ຫວຽດນາມ ຍາມໃດກໍ່ຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ຫວຽດນາມ ຫາກໍ່ປ້ອງກັນສຳເລັດບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນວ່າດ້ວຍການລົບລ້າງການຈຳແນກປະພຶດເຊື້ອຊາດເຜົ່າພັນດ້ວຍທຸກຮູບການ(CERD)ຄັ້ງທີ 5 ທີ່ກອງປະຊຸມເທຶ່ອທີ 111 ຂອງຄະນະກຳມະການສົນທິສັນຍາ ຢູ່ ເຊີແນວ ປະເທດສະວິດ (29-30/11) ພິເສດແມ່ນເລື່ອງຮັບປະກັນສິດຂອງບັນດາຊົນເຜົ່າສ່ວນຫນ້ອຍ ຄື: ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ.. ໝາກຜົນນີ້ ອີກຄັ້ງຫນຶ່ງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ລົງທຶນຢ່າງມີປະສິດທິຜົນຂອງພັກ, ລັດ ຫວຽດນາມ ສຳລັບເຂດຊົນເຜົ່າສ່ວນຫນ້ອຍ, ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.

ຫວຽດນາມ ຍາມໃດກໍ່ຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍ - ảnh 1ບັນດາຄູນຄ່າວັດທະນະທຳຂອງຊາວຊົນເຜົ່າສ່ວນຫນ້ອຍ ໄດ້ຮັບການເອົາໃຈໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍ. ພາບ:baodantoc.vn

ສິດຂອງຊາວຊົນເຜົ່າສ່ວນຫນ້ອຍ ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງມະນຸດ ໂດຍບັນດາເອກະສານນິຕິກຳສາກົນໄດ້ລະບຸໄວ້ ແລະຈັດເຂົ້າໃນໝວດບັນດາສິດພົນລະເຮືອນ -ການເມືອງ, ແມ່ນສິດພື້ນຖານ ຊື່ງບັນດາໝວດຊົນເຜົ່າສ່ວນຫນ້ອຍຢູ່ທຸກປະເທດໄດ້ຊົມໃຊ້. ສົນທິສັນຍາສາກົນ ກ່ຽວກັບການລົບລ້າງທຸກຮູບການຈຳແນກປະພຶດເຊື້ອຊາດເຜົ່າພັນ (CERD) ແມ່ນຫນຶ່ງໃນ 9 ສົນທິສັນຍາສາກົນພື້ນຖານ ຂອງ ສະຫະປະຊາຊາດກ່ຽວກັບສິດທິມະນຸດ. ຢູ່ ຫວຽດນາມ ບັນດາສິດພື້ນຖານຂອງຊາວຊົນເຜົ່າສ່ວນຫນ້ອຍ ລ້ວນແຕ່ໄດ້ຮັບການເຄົາລົບ, ແລະ ປະຕິບັດຢ່າງເປັນລະບົບ.

ການຮັບຮູ້ຈາກສະພາບຕົວຈິງ

ຢູ່ ຫວຽດນາມ, ພັກ ແລະລັດ ຍາມໃດກໍ່ມີຫລາຍນະໂຍບາຍບຸກທະລຸກ່ຽວກັບການພັດທະນາເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ. ນອກຈາກປະກາດໃຊ້ເອກະສານນິຕິກຳຫລາຍສະບັບເພື່ອແນໃສ່ຮັບປະກັນບັນດາສິດທິມະນຸດ, ສິດທີພົນລະເຮືອນ, ໃນນັ້ນ ມີສິດທິຂອງຊາວຊົນເຜົ່າສ່ວນຫນ້ອຍ. ລັດໄດ້ໃຫ້ບຸລິມະສິດຈັດແບ່ງງົບປະມານ 998.000 ຕື້ດົ່ງ (41,5 ຕື້ USD) ເພື່ອປະຕິບັດບັນດາໂຄງການ, ແຜນການລົງທຶນ, ຫນູນຊ່ວຍພັດທະນາເສດຖະກິດສັງຄົມເຂດຊາວຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ 2016 – 2020.

ເປັນຄັ້ງທຳອິດ ຫວຽດນາມມີໂຄງການເປົ້າໝາຍແຫ່ງຊາດ ສະຫງວນສະເພາະໃຫ້ເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ. ສະເພາະຍອດງົບປະມານຄາດວ່າເບີກຈ່າຍໃຫ້ໄລຍະ I (2021 - 2025), ແມ່ນເກືອບ 115.000 ຕື້ດົ່ງ (4,8 ຕື້ USD) ເພື່ອປະຕິບັດ 10 ໂຄງການໃນຂົງເຂດວຽກງານຊົນເຜົ່າ. ເອື້ອຍ ກາວທິຫນິ໋ ຄອບຄົວທຸກຍາກຢູ່ ບ້ານ ຊວຍກາ ຕາແສງ ແຄງຈູງ ເມືອງແຄງຫວີ໋ງ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ:         

“ທາງລັດ ໄດ້ຫນູນຊ່ວຍດ້ານເຮືອນຢູ່ໃຫ້ຄອບຄົວຂ້າພະເຈົ້າ, ເອື້ອອຳນວຍຄວາມສະດວກໃຫ້ຂ້າພະເຈົ້າໄດ້ໄປຮຽນວິຊາຊີບ ສະນັ້ນ ຂ້າພະເຈົ້າ ໄດ້ເປີດຮ້ານອາຫານ. ລາຍຮັບກໍ່ເປັນປົກກະຕິກວ່າ. ມີເຮືອນຢູ່, ມີວິຊາຊີບ ແນ່ນອນວ່າຈະຫລຸດພົ້ນອອກຈາກຄວາມທຸກຍາກ”           

ຄອບຄົວ ລຸງ ເຊີນເກື່ອງ ຢູ່ຕາແສງ ແທ້ງເກີຍ ເມືອງ ໝີຊວຽນ ແຂວງ ຊອກຈັງ ໄດ້ຮັບການຫນູນຊ່ວຍຈາກແຫລ່ງທຶນຂອງໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດໃນເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ.                            

“ຄອບຄົວຂ້າພະເຈົ້າ ຂໍສະແດງຄວາມຂອບໃຈການຫນູນຊ່ວຍຂອງລັດ ໃນການຫັນປ່ຽນວິຊາຊີບ, ຂ້າພະເຈົ້າໄດ້ນຳໃຊ້ເງິນຊ່ວຍເຫລືອນັ້ນເພື່ອໄປຊື້ເຮືອອີໂມເພື່ອໄປຕັດຫຍ້າໃຫ້ງົວ ແມ່ນສະດວກກວ່າເກົ່າຫລາຍ. ປະຈຸບັນ ຂ້າພະເຈົ້າ ມີ ງົວ1 ໂຕ, ໄລຍະຈະມາເຖິງພະຍາຍາມຂະຫຍາຍຝູງຕື່ມ”

ໃນຂະນະນັ້ນ ສິດເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງລັດ, ຄຸ້ມຄອງສັງຄົມຂອງຊາວຊົນເຜົ່າສ່ວນຫນ້ອຍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ອັດຕາສ່ວນ ສະມາຊິກສະພາແຫ່ງຊາດໂດຍແມ່ນຊາວຊົນເຜົ່າສ່ວນຫນ້ອຍໃນສະພາແຫ່ງຊາດ ຊຸດທີ XV ແມ່ນ 89 ຄົນໃນຍອດຈຳນວນ 499 ຄົນ ຊື່ງຫລາຍກວ່າ 4 ສະໄຫມກ່ອນ. ລະດັບຄວາມຮູ້ຂອງຊາວຊົນເຜົ່າກໍ່ໄດ້ຍົກສູງຂຶ້ນ. 100% ຊາວຊົນເຜົ່າສ່ວນຫນ້ອຍ ແລະ ຜູ້ທຸກຍາກ ມີປະກັນສຸຂະພາບໂດຍບໍ່ເສຍຄ່າ. ແມ່ຍິງຊາວຊົນເຜົ່າສ່ວນຫນ້ອຍ ບໍ່ພຽງແຕ່ໄດ້ມອບສິດ ຫາກຍັງໄດ້ຮັບການເບິ່ງແຍງສຸຂະພາບ ພິເສດແມ່ນເວລາຖືພາ ແລະ ເກີດລູກ.

ພັດທະນາເຂດຊາວຊົນເຜົ່າສ່ວນຫນ້ອຍ ຍາມໃດກໍ່ແມ່ນນະໂຍບາຍໃຫ້ບຸລິມະສິດ

ຫວຽດນາມ ບັນລຸໄດ້ຄວາມກ້າວຫນ້າສຳຄັນໃນການຊຸກຍູ້ສິດທິຂອງຊາວຊົນເຜົ່າສ່ວນຫນ້ອຍ ພິເສດ ແມ່ນສິດເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ຮັບປະກັນສິດຂອງບັນດາຊົນເຜົ່າສ່ວນຫນ້ອຍຄື: ລົບລ້າງຄວາມທຸກຍາກ, ອຶດຫິວ, ຮັບປະກັນຊີວິດສັງຄົມ..

          ເພື່ອໃຫ້ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການບຸລິມະສິດພັດທະນາເຂດຊົນເຜົ່າສ່ວນຫນ້ອຍເຂົ້າສູ່ຊີວິດຢ່າງແທດຈິງກວ່າ, ມີປະສິດທິຜົນກວ່າ, ມາເຖິງບ້ານທີ່ຫ່າງໄກ. ທ່ານ ອີທົງ ຮອງລັດຖະມົນຕີ ຮອງຫົວຫນ້າຄະນະກຳມະການຊົນເຜົ່າໃຫ້ຮູ້ວ່າ:

 “ໄລຍະຈະມາເຖິງ ເຮັດແນວໃດເພື່ອຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ ຄະນະກຳມະການຊົນເຜົ່າ ກໍ່ສືບຕໍ່ສົມທົບກັບບັນດາອົງການກ່ຽວຂ້ອງຮຽບຮຽງກົດໝາຍວ່າດ້ວຍທີ່ດິນ ເພື່ອຮັບປະກັບດ້ານທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າ ສ້າງເງື່ອນໄຂໃຫ້ເຂົາເຈົ້າມີບ່ອນຢູ່ຖາວອນເພື່ອທຳມາຫາກິນໃຫ້ດີສຸດ”

ຫວຽດນາມ ແມ່ນປະເທດລວມມີ 54 ຊົນເຜົ່າ ,ໃນນັ້ນ ມີ 53 ຊົນເຜົ່າສ່ວນຫນ້ອຍ ດ້ວຍປະຊາຊົນກວ່າ 14 ລ້ານຄົນ ກວມເອົາ 14,68% ຍອດພົນລະເມືອງທົ່ວປະເທດ.ໃນໄລຍະ ເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃຫມ່, ປະຈຸບັນ ຫວຽດນາມສືບຕໍ່ຮັບປະກັນທຸກສິດຜົນປະໂຫຍດຂອງປະຊາຊົນເປັນຢ່າງດີ, ໃນນັ້ນ ມີຊາວຊົນເຜົ່າສ່ວນຫນ້ອຍ. ຜ່ານນັ້ນ ຢັ້ງຢືນບັນດາຜົນງານໃນວຽກງານສິດທິມະນຸດເວົ້າລວມ ແລະຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍເວົ້າສະເພາະ. ນີ້ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຂອງສິດທິມະນຸດ ຫວຽດນາມ, ສິດຂອງຊາວຊົນເຜົ່າສ່ວນຫນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ