ສະຖານທີ່ເຄັ່ງຮ້ອນຢູ່ຟີລີບປີນ ແລະ ມີໄພ IS ອາດຈະເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ພາຍຫລັງເຫດປະທະກັນລະຫວ່າງກຳລັງລັດຖະບານ ແລະ ກຸ່ມກະບົດ, ວັນທີ 24 ພຶດສະພາ, ນະຄອນ Marawi (ເກາະ Mindanao ປະເທດຟິລີບປີນ) ໄດ້ກາຍເປັນຕົວເມືອງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກຮັບການກວດກາຈາກກຳລັງຈົ່ງຮັກພັກດີກັບ IS. ດ້ວຍ 15% ໃນຍອດຈຳນວນຊາວມຸດສະລິມ 1,57 ຕື້ຄົນໃນໂລກ ພວມດຳລົງຊີວິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຫດການດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນວ່າ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ອາດຈະກາຍເປັນສະຖານທີ່ເຄັ່ງຮ້ອນ ຮັບສະຫມັກນາຍທະຫານຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ. 

ສະຖານທີ່ເຄັ່ງຮ້ອນຢູ່ຟີລີບປີນ ແລະ ມີໄພ IS ອາດຈະເປີດກວ້າງການເຄື່ອນໄຫວຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ປະທານາທິບໍດີ ຟີລີບປີນ Rodrigo Duterte

ພາບ:vietnnam+

ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນຄ່ຳຄືນວັນທີ 23 ພຶດສະພາ ພາຍຫລັງກອງທັບ ຟີລີບປີນ ບຸກໂຈມຕີໃສ່ບ່ອນລີ້ຕົວຂອງ Isnilon Hapilon, ຊື່ງແມ່ນຫົວໂປ່ຂອງກຸ່ມກໍ່ການຮ້າຍ ອິດສະລາມ Abu Sayyaf. ດ້ວຍມືປືນກວ່າ 100 ຄົນ ໄດ້ໂຕ້ຕອບຄືນການບຸກໂຈມຕີຂອງກອງທັບ ຟີລີບປີນ ພ້ອມທັງຮຽກຮ້ອງເພີ່ມການລຳລຽງຕື່ມອີກຈາກກຸ່ມພັນທະມິດກະບົດອື່ນ. ພາຍຫລັງການປະທະກັນມາເປັນເວລາຫລາຍຊົ່ວໂມງ, ກຸ່ມກະບົດ Maute ໄດ້ຢຶດຄອງທົ່ວທັງນະຄອນ Marawi, ເມືອງເອກ ແຂວງ Lanao del Sur ຂຶ້ນກັບເກາະ Mindanao ຫ່າງຈາກນະຄອນຫລວງ ມານີລາ ທາງທິດໃຕ້ ປະມານ 830 ກິໂລແມັດ ດ້ວຍພົນລະເມືອງປະມານ 200.000 ຄົນ. ເຫດການດັ່ງກ່າວໄດ້ເຮັດໃຫ້ປະທານາທິບໍດີ ຟີລີບປີນ Rodrigo Duterte ຕ້ອງຖະແຫລງກົດໄອຍະການເສິກໃນທົ່ວເຂດນີ້.

ກຸ່ມກໍ່ການຮ້າຍຍ້ອງຍໍກຳລັງດ້ວຍເລື່ອງຊູຄັນທຸງ IS

Maute ແມ່ນຫນຶ່ງໃນ 4 ກຸ່ມຫົວຮຸນແຮງຢູ່ ຟີລີບປີນ ພວມຕັ້ງຫນ້າເປີດກວ້າງການເຄື່ອນໄຫວ ແລະ ໄດ້ດຳເນີນຫລາຍເຫດບຸກໂຈມຕີໃນໄລຍະມໍ່ໆມານີ້. ເປັນຫນ້າສົນໃຈ ໃນໄລຍະຕົ້ນປີນີ້, Maute ພ້ອມກັບບັນດາກຸ່ມກະບົດອື່ນ, ໃນນັ້ນ ມີອົງການກໍ່ການຮ້າຍທີ່ອັນຕະລາຍທີ່ສຸດ Abu Sayiaf ແມ່ນຫນຶ່ງໃນບັນດາກຸ່ມທຳສົງຄາມສັກສິດ ນ້ອຍສຸດ ແລະ ໂຫດຮ້າຍສາມານທີ່ສຸດຢູ່ພາກໃຕ້ ຟີລີບປີນ ໄດ້ໂຮມເຂົ້າກັນ ແລະ ໝັ້ນໝາຍວ່າ ຈະກາຍເປັນສາຂາຫນຶ່ງຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ຢູ່ເຂດນີ້. ບັນດາກຸ່ມດັ່ງກ່າວ ໄດ້ເລືອກຕັ້ງການນຳ ສາຂາຢູ່ ຟີລີບປີນ ພ້ອມທັງ ປະກາດກ່ຽວກັບການສ້າງຕັ້ງຢູ່ເກາະ Mindanao ຂອງຟີລີບປີນ ແມ່ນລາຊະອານາຈັກອິດສະລາມນ້ອຍ. ບັນດາກຸ່ມນີ້ ຍັງເຕົ້າໂຮມຍ້ອງຍໍກຳລັງດ້ວຍການຊູຄັນ ທຸງ IS, ສະແດງອາວຸດ ແລະ ບັນດາທັກສະໃນການສູ້ຮົບ.

ການກະທຳຂອງບັນດາກຸ່ມຫົວຮຸນແຮງເຄີຍທຳການກໍ່ການຮ້າຍ, ລອບຈັບຕົວ, ຮຽກຄ່າໄຖ່ ຍາມໃດກໍ່ແມ່ບັນຫາຮ້ອນເຮັ່ງຂອງອຳນາດການປົກຄອງ ມານີລາ. ລັດຖະບານ ຂອງປະທານາທິບໍດີ Duterte ໄດ້ຊອກຫາວິທີປາບປາມບັນດາກຸ່ມຫົວຮຸນແຮງ ແລະ ສະກັດກັ້ນ ເຜີຍແຜ່ລະບົບແນວຄິດຫົວຮຸນແຮງອິດສະລາມຢູ່ປະເທດນີ້. ນັບແຕ່ ກາງປີ 2016, ທ່ານ Duterte ໄດ້ກ່າວເຕືອນເປັນຫລາຍເທື່ອວ່າຈະຈັດວາງກົດໄອຍະການເສິກເພື່ອແກ້ໄຂຫລາຍບັນຫາ, ໃນນັ້ນມີໄພຢາເສບຕິດ. ຖະແຫລງກົດໄອຍະການເສິກ ຢູ່ ເກາະ Mindanao ຖືກຈັດວາງໃນຂະນະພາຍຫລັງທ່ານຍັງບໍ່ທັນຍົກເລີກຖະແຫລງສະພາວະສຸກເສີນລະດັບຊາດ ນັບແຕ່ເດືອນ ກັນຍາປີ 2016 ພາຍຫລັງເຫດວາງລະເບີດຢູ່ໃຈກາງນະຄອນ Davao ເມືອງເອກ Mindanao ຊື່ງເຮັດໃຫ້ 14 ຄົນຖືກເສຍຊີວິດ, ແມ່ນສະແດງໃຫ້ເຫັນລະດັບຮ້າຍແຮງຂອງເຫດການນີ້. ນະຄອນ Marawi ໄດ້ຕົກເຂົ້າສູ່ກຳມືຂອງກຸ່ມກະບົດ ດ້ວຍພົນທະຫານລຸກຮື້ຂຶ້ນ ປະມານ 500 ຄົນ ຊື່ງເຮັດໃຫ້ແຫ່ງນີ້ອາດຈະກາຍເປັນຕົວເມືອງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຖືກບັນດາກຳລັງນິຍົມ IS ຢຶດຄອງ. ແລະ ດ້ວຍທັດສະນະແຂງກະດ້າງ ບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາກຸ່ມກໍ່ການຮ້າຍນີ້ຂອງປະທານາທິບໍດີ Duterte, ສະພາບຂາດຄວາມສະຖຽນລະພາບຢູ່ ຟີລີບປີນ ບໍ່ທັນສິ້ນສຸດເທື່ອ.

ໄພກໍ່ການຮ້າຍເປີດກວ້າງສະຖານທີ່ເຄື່ອນໄຫວ

ໃນສະພາບການທີ່ IS ພວມຖືກຮັດແຄບສະຖານທີ່ເຄື່ອນໄຫວ ແລະ ຖືກຄວາມເສຍຫາຍຢ່າງຫນັກຫນ່ວງຫລາຍຢ່າງຢູ່ຕາເວັນອອກກາງ, ອາຊີ ຕາເວັນອອກສ່ຽງໃຕ້ ໄດ້ຮັບຖືວ່າ ແມ່ນສະຖານທີ່ສະດວກເພື່ອດຶງດູດບັນດາກຳລັງຫົວຮຸນແຮງ. ອາຊີຕາເວັນອອກສ່ຽງໃຕ້ ປະຈຸບັນ ມີ15% ໃນຍອດຈຳນວນຊາວມຸດສະລິມ 1,57 ຕື້ຄົນໃນໂລກ ພວມດຳລົງຊີວິດ, ໃນນັ້ນ ມາເລເຊຍ, ຟີລີບປີນ ແລະ ອິນໂດເນເຊຍ ແມ່ນບັນດາປະເທດ ມີປະຊາຊົນຖືສາສະຫນາອິດສະລາມເປັນສ່ວນຫລາຍ.

        ໄພແຜ່ລາມອອກສູ່ວົງກວ້າງທີ່ຖືກຜົນສະທ້ອນຈາກ IS ຢູ່ ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈຳນວນຫນຶ່ງ ແມ່ນຄວາມຈິງແທ້ ໃນຂະນະມີພວກຫົວຮຸນແຮງນັບພັນໆຄົນຢູ່ບັນດາປະເທດນີ້ ປະຕິຍານຕົວຈົ່ງຮັກພັກດີກັບ IS ຜ່ານເຄືອຂ່າຍ ອິນເຕີແນັດ. ຫວ່າງແລ້ວນີ້, ມີ clip ຕອນຫນຶ່ງ ຂອງ IS ທີ່ຂຽນດ້ວຍພາສາ Bahasa Malay, Tagalog ແລະ ພາສາອັງກິດ ໄດ້ຮຽກຮ້ອງບັນດາຊາວມຸດສະລີມທີ່ຮ່ວມມືກັບບັນດາພົນທະຫານຂອງອົງການນີ້ ຢູ່ສະຖານທີ່ເຄັ່ງຮ້ອນຫລາຍແຫ່ງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນພາກໃຕ້ ຟີລີປີນ. ຄາດວ່າ ມີຊາວອິນໂດເນເຊຍ 700 ຄົນ ແລະ ມາເລເຊຍ 100 ຄົນ ພວມເຂົ້າຮ່ວມການສູ້ຮົບໃນຖັນແຖວຂອງ IS ຢູ່ ຕາເວັນອອກກາງ. ຄວາມຈິງ ບັນດາເຈົ້າຫນ້າທີ່ ພາກພື້ນ ອາຊີຕາເວັນອອກ ໄດ້ຊອກເຫັນບັນດາສາຍກ່ຽວພັນໃດຫນຶ່ງລະຫວ່າງ IS ກັບບັນດາເຫດບຸກໂຈມຕີຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນໄລຍະມໍ່ມານີ້.

        ມາຮອດປະຈຸບັນ, ສົງຄາມຕ້ານກໍ່ການຮ້າຍຂອງພັນທະມິດສາກົນ ໂດຍ ອາເມລິກາ ນຳຫນ້າສ່ວນຫລາຍແມ່ນດຳເນີນຢູ່ເຂດຕາເວັນອອກກາງ. ແຕ່ວ່າ ການເຄື່ອນໄຫວກໍ່ການຮ້າຍສືບຕໍ່ປະກົດອອກຫລາຍຢ່າງຍາກທີ່ຄາດຄະເນໄດ້ ແລະ ບໍ່ກຳນົດບໍ່ວ່າຢູ່ພາກພື້ນໃດໃນໂລກ. ແລະ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນສະຖານທີ່ເຄັ່ງຮ້ອນ ຮັບສະໝັກພົນທະຫານຂອງ IS. ສະພາບຂາດຄວາມສະຖຽນລະພາບ ພວມກາຍເປັນເປົ້າໝາຍເພື່ອໃຫ້ IS ພັດທະນາບັນດາຮາກຖານໃຫມ່ ຈະວາງອອກບັນດາສິ່ງທ້າທາຍໃຫຍ່ຫລວງທີ່ສຸດສຳລັບບັນດາປະເທດໃນພາກພື້ນ ແລະ ບັນຫາຮີບດ່ວນ ນັ້ນແມ່ນບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້ ຄວນຍູ້ແຮງການຮ່ວມມືແບ່ງປັນດ້ານສືບລາຊະການລັບຕາມວິວັດການໝັ້ນຄົງເພື່ອຮັບມືກັບໄພນາບຂູ່ນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ