ຫວຽດ​ນາມ ສ້າງ​ຂີດ​ໝາຍ​ໃນ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ເພື່ອ​ຄວາມ​ສະ​ເໝີ​ພ​າບ​ລະ​ຫວ່າງ​ຍິງ​ຊາຍ

(VOVWORLD) -  ຫວຽດນາມໄດ້ປະຕິບັດເປັນຢ່າງດີ, ສ້າງໄດ້ບັນດາຂີດໝາຍສຳຄັນ ແລະ ບັນລຸ ບັນດາຄວາມກ້າວໜ້າໃນວຽກງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ. ນີ້ແມ່ນການຕີລາຄາຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ໜຶ່ງໃນບັນດາເປົ້າໝາຍພັດທະນາສະຫັດສະຫວັດຂອງ ສປຊ ໃນໄລຍະຜ່ານມາ. ຈາກລັດຖະທຳມະນູດສະບັບທຳອິດ ຫວຽດນາມ ກໍ່ໄດ້ເຕື້ອງເຖິງບັນຫາຄວາມສະເໝີພາບລະຫວ່າງຍິງຊາຍ, ມາຮອດປັດຈຸບັນ ຫວຽດນາມ ໄດ້ປັບປຸງກອບນິຕິກຳ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ຢ່າງບໍ່ຢຸດຢັ້ງ ແລະ ສ້າງໄດ້ຂີດໝາຍໃນຕົວຈິງກ່ຽວກັບຄວາມກ້າວໜ້າໃນການປະຕິບັດວຽກງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ

ຫວຽດ​ນາມ ສ້າງ​ຂີດ​ໝາຍ​ໃນ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ເພື່ອ​ຄວາມ​ສະ​ເໝີ​ພ​າບ​ລະ​ຫວ່າງ​ຍິງ​ຊາຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຄວາມສະເໝີພາບລະຫວ່າງຍິງຊາຍ ໃນການຫັນເປັນດີຈີຕອນຢູ່ ຫວຽດນາມ (ພາບ: toquoc.vn)

ຫວຽດນາມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງດ້ວຍຍຸດທະສາດທີ່ຈະແຈ້ງ, ເປັນເອກະພາບ ແລະ ເໝາະສົມກັບສະພາບການຕົວຈິງໃນຕະຫຼອດໄລຍະແຫ່ງການພັດທະນາ. ມາຮອດປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະຕິບັດສຳເລັດເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍໄວທີ່ສຸດ, ຍົກສູງຖານະບົດບາດຂອງແມ່ຍິງ ແລະ ປັດຈຸບັນພວມມານະພະຍາມປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ 2030 ຂອງ ສປຊ.

ສະພາບການຕົວຈິງທີ່ມີຊີວິດຊີວາກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ

ຄອບຄົວປ້າ ຫວູທິລຶວ (ບ້ານເທາະລ້າວ, ຕາແສງກວາງຮຶງ, ເມືອງຝຸກື, ແຂວງຮຶງອຽນ) ໃນເມື່ອກ່ອນແມ່ນຄອບຄົວທຸກຍາກໃນບ້ານ. ໂດຍໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ, ກ່ອນນີ້ເກືອບ 10 ປີ, ປ້າໄດ້ນຳເອົາແນວພັນດອກກຸຫຼາບທີ່ມີຄ່າ ຈາກດັກລັກມາ ປູກ, ຂະຫຍາຍແນວພັນຢູ່ຮຶງອຽນ ຫຼັງຈາກນັ້ນ ໄດ້ຂຸດຄົ້ນວັດສະດຸຈາກດອກໄມ້ຊະນິດນີ້ ແລະ ຂາຍໃຫ້ແກ່ບັນດາຮາກຖານປຸງແຕ່ງຊາດອກໄມ້. ມາຮອດປັດຈຸບັນ, ເສດຖະກິດຂອງຄອບຄົວປ້າເປັນປົກກະຕິກ່ວາ, ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງຫຼາຍຄົນໃນເຂດ. ປ້າໃຫ້ຮູ້ວ່າ:

ໃນເບື້ອງຕົ້ນ, ເສດຖະກິດຂອງຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຄອບຄົວຂ້າພະເຈົ້າເປັນຄອບຄົວທຸກຍາກ. ມາຮອດປັດຈຸບັນ, ຂ້າພະເຈົ້າໄດ້ປູກດອກກຸຫຼາບບົນເນື້ອທີ 1,3 ໄລ່, ສ້າງວຽກເຮັດງານທຳໃຫ້ແກ່ເອື້ອຍນອງມີອາຍຸສູງແຕ່ 65 70 ປີ. ປັດຈຸບັນ. ຂ້າພະເຈົ້າພຽງຫວັງວ່າດອກກຸຫລາບຂອງຕົນຂາຍໄດ້ດີ, ການດຳລົງຊີວິດຂອງຂ້າພະເຈົ້າດີຂຶ້ນ. ຄິດວ່າໃນປີໜ້າ ຂ້າພະເຈົ້າຈະຂໍພົ້ນອອກຈາກບັນຊີລາຍຊື່ຄອບຄົວທຸກຍາກ.

ບັນດາເລື່ອງລາວກ່ຽວກັບແມ່ຍິງບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດ, ໜູນຊ່ວຍແມ່ຍິງຄົນອື່ນ ຄືກັນກັບປ້າຫວູທິລຶວ ພວມນັບມື້ນັບມີຫຼາຍຢູ່ ຫວຽດນາມ. ອົງການການເງິນສາກົນ (IFC) ໄດ້ຕີລາຄາວ່າ ວິສາຫະກິດຫວຽດນາມໂດຍແມ່ຍິງເປັນເຈົ້າຂອງ ນັບມື້ນັບສວມທີ່ຕັ້ງບົດບາດສຳຄັນໃນ ວິວັດການພັດທະນາເສດຖະກິດ, ສ້າງແບບແຜນການດຳເນີນທຸລະກິດທີ່ເປັນເອກະລັກສະເພາະ, ອ່ອນໂຍນ, ໄຫວພິບ ແລະ ມີປະສິດທິຜົນທີ່ສຸດ. ທ່ານນາງ ຫວູທິກວຽນ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນກົນຈັກໄຟຟ້າ Tomeco ໃຫ້ຮູ້ວ່າ:

ມີຫຼາຍຄົນຮູ້ສຶກປະຫຼາດໃຈ ແລະ ຖາມວ່າ: ເປັນຫຍັງເຈົ້າຂອງວິສາຫະກິດກ່ຽວກັບກົນຈັກໄຟຟ້າ ແມ່ນຜູ້ຍິງ. ແຕ່ພາຍຫຼັງໄດ້ພົບປະ ແລະ ເຮັດວຽກ, ເຂົາເຈົ້າຈະເຫັນວ່າແມ່ຍິງ ດ້ວຍທາງນອກທີ່ອ່ອນໂຍນ ແຕ່ທາງໃນກໍ່ມີສ່ວນໃດໜຶ່ງແຂງຄືເຫຼັກກ້າ. ນະໂຍບາຍຂອງລັດ ຫວຽດນາມ ໃນປັດຈຸບັນດີກ່ວາເມື່ອກ່ອນຫຼາຍແລ້ວ, ແມ່ຍິງນັບມື້ນັບໄດ້ມີຫຼາຍສິດ ແລະ ຜົນປະໂຫຍດທີ່ດີ.

ກອບນິຕິກຳຢ່າງຮອບດ້ານ, ມີຄວາມປະທັບໃຈ

ຫວຽດນາມໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປະເທດລົບລ້າງໄລຍະຫ່າງລະຫວ່າງຍິງຊາຍໄວທີ່ສຸດໃນໄລຍະ 20 ປີຜ່ານມາ ແລະ ແມ່ນໜຶ່ງໃນ 10 ປະເທດປະຕິບັດເປົ້າໝາຍກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງໝົດທຸກຄົນໃນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ເປັນຢ່າງດີທີ່ສຸດ. ທ່ານ Herve Conan ຜູ້ອຳນວຍການແຫ່ງຊາດຂອງອົງການພັດທະນາຝລັ່ງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ

ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອແນໃສ່ສ້າງຄວາມສະດວກໃຫ້ການເຂົ້າຮ່ວມຂອງແມ່ຍິງໃນວິວັດການພັດທະນາເສດຖະກິດ, ສັງຄົມ ຂອງປະເທດຊາດ ແລະ ກໍ່ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ສິດສະເໝີພາບລະຫວ່າງຊາຍ ແລະ ຍິງໄດ້ລະບຸໃນລັດຖະທຳມະນູນປີ 2013, ເຊິ່ງໄດ້ຮັບການຫັນເປັນລະອຽນໃນຂໍ້ກຳນົດ ດ້ານກົດໝາຍ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງໄລຍະ 2021 2023. ພ້ອມກັນນັ້ນ, ຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍໃນທົ່ວໂລກ ເມື່ອແມ່ນໜຶ່ງໃນບັນດາປະເທດທຳອິດຮັບຮອງເອົາສົນທິສັນຍາ ສປຊ ກ່ຽວກັບການລົບລ້າງບັນດາຮູບການຈຳແນກການປະພຶດ, ຕ້ານແມ່ຍິງ ກ່ອນນີ້ກ່ວາ 40 ປີ ແລະ ຫຼັງຈາກນັ້ນແມ່ນ ຖະແຫຼງການປັກກີງປີ 1995.

ຈາກແງ່ມູນສາກົນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໄດ້ໃຫ້ບຸລິມະສິດໃດໜຶ່ງໃຫ້ແກ່ການປະຕິບັດວຽກງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍໄວທີ່ສຸດເມື່ອໂຄງການການເມືອງ ປີ 1930 - ເຊິ່ງແມ່ນໂຄງການການເມືອງສະບັບທຳອິດຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນເປົ້າໝາຍຕໍ່ສູ້ເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ. ທ່ານນາງ  Elisa Fernandez Saenz ຫົວໜ້າຜູ້ຕາງໜ້າອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງຢູ່ ຫວຽດນາມໃຫ້ຮູ້ວ່າ:

ລັດຖະບານ ຫວຽດນາມ ໄດ້ສ້າງຕັ້ງກອບນິຕິກຳທີ່ເຂັ້ມແຂງທີ່ສຸດເພື່ອຜູກມັດປະເທດຊາດ ກັບບັນດາສົນທິສັນຍາສາກົນ. ພວກຂ້າພະເຈົ້າເຫັນໄດ້ບັນດາຄຳໝັ້ນສັນຍາຂອງ ຫວຽດນາມໃນບັນດາຂົງເຂດທີ່ແຕກຕ່າງກັນກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ຄື: ຄວາມສະເໝີພາບລະຫວ່າງຍິງຊາຍໃນຍຸກສະໄໝດີຈີຕອນ, ຄວາມສະເໝີພາບລະຫວ່າງຍິງຊາຍໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ, ກໍ່ຄືຄວາມມານະພະຍາຍາມເພີ່ມສິດດ້ານເສດຖະກິດໃຫ້ແກ່ແມ່ຍິງ. ນັບທັງໃນອາຊຽນ, ຫວຽດນາມກໍ່ສະແດງໃຫ້ເຫັນບົດບາດສຳຄັນໃນການຊຸກຍູ້ຄວາມກ້າວໜ້າເພື່ອຄວາມສະເໝີພາບ.   

ປົດປ່ອຍ ແລະ ພັດທະນາຢ່າງຮອບດ້ານສຳລັບແມ່ຍິງແມ່ນໜຶ່ງໃນບັນດາເປົ້າໝາຍຂອງການປະຕິວັດ ຫວຽດນາມ. ຫວຽດນາມ ມີ ນະໂຍບາຍ, ແຜນນະໂຍບາຍ ແລະ ໝາກຜົນຫຼາຍຢ່າງໃນການປົດປ່ອຍໃຫ້ແກ່ແມ່ຍິງ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ, ເຊິ່ງໄດ້ຮັບການຮັບຮູ້, ຕີລາຄາສູງຈາກແມ່ຍິງໃນຫຼາຍປີຜ່ານມາ. ໝາກຜົນນີ້ໂດຍຫວຽດນາມ ສືບຕໍ່ຮັກສາ ແລະ ສູ້ຊົນບັນລຸໄດ້ລະດັບສູງກ່ວານີ້ອີກເພື່ອແນໃສ່ສ້າງພື້ນຖານທີ່ຈຳເປັນເພື່ອຫວຽດນາມ ແຫ່ງສັນຕິພາບ, ວັດທະນາຖາວອນ, ພັດທະນາຢ່າງຮອບດ້ານ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ