ອີຣານໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ

(vovworld)- ການ​ຕີ​ລາ​ຄາ​ຫລ້າ​ສຸດ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ເມື່ອ​ວັນ​ທີ 18/12 ໃຫ້​ຮູ້​ວ່າ: ກວ່າ 1 ປີ​ພາຍ​ຫລັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ກຸ່ມ P5+1 (ຊື່ງ​ລວມ​ມີ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ​), ອີ​ຣານ ໄດ້​ເຄົາ​ລົບ​ຄຳ​ໝັ້​ນ​ສັນ​ຍາ​ແລະ​​ປະ​ຕິ​ບັດຕາມຂໍ້​ຕົກ​ລົງ​ນິວ​ເຄຼຍນີ້. ຖະ​ແຫລງ​ການ​ດັ່ງ​ກ່າວ​ແມ່ນ​ການ​ຮັບ​ຮອງຂອງ​ສາ​ກົນຕໍ່​ຫນ້າ​ບັນ​ດາ​​ການ​ກະ​ທຳ​ດ້ວຍເຈດ​ຕະ​ນາ​ດີ​ຂອງ​ອີ​ຣານ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ, ປະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍທີ່​ວາງ​ອອກ​ຕໍ່​ອີ​ຣານ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.

ອີຣານໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ - ảnh 1
ຮາກ​ຖານ​ນິວ​ເຄຼຍ​ຂອງ ອີ​ຣານ
ພາບ:presstv

       ວັນ​ທີ 14/7/2015, ພາ​ຍ​ຫລັງ​ເຈ​ລະ​ຈາ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ອີ​ຣານ ແລະ 6 ປະ​ເທດ ລວມ​ມີ: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງ​ກິດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດ, ຊ່ວຍ​ຢຸດ​ຕິ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ຕາມ​ຂໍ້​ຕົກ​ລົງ​ທີີ່​ມີ​ຊື່​​ວ່າ: ແຜນ​ການ​ດຳ​ເນີນ​ງານ​ຮ່ວມຮອບ​ດ້ານ​ (JCPOA), ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 16/1/2016 ເປັນ​ຕົ້ນ​ໄປ, ສາ​ກົນ ໄດ້​ຜ່ອນ​ຄາຍ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ເງິນ, ເສດ​ຖະ​ກິດ ແລະ ນ້ຳ​ມັນ​ບໍ່​ໃຫ້​ແກ່ ອີ​ຣານ ເພື່ອ​ແລກ​ເອົາ​ເລື່ອງ​ປະ​ເທດນີ້​ຈຳ​ກັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼຍ.

        ຜົນ​ປະ​ໂຫຍດ​ຈາກ​ກາ​ນ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຢ່າງ​ເຂັ້ມ​ງວດ

        ອີ​ຣານ ສະ​ແດງ​​ໃຫ້​ເຫັນຄຳ​ໝັ້ນ​ສັນ​ຍາ​ສືບ​​ປະ​ຕິ​ບັດ​ຕາມຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ກຸ່ມ P5+1 ດ້ວຍ​ການ​ເຄື່ອນ​ໄຫວ​ລະ​ອຽດ​ຫລາຍ​ຢ່າງ​ຄື: ຫລຸດ​ຜ່ອນ​ບັນ​ດາ​ສາງ urani, ນ້ຳ​ຫນັກ ແລະ ເຮັດ​ໃຫ້​ເຕົາ​ຜ​ະ​ລິ​ດ​ນິວ​ເຄຼຍ Arak ​ໝົດ​ສະ​ມັດ​ຕະ​ພາບ. ກ່ຽວ​ກັບ​ວຽກ​ງານກວດ​ກາ, ເຕ​ເຮ​ຣານ ກໍ​ໄດ້​ອະ​ນຸ​ຍາດ​ໃຫ້​ IAEA ສຳ​ຜັດ​ກັບ​ບັນ​ດາ​ຮາ​ກ​ຖານ​ນິວ​ເຄຼຍ​ທີ່​ຖືກ​ສົງ​ໃສ​ຂອງ​ປະ​ເທດນີ້ ຊື່ງບໍ່​ເຄີຍ​ມີ​ມາ​ກ​ອ່ນ. ຕາມ IAEA ແລ້ວ, ມາ​ຮອດ​ປະ​ຈຸ​ບັນ ອີ​ຣານ ຍັງ​ຄົງ​ເຄົາ​ລົບ​ບັນ​ດາ​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງ​ນີ້, ໃນ​ນັ້ນ ລວມ​ມີ ບັນ​ດາ​ຂໍ້​ຈຳ​ກັດ​ກ່ຽວ​ກັບ​ສາງ​ສະ​ສົມເສີມ​ທາດ urani  ແລະ ຈຳ​ນວນ​ຈັກ​ພົ້ນ​ສູນ ແລະ ຈັກ​ເສີມ​ທາດ urani ຊື່ງ​ປະ​ເທດນີ້​ພວມ​ນຳ​ໃຊ້.

        ກ່ອນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຂໍ້​ຕົ​ກ​ລົງ​ນິວ​ເຄຼຍ​ຂອງ ອີ​ຣານນັ້ນ, ​ອິ​ດ​ສະ​ຣາ​ແອນຊື່ງ​ແມ່ນ​ປະ​ເທດ​ຄັດ​ຄ້ານ​ຢ່າງ​ຂ້ຽວ​ຂາດ​ຂໍ້​ຕົກ​ລົງນິວ​ເຄຼຍ ອ​ີ​ຣານ ກໍ​ໄດ້​ຕີ​ລາ​ຄາ​ວ່າ: JCPOA ໄດ້​ຊ່ວຍ​ຫ​ລຸດ​ຜ່ອນ​ການ​ນາບ​ຂູ່​ນິວ​ເຄຼຍ​ຈາກ ອີ​ຣານ ຢ່າງ​ແທ້​ຈິງ. ອະ​ດີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິດ​ສະ​ຣາ​ແອ​ນ Moshe Ya’alon ຢືນ​ຢັນ​ວ່າ: ໃນ​ອະ​ນາ​ຄົດ​ໃກ້​ໆ​ນີ້, ອິ​ດ​ສະ​ຣາ​ແອນ ບໍ່​​ຕ້ອງປະ​ເຊີນ​ຫນ້າ​ກັບ​ບໍ່​ວ່າ​ການ​ນາບ​ຂູ່​ໃດ​ທີ່​ພວ​ມ​ມີ”. ໃນ​ຂະ​ນະ​ນັ້ນ, ວົງ​ການ​ນັກ​ການ​ທູດ ແລະ ນັກ​ໄຈ້​ແຍກ​ຝ່າຍ​ຕາ​ເວັນ​ຕົກ​ກໍ​ຮັບ​ຮູ້​ວ່າ ການ​ພົວ​ພັນ ແລະ ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກັບ​ອີ​ຣານ ແມ່ນ​ເປັນ​ຫນ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ແລະ ຢືນ​ຢັນ​ວ່າ: ຂໍ້​ຕົກ​ລົງ​ນີ້​ແມ່ນ​ຜົນ​ງານ​ແທ້​ຈິງ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ສາ​ມາດ​ນິວ​ເຄຼຍ​ຂອງ ອີ​ຣານ ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ.

ເລື່ອງ ອີ​ຣານ ເຄົາ​ລົບ​​ປະ​ຕິ​ບັດ​ຕາມຂໍ້​ຕົກ​ລົງ​ນິວ​ເຄຼຍ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ​ເທົ່າ​ນັ້ນ ຫາກ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ເທດນີ້​ໃນ​ເບື້ອງ​ຕົ້ນ​ອີກ​ດ້ວຍ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ອີ​ຣານ ໄດ້​ເຊື່ອມ​ໂຍງ​ຄືນ​ໃຫມ່​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ອີ​ຣານ ໄດ້​ສ​ຳ​ຜັດ​ກັບ​ແຫລ່ງ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ 100 ຕື້ USD ​ເຊິ່ງ​ຖືກ​ປິດ​ລ້ອມ​ຢູ່​ບັນ​ດາ​ທະ​ນາ​ຄານ​ຕ່າງ​ປະ​ເທດ ຍ້ອນ​ຖືກ​ຂ​ວ້ຳ​ບາດ​ກ່ອນນັ້ນ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້ ອີ​ຣານ ລົງ​ທຶນ​ຍົກ​ລະ​ດັບ ແລະ ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຜະ​ລິດ​ນ້ຳ​ມັນ​ອາຍ​ແກ​ສ​ກໍ​ຄືກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ ສັງ​ຄົມ​ອື່ນ. ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ຂອງ​ອີ​ຣານ ໄດ້​ເປີດ​ບັນ​ຊີ​ຢູ່​ບັນ​ດາ​ທະ​ນາ​ຄານ​ຕ່າງ​ປະ​ເທດ​ຄືນ​ໃຫມ່​ແລ້ວ. ຫນຶ່ງ​ໃນ​ບັນ​ດາ​ໝາກ​ຜົນ​ໃຫຍ່ ຊື່ງ JCPOA ນຳ​ມາ​ໃຫ້​ ນັ້ນ​ແມ່ນອີ​ຣານ ໄດ້​ປະ​ຕິ​ບັດ​ແຜນ​ການ​ຊຸກ​ຍູ້​ການ​ຜະ​ລິດ​ນ້ຳ​ມັນ​ບໍ່​ສຳ​ເລັດ​ຜົນ, ເພື່ອ​ແນ​ໃສ່​​ຍືດ​ເອົາອັດ​ຕາ​ສ່ວນ​ຖືກ​ເສຍ​ພາຍ​ຫລັງ​ຖືກ​ຂວ້ຳ​ບາດ​ໃນ​ໄລ​ຍະ​ຍາວ. ຫນຶ່ງ​ໃນ​ບັນ​ດາ​ສັນ​ຍາ​ອື່ນ​ທີ່​ກ່ຽວ​ຂ້ອງເຖິງ​ຂົງ​ເຂດ​ອາຍ​ແກ​ສ, ພື້ນ​ຖານ​ໂຄງ​ລ່າງ, ການ​ເງິນ.. ກໍ​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ ອີ​ຣານ ແລະ ຫລາຍ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ຈີນ, ລັດ​ເຊຍ, ສ​ເກົາ​ຫລີ, ຍີ່​ປຸ່ນ. ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ພິ​ເສດ​ແມ່ນ​ການ​ສົ່ງ​ອອກ​ຂອງ​ອີ​ຣານ ໄດ້​ເພີ່ມ​ຂຶ້ນ​ເກືອບ 20%, ໃນ​ຂະ​ນະ​ເງິ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ເຂົ້າ​ປະ​ເທດນີ້ ບັນ​ລຸກວ່າ 5 ຕື້ USD (ໄລ່​ຮອດ​ເດືອນ 9 ປີ2016).

 ຂໍ້​ຕົກ​ລົງ​ນິວ​ເຄຼຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ກໍ​ຊ່ວຍ​ໃຫ້​ອີ​ຣານ ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຕົກ​​ຢູ່​ໂດດ​ດ່ຽວ​ດ້ານ​ການ​ເມືອງ. ເຕ​ເຣ​ຮານ ໄດ້​ປັບ​ປຸງ​ການ​ພົວ​ພັນ​ກັບ ເອີ​ລົບ ແລະ ຕວກ​ກີ ດີ​ພ​ໍ​ສົມ​ຄວນ. ອີ​ຣານ ກໍ​ໄດ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ລັດ​ເຊຍ, ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ, ອິນ​ເດຍ ແລະ ປະ​ເທດ​ຕາ​ເວັນ​ອອກ​ກາງ​, ອາ​ຟຼິ​ກາ ຈຳ​ນວນ​ຫນຶ່ງ.  ເລື່ອງ ອີ​ຣານ ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ຝ່າຍ​ຫນຶ່ງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ກໍ​ຄື​ບົດ​ບາດ​ຂອງ ເຕ​ເຮ​ຣານ ໃນ​ການ​ຕ້ານກໍ່​ການ​ຮ້າຍ​ຢູ່​ພາກ​ພື້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດນີ້ ນັບ​ມື້​ນັບ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຢູ່​ຕ​າ​ເວັນ​ອອກ​ກາງ.

ຍັງ​ມີ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ​ຫລາຍ​ຢ່າງ

ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ໝາກ​ຜົນ​ເບື້ອງ​ຕົ້ນ​ດັ່ງ​ກ່າວ, ຂໍ້​ຕົກ​ລົງ​ນິວ​ເຄຼຍ ຍັງ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ. ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ ສ່ວນ​ຫລາຍ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ.ຫວ່າງ​ແລ້ວນີ້ ໃນ​ກາງ​ເດືອນ 12, ອາ​ເມ​ລິ​ກາ ໄດ້​ປະ​ກາດ​ໃຊ້​ຮ່າງ​ກົດ​ໝາຍ​ຂວ້ຳ​ບາດ ອີ​ຣານ ຕື່ມ​ອີກ 10 ປີ, ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ຄັ້ງ​ທຳ​ອິດ​ເມື່​ອ​ປີ 1996 ເພື່ອ​ລົງ​ໂທດ​ບັນ​ດາ​ເປົ້າ​ໝາຍ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ຂອງ​ອີ​ຣານ ແລະ ນາບ​ຂູ່​ເລື່ອງ ອີ​ຣານ ສືບ​ຕາມ​ຈຸດ​ປະ​ສົງ​ນິວ​ເຄຼຍ. ການ​ກະ​ທຳ​ນີ້ ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ຮຽກ​ຮ້ອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ປະ​ເທດນີ້​ເລີ່ມ​ຕົ້ນ​ການ​ຜະ​ລິດ​ກຳ​ປັ່ນ​​ສູ້​ຮົບນຳ​ໃຊ້​​ພະ​ລັງ​ງານ​ນິວ​ເຄຼຍ. ທ່ານ Rouhani ກໍ​ສະ​ເຫນີ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ ອີ​ຣານ ເລີ່ມ​ປະ​ຕິ​ບັດ “ແຜນ​ການ​​ອອກ​ແບບ ແລະ ຜະ​ລິດ​ເຊື້ອ​ເ​ພີງ ແລະ ບັນ​ດາ​ໂຮງ​ງານ​ນິວ​ເຄຼຍ ເພື່ອ​ຮັບ​ໃຊ້​ຂົງ​ເຂດ​ຂົນ​ສົ່ງ​ທາງ​ທະ​ເລ”. ນອກ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ມອບ​ຫນ້າ​ທີ່​ກະ​ກຽມ​ບັນ​ດາ​ສຳ​ເນົາ​ເອ​ກະ​ສານ, ຖານ​ຂໍ້​ມູນ​ເພື່ອ​ຟ້ອງ​ຮ້ອງ ອາ​ເມ​ລິ​ກາ ຂຶ້ນ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ຮ່ວມ​ຮອບ​ດ້ານ. ຄວ​າມ​ຂັດ​ແຍ້ງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອ​ີ​ຣານ ຄາດ​ວ່າ​ອາດ​ຈະ​ເພີ່ມ​ຂຶ້ນ​ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫມ່ Donald Trump ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ໃນ​ຕົ້ນ​ປີ 2017 ເພາະ​ທ່ານ Donald Trump ເຄີຍ​ມີ​ທັດ​ສະ​ນະ​ພິ​ຈາ​ລະ​ນາ​ຄືນຂໍ້​ຕົກ​ລົງ​ນິວ​ເຄຼຍ​ຂອງ​ອີ​ຣານ. ນອກ​ນັ້ນ, ອາ​ເມ​ລິ​ກາ ແລະ ອີ​ຣານ ຍັງ​ມີ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ອື່ນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ສິດ​ທິ​ມະ​ນຸດ, ໂຄງ​ການ​ລູກ​ສອນ​ໄຟ​ນຳ​ວິ​ຖີ ແລະ ການກໍ່​ການ​ຮ້າຍ.

ບໍ່​ອາດ​ປະ​ຕິ​ເສດ​ເລື່ອງ ອີ​ຣານ ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​​ປະ​ຕິ​ບັດຕາມ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ແມ່ນ​ສວມ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ປະ​ຫວັດ​ສາດນີ້, ປະ​ກອບ​ສ່ວນ​ນຳ​​ເອົາ​ສະ​ຖຽນ​ລະ​ພາບ​ມາໃຫ້​​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ,ນີ້​ແມ່ນ​ປີ​ທຳ​ອິດ​ຂໍ້​ຕົກ​ລົງ​ມີ​ຜົນ​ສັກ​ສິດ ແລະ ໄລ​ຍະ​ທາງ​ໃນ​ຕໍ່​​ຫນ້າ​ຍັງ​ມີ​ບັນ​ດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ. 


ຕອບກັບ

ຂ່າວ/ບົດ​ອື່ນ