ຫວຽດ​ນາມ - ມາ​ເລ​ເຊຍ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 20 ກໍລະກົດ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20  21 ກໍລະກົດ. ການຢ້ຽມຢາມມີຄວາມໝາຍພິເສດເມື່ອປີນີ້ແມ່ນຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (30/3/1973  30/3/2023), ເຊິ່ງແມ່ນໂອກາດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນຫຼາຍດ້ານ, ນຳການພົວພັນສອງຝ່າຍເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ.

ຫວຽດ​ນາມ - ມາ​ເລ​ເຊຍ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim 

ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahimn ນັບແຕ່ເວລາດຳລົງຕຳແໜ່ງເມື່ອເດືອນທັນວາ ປີ 2022.

ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາຢ່າງດີງາມ

ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ (30/3/1973), ການພົວພັນ ຫວຽດນາມ - ມາເລເຊຍ ມີການພັດທະນາຢ່າງຕໍ່ເນື່ອງດ້ວຍຂີດໝາຍສຳຄັນແມ່ນເລື່ອງສອງປະເທດເຊັນຖະແຫຼງການຮ່ວມກ່ຽວກັບຂອບເຂດຄູ່ຮ່ວມມືຍຸດທະສາດໃນວັນທີ 7 ສິງຫາປີ 2015.

ສອງຝ່າຍໄດ້ດຳເນີນບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ, ໃນທຸກຊ່ອງທາງຄືພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນພາຍໃຕ້ຫຼາຍຮູບການ (ນັບທັງທາງໄກ ແລະ ເຊິ່ງໜ້າ), ພົ້ນເດັ່ນຂຶ້ນແມ່ນການຢ້ຽມຢາມ ຫວຽດນາມ ໃນເດືອນມີນາປີ 2022 ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ ໃນຂະນະນັ້ນແມ່ນທ່ານ Dato Sri Ismail Sabri Yaakob.

ບັນດາກົນໄກຮ່ວມມືລະຫວ່າງສອງປະເທດໄດ້ຮັກສາດ້ວຍເລື່ອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດເປັນປະທານຮ່ວມກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືກ່ຽວກັບເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ມາເລເຊຍ ຕາມຮູບແບບທາງໄກ ໃນເດືອນພະຈິກປີ 2021, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດສອງປະເທດເປັນປະທານຮ່ວມການ ສົນທະນາຍຸດທະສາດເຈົ້າໜ້າທີ່ອາວຸໂສຄັ້ງທີ 2 ໃນເດືອນເມສາປີ 2021 ກໍ່ຕາມຮູບການທາງໄກ.  ຕີລາຄາກ່ຽວກັບການພົວພັນສອງຝ່າຍ, ທ່ານນາງ ຫງວຽນທິງອກແອັງ ອຸປະທູດ ຫວຽດນາມ ປະຈຳ ມາເລເຊຍ ຖືວ່າ:

ໜຶ່ງໃນບັນດາຂີດໝາຍສຳຄັນພິເສດແມ່ນເລື່ອງ ສອງປະເທດສ້າງການພົວພັນຄູ່ຮ່ວມມືຍຸດທະສາດປີ 2015. ຍິ່ງມີຄວາມພິເສດກ່ວານັ້ນແມ່ນ ຫວຽດນາມປັດຈຸບັນແມ່ນຄູ່ຮ່ວມມືຍຸດທະສາດອັນໜຶ່ງດຽວຂອງ ມາເລເຊຍ ໃນອາຊຽນ. ເລື່ອງສ້າງການພົວພັນຄູ່ຮ່ວມມືຍຸດທະສາດສະແດງໃຫ້ເຫັນລະດັບພັດທະນາຢ່າງເລິກເຊິ່ງກວ້າງຂວາງຂອງການພົວພັນສອງປະເທດ, ກໍ່ຄືສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ພ້ອມທັງເປີດໜ້າປະຫວັດສາດໃໝ່ໃຫ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານໃນທຸກຂົງເຂດ.

ໃນຂົງເຂດເສດຖະກິດ ແລະ ສັງຄົມ, ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃກ້ຊິດທີ່ສຸດຂອງ ມາເລເຊຍ. ວົງເງິນການຄ້າລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນແມ່ນຜົນສຳເລັດສຳຄັນ. ມາເລເຊຍປັດຈຸບັນແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໃນອາຊຽນ, ດ້ວຍວົງເງິນສອງສົ້ນໃນປີ 2022 ບັນລຸ 14,8 ຕື້ USD, ເພີ່ມຂຶ້ນເກືອບ 18%ເມື່ອທຽບໃສ່ກັບປີ 2021. ມາເລເຊຍ ນອນໃນກຸ່ມ 10 ປະເທດມີການລົງທຶນຫຼາຍທີ່ສຸດຢູ່ ຫວຽດນາມ ດ້ວຍ ຫຼາຍກ່ວາ 700 ໂຄງການທີ່ຍັງມີຜົນສັກສິດ, ດ້ວຍຍອດເງິນຈົດທະບຽນບັນລຸ 13 ຕື້ USD. ຫວຽດນາມ ມີ 24 ໂຄງການລົງທຶນຢູ່ ມາເລເຊຍ, ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 860 ລ້ານ USD, ຢືນຢູ່ອັນດັບທີ 9 ໃນຈຳນວນ 80 ປະເທດ ແລະ ເຂດແຄ້ວນ ເຊິ່ງ ຫວຽດນາມມີເງິນລົງທຶນ. ບັນດາໝາກຜົນນີ້ສະແດງໃຫ້ເຫັນວ່າ ສອງປະເທດໄດ້ ແລະ ພວມມີວິທິດກ້າວເດີນອັນຖືກຕ້ອງໃນຂົງເຂດການຄ້າ.

ຫວຽດ​ນາມ - ມາ​ເລ​ເຊຍ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 2ພາບປະກອບ

ແງ່ຫວັງໃນການຮ່ວມມືລະຫວ່າງສອງຝ່າຍ

ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Anwar Ibrahim, ການນຳສອງປະເທດຈະແລກປ່ຽນຢ່າງຮອບດ້ານກ່ຽວກັບບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ, ຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ… ພ້ອມທັງຊອກຫາບັນດາມາດຕະການເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ອຸດສາຫະກຳອາຫານ Halal (ອາຫານສຳລັບຊາວມຸດສະລິມ), ຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ກະສິກຳນຳໃຊ້ເຕັກໂນໂລຢີສູງ… ຈາກນັ້ນປະກອບສ່ວນສ້າງກຳລັງໃໝ່ໃຫ້ການປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໄລຍະ 2021 – 2025.

ນອກຈາກນັ້ນ, ການນຳສອງຝ່າຍກໍ່ແບ່ງປັນ, ແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ການຮ່ວມມືພັດທະນາເສດຖະກິດທະເລ, ພ້ອມທັງ, ເຫັນດີເປັນເອກະພາບບັນດາທິດທາງໃຫຍ່ເພື່ອແນໃສ່ເພີ່ມທະວີການສົມທົບກັນລະຫວ່າງສອງປະເທດຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດອາຊຽນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ ແລະ ຜັນຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ.

ໂດຍຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ ເມື່ອເດືອນມີນາປີ 2023, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Zambry Abdul Kadir ຢັ້ງຢືນວ່າ ມາເລເຊຍຮູ້ສຶກເພິ່ງພໍໃຈຕໍ່ການພົວພັນສອງຝ່າຍທີ່ດີງາມກັບ ຫວຽດນາມ. ມາເລເຊຍໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ເພື່ອແນໃສ່ເດີນຕາມເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢູ່ທັງສອງປະເທດ.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ ຈະປະຕິບັດຫັນຄຳໝັ້ນສັນຍາດັ່ງກ່າວໃຫ້ປະກົດຜົນເປັນຈິງ, ນຳການພົວພັນສອງຝ່າຍ ຫວຽດນາມ - ມາເລເຊຍເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ