ຫ້າງຫາກະກຽມບຸນເຕັດໃຫ້ແກ່ຜູ້ທຸກຍາກ:ການຮ່ວມແຮງຮ່ວມໃຈຂອງວົງຄະນາຍາດ

(VOVWORLD) -ໂດຍເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບລະດູບານໃຫມ່ຂອງປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ, ມີຄອບຄົວທຸກຍາກຢູ່ຫວຽດນາມ ເກືອບ 2 ລ້ານຄອບຄົວ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ເພື່ອໃຫ້ມີສິ່ງດັ່ງກ່າວ, ໃນກວ່າ 1 ເດືອນຜ່ານມາ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ໃນທົ່ວປະເທດ ໄດ້ຈັດການເຄື່ອນໄຫວຫລາຍຢ່າງເພື່ອສົ່ງເຄື່ອງຂອງໄປຊ່ວຍປະຊາຊົນທຸກຍາກຕ້ອນຮັບບຸນເຕັດ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວເປັນປະຈຳໄລຍະເທົ່ານັ້ນ ຫາກຍັງໄດ້ກາຍເປັນຈຸດວັດທະນະທຳທີ່ເປັນຫນ້າເຄົາລົບນັບຖືຂອງຊາວຫວຽດນາມ, ປະກອບສ່ວນສ້າງສັງຄົມອັນດີງາມກວ່າ.

ຫ້າງຫາກະກຽມບຸນເຕັດໃຫ້ແກ່ຜູ້ທຸກຍາກ:ການຮ່ວມແຮງຮ່ວມໃຈຂອງວົງຄະນາຍາດ - ảnh 1 ການເຄື່ອນໄຫວມອບຂອງຂວັນບຸນເຕັດໃຫ້ຜູ້ທຸກຍາກ, ຊາວເຜົ່າສ່ວນຫນ້ອຍ

ພາບ:(Hương Trà/VOV5

ດ້ວຍທິດນຳທີ່ວ່າ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ໃນຊຸມປີຜ່ານມາ, ການຮ່ວມແຮງຮ່ວມໃຈຫ້າງຫາກະກຽມບຸນເຕັດໃຫ້ຜູ້ທຸກຍາກໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ຊ່ວຍໃຫ້ຄອບຄົວທຸກຍາກນັບລ້ານເທື່ອຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ.

ການແບ່ງປັນໃນບຸນເຕັດ

       ບຸນປີໃຫມ່ປະຈຳຊາດຢູ່ຫວຽດນາມ ບໍ່ພຽງແຕ່ແມ່ນການເຕົ້າໂຮມກັນເທົ່ານັ້ນ ຫາກແມ່ນການແບ່ງປັນໃນບຸນເຕັດອີກດ້ວຍ. ໃນໂອກາດນີ້, ຂອງຂວັນ 2 ລ້ານພູດ ໄດ້ມອບໃຫ້ປະຊາຊົນ, ລົດໂອໂຕນັບພັນໆຖ້ຽວໄດ້ຂົນສົ່ງເຄື່ອງຂອງໄປໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກ. ຢູ່ ແຂວງ ກອນຕູມ ມີຄອບຄົວທຸກຍາກ, ຄອບຄົວໃກ້ຖືກຈັດເຂົ້າບັນຊີລາຍຊື່ຄອບຄົວທຸກຍາກ ກວ່າ 34.000 ຄອບຄົວ ກໍ່ໄດ້ຮັບການຫນູນຊ່ວຍເຂົ້າສານ ພ້ອມກັບເງິນສົດ, ຂອງຂວັນເພື່ອຕ້ອນຮັບບຸນເຕັດ. ຢູ່ບັນດາໝູ່ບ້ານຂອງຊາວຊົນເຜົ່າສ່ວນຫນ້ອຍໃນແຂວງ ລ້ວນແຕ່ດຳເນີນວັນບຸນຫໍ່ເຂົ້າຕົ້ມຂຽວ. ທ່ານ ອາເຍີບ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຊາຍແດນ ດັກບະໂລ ເມືອງ ດັກກະເລີຍ, ແມ່ນຫນຶ່ງໃນບັນດາເມືອງທີ່ຫ່າງໄກສອກຫລີກປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງແຂວງກອນຕູມ ໃຫ້ຮູ້ວ່າ:

        “ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍໄດ້ຖືກຈັດເຂົ້າບັນຊີລາຍຊື່ໄດ້ຮັບຂອງຂວັນ. ນອກນັ້ນ ແຜນນະໂຍບາຍລວມແມ່ນຈັດຕັ້ງວັນບຸນຫໍ່ເຂົ້າຕົ້ມຢູ່ບັນດາຄຸ້ມບ້ານ. ພິເສດ ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍໄດ້ຮັບຄວາມເອົາໃຈໃສ່. 100% ຈຳນວນຄອບຄົວທຸກຍາກໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ບໍ່ຂາດແຄນສະບຽງອາຫານຫລືຂອງຂວັນໃນບຸນເຕັດ.”

        ບໍ່ພຽງແຕ່ປະຊາຊົນຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກເທົ່ານັ້ນ ຫາກບັນດາຄອບຄົວຖືກຜົນສະທ້ອນຈາກໄພທຳມະຊາດກໍ່ໄດ້ຮັບຄວາມເອົາໃຈໃສ່ເພື່ອຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ທ່ານ ຫວໍບີງເຕີນ, ຮອງຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ແຄງຮ່ວາ ຊື່ງແມ່ນທ້ອງຖິ່ນຖືກຜົນສະທ້ອນຈາກພາຍຸ Damrey ໃຫ້ຮູ້ວ່າ:

        “ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳເພື່ອສົ່ງເຂົ້າສານຊ່ວຍເຫລືອປະຊາຊົນບໍ່ປະໃຫ້ເຂົາເຈົ້າຖືກອຶດຫິວ ແລະ ຊ່ວຍບັນດາເປົ້າໝາຍໄດ້ຮັບການອຸດຫນູນ. ຄຽງຄູ່ກັນນັ້ນ ມີກອງທຶນເພື່ອການກຸສົນ ຫນູນຊ່ວຍບຸນເຕັດ, ພວກຂ້າພະເຈົ້າສືບຕໍ່ພ້ອມກັບບັນດາຄະນະໄປຊ່ວຍບັນດາຄອບຄົວທຸກຍາກເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກວ່າ.”

ຫ້າງຫາກະກຽມບຸນເຕັດໃຫ້ແກ່ຜູ້ທຸກຍາກ:ການຮ່ວມແຮງຮ່ວມໃຈຂອງວົງຄະນາຍາດ - ảnh 2 ການເຄື່ອນໄຫວກຸສົນເພື່ອຜູ້ທຸກຍາກ ຢູ່ ຮ່າໂນ້ຍ

        ພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ການເຂົ້າຮ່ວມຢ່າງຕັ້ງຫນ້າ, ດ້ວຍຄວາມສະໝັກໃຈຂອງບັນດາວິສາຫະກິດ ແລະ ສະມາຄົມ, ອົງການຈັດຕັ້ງມະຫາຊົນໃນການຫ້າງຫາກະກຽມບຸນເຕັດກໍ່ເຮັດໃຫ້ຜູ້ທຸກຍາກມີຄວາມອຸ່ນອ່ຽນໃຈກວ່າ. ໃນໂອກາດພັກບຸນເຕັດ, ຢູ່ ນະຄອນ ໂຮ່ຈິມີນ ມີບໍລິສັດຫລາຍແຫ່ງໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດກ່ອນກຳນົດເວລາໃຫ້ແກ່ກຳມະກອນ ດ້ວຍລາຍການວັດທະນະທຳ ສະແດງສິລະປະ, ມອບປີ້ລົດໂອໂຕໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກກັບເມືອບ້ານ.

        “ພວກຂ້າພະເຈົ້າໄດ້ຊີ້ນຳໃຫ້ບັນດາກຳມະບານຮາກຖານ ຈັດຕັ້ງບັນດາການເຄື່ອນໄຫວກະກຽມບຸນເຕັດໃຫ້ຄົນງານ. ກຳມະບານຢູ່ເຂດອຸດສາຫະກຳເຂດຜະລິດການສົ່ງອອກ ຮ່າໂນ້ຍ ກໍ່ໄດ້ກະກຽມລາຍການຕ້ອນຮັບບຸນເຕັດຢ່າງອົບອຸ່ນໃຫ້ກຳມະກອນ, ກະກຽມລົດໂອໂຕສົ່ງກຳມະກອນກັບເມືອບ້ານໄດ້ຕ້ອນຮັບບຸນເຕັດໂດຍບໍ່ເສຍຄ່າ.”

        ການຮ່ວມແຮງຮ່ວມໃຈຫ້າງຫາກະກຽມບຸນເຕັດໃຫ້ຜູ້ທຸກຍາກກໍ່ໄດ້ຮັບການຕອບສະຫນອງຈາກໄວຫນຸ່ມ. ທ່ານ ຫງວຽນຢູຍມີງ ເລຂາຄະນະຊາວຫນຸ່ມນະຄອນ ດາຫນັງ ແບ່ງປັນວ່າ:

        “ຂອງຂວັນນັ້ນເຖິງວ່າບໍ່ຫລາຍ ແຕ່ກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງລຸ້ນຫນຸ່ມຢູ່ນະຄອນ ໄດ້ຮ່ວມເດີນທາງ, ຫນູນຊ່ວຍບັນດານັກສຶກສາ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກມີເງື່ອນໄຂຕ້ອນຮັບລະດູບານໃຫມ່ຢ່າງ  ອົບອຸ່ນ. ພວກຂ້າພະເຈົ້າກໍ່ສົມທົບກັບສະຫະພັນຊາວຫນຸ່ມນະຄອນ ມອບເຂົ້າຕົ້ມໃຫ້ແກ່ບັນດາຮາກຖານອຸປະກະລະເດັກນ້ອຍ, ກຳມະກອນບໍ່ມີເງື່ອນໄຂກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ.”

        ຄວາມເບີກບານມ່ວນຊື່ນແຜ່ຂະຫຍາຍ

ຍ້ອນມີການຊ່ວຍເຫລືອຈາກອຳນາດການປົກຄອງກໍ່ຄືບັນດາອົງການຈັດຕັ້ງມະຫາຊົນ, ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ 2 ລ້ານຄອບຄົວ ມີເງື່ອນໄຂເພື່ອຕ້ອນຮັບບຸນເຕັດປະຈຳຊາດ. ເຂົາເຈົ້າມີຄວາມເບີກບານມ່ວນຊື່ນ ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກທັງວົງຄະນາຍາດ. ອ້າຍ ອາກີນ ຢູ່ ບ້ານ ດັກດົງ ຕາແສງ ງອກຕູ້ ແຂວງ ກອນຕູມ ສະແດງຄວາມຮູ້ສຶກພາຍຫລັງໄດ້ເຂົ້າຢູ່ເຮືອນໃຫມ່ ໂດຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃນບ້ານຊ່ວຍກໍ່ສ້າງສຳເລັດກ່ອນບຸນເຕັດ.

        “ປະຈຸບັນ ຂ້າພະເຈົ້າມີເຮືອນຢູ່ແລ້ວ, ຂ້າພະເຈົ້າຮູ້ສຶກດີໃຈຫລາຍ. ກ່ອນນີ້ຫຍຸ້ງຍາກຫລາຍ, ປຸກສ້າງເຮືອນຢູ່ຊົ່ວຄາວ, ປະຈຸບັນ ລັດຫນູນຊ່ວຍໃຫ້ຂ້າພະເຈົ້າມີເຮືອນຫລັງໃຫມ່, ຂ້າພະເຈົ້າຂໍຂອບອົກຂອບໃຈ ແລະ ໄລຍະຈະມາເຖິງຈະພະຍາຍາມທຳມາຫາກິນເພື່ອໃຫ້ຊີວິດດີກວ່າ.”

        ໃນຂະນະນັ້ນ ປ້າ ຈາງກ້າພື ຊາວຕາແສງ ມາລີຈາຍ ເມືອງ ຟອງໂຖ ແຂວງ ລາຍເຈົາ ມີຄວາມພາກພູມໃຈເມື່ອໄດ້ຮັບຂອງຂວັນບຸນເຕັດ.

        “ໂອກາດຄືແນວນີ້ ຂ້າພະເຈົ້າ ແລະ ພໍ່ແມ່ປະຊາຊົນໃນບ້ານຮູ້ສຶກດີໃຈຫລາຍ. ຂ້າພະເຈົ້າປາດຖະຫນາວ່າ ພັກ ແລະ ລັດ ເອົາໃຈໃສ່ກວ່າອີກເພື່ອໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ພ້ອມກັບທະຫານປ້ອງກັນຊາຍແດນປົກປັກຮັກສາເສັ້ນຊາຍແດນ, ຫລັກໝາຍຊາຍແດນຂອງບ້ານເກີດເມືອງນອນ.”

        ຄວາມເອົາໃຈໃສ່, ຫນູນຊ່ວຍຜູ້ທຸກຍາກ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນນັ້ນ ບໍ່ພຽງແຕ່ນຳມາຄວາມເບີກບານມ່ວນຊື່ນໃຫ້ເຂົາເຈົ້າເທົ່ານັ້ນ ຫາກຍັງແມ່ນການກະທຳວັດທະນະທຳມະນຸດ, ປະກອບສ່ວນສ້າງສັງຄົມອັນດີງາມກວ່າອີກດ້ວຍ. ຢູ່ ຫວຽດນາມ ການຮ່ວມແຮງຮ່ວມໃຈຫ້າງຫາກະກຽມບຸນເຕັດໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອບໍ່ ໃຫ້ຜູ້ໃດປະໄວ້ຢູ່ທາງຫລັງ ພວມຄ່ອຍໆກາຍເປັນວິຖີຊີວິດວັດທະນະທຳອັນດີງາມກວ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ