ອາຊຽນ: ສິ່ງທ້າທາຍ ແລະ ວິໄສທັດອະນາຄົດ

(VOVWORLD) -ປີ 2017 ເປັນຂີດໝາຍແຫ່ງໄລຍະທາງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ, ປະຈຸບັນ ແມ່ນປະຊາຄົມ ອາຊຽນ. ດ້ວຍພາກພື້ນທີ່ມີຄວາມແຕກຕ່າງກັນກ່ຽວກັບດ້ານການເມືອງ, ລະດັບການພັດທະນາ ແລະ ວັດທະນະທຳເປັນຫລາຍຮູບຫລາຍແບບຄື ຢູ່ ອາຊຽນ, ບັນດາຜົນງານຊື່ງກຸ່ມ ອາຊຽນ ບັນລຸໄດ້ໃນ 50 ປີຜ່ານມາ ໄດ້ຮັບຖືວ່າ ແມ່ນຜົນງານດີເລີດ. ກ້າວເຂົ້າສູ່ປີທີ 51, ຕໍ່ຫນ້າການຫັນປ່ຽນພູມສາດການເມືອງນັບມື້ນັບແຮງຢູ່ພາກພື້ນ ແລະ ໂລກ, ອາຊຽນ ສືບຕໍ່ເສີມຂະຫຍາຍຈິດໃຈວັດທະນະທຳໃນການເຈລະຈາ, ການປຶກສາຫາລືຄວາມເຫັນດີເຫັນພ້ອມໃນວິທີການ ອາຊຽນ, ສ້າງວິໄສທັດ ອາຊຽນ ພັດທະນາແບບຍືນຍົງ, ກວມລວມ.
ອາຊຽນ: ສິ່ງທ້າທາຍ ແລະ ວິໄສທັດອະນາຄົດ - ảnh 1

50 ປີຜ່ານມາ, ອາຊຽນ ໄດ້ກ້າວໄປເຖິງ ປະຊາຄົມເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ ມີລັກສະນະແກ້ງແຍ້ງສູງ, ຄວາມສາມັກຄີຂອງປະຊາຊົນໃນ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມຮັບຜິດຊອບກ່ຽວກັບສັງຄົມ. ພ້ອມກັບການສ້າງຕັ້ງປະຊາຄົມ, ອາຊຽນ ໄດ້ສ້າງວິໄສທັດຮອດປີ 2025 ມຸ່ງໄປເຖິງພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍອີງໃສ່ກົດໝາຍ ແລະ ຖືປະຊາຊົນເປັນໃຈກາງ, ສວມບົດບາດນັບມື້ນັບໃຫຍ່ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ. ອາດຈະເວົ້າໄດ້ວ່າ ນີ້ແມ່ນຂີດໝາຍສຳຄັນທີ່ສຸດໃນປະຫວັດສາດແຫ່ງການສ້າງຕັ້ງອາຊຽນ ໃນ 50 ປີຜ່ານມາ.

       ຮັບຮູ້ໄດ້ສິ່ງທ້າທາຍໃນເສັ້ນທາງເຊື່ອມໂຍງ

       ວິໄສທັດຮອດປີ 2025 ໄດ້ເປີດຫລາຍກາລະໂອກາດໃຫ້ແກ່ປະຊາຄົມ ອາຊຽນ ພັດທະນາຮອບດ້ານ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກວ່າເພື່ອມີຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງໃຫຍ່ຫລວງກວ່າ ແລະ ມີຜົນສະທ້ອນຢູ່ພາກພື້ນ ແລະ ທົ່ວໂລກໃຫຍ່ກວ່າ. ເຖິງຢ່າງໃດກໍຕາມ, ເພື່ອກຳແຫນ້ນໄດ້ກາລະໂອກາດນັ້ນ ອາຊຽນ ຕ້ອງຜ່ານຜ່າສິ່ງທ້າທາຍຫລາຍຢ່າງ. ເມື່ອອາຊຽນ ສ້າງປະຊາຄົມ ໂດຍອີງໃສ່ກົດໝາຍນັ້ນ ລະບົບກົດໝາຍຂອງບັນດາປະເທດຍັງມີຄວາມແຕກຕ່າງກັນຫລາຍ. ສິ່ງດດັ່ງກ່າວສ່ວນຫນຶ່ງຈຳກັດການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງລວມ. ເມື່ອຊີ້ອອກບັນດາສິ່ງທ້າທາຍຊື່ງ ອາຊຽນ ປະສົບ, ທ່ານ ເລເລືອງມີງ ອະດີດເລຂາທິການໃຫຍ່ ອາຊຽນ ຖືວ່າ:

        “ລາຍຮັບສະເລ່ຍໃສ່ຫົວຄົນຂອງປະເທດຮັ່ງມີກວ່າໝູ່ໃນອາຊຽນ ແມ່ນສູງກວ່າທົບ 43 ເທົ່າເມື່ອທຽບໃສ່ລາຍຮັບສະເລ່ຍຂອງປະຊາຊົນຢູ່ປະເທດທຸກຍາກ. ລະດັບຄວາມຮູ້ຂອງປະຊາຊົນຢູ່ບັນດາປະເທດອາຊຽນກໍ່ຄືວິສາຫະກິດອາຊຽນ ຍັງຈຳກັດຢູ່. ອາຊຽນ ສືບຕໍ່ນະໂຍບາຍອີງໃສ່ລັດທິພາກພື້ນເປີດ, ສະຫນັບສະຫນູນໂລກາພິວັດ, ຫັນເປັນການຄ້າເສລີ ແຕ່ໃນໂລກພວມມີທ່າອ່ຽງຕ້ານສະພາບໂລກາພິວັດ, ອາລັກຂາການຄ້າ, ພິເສດ ທ່າອ່ຽງປະກົດອອກຢູ່ບັນດາປະເທດເສດຖະກິດໃຫຍ່ ແມ່ນຄູ່ຮ່ວມມືກັບອາຊຽນ. ແລະ ນີ້ແມ່ນສິ່ງທ້າທາຍຂອງອາຊຽນ ໃນການສ້າງປະຊາຄົມພັດທະນາກວມລວມ.”

        ຄຽງຄູ່ກັນນັ້ນ ບັນດາການຜັນແປຢ່າງສັບສົນໃນພາກພື້ນ, ເປັນຕົ້ນແມ່ນບັນດາການກະທຳພຽງລຳພັງຝ່າຍດຽວລະເມີດກົດໝາຍສາກົນຢູ່ ທະເລຕາເວັນອອກ ມີໄພນາບຂູ່ຕໍ່ຄວາມສາມັກຄີຂອງ ອາຊຽນ, ກໍ່ຂາດສະຖຽນລະພາບຢູ່ພາກພື້ນ.

ຄວາມມານະພະຍາຍາມຫັນ “ວິໄສທັດຮອດປີ 2025”ໃຫ້ປະກົດຜົນເປັນຈິງ

ປະຈຸບັນ, ອາຊຽນ ພວມໃນໄລຍະພັດທະນາໃຫມ່. ເພື່ອຫັນ “ວິໄສທັດຮອດປີ 2025” ໃຫ້ປະກົດຜົນເປັນຈິງ, ອາຊຽນ ພວມມານະພະຍາຍາມຜ່ານຜ່າບັນດາສິ່ງທ້າທາຍ ແລະ ບັນດາບົດຮຽນທີ່ປະສົບຜົນສຳເລັດໃນ 50 ປີຜ່ານມາ ຈະຊ່ວຍອາຊຽນ ສືບຕໍ່ເຊື່ອມໂຍງສຳເລັດຜົນໃນອະນາຄົດ.

        ຕາມນັ້ນແລ້ວ, ອາຊຽນ ສືບຕໍ່ສ້າງສຳເລັດປະຊາຄົມອາຊຽນທີ່ມີຄວາມສະຫນິດຕິດພັນ, ເຂັ້ມແຂງ ແລະ ພັດທະນາຢ່າງວັດທະນາຖາວອນ. ນີ້ແມ່ນຜົນປະໂຫຍດຍຸດທະສາດຍາວນານຂອງປະເທດສະມາຊິກທັງໝົດໃນອາຊຽນ, ຮຽກຮ້ອງຕ້ອງມີຄວາມຮັບຜິດຊອບການປະກອບສ່ວນຂອງບັນດາປະເທດສະມາຊິກອາຊຽນໃນການເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ການຮ່ວມສຳພັນພາຍໃນກຸ່ມຢ່າງບໍ່ຢຸດຢັ້ງ. ທ່ານ ເລເລືອງມີງ ອະດີດເລຂາທິການໃຫຍ່ອາຊຽນ ເວົ້າວ່າ:

        “ເພື່ອຜ່ານຜ່າບັນດາສິ່ງທ້າທາຍນັ້ນ, ບັນດາປະເທດ ອາຊຽນ ຄວນຍູ້ແຮງວິວັດການເຮັດໃຫ້ບັນດາລະບົບກົດໝາຍແຫ່ງຊາດຢ່າງກົມກ່ຽວ, ສ້າງຄວາມດຸ່ນດ່ຽງລະຫວ່າງບັນດາຜົນປະໂຫຍດໃນຕໍ່ຫນ້າ, ໄລຍະສັ້ນຂອງບັນດາປະເທດ ແລະ ຜົນປະໂຫຍດລວມ, ຜົນປະໂຫຍດຍາວນານຂອງທັງວົງຄະນາຍາດ, ເພີ່ມທະວີວັດທະນະທຳການປະຕິບັດ. ລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງພາຍໃນກຸ່ມ ແລະ ຈາກບັນດາຄູ່ຮ່ວມມື ເພື່ອຜັນຂະຫຍາຍບັນດາມາດຕະການໂຄງການຢ່າງມີປະສິດທິຜົນ, ຮັດແຄບຊ່ອງຫວ່າງການພັດທະນາ.”

        ພ້ອມກັນນັ້ນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນ, ອາຊຽນ ເປັນເຈົ້າການຍູ້ແຮງການຮ່ວມມື, ສ້າງບັນດາມາດຖານ, ກົນໄກ ແລະ ເຄື່ອງມືຢ່າງມີປະສິດທິຜົນເພື່ອປະເຊີນຫນ້າກັບສິ່ງທ້າທາຍ, ສະກັດກັ້ນການປະທະກັນ ແລະ ແກ້ໄຂບັນດາຄວາມຂັດແຍ້ງໃຫ້ເໝາະສົມກັບກົດໝາຍສາກົນ. ຄຽງຄູ່ກັບການຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຄື: ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ອາຊຽນ + 3, ADMM+, ອາຊຽນ ຊຸກຍູ້ການເຈລະຈາກັບຈີນ ເພື່ອສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີຜົນສັກສິດດ້ານນິຕິກຳ, ຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງກ່ຽວຂ້ອງເຖິງຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ.

        ຫວຽດນາມ ໃຫ້ບຸລິມະສິດສູງສຸດໃນການຮ່ວມມື ອາຊຽນ

        ໃນກວ່າ 22 ປີຜ່ານມາ, ເຖິງວ່າເຂົ້າເປັນສະມາຊິກ ອາຊຽນ ບໍ່ດົນນານຄືຫລາຍປະເທດອື່ນກໍຕາມ ແຕ່ຫວຽດນາມ ໄດ້ມານະພະຍາຍາມສຸດຄວາມສາມາດຂອງຕົນ, ເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ, ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນຮັກສາ ແລະ ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ ອາຊີຕາເວັນອອກ- ອາຊີໃຕ້ ໂດຍອີງໃສ່ບັນດາຫລັກການຂອງພາກພື້ນ ແລະ ສອດຄ່ອງກັບກົດໝາຍສາກົນ. ຍາມໃດຫວຽດນາມກໍ່ຖື ອາຊຽນ ແມ່ນຊາຍຄາລວມ, ໃຫ້ບຸລິມະສິດສູງສຸດໃນການພົວພັນກັບບັນດາປະເທດສະມາຊິກ, ສະຫນິດຕິດພັນຜົນປະໂຫຍດແຫ່ງຊາດຂອງຫວຽດນາມ ໃຫ້ກົມກ່ຽວກັບຜົນປະໂຫຍດຂອງທັງພາກພື້ນ ແລະ ກຳນົດທິດໃນໄລຍະຈະມາເຖີງກໍ່ຄືແນວນັ້ນ.

        ການຮ່ວມມື, ຮ່ວມສຳພັນ ອາຊຽນ ແມ່ນການບຸລິມະສິດແຖວຫນ້າ ແລະ ແມ່ນການເລືອກເຟັ້ນຍຸດທະສາດຂອງຫວຽດນາມ ແລະ ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກຫັນຄາດໝາຍອັນສູງສົ່ງຂອງປະຊາຄົມ ອາຊຽນ ໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນ ປະຊາຄົມວັດທະນາຖາວອນ, ເປັນເອກະພາບໃນຫລາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ