ຫວຽດນາມກຽມພ້ອມໃຫ້ IPU – 132


(vovworld) - ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU – 132) ຈະດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ​ ​ໃນ 2 ສັບປະດາ​ຈະ​ມາ​ເຖິງ. ນີ້​ແມ່ນ​ເຫດການ​ການ​ທູດ​ລັດຖະສະພາ​ຂະໜາດ​ໃຫຍ່, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 2 ພັນ​ຄົນ, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ປະກອບ​ສຽງ​ເວົ້າ​ລວມ​ເຂົ້າ​ໃນ​ລາຍການ​ດຳ​ເນີນ​ງານ ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ພາຍຫຼັງ​ປີ 2015ຂອງ​ໂລກ, ພ້ອມ​ທັງ​ເປັນ​ຂີດ​ໝາຍ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ໂລກ​ຢ່າງຮອບດ້ານ, ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ຂອງ​ຫວຽດນາມ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ກຽມພ້ອມ​ເພື່ອ​ຈັດ​ຕັ້ງ​ເຫດການ​ນີ້​ໃຫ້​ສຳ​ເລັດ​ແລ້ວ.

ຫວຽດນາມກຽມພ້ອມໃຫ້ IPU – 132 - ảnh 1

ພາບປະກອບ

        ​ເພື່ອ​ກະກຽມ​ໃຫ້ IPU – 132, ຫວຽດນາມ​ ​ໄດ້​ຄົ້ນ​ຄ້ວາ, ​​​ເປັນ​ເສນາ​ທິການ​ໃຫ້​ຄະນະ​ເລຂາ IPU, ສະ​ເໜີ​ບັນດາ​ຫົວເລື່ອງ​ປຶກສາ​ຫາລື ​ແລະ ອອກ​ມະ​ຕິ​ຢູ່ IPU – 132; ກະກຽມ​ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ທາງ​ດ້ານວັດຖຸ, ​ເຕັກນິກ, ຫ້ອງ​ນອນ, ຖັນ​ແຖວ​ພະນັກງານ​ຮັບ​​ໃຊ້​ໃຫ້​ແກ່​ເຫດການ​ສຳຄັນ​ຍິ່ງ​ນີ້.

        ​ເນື້ອ​ໃນ​ລາຍການ​ດຳ​ເນີນ​ງານແມ່ນ​ອຸດົມສົມ​ບູນ

        ສິ່ງ​ສຳຄັນ​ກວ່າ​ໝູ່​ເພື່ອ​ຮັບປະກັນ​ໃຫ້ IPU – 132​ ສຳ​ເລັດ​ຜົນ​ແມ່ນ​ເນື້ອ​ໃນ​ລາຍການ​ດຳ​ເນີນ​ງານ. ຢູ່ IPU – 132 ຄາດ​ວ່າ​ຈະ​ມີ​ການ​ປະຊຸມ 67 ຄັ້ງ, ການ​ພົບ​ປະ​ສອງ​ຝ່າຍ 66 ຄັ້ງ, ​ໃນ​ນັ້ນ​ມີ​ວາລະ​ປະຊຸມ​ຄົບ​ຄະນະ. ວາລະ​ປະຊຸມ​ຂອງ​ບັນດາ​ຄະນະ​ກຳມະການ​ປະຈຳ, ວາລະ​ປະຊຸມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ຍິງ, ວາລະ​ປະຊຸມ​ຂອງ ສສຊ ໜຸ່ມ. ດ້ວຍ​ຫົວ​ຂໍ້ວ່າ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ: ຈາກ​ຄຳ​ເວົ້າ​ເຖິງ​ການ​ກະທຳ“,IPU – 132 ຢູ່​ຮ່າ​ໂນ້ຍຊ້ອນ​ແຝງ​ສານ​ທີ່​ສຳຄັນ​ກ່ຽວ​ກັບ​ສັນຕິພາບ, ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ. ​ເພື່ອ​ກະກຽມ​ໃຫ້​ບັນດາ​ເນື້ອ​ໃນ​ດັ່ງກ່າວ, ຫວຽດນາມ​ໄດ້​ສະ​ເໜີຫຼາຍ​ຫົວ​ຂໍ້​ປຶກສາ​ຫາລື, ທີ່​​ເຕົ້າ​ໂຮມ​ເຂົ້າ​ບັນດາ​ບັນຫາ​ໃຫຍ່​ຂອງ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງລັດຖະສະພາ​ປະ​ເທດ​ຕ່າງໆ​ມີ​ຄວາມ​ສົນ​ໃຈ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ ​ຈາກ IPU. ຫວຽດນາມ​ກໍ່​ໄດ້​ປະກອບ​ຄຳ​ເຫັນ​ໃຫ້​ຮ່າງ​ມະຕິ​ເຊິ່ງຈະ​ຮັບຮອງ​ເອົາ​ຢູ່ IPU – 132 ​ແລະ ຖະ​ແຫຼ​ງການ​ຮ່າ​ໂນ້ຍ, ​ເອກະສານ​ນີ້​ຈະ​ໄດ້​ຮັບ​ໃຊ້​ຄື​ດັ່ງ​ເອກະສານ​ທາງ​ການ​ຂອງ IPU ທີ່​ຍື່ນ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ​ຫົວໜ້າ​ບັນດາ​ອົງການ​ນິຕິບັນ​ຍັດ​ໃນ​ເດືອນ 8/2015 ​ແລະ ​ເອກະສານ​ສຳຄັນ​ຂອງ IPU ທີ່​ສົ່ງ​ເຖິງ​ສະພາ ສະຫະ​ປະຊາ​ຊາດ​ໃນ​ເດ​ືອນ 9/2015. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ IPU – 132, ​ໃຫ້​ຮູ້​ວ່າ:

        “ປີ 2015 ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ສ​ະພາບ​ການ​ທີ່​ປະຊາ​ຄົມ​ສາກົນ​ສະຫຼຸບ​ວິວັດ​​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ ສະຫະ​ປະຊາ​ຊາດ ​ແລະ​ ກະກຽມ​ກ້າວ​ເຂົ້າ​ສູ່​ໄລຍະ​ຜັນ​ຂະຫຍາຍ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. ນັ້ນ​ກໍ່​ແມ່ນ​ຈຸດ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ບັນດາ​ລັດຖະສະພາ​ສະ​ແດງ​ໃຫ້​ເຫັນ​ບົດບາດ, ສຽງ​ເວົ້າ​ລວມ ​ແລະ ທັດສະນະ​ຂອງ​ຕົນ. ດັ່ງ​ນັ້ນ, ຫວຽດນາມ​ ຈຶ່ງສະ​ເໜີ​ຫົວ​ຂໍ້​ປຶກສາ​ຫາລື​ລວມຂອງ IPU – 132  ຢູ່​ຮ່າ​ໂນ້ຍ“.

        ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ພະລາທິການ

        ກອງ​ປະຊຸມ​ໃຫຍ່ IPU – 132 ​ແມ່ນ​ເຫດການການ​ຕ່າງປະ​ເທດ​ທີ່​​ໃຫຍ່​ທີ່​ສຸດຂອງ​ປະ​ເທດ​ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ກ່ຽວ​ກັບ​ຂອບ​ຂະ

ໜາດ, ຈຳນວນ​ຜູ້​ແທນ​ສາກົນ. ຄາດ​ວ່າ​ຈະ​ມີ​ປະທານ​ລັດຖະສະພາ, ສະພາ​ແຫ່ງ​ຊາດ 34 ທ່ານ, ຮອງ​ປະທານ​ລັດຖະສະພາ/ສະພາ​ແຫ່ງ​ຊາດ 31 ທ່ານ ​ແລະ ປະທານ​ປະ​ເທດ​ຮ່ວມ​ສຳພັນ​ 2 ທ່ານ​ເຂົ້າ​ຮ່ວມ. ດັ່ງ​ນັ້ນ​ຫວຽດນາມ ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຂົງ​ເຂດ​ຮັບປະກັນ​ຄວາມ​ປອດ​ໄພ, ​ແລະ ຮັບປະກັນ​ໃຫ້​ເຫດການ​ນີ້​ສຳ​ເລັດ​ຜົນ. ບັນດາ​ອະນຸ​ກຳມະການ​ສົມທົບ​ກັບ​ຄະນະ​ເລຂາ IPU ​ເພື່ອ​ວາງ​ແຜນການ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ພະລາທິການ, ການ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ກວດກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກລະບາດ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ​ສຸຂະອະນາ​ໄມຂອງ​ອາຫານ. ກະກຽມ​ພື້ນຖານ​ດ້ານ​ວັດຖຸ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ພຽງພໍ​ເພື່ອ​ຮັບ​ມື​ກັບ​ທຸກ​ສະຖານະ​ການ. ກ່ຽວ​ກັບ​ວຽກ​ງານຮັບປະກັນ​ຄວາມ​ປອດ​ໄພ​ໃຫ້ IPU – 132, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ​ເນັ້ນ​ໜັກ​ວ່າ:

      “ຄຽງ​ຂ້າງ​ຮູບ​ພາບ​ສະໜິດສະໜົມ, ສຸພາບ, ວັດທະນະທຳ​ແລ້ວ, ຄວາມ​ປອດ​ໄພ​ກໍ່​ປະກອບສ່ວນຮັບປະກັນ​ໃຫ້​ຄວາມ​ສັນຕິພາບ,ມິດຕະ

ພາບແກ່​ກອງ​ປະຊຸມ. ພວກ​ເຮົາ​ຕ້ອງ​​ເຮັດ​ບັນດາ​ວຽກ​ງານ​ດັ່ງກ່າວໄດ້​ດີ ​ເພື່ອ​ຮັບປະກັນໃຫ້​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ​ເມື່ອ​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ ຫຼືໄປ​ຢ້ຽມຢາມ​ທ້ອງ​ຖີ່​ນຕ່າງໆ

        ພ້ອມ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ຄະນະ​ຈັດຕັ້ງ​ກໍ່​ເລືອກ​ເຟັ້ນນັກ​ສຶກສາ​ອາສາ​ສະໝັກ​ນັບ​ຮ້ອຍ​ຄົນທີ່​ຮູ້​ພາສາ​ຕ່າງປະ​ເທດ, ມີ​ທັກ​ສະ, ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເຂົ້າ​ຮ່ວມ​ການ​ຮັບ​ໃຊ້ IPU – 132. ບັນດາ​ນັກ​ອາສາ​ສະໝັກ​ຈະ​ຊ່ວຍ​ຄະນະ​ຈັດ​ຕັ້ງ​ຮັບ​ໃຊ້​ບັນດາ​ຄະນະ​ຜູ້​ແທນ, ອາ​ນຸກຳມະການ ​ແລະ ໜ່ວຍ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່ IPU – 132. ນັກ​ອາສາ​ສະໝັກ ຫງວຽນ​ແຢງ​ຕວຽນ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ກະກຽມ​ໃຫ້ IPU ຄັ້ງ​ນີ້, ພວກ​ນ້ອງ​ໄດ້​ຮັບ​ການ​ເຝິກອົບ​ຮົມ​ຫຼາຍ​ຄັ້ງ, ​ໄດ້​ຮັບ​ເອກະ​ສານ​ທີ່​ກ່ຽວຂ້ອງ​ເຖິງ IPU – 132 ກໍ່​ຄື​ໄດ້​ຮັບ​ການ​ອົບຮົມ​ຫຼາຍ​ຄັ້ງ​ຢູ່​ສະໜາມ​ບິນ, ​ໂຮງ​ແຮມ. ນີ້​ແມ່ນ​ເຫດ​ການ​ໃຫຍ່​ທຳ​ອິດ​ທີ່ນ້ອງ​ເຂົ້າ​ຮ່ວມກ​ານ​ຮັບ​ໃຊ້​ໃຫ້​ເທດ​ຊາດເຊິ່ງ​ມັນ​ກ່ຽ​ວ​ຂ້ອງ​ເຖິງ​ພາບ​ພົດ​ຂອງ​ປະ​ເທດ​ຊາດກໍ່​ຄື​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ດັ່ງ​ນັ້ນ​ນ້ອງ​ເຫັນ​ວ່າ​ຄວາມ​ຮັບ​ຜິດ​ຊອບນີ້​​ແມ່ນໃຫຍ່ຫຼວງຫຼາຍ. ນ້ອງ ແລະ ພວກ​ເພື່ອນ​ອາ​ສະ​ສະ​ໝັກ ພະ​ຍາ​ຍາມ ຮ​່ຳ​ຮ​ຽນ, ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​​ວັດ​ທະ​ນະ​ທຳ - ປະ​ຫວັດ​ສາດ​ຂອງ ຫວຽດ​ນາມ ແລະ ຮ່ຳ​ຮຽນ​ດ້ານ​ພາ​ສາ​ເປັນ​ຢ່າງ​ດີ ເພື່ອ​ສາມາດ​​ພົວ​ພັນ​ແລ​ກ​ປ່ຽນ​ກັບ​ເພື່ອນ​ມິດ​ສາ​ກົນ ເຮັດໃຫ້​ເຂົາ​ເຈົ້າ​​ມີ​ຄວາມເຂົ້າ​ໃຈກ່​ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ​ ກ່​ວາ​ອີກ.”

        ເລື່ອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກະ​ກ​ຽມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຈັດ​ຕັ້ງ IPU ຄັ້ງ​ທີ 132 ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU, ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂອງ​ປະ​ຊາ​ຄົມ​ໂລກ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮູ່ງ, ຢືນ​ຢັນ​ວ່າ:

        “ສະ​ຫະ​ພັນ​ລັດ​ຖະ​ສະ​ພາ ໄດ້​ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈມອບ​ສິດ​ໃຫ້​ແກ່ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ IPU 132 ຢູ່ ຮ່າ​ໂນ້ຍ. ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽມ​ຢ່າງ​ຄົບ​ຊຸດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: IPU 132 ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ. ນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ປະ​ກອບ​ສຽງ​ເວົ້າ​ຂອງ​ຕົນ​ເຂົ້າ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍືນ​ຍົງຫຼັງ​ປີ 2015 ຂອງ​ໂລກ, ພ້ອມ​ທັງ​ເປັນ​ຂີດ​ໝາຍ​​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຂອງ ຫວຽດ​ນາມ”

        ເລື່ອງ​ຈັດ​ຕັ້ງ IPU 132 ສຳ​ເລັດ​ຜົນ​ຈະ​ເຮັດ​ໃຫ້​ບົດ​ບາດ, ສຽງ​ເວົ້າ​ຂອງ ຫວຽດ​ນາມ ສຳ​ລັບ​ປະ​ຊາ​ຄົມ​ໂລກ​ເລິກ​ເຊິ່ງ​ກ່​ວາ​ອີກ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສະ​ແດງ​ໃຫ້​ບັນ​ດາ​ລັດ​ຖະ​ສະ​ພາ​ໃນ​ໂລກ​ເຫັນ​ແຈ້ງ​ທີ່​ຕັ້ງ ແລະ ບົດ​ບາດ​ຂ​ອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ຊີ​ວິດທາງ​ດ້ານ​ການ​ເມືອງ ແລະ ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ເຊິ່ງ​ແມ່ນ​ສະ​ພາ​ແຫ່ງ​ຊາດ ​ທີ່ຂະ​ຫຍັ​ນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ ແລະ ປ່ຽນ​ໃໝ່​ຢ່າງບໍ່​ຢຸດຢັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ