ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ໃນລະຫວ່າງວັນທີ 22  23 ມິຖຸນາ ຢູ່ ບາງກອກ ປະເທດ ໄທ. ພາຍໃຕ້ຫົວຂໍ້ຂອງປີ ອາຊຽນ 2019 “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະພ້ອມກັບການນຳບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແບ່ງປັນທັດສະນະລວມໃນບັນດາບັນຫາພາກພື້ນ ແລະ ສາກົນ, ມຸ່ງໄປເຖິງຄວາມວັດທະນາຖາວອນໃຫ້ແກ່ແຕ່ລະປະເທດ, ກໍ່ຄືໃຫ້ແກ່ພາກພື້ນ ອາຊຽນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມເພື່ອແນໃສ່ສືບຕໍ່ຢັ້ງຢືນ ຫວຽດນາມ ເປັນປະເທດສະມາຊິກຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ຄວາມຈະເລີນຮຸ່ງເຮືອງສີວິໄລຂອງ ອາຊຽນ, ປະກອບສ່ວນໃຫ້ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ - ảnh 1 (ພາບປະກອບ / TTXVN)

        ກອງປະຊຸມສຸດຍອດ ອາຊຽນ ແມ່ນການເຄື່ອນໄຫວສຳຄັນທຳອິດຂອງປີປະທານ ອາຊຽນ 2019 ຂອງ ໄທ. ຈຸດສຸມຂອງບັນດາການປຶກສາຫາລືທີ່ກອງປະຊຸມແມ່ນຄວາມມານະພະຍາຍາມມຸ່ງໄປເຖິງພາກພື້ນຫັນເປັນດີຈີຕອນ, ຂຽວ ແລະ ເຊື່ອມຕໍ່ຢ່າງຕໍ່ເນື່ອງ, ກໍ່ຄືຊຸກຍູ້ບົດບາດເປັນໃຈກາງຂອງ ອາຊຽນ ໃນສະພາບທີ່ໂຄງສ້າງພາກພື້ນພວມມີການຜັນປ່ຽນຫລາຍຢ່າງ. ພ້ອມກັນນັ້ນ, ກອງປະຊຸມກໍ່ເນັ້ນໜັກເຖິງການສ້າງປະຊາຄົມ ອາຊຽນ ທີ່ຖືມະນຸດເປັນໃຈກາງ ເພື່ອ “ບໍ່ໃຫ້ໃຜຖິ້ມປະໄວ້ຢູ່ທາງຫລັງ ແລະ ມຸ່ງໄປເຖິງອະນາຄົດ”.

ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ໄວ້ໃຫ້ໝັ້ນຄົງ

       ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ດຳເນີນໃນສະພາບທີ່ພາກພື້ນ ແລະ ໂລກພວມມີການຜັນແປສັບສົນຫລາຍຢ່າງ, ສົ່ງຜົນກະທົບບໍ່ໜ້ອຍຕໍ່ ອາຊຽນ. ບໍ່ພຽງແຕ່ ອາຊຽນ ເທົ່ານັ້ນ ຫາກບັນດາອົງການຈັດຕັ້ງໃນພາກພື້ນກໍ່ພວມປະເຊີນໜ້າຕໍ່ສິ່ງທ້າທາຍຢ່າງໃຫຍ່ຫລວງຕໍ່ບັນດາການຜັນແປຂອງສະພາບການໂລກ ຄືສົງຄາມການຄ້າ ອາເມລິກາ - ຈີນ, ຄວາມໝັ້ນຄົງແບບເກົ່າຢູ່ຫລາຍພາກພື້ນພວມຂາດສະຖຽນລະພາບ ພ້ອມກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຄື ການປ່ຽນແປງຂອງດິນຟ້າອາກາດ, ໂລກພະຍາດ…ໄປຄຽງຄູ່ກັນນັ້ນ, ການແຊກແຊງຂອງບັນດາປະເທດໃຫຍ່ເຂົ້າພາກພື້ນ, ບັນດາບັນຫາສະເພາະຂອງແຕ່ລະປະເທດສະມາຊິກ ໄດ້ເຮັດໃຫ້ ອາຊຽນ ບາງເທື່ອກໍ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມລວມ. ນີ້ກໍ່ແມ່ນບັນດາສິ່ງທ້າທາຍທີ່ກີດຂວາງເປົ້າໝາຍຂອງ ອາຊຽນ ໃນການປະຕິບັດວິໄສທັດ 2025 ແມ່ນສ້າງປະຊາຄົມອີງໃສ່ 3 ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ຕິດພັນກັບໂລກ ແລະ ຊຸກຍູ້ການເຊື່ອມໂຍງທົ່ວໂລກ. ທ່ານ ເລເລືອງມິງ ອະດີດເລຂາທິການໃຫຍ່ ອາຊຽນ ແບ່ງປັນວ່າ:

        “ເພື່ອໃຫ້ ອາຊຽນ ຮັກສາບົດບາດເປັນໃຈກາງໄວ້ໃຫ້ໝັ້ນຄົງ ແລະ ແມ່ນກົນໄກ 1 ທີ່ເໝາະສົມ ບໍ່ພຽງແຕ່ໃຫ້ພາກພື້ນເທົ່ານັ້ນ ຫາກຍັງແມ່ນໃຫ້ທົ່ວໂລກອີກດ້ວຍ, ອາຊຽນ ຄວນພັດທະນາການພົວພັນຮ່ວມມືກ່ຽວກັບຄວາມໝັ້ນຄົວ, ການເມືອງໃຫ້ເລິກເຊິ່ງກ່ວາອີກ ດ້ວຍວິທີສ້າງລະບົບບັນດາຫຼັກການແນະນຳໃຫ້ບັນດາປະຕິກິລິຍາລວມຂອງ ອາຊຽນ ໃຫ້ບັນດາການຜັນແປໃນໂລກ. ແນວຄວາມຄິດສືບຕໍ່ອັບເດດກົດບັດ ອາຊຽນ ເພື່ອໃຫ້ກົນໄກອອກຂໍ້ຕົກລົງຂອງ ອາຊຽນ ມີໄຫວພິບກ່ວາ, ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ, ເໝາະສົມກ່ວາ.

        ໃນສະພາບການນັ້ນ, ຫົວຂໍ້ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ໂດຍປະທານ ໄທ ສະເໜີໃນປີ 2019 ໄດ້ຫັນເປັນລະອຽດຜ່ານເນື້ອໃນລະອຽດຫລາຍຢ່າງຂອງກອງປະຊຸມ ຄືຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບວິໄສທັດຂອງບັນດາການນຳຕໍ່ຄວາມໝັ້ນຄົງ ພ້ອມກັບແຜນການເຄື່ອນໄຫວແນໃສ່ແກ້ໄຂບັນດາບັນຫາມົນລະພິດທາງທະເລ, ກໍ່ຄືສ້າງຂອບເຂດແນວຄວາມຄິດທີ່ກ່ຽວຂ້ອງເຖິງນິຍາມ ມະຫາສະໝຸດອິນເດຍ - ປາຊີຟິກ. ບັນດາການນຳ ອາຊຽນ ກໍ່ເຫັນດີເປັນເອກະພາບຊຸກຍູ້ເລື່ອງສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີນີ້.

ຫວຽດນາມ ຕັ້ງໜ້າປະກອບສ່ວນສ້າງ ອາຊຽນ ໃຫ້ມີຄວາມໝັ້ນຄົງ ເຂັ້ມແຂງ

        ທີ່ກອງປະຊຸມຄັ້ງນີ້ ດ້ວຍຖານະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການຂອງ ອາຊຽນ ອີກຄັ້ງໜຶ່ງ ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງໜ້າ ພ້ອມກັບບັນດາສະມາຊິກອື່ນໆ, ສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບມີສະຖຽນລະພາບ, ໝັ້ນຄົງເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງໃນອະນາຄົດ.

ຫວຽດນາມ ມີຄວາມເອກອ້າງທະນົງໃຈ ເມື່ອໃນແຕ່ລະຜົນສໍາເລັດຂອງ ອາຊຽນ ໃນໄລຍະຜ່ານມາ ລ້ວນແຕ່ມີຂີດໝາຍຂອງແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດສະມາຊິກອື່ນປັບປຸງ, ສາມັກຄີ ແລະ ພັດທະນາ ອາຊຽນ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ມຸ່ງໄປເຖິງການກໍ່ສ້າງປະຊາຄົມ ອາຊຽນ ໃຫ້ສໍາເລັດ. ຫວຽດນາມ ປາດຖະໜາຢາກ ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງແທດຈິງກວ່າອີກເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະຊາຄົມ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ, ມຸ່ງໄປສູ່ປະຊາຄົມ ອາຊຽນ ທີ່ມີຄວາມກົມກຽວ, ມີຄວາມສະໜິດຕິດພັນ, ມີສີສັນ, ມີຄວາມສາມາດໃນການປັບຕົວໄດ້ດີ ແລະ ນັບມື້ນັບພັດທະນາວັດທະນະຖາວອນ, ມີບົດບາດມີໜ້າທີ່ຄວາມຮັບຜິດຊອບ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ:

“ຫວຽດນາມ ຍາມໃດກໍຖື ອາຊຽນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ. 25 ປີ ຜ່ານມາ, ຫວຽດນາມ ຍາມໃດໄດ້ກໍປະກອບສ່ວນເຂົ້າໃນວຽກງານລວມຂອງ ອາຊຽນ. ບໍ່ພຽງແຕ່ສະເໜີ ແລະ ປະຕິບັດບັນດາຂໍ້ລິເລີ່ມຂອງ ອາຊຽນ ເທົ່ານັ້ນ, ຫາກຫວຽດນາມ ຍັງຖືເປັນສໍາຄັນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈຂອງອົງການລັດ, ຂອງປະຊາຊົນ, ວິສາຫະກິດກ່ຽວກັບ ອາຊຽນ ອີກດ້ວຍ. ນັບແຕ່ເມື່ອເປັນປະທານ ອາຊຽນ ໃນປີ 2010 ຫວຽດນາມໄດ້ຍົກອອກຫົວຂໍ້ຂອງປີ ນັ້ນແມ່ນ ມຸ່ງໄປສູ່ປະຊາຄົມ ອາຊຽນ ນັບແຕ່ວິໄສທັດຕະຫຼອດຮອດການກະທໍາ. ແລະ ມາຮອດປັດຈຸບັນ ບັນດາການກະທໍານັ້ນ ຍັງສືບຕໍ່ໄດ້ຮັບການລົງທຶນ, ຈັດຕັ້ງປະຕິບັດ ຢູ່ ຫວຽດນາມ ແລະ ຫວ່າງມໍ່ໆມານີ້ ເປົ້າໝາຍຖືປະຊາຊົນເປັນໃຈກາງ ກໍ່ໄດ້ກາຍເປັນເປົ້າໝາຍທີ່ສູງກວ່າ”.

ປີ 2020 ແມ່່ນປີສ້າງຂີດໝາຍ 25 ປີ ທີ່ຫວຽດນາມ ກາຍເປັນສະມາຊິກຂອງ ຊາຍຄາ ອາຊຽນ. ປີ 2020 ກໍແມ່ນປີດໍາລົງຕໍາແໜ່ງຄວບ, ທັງເປັນປະທານ ອາຊຽນ ນັບແຕ່ວັນທີ 01 ມັງກອນ 2020, ທັງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2 ປີ ກໍແມ່ນນັບແຕ່ຈຸດເວລານັ້ນ. ດັ່ງນັ້ນ, ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ດ້ວຍຄວາມວັດທະນາຖາວອນຂອງ ອາຊຽນ, ປະກອບສ່ວນບັນດາຄໍາເຫັນທີ່ແທດຈິງ ເພື່ອສ້າງຊາຍຄາລວມ ແມ່ນ ປະຊາຄົມອາຊຽນແຫ່ງ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ