ຫວຽດນາມ ແລະ ອາເມລິກາ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ

(VOVWORLD) - ການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ບັນລຸປະສິດທິຜົນ ພາຍຫຼັງໄລຍະຫັນການພົວພັນເປັນປົກກະຕິ.
ຫວຽດນາມ ແລະ ອາເມລິກາ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ມາຢ້ຽມຢາມ ຫວຽດນາມ)

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 10 – 11 ກັນຍາ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ວັນທີ 10 ກັນຍາ, ຫວຽດນາມ ແລະ ອາເມລິກາ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທີ່ການປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢືນຢັນວ່າ ເລື່ອງຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຂອງ 2 ປະເທດ.

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ບັນລຸປະສິດທິຜົນ ພາຍຫຼັງໄລຍະຫັນການພົວພັນເປັນປົກກະຕິ. ບົນພື້ນຖານນັ້ນແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ຄວາມມຸ່ງມາດປາດຖະໜາຢາກເພີ່ມທະວີການຮ່ວມມືເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງໃນສະພາບການໃໝ່, ການນຳ 2 ທ່ານໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ຫຼັກການຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ອີງໃສ່ພື້ນຖານເຄົາລົບບັນດາຫຼັກການພື້ນຖານກຳນົດທິດໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາຢ່າງຄົບຖ້ວນ, ໃນນັ້ນມີການເຄົາລົບກົດບັດຂອງສະຫະຊາຊາດ, ກົດໝາຍສາກົນ ແລະ ລະບອບການເມືອງຂອງກັນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ສະພາບການຂອງກັນ, ເຄົາລົບບັນດາຜົນປະໂຫຍດອັນຊອບທຳຂອງກັນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ນັ້ນແມ່ນບັນດາຫຼັກການພື້ນຖານ, ຍາມໃດກໍ່ມີຄວາມໝາຍສຳຄັນໃນການພົວພັນຂອງ 2 ປະເທດ ແລະ ການພົວພັນສາກົນ. ຫວຽດນາມ ຕີລາຄາສູງ ແລະ ຖືເປັນສຳຄັນການຢືນຢັນຂອງ ອາເມລິກາ ສະໜັບສະໜູນປະເທດ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”. ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືໃໝ່ໄດ້ສືບທອດບັນດາເນື້ອໃນຮ່ວມມືທີ່ພວມມີຢູ່ແລ້ວລະຫວ່າງ 2 ປະເທດ ແລະ ຍົກຂຶ້ນສູ່ລະດັບສູງໃໝ່ ຜ່ານການຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຕາມທິດນະວັດຕະກຳເປັນພື້ນຖານ, ຈຸດສຸມ ແລະ ກຳລັງໜູນຂອງການພົວພັນລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແມ່ນບາດກ້າວບຸກທະລຸຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງ”.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຊີ້ໃຫ້ເຫັນວ່າ ຫວຽດນາມ ຊຸກຍູ້ການພົວພັນກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືສາກົນອື່ນໆ ບົນເນື້ອໃນຈິດໃຈຂອງປະທານ ໂຮ່ຈີມິນ ທີ່ໄດ້ຊີ້ແຈ້ງ ພາຍຫຼັງ ຫວຽດນາມ ຍາດໄດ້ເອກະລາດຄືນໃໝ່. ນັ້ນແມ່ນ, ຫວຽດນາມ ເປັນເພື່ອນມິດກັບທຸກໆປະເທດ. ສຳລັບ ອາເມລິກາ, ປະທານ ໂຮ່ຈີມິນ ໄດ້ຢືນຢັນພື້ນຖານເອກະລາດຢ່າງສົມບູນຂອງ ຫວຽດນາມ ແລະ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງເຕັມສ່ວນ ອາເມລິກາ; ພື້ຶ້ນຖານເອກະລາດ ແລະ ການຮ່ວມມືນັ້ນແມ່ນສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ.

ເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ອາເມລິກາ

        ສ່ວນທ່ານປະທານາທໍບໍດີ ອາເມລິກາ Joe Biden ຢືນຢັນວ່າ, ຈຸດເວລາປະຫວັດສາດນີ້, ຫວຽດນາມ ແລະ ອາເມລິກາ ອາດທົບທວນຄືນເສັ້ນທາງ 50 ປີແຫ່ງການພົວພັນລະຫວ່າງ 2 ປະເທດ.

        “ພວກເຮົາໄດ້ຜ່ານການປະທະກັນໄປເຖິງເລື່ອງຫັນການພົວພັນເປັນປົກກະຕິ ແລະ ປະຈຸບັນ, ພວກເຮົາຈະຍົກລະດັບການພົວພັນລະຫວ່າງ 2 ປະເທດ ເພື່ອຊຸກຍູ້ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຢູູ່ພາກພື້ນນີ້ມີຄວາມສຳຄັນທີ່ສຸດໃນໂລກ. ພວກເຮົາຍົກລະດັບການພົວພັນຂອງ 2 ປະເທດຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນສິ່ງນີ້. ນີ້ແມ່ນບາດກ້າວຈຳເປັນທີ່ສຸດສຳລັບ 2 ປະເທດ, ສະແດງໃຫ້ເຫັນກຳລັງແຮງຂອງຕົນເອງ, ຂອງການພົວພັນລະຫວ່າງ 2 ປະເທດ ໃນຊ່ວງເວລາທີ່ພວກເຮົາພວມປະເຊີນໜ້າກັບສິ່ງທ້າທາຍ ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການພົວພັນຢູ່ພາກພື້ນ ແລະ ໃນໂລກ”.

        ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ຫວຽດນາມ ແລະ ອາເມລິກາ ຈະເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດເຕັກໂນໂລຊີທີ່ສຳຄັນ ແລະ ຫາກໍ່ພົ້ນເດັ່ນຂຶ້ນເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນໃນການສ້າງລະບົບສະໜອງທີ່ມີຄວາມສາມາດຕ້ານຢັນທີ່ດີກວ່າໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. 2 ຝ່າຍກໍ່ເປີດກວ້າງການພົວພັນຄູ່ຮ່ວມມືເສດຖະກິດ ເພື່ອແນໃສ່ຊຸກຍູ້ການລົງທຶນ ແລະ ການຄ້າລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ. ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ຫວຽດນາມ ແລະ ອາເມລິກາ ມີສັນຍາການຄ້າຫຼາຍສະບັບທີ່ໄດ້ຮັບການລົງນາມ ເນື່ອງໃນໂອກາດການຢ້ຽມຢາມໃນຄັ້ງນີ້.

        ກໍ່ຕາມທ່ານປະທານາທິບໍດີ Joe Biden, 2 ປະເທດພວມສ້າງມໍລະດົກໃໝ່, ມໍລະດົກຂອງພື້ນຖານສັນຕິພາບ ແລະ ວັດທະນາຖາວອນລວມ ເພື່ອຕ້ອນຮັບອະນາຄົດທີ່ກ້າວໜ້າລະຫວ່າງ 2 ຊາດ. ຫວຽດນາມ ແມ່ນປະເທດສຳຄັນຢູ່ໃນໂລກ ແລະ ພາກພື້ນ ແລະ ທ່ານເອງກໍ່ພວມຄອງຄອຍຕ້ອນຮັບໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ