ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມຮັກ​ສາ​ທ່າ​ເຕີບ​ໂຕ​ໃນ​ປີ 2021

(VOVWORLD) -ດ້ວຍບັນດາມາດຕະການທີ່ຂ້ຽວຂາດເພື່ອສະກັດກັ້ນໂລກລະບາດ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍ ແລະ ການເຊື່ອມໂຍງເຂົ້າກັບສາກົນນັ້ນ, ໃນປີ 2021, ຫວຽດນາມ ໄດ້ຮັບການຕີລາຄາວ່າ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການເຕີບໂຕເສດຖະກິດຢູ່ພາກພື້ນກໍ່ຄືທົ່ວໂລກ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມຮັກ​ສາ​ທ່າ​ເຕີບ​ໂຕ​ໃນ​ປີ 2021 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽຊັວນຝຸກ (ພາບ: : VGP/Quang Hiếu)

      ພາຍຫຼັງຜົນສຳເລັດໃນການສະກັດກັ້ນໂລກລະບາດໂຄວິດ 19, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດ ມີລະດັບການເຕີບໂຕເສດຖະກິດເປັນບວກຢູ່ໃນພາກພື້ນ ກໍ່ຄືໃນໂລກ. ໃນໄລຍະຜ່ານມາ, ສື່ມວນຊົນໂລກ ແລະ ບັນດານັກຊ່ຽວຊານໄດ້ຢັ້ງຢືນສິ່ງດັ່ງກ່າວແລ້ວ. ໂດຍມີພື້ນຖານການເມືອງໝັ້ນຄົງ, ຫວຽດນາມ ນັບມື້ນັບໄດ້ປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ມີທີ່ຕັ້ງບົດບາດສູງໃນເວທີສາກົນ…ປັດໄຈທັງໝົດເຫຼົ່ານັ້ນ ພວມແມ່ນເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມ ສືບຕໍ່ບັນລຸໄດ້ລະດັບການເຕີບໂຕທີ່ໜ້າປະທັບໃຈ.

ປີ 2021-ຈຸດເລີ່ມຕົ້ນ, ພື້ນຖານທີ່ດີໃຫ້ແກ່ໄລຍະ 2021-2025

  ຕາມການຄາດຄະເນຂອງທະນາຄານໂລກ (WB), ປີ 2021, ແງ່ຫວັງຂອງຫວຽດນາມ ຖືກຖືວ່າແມ່ນຕັ້ງໜ້າ ໃນຂະນະທີ່ພື້ນຖານເສດຖະກິດຖືກຄາດວ່າ ຈະມີການເຕີບໂຕຢູ່ໃນລະດັບປະມານ 6,8% ແລະ ຈະຮັກສາໃນລະດັບ 6,5% ໃນຊຸມປີຕໍ່ໄປ.

   ປີ 2021, ຫວຽດນາມ ກ້າວເຂົ້າສູ່ປີທຳອິດ ໃນອາຍຸການຂອງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຂອງໄລຍະ 2021 - 2025, ດ້ວຍບັນດາລັດຖະນະໂຍບາຍ, ການກຳນົດທິດທີ່ໃຫ່ຍຫຼວງດ້ານເສດຖະກິດ ກໍ່ຈະສ້າງບັນດາການບຸກທະລຸ ກ່ຽວກັບການເຕີບໂຕໃຫ້ແກ່ໄລຍະຕໍ່ໄປໃນອະນາຄົດ. ລັດຖະບານໄດ້ວາງອອກໜ້າທີ່ຈຸດສຸມ ແມ່ນ “ສືບຕໍ່ສຸມໃສ່ປະຕິບັດ ເປົ້າໝາຍຄວບຄູ່, ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຮັກສາສຸຂະພາບຂອງປະຊາຊົນ, ທັງນຳໃຊ້ບັນດາກາລະໂອກາດ, ມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມໃນສະພາບເປັນປົກກະຕິໃໝ່”.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມຮັກ​ສາ​ທ່າ​ເຕີບ​ໂຕ​ໃນ​ປີ 2021 - ảnh 2(ພາບປະກອບ: hanoimoi.com.vn)

   ເພື່ອບັນລຸເປົ້າໝາຍທີ່ວາງອອກນັ້ນ, ລັດຖະບານໄດ້ວາງອອກຢ່າງໜ້ອຍສຸດແມ່ນ 10 ໜ້າທີ່, ມາດຕະການແກ້ໄຂຕົ້ນຕໍຄື: ປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ຫລຸດຜ່ອນຄວາມເສຍຫາຍຈາກໂລກລະບາດໂຄວິດ 19; ສືບຕໍ່ຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ເພີ່ມທະວີການລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ; ຍູ້ແຮງການຜັນຂະຫຍາຍບັນດາໂຄງການໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມຈຸດສຸມ; ຍົກສູງຄຸນນະພາບ ແລະ ການນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ ຕິດພັບກັບການຍູ້ແຮງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ໝູນໃຊ້ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີຢ່າງແຮງ; ສ້າງພື້ນຖານຊຸກຍູ້ການພັດທະນາເສດຖະກິດສັງຄົມ…

ມານະພະຍາຍາມສ້າງບັນດາບາດກ້າວບຸກທະລຸກ່ຽວກັບການເຕີບໂຕ

   ໃນເດືອນທຳອິດຂອງປີ 2021, ຫວຽດນາມ ໄດ້ປະເຊີນໜ້າກັບການແຜ່ຂະຫຍາຍໂລກລະບາດໂຄວິດ 19 ຄັ້ງທີ 3. ແຕ່ເຖິງແນວນັ້ນກໍ່ຕາມ, ດ້ວຍປະສົບການທີ່ມີຢູ່ແລ້ວ ຂອງການຮັບມືກັບໂລກລະບາດຄັ້ງກ່ອນໆ, ຫວຽດນາມ ສືບຕໍ່ເປັນເຈົ້າການ, ກະກຽມບັນດາແຜນການ, ກໍລະນີ, ມາດຕະການແກ້ໄຂຢ່າງໄວວາ ເພື່ອຮັບມືກັບໂລກລະບາດໂຄວິດ 19 ຢ່າງມີປະສິທິຜົນ, ຮັບປະກັນການຄົ້ນພົບໄວ, ກະທຳໄວ ແລະ ຂ້ຽວຂາດກ່ວາ ເພື່ອດັບສູນໂລກລະບາດຢ່າງຊີ້ນເຊິງໃນໄລຍະເວລາໄວທີ່ສຸດ. ພ້ອມກັນນັ້ນ, ສຸມໃສ່ບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການເຕີບໂຕໃນ 6 ເດືອນຕົ້ນປີ ເພື່ອປະຕິບັດເປົ້າໝາຍການເຕີບໂຕ GDP ແມ່ນໃນລະດັບ 6,5% ໃນປີ 2021.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽຊັວນຝຸກ ເນັ້ນໜັກວ່າ:

   ຕ້ອງຊຸກຍູ້ 3 ພາກເສດຖະກິດ, ລວມມີເສດຖະກິດພາຍໃນປະເທດ ທີ່ມີພົນລະເມືອງເກືອບ 100 ລ້ານຄົນ; ເສດຖະກິດສາກົນດ້ວຍການເຊື່ອມໂຍງໄດ້ຮັບການຍູ້ແຮງ; ເສດຖະກິດດີຈີຕອນຢູ່ຫວຽດນາມ. ມີຄວາມສະເໝີຕົ້ນສະເໝີປາຍ ສຳລັບເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນການດຸ່ນດ່ຽງໃຫ່ຍຂອງພື້ນຖານເສດຖະກິດ, ພ້ອມທັງປະກອບສ່ວນຊຸກຍູ້ການເຕີບໂຕ. ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນເຈົ້າການຈັດແຫຼ່ງກຳລັງ, ຜັນຂະຫຍາຍບັນດາມາດຕະການທີ່ເໝາະສົມ, ແກ້ໄຂຄວາມຫຍຸ້ງຍາກ ໜູນຊ່ວຍວິສາຫະກິດ, ຜູ້ອອກແຮງງານ ຖືກວ່າງງານ, ລາຍຮັບຖືກຫລຸດລົງຫຼາຍຍ້ອນໂລກລະບາດໂຄວິດ 19, ຟື້ນຟູການຜະລິດດຳເນີນທຸລະກິດ. ກະຕຸກຊຸກຍູ້ການລົງທຶນ, ຫລຸດຜ່ອນຄ່າໃຊ້ຈາຍ, ຍົກເວັ້ນບ້ວງເງິນຈຳນວນໜຶ່ງໂດຍກົດໝາຍອະນຸຍາດໃຫ້; ສືບຕໍ່ສ້າງບ້ວງເງິນກະຕຸ້ນຄວາມຕ້ອງການທີ່ສອງ.

   ຕີລາຄາສູງບັນດາມາດຕະການທີ່ຮີບດ່ວນ ໃນການບໍລິຫານຂອງລັດຖະບານ, ນັກຊ່ຽວຊານເສດຖະກິດຫຼາຍທ່ານ ກໍ່ມານະພະຍາຍາມ ພ້ອມກັບລັດຖະບານ ຍົກອອກບັນດາການວິໄຈ, ໃຫ້ຂໍ້ສັງເກດ, ຍົກອອກບັນດາມາດຕະການເພື່ອນຳພື້ນຖານເສດຖະກິດຂອງປະເທດຊາດ ມີການບຸກທະລຸ. ຜູ້ຊ່ຽວຊານເສດຖະກິດ, ທ່ານດຣ ວໍ້ຈິແທັງ ຖືວ່າ:

      ທີ່ໜຶ່ງແມ່ນ ປະຈຸບັນ ຕ້ອງມີຈິດໃຈຂອງໄລຍະສົງຄາມ, ຕ້ອງມີຄວາມຮັບມືໄວ, ຂ້ຽວຂາດ, ຄົບຊຸດ ດ້ວຍການເຂົ້າຮ່ວມຂອງທຸກຄົນ, ສິ່ງທີ່ ຫວຽດນາມ ເຮັດໄດ້ດີ ທີ່ສຸດໃນການປ້ອງກັນ, ຕ້ານໂລກລະບາດ. ໃນການປະຕິບັດບັນດານະໂຍບາຍເສດຖະກິດໜູນຊ່ວຍ, ບັນດາບ້ວງເງິນຂອງນະໂຍບາຍ ຍັງຈະສາມາດສືບຕໍ່ເຮັດຢ່າງແຮງກ່ວາອີກ… ຄຽງຂ້າງນັ້ນ, ກໍ່ຕ້ອງຄິດເຖິງບັນດານະໂຍບາຍໃໝ່, ຕິດພັນກັບການປະຕິຮູບການສ້າງໂຄງປະກອບ ແລະ ຕິດພັນກັບທ່າອ່ຽງພັດທະນາຂອງໂລກ. ຕົວຢ່າງຄືບັນຫາຫັນເປັນດີຈີຕອນ, ວີຖີການດຳລົງຊີວິດ, ວິທີໃຊ້ສອຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

   ໂລກລະບາດໂຄວິດ 19 ຍັງຄົງມີການຜັນແປຢ່າງສັບສົນ, ບໍ່ສາມາດຟື້ນຟູເສດຖະກິດໂລກຢ່າງໄວວາໄດ້. ດ້ວຍພື້ນຖານເສດຖະກິດທີ່ມີຄວາມເປີດສູງຄືຫວຽດນາມ, ຢາກພັດທະນາໄດ້ ກໍ່ຕ້ອງຂຶ້ນກັບການຟຶ້ນຟູຂອງພື້ນຖານເສດຖະກິດໂລກຫຼາຍທີ່ສຸດ. ນີ້ແມ່ນບັນດາປັດໄຈບໍ່ສະດວກ ໃຫ້ແກ່ເສດຖະກິດຫວຽດນາມ. ແຕ່ເຖິງແນວນັ້ນກໍ່ຕາມ, ດ້ວຍຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ຂອງທັງລະບົບການເມືອງ ໃນປີບານພັບ 2021, ເສດຖະກິດຫວຽດນາມ ຈະສາມາດໝູນໃຊ້ກາລະໂອກາດໃນຄວາມຫຍຸ້ງຍາກໄດ້ ເພື່ອມຸ່ງໄປເຖິງການພັດທະນາຢ່າງແຮງໃນ 2 ປີຈະມາເຖິງ, ໃນຂະນະທີ່ເສດຖະກິດໂລກໄດ້ຮັບການຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ