ອະນາຄົດໃດໃຫ້ແກ່ປະຊາຊົນ ຊີຣີ

(vovworld)- ວັນ​ທີ 15/3 ​ເປັນ​ຂີດ​ໝາຍ​ແຫ່ງ​ສອງ​ປີ​ເຕັມທີ່​ເກີດວິ​ກິດ​ການ​ການ​ເມືອງ ​ແລະ ການ​ຈະລາຈົນ ຢູ ຊີຣີ ​ຊື່​ງເຮັດ​ໃຫ້​ເກືອບ 70.000 ຄົນ​ເສຍ​ຊີວິດ ​ແລະ ກວ່າ 1 ລ້ານຄົນ​ຕ້ອງ​ປະລະ​ເຮືອນ​ຊານ​ເພື່ອ​ໄປ​ລີ້​ໄພ. ​ໃນ 2 ປີຜ່ານມາ, ປະຊາ​ຄົມ​​ໂລກໄດ້​ເສຍ​ກຳລັງ​ເຫື່ອ​ແຮງ​ຢ່າງຫລວງຫລາຍ​ເພື່ອ​ຊອກ​ຫາ​​ວິທີ​ແກ້​ໄຂ​ໂດຍ​ສັນຕິ ​ແລະ ຮອບດ້ານ, ​ແຕ່​ ມາ​ຮອດ​ປະຈຸ​ບັນ​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​​​ແກ້​ໄຂເທື່ອ. ​ການ​ຜັນ​ແປຄັ້ງໃຫມ່ຍັງ​ເກີດ​ຂຶ້ນ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ພາຍ​ພາກ​ຫນ້າອະນາຄົດ​ຂອງ ຊາວ ຊີຣີ ຍັງ​ຄົງ​ ມືດ​ມົວຢູ່.

        ​ໃນ​ 2 ປີຜ່ານມາ, ​ ແລ້ວ ປະຊາ​ຄົມ​​ໂລກ​ສະ​ແດງຄວາມ​ຫວັງເປັນ​ຫລາຍ​ຄັ້ງ​ກ່ຽວກັບ​ວິທີ​ແກ້​ໄຂ​ໂດຍສັນຕິ​ຢູ່ ຊີຣີ ຜ່ານ​ແຜນການ​ສັນຕິພາບ​ຊື່​ງລວມມີ 6 ຂໍ້ ຂອງ​ທູດ​ພິ​ເສດ ສປຊ ​ແລະ ສະຫະພັນ ອາຣັບ ຫລື ການ​ໄປ​ຢ້ຽມຢາມ​ປະ​ເທດ​ຕ່າງໆ​ຂອງ​ການ​ນຳ​​ບັນດາປະ​ເທດ​​ຢູ່​ໃນ​ໂລກ. ​ແຕ່​ມາ​ຮອດ​ຈຸດ​ເວລາ​ນີ້, ຄວາມ​ຫວັງຍັງ​ຢູ່​ເບື້ອງ​ຫນ້າ​ຫນ້າ, ຊີຣີ ນັບ​ມື້​ນັບຖື​ກຕົກ​ເຂົ້າ​ສູ່​ວິ​ກິດ​ການ​ ​ແລະ ​ເສີກ​ກາງ​ເມືອງ ອັນ​ໄດ້​ກໍ່ຜົນ​ຮ້າຍ​ຢ່ອນ​ຫລັງ​ຢ່າງ​ຫນັກ​ຫນ່ວງ.  ມາ​ຮອດ​ປະຈຸ​ບັນ ຄາດ​ວ່າ ມີ​ຜູ້​ຖືກ​ເສຍ​ຊີວິດ​ເກືອບ 70.000 ຄົນ ​ແລະ ກວ່າ 1 ລ້ານ​ຄົນ​ປະລະ​ເຮືອນ​ຊານ​ໄປ​ລີ້​ໄພ, ອາຄານ​ກວ່າ 3 ລ້ານ​ຫລັງ​ຖືກ​ທຳລາຍ​ ​ແລະ ຊາວ ​ຊີຣີ ປະມານ 80.000 ຄົນ​ພວມ​ອາ​ໄສ​ຊົ່ວຄາວ​ໃນ​ຖ້ຳ, ສວນສາທາລະນະ ຫລື ຄັງ​ສາງ​ຕ່າງໆ. ສິ່ງ​ທີ່​ເປັນ​ຫນ້າ​ວິຕົກ​ກັງວົນ​ທີ່​ສຸດ ນັ້ນ​ແມ່ນສົງຄາມ​ໄດ້​ກໍ່​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ເຖິງ​ຈິດຕະສາດ ​ແລະ ຮ່າງກາຍ​ຂອງ​ເດັກນ້ອຍ. ມີ​ເດັກນ້ອຍ ຊີ​ຣີ ກວ່າ 2 ລ້ານ​ຄົນ ຖືກ​ຜົນ​ສະທ້ອນ ຍ້ອນ​ສະພາບ​ຂາດ​ທາດ​ບຳລຸງ, ພະຍາດ​ຕິດ​​ແປດ ​ແລະ ຈິດຕະສາດບໍ່​ເປັນ​ປົກກະຕິ. ​​ໃນ​ຈຳນວນເດັກນ້ອຍ 3 ຄົນ ຢູ່​ຊີຣີ ​ມີ​ຜູ້​ຫນຶ່ງ​ຖືກ​ບາ​ດ​ເຈັບ​ຍ້ອນ​ສົງຄາມ ​ແລະ ​​ມີ 2/3 ​ຈຳ​ນວນ​ເດັກນ້ອຍ​ຢູ່ ຊີຣີ ບໍ່​ໄດ້​ຮັບ​ການ​​ກັນ​ພະຍາດ​ທົ່ວ​ໄປ. ຍິ່ງ​ກວ່າ​ນັ້ນ ມີ​ເດັກນ້ອຍ​ຫລາຍ​ຄົນ​ຖືກ​ຍຸ​ແຍ່​ແກ່​ດຶງ ​ແລະ ບັງຄັບ​ໃຫ້​ກຳປືນ. ຕາມ​ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້​ຂອງ ສປຊ, ຢູ່ ຊີຣີ ມີ​ເດັກນ້ອຍ​ ອາຍຸ ພຽງ​ 12 ປີ​ຖືກບັງຄັບ​​​ໃຫ້​ກຳ​ປືນ.

        ​ເຖິງ​ວ່າ ສະພາບ​ການ​ຢູ່ ຊີຣີ ພວມ​ນັບ​ມື້​ນັບ​ຮ້າຍ​ແຮງ​ກໍ​ຕາມ ​ແຕ່​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຍັງ​ຄົງ​ບໍ່​ລົງ​ລອຍ​ກັນ​ກ່ຽວກັບ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ​ໃນ​ເຫດການ​ຫລ້າ​ສຸດ, ອັງກິດ, ຝລັ່ງ ​ໄດ້​ຍົກ​ອອກ​ຖະ​ແຫລ​ງການ, ກຽມພ້ອມ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ ຊ້ຳ​ບໍ່​ໜຳ ບໍ່​ຕ້ອງການ​ເຖິງ​ການ​ສະຫນັບສະຫນູນ​ຂອງ ສະຫະ​ພາບ ​ເອີ​ລົບ. ຕາມ​ທ່ານ Laurent Fabius ລັດຖະມົນຕີ​ການ​ຕ່າງປະ​ເທດ ຝລັ່ງ​ແລ້ວ, ປາຣີ ​ແລະ ລອນ​ດອນ ຈະ​ເລັ່ງລັດ ​ເອີ​ລົບ ກຳນົດ​ເວລາ​ ດຳ​ເນີນ​ການ​ປະຊຸມ​ຄັ້ງ​ຕໍ່​ໄປ​ຂອງ ອີ​ຢູ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ສັ່ງ​​ເກືອດຫ້າມ​ອາວຸດ​ສຳລັບ​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້ ​ຈາກ​ນັ້ນ ມີ​ຂໍ້​ຕົກລົງ​ປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ລຸກ​ຮື​ຂຶ້ນ​ໃນ​ກໍລະນີ ອີ​ຢູ ບໍ່​ສາມາດ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ລ້ຽວຂອງ​ສົງ​ຄາມ ​ເພາະວ່າ ​ແຕ່​ດົນ​ນານມາ​ແລ້ວ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ​ເຖິງ​ວ່າ ຍາມ​​ໃດ​ກໍ​ຕັ້ງ​ບັນຫາ​ຊອກ​ຫາ​ການ​ແກ້​ໄຂ​ໂດຍສັນຕິ​​ແກ່​ບັນຫາ​ຊີຣີ ກໍ​ຕາມ​ແຕ່​ຄວາມ​ຈິງ ບັນດາ​ປະ​ເທດ​ເຫລົ່າ​ນັ້ນ ​ລ້ວນ​ແຕ່​ຫນູນ​ຊ່ວຍຝ່າຍ​ຄ້ານ​ດ້ວຍ​ຫລາຍ​ຮູບ​ການ​ເພື່ອ​​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີຣີ Bashar al Assad. ສະ​ນັ້ນ ​ເລື່ອງ​ສະຫນັບສະຫນູນ​ດ້ານ​ການ​ທະຫານ​ໃຫ້​ແກ່​ຝ່າຍ​ຄ້ານ​ຢູ່ ຊີຣີ ຢ່າງ​ເປີດ​ເຜີຍ ​ໄດ້​ເຮັດ​ໃຫ້​ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ແທ້​ຈິງ. ປະຕິ​ຕິ​ລິ​ຍາ​ກ່ຽວ​ກັບ​ບັນຫາ​ນີ້, ທີ່​ການປະຊຸມ​ຂ່າວ​ຢູ່ ລອນ​ດອນ ປະ​ເທດ​ອັງກິດ, ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ກ່າວ​ເຕືອນ​ວ່າ ທຸກ​ການ​ກະທຳ​ເພື່ອ​ປະ​ກອບອາວຸດ​ໃຫ​​້​ແກ່​ຝ່າຍ​ຄ້ານ​ຢູ່ ຊີຣີ ລ້ວນ​ແຕ່ລະ​ເມີດ​ກົດໝາຍ​ສາກົນ. ທ່ານ Lavrov ຊີ້​ແຈ້ງວ່າ, ກົດໝາຍ​ສາກົນ​ບໍ່​ອະນຸຍາດ​ສະຫນອງ​ອາວຸດ​ໃຫ​້​ແກ່​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ. ​​ແລະ​ກໍ​ໃນ​ຈຸດ​ເວລາ​ນີ້, ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Alexander Lukashevich ​ໄດ້​ກ່າວ​ເຕືອນ​ວ່າ, ການ​ປະກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ​ຢູ່ ຊີຣີ ອາດ​ຈະ​ຖືກ​ຕົກ​​ໃນກຳ​ມື​ຂອງ​ພວກ​ກໍ່​ການ​ຮ້າຍ.

ອະນາຄົດໃດໃຫ້ແກ່ປະຊາຊົນ ຊີຣີ - ảnh 1
ວິກິດການການເມືອງຢູ່ ຊີຣີ ຍັງສັບສົນຢູ່
ພາບປະກອບ:internet

        ​ເປັນ​ທີ່​ຈະ​ແຈ້ງວ່າ, ການ​ສະຫນັບສະຫນູນ​​ໃຫ້​ແກ່​ຝ່າຍ​ຄ້ານ​ດ້ວຍ​ຫລາຍ​ຮູບ​ການ​ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ຢູ່ ຊີຣີ ບໍ່​ສາມາດ​ຢຸດຕິ​ລົງ​ໃນ​ອະນາຄົດ​​ໃກ້ໆ​ນີ້. ​ເພາະ​ວ່າ ການ​ປະ​ທະ​ກັນ​ຍັງ​ຄົງ​ສືບ​ຕໍ່​​ເກີດ​ຂຶ້ນ​ຢູ່​ຫລາຍ​ແຫ່ງ​ໃນ​ປະ​ເທດ ຊີຣີ. ​ໄລ່​ສະ​ເພາະ​ໃນ 3 ມື້​ມໍ່ໆ​ມາ​ນີ້ ​ຢ່າງ​ຫນ້ອຍ​ສຸດມີ​ກວ່າ 100 ຄົນ​ຖືກ​ເສຍ​ຊີວິດ​ໃນ​ບັນດາ​ເຫດ​ບຸກ​ໂຈມ​ຕີ​​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​​ເຂດ​ດິນ​ແດນ ຊີຣີ.

        ​ປະຈຸ​ບັນ ຫາງ​ສຽງ​ຖື​ວ່າ ການ​ແກ້​ໄຂ​ໂດຍສັນຕິ​ວີ​ທີ​ແມ່ນ​​ເສັ້ນທາງອອກ​ຫນຶ່ງ​ດຽວ​​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກແກ່​ວິ​ກິ​ດການຢູ່​ຊີຣີ ​ໃນປະຈຸ​ບັນ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນຫາ​ນີ້ ​ແຕ່​ດົນ​ນານ​ມາ​ແລ້ວ ​ປະຊາ​ຄົມ​ໂລກ​ຖື​ວ່າ​ ​ຫນ້າ​ທີ່​ຮີບ​ດ່ວນ​​​ແມ່ນຢຸດຕິ​ສະພາບ​ການ​ທີ່ນອງ​ເລືອດ ​ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ດ້ວຍ​ທຸກ​ຮູບ​ການ, ​ແຕ່​ເປັນ​ຫນ້າ​ເສຍດາຍ ບັນດາ​ຄວາມ​ປາດ​ຖະຫນາ​ນັ້ນ ບໍ່​ປະກົດ​ຜົນ​ເປັນ​ຈິງ. ​ເຖິງ​ແນວ​ໃດ​ກໍ​ຕາມ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ Damascus ​ໄດ້​ມີ​ການ​ເຈລະຈາ​ກັບ​ຝ່າຍ​ຄ້ານ​ຫລາຍ​ຄັ້ງ​ແລ້ວ, ຊ້ຳ​ບໍ່​ໜຳ ​ໃນ​ທ້າຍ​ເດືອ​ນ 2/2013, ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີ​ຣີ  Walid al Mualem ຍັງ​ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້ ພ້ອມ​ແລ້ວ​​ເຈລະຈາ​ກັບ​ທຸກ​ພັກ​ຝ່າຍ, ນັບ​ທັງ​ກຳລັງ​ລຸກ​ຮື​ຂຶ້ນ, ຢາກ​ໂອ້​ລົມ​ສົນທະນາ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ ສິ່ງ​ດັ່ງກ່າວ​ບໍ່​​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຝ່າຍ​ຄ້ານ. ​ເພາະວ່າ ລະບອບ​ຂອງ​ປະທານາທິບໍດີ Bashar al Assad ​​ແມ່ນ​ສິ່ງກີດຂວາງ​ຕໍ່​ວົງ​ການ​ເຈົ້າ​ຫນ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ ​ແລະ ຍາມ​ໃດກຳລັງ​ຝ່າຍ​ຄ້ານ ຊີຣີ ກໍ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ພາຍ​ນອກ.

        ຊີຣີ ພວມຢືນຢູ່​​ທາງສາມ​ແຍກ ນັ້ນ​ແມ່ນ​ຄຳ​ວິຈານ​ຂອງວົງ​ການ​ນັກສັງ​ເກດ​ການ. ການ​ແກ້​ໄຂ​ໂດຍສັນຕິ​ວິທີ​ຜ່ານ​ການ​ເຈລະຈາ ພຽງ​​ແຕ່ປະຕິບັດ​ໄດ້​​ເມື່ອ​ທຸກ​ຝ່າຍ​ຢູ່ ຊີຣີ ຮ່ວມ​ແຮງ​ຮ່ວມ​ໃຈ ພ້ອມ​ກັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາ​ຄົມ​ໂລກ ຈຶ່ງ​ບັນລຸ​ໄດ້​ໝາກຜົນ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ທຸກສິ່ງ​ທຸກ​ຢ່າງທີ່​ພວມ​ຜັນ​ແປ​ໄປ​ນັ້ນ ຄວາມ​ປາດ​ຖະຫນາ​ດັ່ງກ່າວ​ຍາກ​ທີ່​ບັນລຸ​​ໄດ້​ໃນ​ອະນາຄົດ​ໃກ້ໆ​ນີ້. ​ເສັ້ນທາງ​ກ້າວ​​ໄປ​ເຖິງ​ສັນຕິພາບ​ຢູ່ ຊີຣີ ​ແນ່​ນອນ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຍາວ​ນານຢູ່  ​.

       

 

ຕອບກັບ

ຂ່າວ/ບົດ​ອື່ນ