ມງວດໃນເລື່ອງປະເທດບ້ານໃກ້ເຮືອນຄຽງລະງັບໃຈ. ດ້ວຍການກະທົບຈາກໃຕ້ບັນດາຄຳສັ່ງລົງໂທດກ່ອນນີ້, ເຖິງວ່າປັກກິງ ໄດ້ຈຳກັດການນຳເຂົ້າຈາກພຽງຢາງ ກໍ່ຕາມ, ແຕ່ການສົ່ງອອກຍັງເພີ່ມຂຶ້ນ 30% ໃນ 6 ເດືອນຕົ້ນປີ 2017. ແລະກໍ່ໃນ 6 ເດືອນຕົ້ນປີ, ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດຍັງເພີ່ມ 10% ຂຶ້ນເຖິງ 2,6 ຕື້ USD.

ບັນດາການກະທົບໂດຍກົງ

        ຄຳສັ່ງລົງໂທດດ້ວຍບັນດາຂໍ້ມາດຕາທີ່ແຂງກະດ້າງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ພວມກະທົບໂດຍກົງເຖິງການດຳລົງຊີວິດຂອງປະຊາຊົນເຂດຊາຍແດນຈີນ - ສປປ.ເກົາຫຼີ. ທີ່ ຄວ໋ນຈວນ, ນະຄອນ ຈີແຫຼນ (ປະເທດຈີນ), ໄດ້ເກີດການແຫ່ຂະບວນເປັນຫຼຼາຍຄັ້ງ. ມີຮ້ານຄ້າຫຼາຍຮ້ານຕ້ອງປິດປະຕູ, ເຮັດໃຫ້ບັນດາບໍລິສັດຫຸ້ມຫໍ, ແຈກຢາຍ, ຂັບລົດ ແລະ ພັດຕະຄານກໍຖືກຮັບຜົນສະທ້ອນໄປຕາມ. ບັນດາເທດສະບານເມືອງທາງທິດຕາເວັນອອກສ່ຽງເໜືອຂອງຈີນ ເຄີຍປະສົບກັບສະພາບຫຍຸ້ງຍາກຍ້ອນການຊຸດໂຊມຂອງຂະແໜງອຸດສາຫະກຳໜັກ, ຄືເຫຼັກກ້າ ຫຼື ຂຸດຄົ້ນບໍ່ແຮ່, ບັດນີ້ໄດ້ກາຍເປັນແຫ່ງຖືກຮັບຜົນສະທ້ອນຈາກບັນດາຄຳສັ່ງປິດລ້ອມສປປ.ເກົາຫຼີ. ໃນຂະນະນັ້ນ, ຢູ່ເຂດອຸດສາຫະກຳໜຶ່ງທີ່ ສວນຢ໋າງ, ມີຫຼາຍໂຮງງານຕ້ອງອັດປະຕູ, ກຳມະກອນຫຼາຍຄົນນັ່ງຕາມແຄມທາງ, ຈັບປ້າຍຫາວຽກເຮັດງານທຳ. ໃນເດືອນນີ້, ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຄວາຈວນຢິງ ກໍ່ໃຫ້ຮູ້ວ່າ, ຈີນ ໄດ້ “ເສຍສະຫຼະຫຼາຍຢ່າງ ແລະ ຕ້ອງໃຊ້ຄ່າທົດແທນຫຼາຍທີ່ສຸດ” ເພື່ອປະຕິບັດບັນດາຄຳສັ່ງລົງໂທດຂອງສະປະຊາຊາດ ຕໍ່ສປປ.ເກົາຫຼີ.

ການລົງໂທດຈະແມ່ນມາດຕະການແກ້ໄຂດີທີ່ສຸດຫຼືບໍ່?

        ໄລ່ມາຮອດປະຈຸບັນ, ສະຫະປະຊາຊາດໄດ້ຈັດວາງຄຳສັ່ງລົງໂທດ 9 ຄັ້ງຕໍ່ສປປ.ເກົາຫຼີ ນັບແຕ່ປີ 2006. ແຕ່ຄວາມຈິງພັດແມ່ນເສດຖະກິດຂອງສປປ.ເກົາຫຼີ ບໍ່ຖືກຜົນສະທ້ອນຫຼາຍປານໃດ. ສິ່ງດັງກ່າວອາດຈະຄ້າຍຄືກັນກັບຮອບເຈລະຈາຄັ້ງນີ້. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ຄວາມດັນເຊິ່ງບັນດາປະເທດມະຫາອຳນາດຈັດວາງຕໍ່ພຽງຢາງ ພຽງແຕ່ແມ່ນມາດຕະການແກ້ໄຂໂດຍຊົ່ວຄາວເທົ່ານັ້ນ. ສຳລັບຈີນ, ເລື່ອງຮັກສາສະຖຽນລະພາບຢູ່ເຂດຕາເວັນອອກສ່ຽງໃຕ້ ແມ່ນມີຄວາມສຳຄັນຍິ່ງສຳລັບລັດຖະບານຈີນ ແລະ ບາດກ້າວນາບຂູ່ທີ່ແຂງກະດ້າງນີ້ ພຽງແຕ່ແມ່ນບາດກ້າວຄິດໄລ່ທີ່ຖືລັກສະນະ “ຍົກສູງຕີເບົາ”. ຍິ່ງກວ່າປະເທດໃດໝົດ, ປັກກິງ ເຂົ້າໃຈແຈ້ງວ່າ ບັນດາຄຳສັ່ງລົງໂທດມີການກະທົບເຖິງເສດຖະກິດພາຍໃນປະເທດ ແລະ ສະພາບຂາດສະຖຽນລະພາບແຫຼມເກົາຫຼີ ອາດຈະຊ່ວຍໃຫ້ອາເມລິກາ ສ້າງຜົນສະທ້ອນໃຫຍ່ກວ່າເຖິງບັນດາປະເທດຕິດກັບຊາຍແດນ. ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລານີ້, ປັກກິງ ຕ້ອງເຂົ້າຮ່ວມຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເມື່ອຢາກປັບປຸງການພົວພັນກັບອາເມລິກາ ແລະ ປັບປຸງບາງບັນຫາຢູ່ພາຍໃນປະເທດ. ນັບທັງອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ກໍ່ເນັ້ນໜັກວ່າ ນີ້ບໍ່ແມ່ນມາດຕະການບຸລິມະສິດຂອງວໍຊິງຕັນ.

        ການຈັດວາງຄຳສັ່ງລົງໂທດ 9 ຄັ້ງ, ແຕ່ໃນ 11 ປີຜ່ານມາ, ບັນດາມາດຕະການລົງໂທດດັ່ງກ່າວບໍ່ທັນມີປະສິດທິຜົນ. ບັນດາຄຳສັ່ງລົງໂທດບໍ່ສາມາດເຮັດໃຫ້ສປປ.ເກົາຫຼີ ປະລະໂຄງການນິວເຄຼຍ, ລູກສອນໄຟ, ເພີ່ມການລົງໂທດ, ກໍ່ບໍ່ສາມາດຕັດສາຍພົວພັນດ້ານເສດຖະກິດຂອງສປປ.ເກົາຫຼີ ໄດ້ເທື່ອ, ບໍ່ສາມາດຊ່ວຍແກ້ໄຂວິກິດການຄືປະຊາຄົມສາກົນປາດຖະໜາໄດ້. ການລົງໂທດຕ້ອງໄປຄຽງຄູ່ກັບບັນດາການເຈລະຈາທີ່ມີລັກສະນະຍຸດທະສາດຢ່າງແທ້ຈິງ, ແຕ່ໜ້າເສຍດາຍ ບັນດາການປຶກສາຫາລືລະຫວ່າງສປປ.ເກົາຫຼີ ແລະ ປະຊາຄົມສາກົນ ບໍ່ສາມາດດຳເນີນໄປໃນຈຸດເວລານີ້.

ຕອບກັບ

ຂ່າວ/ບົດ​ອື່ນ