ສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝ: ພື້ນຖານສຳຄັນເພື່ອກຳນົດທິດນະໂຍບາຍພັດທະນາ

(VOVWORLD) - ການສຳຫຼວດໄດ້ຊ່ວຍເກັບກຳຂໍ້ມູນຂ່າວສານກ່ຽວກັບປະຊາກອນ ແລະ ເຮືອນຢູ່ ເພື່ອເປັນພື້ນຖານຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025
ສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝ: ພື້ນຖານສຳຄັນເພື່ອກຳນົດທິດນະໂຍບາຍພັດທະນາ - ảnh 1ໝາກຜົນກຳນສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝປີນີ້ ຈະໄດ້ປະກາດໃນເດືອນ ທັນວາ 2024
(ພາບປະກອບ: baoxaydung.com.vn)

        ເລີ່ມແຕ່ວັນທີ 01 ເມສາ ນີ້, ຫວຽດນາມ ໄດ້ດຳເນີນການສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝຢູ່ 63/63 ແຂວງ, ນະຄອນ. ໂດຍໄດ້ປະຕິບັດເປັນເວລາ 1 ເດືອນ, ແຕ່ວັນທີ 01 ເມສາ ຫາວັນທີ 30 ເມສາ, ໝາກຜົນຂອງການສຳຫຼວດປະຊາກອນໄດ້ສະໜອງຂໍ້ມູນຂ່າວສຳຄັນ ຊ່ວຍຕີລາຄາສະພາບການພັດທະນາປະຊາກອນໃນໄລຍະ 5 ປີຜ່ານມາ, ຕີລາຄາຂໍ້ມູນລົງເລິກຈຳນວນໜຶ່ງກ່ຽວກັບປະຊາກອນ ເພື່ອສ້າງນະໂຍບາຍ, ສ້າງແຜນການປະຊາກອນ ແລະ ເຮືອນຢູ່ໃນໄລຍະຈະມາເຖິງ.

        ການສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝ ແມ່ນ 1 ໃນການສຳຫຼວດ 45 ຄັ້ງ, ການສຳຫຼວດສະຖິຕິທົ່ວປະເທດໂດຍນາຍົກລັດຖະມົນຕີກຳນົດທີ່ຂໍ້ຕົກລົງເລກທີ 03 ລົງວັນທີ 15 ກຸມພາ 2023.

ພື້ນຖານເພື່ອຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ

        ການສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝປີ 2024 ໄດ້ປະຕິບັດກາງໄລຍະຂອງການສຳຫຼວດປະຊາກອນ ແລະ ເຮືອນຢູ່ທົ່ວປະເທດໃນປີ 2019 ແລະ 2029. ການສຳຫຼວດໄດ້ຊ່ວຍເກັບກຳຂໍ້ມູນຂ່າວສານກ່ຽວກັບປະຊາກອນ ແລະ ເຮືອນຢູ່ ເພື່ອເປັນພື້ນຖານຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025; ການສ້າງນະໂຍບາຍ, ສ້າງແຜນການປະຊາກອນ ແລະ ເຮືອນຢູ່ ຮັບໃຊ້ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2026 – 2030; ຕິດຕາມກວດກາບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ເຊິ່ງລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ.

        ທ່ານນາງ ຫວູທິທູຖຸຍ, ຫົວໜ້າກົມເກັບກຳຂໍ້ມູນ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນສະຖິຕິ (ກົມໃຫຍ່ສະຖິຕິ ຫວຽດນາມ), ໃຫ້ຮູ້ວ່າ:

        “ການສຳຫຼວດດັ່ງກ່າວຈະສະໜອງຂໍ້ມູນຂ່າວສານລະອຽດກ່ຽວກັບສະພາບການປະຊາກອນ ກໍຄືຄຸນນະພາບປະຊາກອນ ເພື່ອຮັບໃຊ້ການຕີລາຄາການສ້າງນະໂຍບາຍຮັບໃຊ້ການພັດທະນາເສດຖະກິດສັງຄົມໃນໄລຍະຈະມາເຖິງ. ກ່ອນໜ້ານັ້ນ, ການສຳຫຼວດປະຊາກອນທົ່ວປະເທດປີ 2019 ໄດ້ສະໜອງຂໍ້ມູນຂ່າວສານສຳຄັນຍິ່ງ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຍົກອອກຂໍ້ສະເໜີແນະເພື່ອຮັບປະກັນການພັດທະນາເສດຖະກິດ, ສັງຄົມ ໂດຍອີງໃສ່ປະຊາກອນ “ຄຳ” ໃນໄລຍະຜ່ານມາ, ຍົກອອກຂໍ້ສະເໜີແນະດ້ານນະໂຍບາຍເພື່ອຮັບປະກັນຄວາມກ້ຳເກີງລະຫວ່າງຍິງ - ຊາຍໃນໄລຍະຈະມາເຖິງ”.

ເປັນຄັ້ງທຳອິດ ຫວຽດນາມ ສຳຫຼວດຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ

        ຈຸດໃໝ່ໃນການສຳຫຼວດປະຊາກອນ ແລະ ເຮືອນຢູ່ຄັ້ງນີ້ແມ່ນ ເກັບກຳຂໍ້ມູນຂ່າວສານກ່ຽວກັບຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຫວຽດນາມ. ຕາມທ່ານ ກາວວັນແຮກ, ຮອງຫົວໜ້າກົມກັບກຳຂໍ້ມູນ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນສະຖິຕິ (ກົມໃຫຍ່ສະຖິຕິ ຫວຽດນາມ) ແລ້ວ, ເລື່ອງເກັບກຳຂໍ້ມູນຂ່າວສານຊາວຕ່າງປະເທດທີ່ພວມເຮັດວຽກຢູ່ ຫວຽດນາມ ແມ່ນພື້ນຖານເພື່ອຮຽບຮຽງບັນດາຄາດໝາຍສະຖິຕິ, ໃນເບື້ອງຕົ້ນຊ່ວຍ ຫວຽດນາມ ມີແຫຼ່ງຂໍ້ມູນທີ່ໜ້າໄວ້ເນື້ອເຊື່ອໃຈໃນການຕີລາຄາຂອບຂະໜາດ, ຈຸດພິເສດເສດຖະກິດ - ສັງຄົມ ແລະ ບັນດາຈຸດພິເສດປະຊາກອນກ່ຽວກັບຊາວຕ່າງປະເທດທີ່ພວມອາໄສຢູ່ ຫວຽດນາມ. ຈາກນັ້ນ, ກໍ່ມີນະໂຍບາຍເໝາະສົມເພື່ອສ້າງເງື່ອນໄຂສະດວກໃຫ້ຊາວຕ່າງປະເທດດຳລົງຊີວິດ, ເຮັດວຽກ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຍ້ອນນີ້ແມ່ນແຫຼ່ງກຳລັງສຳຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງບໍ່ວ່າປະເທດໃດ.

        ຍິ່ງກວ່ານັ້ນ, ເລື່ອງນຳຊາວຕ່າງປະເທດເຂົ້າໃນການສຳຫຼວດແມ່ນເພື່ອຮັບປະກັນບັນດາມາດຕະຖານສະຖິຕິ ແລະ ສະເໜີແນະຂອງສາກົນກ່ຽວກັບການສະຖິຕິປະຊາກອນ, ກໍຄືການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

        5 ປີພາຍຫຼັງປະຕິບັດການສຳຫຼວດປະຊາກອນໃນປີ 2019, ຈຳນວນປະຊາກອນທັງໝົດຂອງ ຫວຽດນາມ ໃນຈຸດເວລານັ້ນແມ່ນ 96.208.984 ຄົນ. ດ້ວຍໝາກຜົນດັ່ງກ່າວ, ປີ 2019 ຫວຽດນາມ ພວມຢູ່ໃນໄລຍະໂຄງປະກອບປະຊາກອນຄຳ ແຕ່ພ້ອມກັນນັ້ນລະດັບພົນລະເມືອງທີ່ມີອາຍຸສູງກໍ່ເພີ່ມຂຶ້ນຢ່າງໄວວາ.

        ໝາກຜົນກຳນສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝປີນີ້ ຈະໄດ້ປະກາດໃນເດືອນ ທັນວາ 2024. ເລື່ອງເກັບກຳຂໍ້ມູນຂ່າວສານກ່ຽວກັບປະຊາກອນ ແລະ ເຮືອນຢູ່ ບໍ່ພຽງແຕ່ແມ່ນພື້ນຖານເພື່ອຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025 ເທົ່ານັ້ນ, ຫາກຍັງແມ່ນພື້ນຖານໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ, ສະພາບແຫ່ງຊາດ ຊຸດທີ XVI ສ້າງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2026 – 2030 ອີກດ້ວຍ. ຍິ່ງກວ່ານັ້ນ, ແມ່ນຂໍ້ມູນສຳຄັນເພື່ອຕິດຕາມກວດກາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ