ຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງເອີລົບ:ຫນ້າທີ່ບໍ່ແມ່ນງ່າຍດ່າຍ

(vovworld)- ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອ​ີ​ລົບ (EU) ໄດ້​ອັດ​ລົງ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ 27 ປະ​ເທດ​ສະ​ມາ​ຊິກ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ເອີ​ລົບ. ໃນ​ສະ​ພາ​ວະ​ການ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ສ້າງ​ຕັ້ງ​ສະ​ຫະ​ພາບ​ພວມ​ໃກ້​ຈະ​ມາ​ເຖິງ(25/3), ເລື່ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກບໍ່​ອາດ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ທິດ​ກ້າວ​ເດີນ​ໃຫມ່​ໃຫ້​ແກ່​ສະ​ຫ​ະ​ພາບ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ໃນ​ບັນ​ດາ​ປະ​ເທດ EU. ນີ້ກໍ່​ແມ່ນ​ສິ່ງ​ທີ່ບໍ່​ມີ​ປະ​ໂຫຍດ ເມື່ອ EU ພວມ​ຕ້ອງ​ການ​ຄວາມ​ສາ​ມັກ​ຄີ​ຢ່າງ​ສູງ​ເພື່ອ​ພ້ອມ​ກັນ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ຄັ້ງ​ປະ​ຫວັດ​ສາດ​ກັບ ອັງ​ກິດກ່ຽວ​ກັບ​ບັນ​ຫາ Brexit.

ຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງເອີລົບ:ຫນ້າທີ່ບໍ່ແມ່ນງ່າຍດ່າຍ - ảnh 1
ພາບ​ປະ​ກອບ

        ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ​ເອີ​ລົບ (EU) ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 10/3, ພາຍ​ຫລັງ​ວາ​ລະ​ປະ​ຊຸມ​ຂອງ 27 ປະ​ເທດ​ສະ​ມາ​ຊິກ, ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ຫນ້າ​ຂອງປະ​ເທດ ອັງ​ກິດ, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ເອີ​ລົບ ພາຍ​ຫລັງ ອັງ​ກິດ ຖອນ​ອອກ​ຈາກ EU ຫລື ເອີ້ນ​ວ່າ Brexit.

        ທີ່ກອງ​ປະ​ຊຸມນີ້, ບັນ​ດາ​ການ​ນຳ EU ຊອກວິ​ທີ​ເພື່ອ​ຫຍັບ​ມໍ່​ເຂົ້າ​ໃກ້​ກັນ ບົນ​ພື້ນ​ຖານ​ຫລັກ​ໝັ້ນ​ສະ​ເພາະ ເພື່ອ​ຮຽບ​ຮຽງ​ຖະ​ແຫລງ​ການ​ຮ່ວມ​ຊື່ງ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ປະ​ກາດ​ໃນ​ວັນ​ທີ 25/3 ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ສ້າງ​ຕັ້ງ ສະ​ຫະ​ພາບ​ເອີ​ລົບ (EU) ຢູ່ ໂຣມ ປະ​ເທດ ອີ​ຕ​າ​ລີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກອງ​ປະ​ຊຸມ​ສິ້​ນ​ສຸດ​ແຕ່ບໍ່​ມີ​ເອ​ກະ​ສານ​ໃດກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ເອີ​ລົບ ຖືກ​ຍົກ​ອອກ​ມາ.

ຄວາມບໍ່​ລົງ​ລອຍ​​ກັນ​ກ່ຽວ​ຂ້ອງ​ເຖິງເອີ​ລົບ​ມີ​ການ​ພັດ​ທະ​ນາຢູ່​ໃນ​ຫລາຍ​ລະ​ດັບ

       ແຜນ​ການ​ກ່ຽວ​ກັບ ເອີ​ລົບ​ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ ແມ່ນ​ເນື້ອ​ໃນ​ໄດ້​ກໍ່​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ແຮງ ທີ່ກອງ​ປະ​ຊຸມ​ສຸດຍອດ​ຂອງ ສະ​ຫະ​ພາບ​ເອີ​ລົບ (EU). ແຜນ​ການນີ້​ໂດຍ ຄະ​ນະ​ກຳ​ມະ​ການ​ເອີ​ລົບ ລະ​ບຸ​ໄວ້​ໃນ “ປື້ມ​ປົກ​ຂາວ” ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ເອີ​ລົບ. ອະ​ທິ​ບາຍ​ກ່ຽວ​ກັບ​ແນວ​ຄວາມ​ຄິດນີ້, ບັນ​ດາ​ການ​ນຳ ເອີ​ລົບ ຍອມ​ຮັບ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ​ເອີ​ລົບ (EU) ປະ​ຈຸ​ບັນ ຍາກ​ທີ່​ຈະ​ມີ​ການ​ກະ​ທຳ ແລະ ຄວາມ​ຄ​ິດ​ເຊັ່ນ​ດຽວ​ກັນ ແລະ ການ​ປ່ຽນ​ແປງ​ແມ່ນ​ມີ​ຄວາມ​ຈຳ​ເປັນ. ພ້ອມ​ກັນ​ນັ້ນ, ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ EU ກໍ​ແມ່ນ​ກຳ​ລັງ​ຫນູນ​ເພື່ອ​ໃຫ້ ເອີ​ລົບ ສ້າງ​ຂອບ​ເຂດ​ໃຫມ່. ຕ​າມນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາດ​ຈະ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ລະ​ດັບ​ເຊື່ອມ​ໂຍງ ແລະ ຮ່ວມ​ສຳ​ພັນ​ໃນ​ກຸ່ມ.

ຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງເອີລົບ:ຫນ້າທີ່ບໍ່ແມ່ນງ່າຍດ່າຍ - ảnh 2
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jean-Claude Juncker


        ເຖິງ​ແມ່ນ​ວ່າ ແຜນ​ການນີ້​ໄດ້​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຫລາຍ​ຢ່າງ ຍ້ອນ​ໄດ້​ຮັບ​ຖື​ວ່າ ແມ່ນ​ເວົ້າ​ເຖິງ​ບັນ​ດາ​ລະ​ດັບ​ແຕກ​ຕ່າງ​ກັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ. ສຳ​ລັບ​ບາງ​ປະ​ເທດ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ຫນ້າ​ໃນ​ເອີ​ລົບ(ເຢຍ​ລະ​ມັນ, ຝ​ລັ່ງ, ອີ​ຕາ​ລີ, ແອດ​ສະ​ປາຍ), ແນວ​ຄວາມ​ຄິດ​ກ່ຽວ​ກັບ “ການ​ພັດ​ທະ​ນາ​ໃນ​ຫລາຍ​ລະ​ດັບ” ໄດ້​ຮັບ​ຖື​ວ່າ​ແມ່ນ​ສ່ອງ​ແສງ​ເຖິງ​ຄວາມ​ຈິງ, ຍົກ​ອອກ​ບັນ​ດາ​ພື້ນ​ຖານ​ດ້ານ​ນິ​ຕິ​ທຳ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ຢາ​ກ​ເຊື່ອມ​ໂຍງ​ຢ່າງວ່ອງ​ໄວ​ກວ່າ. ທ່ານ​ນາງ Angela Merkel, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ໄດ້​ຖະ​ແຫລງ​ວ່າ ​ທີ່ກອງ​ປະ​ຊຸມ​ສຸດຍອດ​ຊື່ງ​ຈະ​ຈັດ​ຂຶ້ນ​ຢູ່ນະ​ຄອນ​ໂຣມ ໃນ​ວັນ​ທີ 25/3 ຈະ​ມາ​ເຖິງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ສ້າງ​ຕັ້ງ ສະ​ຫະ​ພາບ​ເອີ​ລົບ, EU ຈະ​ຕ້ອງຢັ້ງ​ຢືນ​ທັດ​ສະ​ນະ “ເປັນ​ເອ​ກະ​ພາບ​ໃນ​ຫລາຍ​ຮູບ​ແບບ”. ເພື່ອ​ຫັນ​ແນວ​ຄວາມ​ຄິດ​ຂອງ ເອີ​ລົບ​ ມີ​ການ​ພັດ​ທະ​ນາ​​ຢູ່ໃນ​ຫລາຍ​ລະ​ດັບໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ກ່ອນ​ທີ່​ດຳ​ເນີນກ​ອງ​ປະ​ຊຸມ​ສຸດຍອດ​ຜ່ານ​ມາ, ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ແລະ ບັນ​ດາ​ຄູ່​ຕຳ​ແຫນ່ງ ແອດ​ສະ​ປາຍ, ອີ​ຕາ​ລີ ພ້ອມ​ກັບ​ປະ​ທາ​ນາ​ທິບ​ໍ​ດີ ຝ​ລັ່ງ ໄດ້​ຈັດ​ການ​ປະ​ຊຸມ​ຮ່ວມ​ຢູ່ ວັງ Versailles ປະ​ເທດ ຝ​ລັ່ງ. ນະ​ທີ່ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ຊີ້​ແຈ້ງວ່າ: “ຄວາມ​ເປັນ​ເອ​ກະ​ພາບບໍ່​ໝາຍ​ຄວາມ​ວ່າ​ແມ່ນ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ” ແລະ ປະ​ເທດ​ສະ​ມາ​ຊິກ EU ຈຳ​ນວ​ນ​ຫນຶ່ງ ອາດ​ຈະ​ພັດ​ທະ​ນາ​ຢ່າງ​ໄວ​ກວ່າ ແລະ ກ້າວ​ຂຶ້​ນ​ໄກ​ກວ່າ​ໃນ​ບັນ​ດາ​ຂົງ​ເຂດ​ຄື:  ການ​ປ້ອງ​ກັນ​ຊາດ, ພາ​ສີ​ອາ​ກອນ., ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ຢືນ​ຢັນ: ເອ​ີ​ລົບ ດ້ວຍ​ການ​ພັດ​ທະ​ນາ​ທີ່​ແຕກ​ຕ່າງ​ກັນ​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ຈຳ​ເປັນ. ເອີ​ລົບ ຕ້ອງ​ມີ​ກຳ​ລັງ​ແຮງ​ເພື່ອ​ຮັບ​ຮູ້​ ບາງປະ​ເທດທີ່​ມີ​ພັດ​ທະ​ນາ​ຢ່າງ​ໄວ​ກວ່າບັນ​ດາ​​ປະ​ເທດ​ອື່ນ. ແລະ ນີ້​ແມ່ນ​ວຽກ​ຕ້ອງ​ເຮັດ​ໃນ​ວິ​ວັດ​ການ​ໂລ​ກາ​ພິ​ວັດ​ປະ​ຈຸ​ບັນ.

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ບັນ​ດາ​ສະ​ມາ​ຊິກ​ທີ່​ຫາ​ກໍ່​ເຂົ້າ​ເປັນ​ສະ​ມາ​ຊິກ EU, ນີ້​ພັດ​ແມ່ນ​ການ​ນາບ​ຂູ່ ຍ້ອນ​ວ່າ ເລື່ອງ​ເຊີດ​ຊູ “EU ມີການ​ພັດ​ທະ​ນາຢູ່​ໃນ​ຫລາຍ​ລະ​ດັບ” ຈະເຮັດ​ໃຫ້​ຢຸດ​ຕິ​ສີ​ສັນ​ຂອງ​ສະ​ຫະ​ພາບ, ເປີດ​ຊ່ອງ​ທາງ​ໃຫ້​ການ​​ປະ​ກົດ​ຕົວບັນ​ດາ​ປະ​ເທດ​ມີ​ການ​ພັດ​ທະ​ນາ​ແຕກ​ຕ່າງ​ກັນຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຜ່ອນ​ຜັນ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ຕົກ ສຳ​ລັບ​ບັນ​ດາ​ບັນ​ຫາ​ຊາວ​ອົບ​ພະ​ຍົບ, ບັນ​ຫາ​ເງິນ​ຕາ ແລະ ການ​ກຳ​ນົດ​ຂອງ​ກົດ​ໝາຍ. ໂປ​ໂລຍ ແລະ ຮຸງ​ກາ​ຣີ ມີ​ຄວາມ​ເປັນ​ຫ່ວງວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ພົວ​ພັນ “ຮ່ວມ​ມື​ເພີ່ມ​ທະ​ວີ” ອາດ​ຈະ​ຖືກ​ປັດ​ເຂ່ຍ​ຈາກວິ​ວັດ​ທະ​ນາ​ການ​ອອກ​ຄຳ​ຕັດ​ສິນ​ຂອງ​ກຸ່ມນີ້ ແລະ ອາດ​ຈະ​ກາຍ​ເປັນ “ປະ​ເທດ ​ລະ​ດັບ 2”ໃນ EU. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ Beata Szydlo ຖະ​ແຫລງວ່າ ບໍ່​ສະ​ຫນັບ​ສະ​ຫນູນ​ແນວ​ຄວາມ​ຄ​ິດ ເອີ​ລົບມີການ​ພັດ​ທະ​ນາຢູ່​ໃນ​ຫລາຍ​ລະ​ດັບ. ໂປ​ໂລຍ ເດັດ​ຂາດບໍ່​ຮັບ​ຮູ້ບໍ່​ວ່າ​ການ​ກະ​ທຳ​ໃດ​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ເຖິງ​ຕະ​ຫລາດ​ຮ່ວມ, ຂອງ​ເຂດ​ໄປ​ມາ​ຢ່າງ​ເສ​ລີ Schengen ແລະ ຍິ່ງກວ່າ​ນັ້ນ​ແມ່ນ​ຂອງສະ​ຫະ​ພາບ​ເອີ​ລົບ. ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ, 4 ປະ​ເທດ ຊື່ງ​ລວມ​ມີ: ໂປ​ໂລຍ, ສະ​ໂລ​ວາ​ກີ, ເຊັກ​ໂກ ແລະ​ຮຸງ​ກາ​ຣີ ກໍ່​ໄດ້​ຮຽກ​ຮ້ອງ EU ມີ​ການ​ປະ​ພຶດ​ຕໍ່​ຢ່າງ​ສະ​ເຫມີ​ພາບ​ກັບ​​ປະ​ເທດ​ສະ​ມາ​ຊິກ​ ທັງ​ໝົດ.

ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈົ່ງ​ມີ​ຄວາມ​ສາ​ມັກ​ຄີ​ກັນ

        ກ່ອນ​ທີ່​ເກີດ​ຄວາມບໍ່​ລົງ​ລອຍ​ກັນ​ແບ່ງ​ແຍກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ທ່ານ Jean Claude Juncker ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ໄດ້​ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​ດ້ວຍ​ແຜນ​ການ ເອີ​ລົບ​ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ ບໍ່​ແນ​ໃສ່​ສ້າງ “ກຳ​ແພງ​ເຫລັກ​ໃຫມ່”. ຕາມ​ທ່ານ Juncker ແລ້ວ, EU ບໍ່​ມີ​ເຈດ​ຈຳ​ນົງ​ປ​່ຽນ​ແປ​ງ​ບັນ​ດາ​ສົນ​ທິ​ສັນ​ຍາ​ປະ​ຈຸ​ບັນ, ເພາະ​ວ່າ ຄວາມ​ຈິງ ໃນ​ເອີ​ລົບ​ທີ່ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ​ແມ່ນ​ຄົງ​ຕົວ​ແລ້ວ ດ້ວ​ຍ​ຫລັກ​ຖານ​ແມ່ນ​ເຂດ Eurozone ຫລື ເຂດ​ຮ່ວມ Schengen.

ນີ້​ແມ່ນ​ສອງ​ຜົນ​ງານ​ອັນ​ໃຫຍ່​ຫລວງ​ຂອງ​ການ​ຮ່ວມ​ມື​ໃນ EU ແລະ ບໍ່​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ຮ່ວມ​ສຳ​ພັນ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Claude Juncker ກໍ​ຍອມ​ຮັບ​ວ່າ ເອີ​ລົບ​ທີ່​ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ ແມ່ນກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກ​ຈຳ​ນວນ​ຫນຶ່ງ.

ໃນ​ຂະ​ນະ​ນັ້ນ ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ EC Donald Tusk ໄດ້​ຮ​ຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ດ້ານ​ການ​ເມືອງ​ພາຍ​ຫລັງ Brexit. ທ່ານ​ຖື​ວ່າ ມີ​ສາຍ​ເຫດ​ເພື່ອ​ຄິດ​ເຖິງ​ກ່ຽວ​ກັບ​ແນວ​ຄວາມ​ຄິດ ເອີ​ລົບ​ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ. ຖ້າ​ຫາກ​ຄິດ​ໄລ່​ຊັ່ງ​ຊາ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຄົມ 27 ປະ​ເທດ​ໃນ​ສະ​ພາ​ວະ​ໃກ້​ຈະ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ Brexit ກໍ​ຄື​ບັນ​ດາ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຍາວ​ນານ​ຂອງ EU, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຄວນ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ດ້ານ​ການ​ເມືອງ​ລະ​ຫວ່າງ 27 ປະ​ເທດ.

ໃນ​ສະ​ພາບ​ການ​ຍັງ​ບໍ່​ທັນ​ມີ​ເອ​ກະ​ສານ​ສະ​ບັບ​ໃດ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ເອີ​ລົບ​ຖືກ​ຍົກ​ອອກ​ພາຍ​ຫລັງ​ກອງ​ປະ​ຊຸມ, ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫານີ້​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢາກ​ໃຫ້​ເອີ​ລົບ​ມີ​ຄວາມ​ສາ​ມັກ​ຄີ ແລະ ພັດ​ທະ​ນາ, ເລື່ອງ​ເວົ້າ​ເຖິງ ເອີ​ລົບ​ທີ່​ມີ​ການ​ພັດ​ທະ​ນາ​ຢູ່​ໃນ​ຫລາຍ​ລະ​ດັບ ຕ້ອງ​ມີ​​ຄວາມລະ​ມັດ​ລະ​ວັງ ເປັນ​ຕົ້ນ​ແມ່ນເມື່ອ​ບັນ​ດາ​ບັນ​ຫາ​ຄື: ພາກ​ພື້ນ​ໃຊ້​ກະ​ກຸນ​ເງິນ​ລວມ ເອີ​ລົບ (eurozone),ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ໄດ້​ກໍ່​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ແຮງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.


ຕອບກັບ

ຂ່າວ/ບົດ​ອື່ນ