ຮັບປະກັນການປະຕິບັດຫນ້າທີ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ


(vovworld)-ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 7/5 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ວັນ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ດ້ວຍ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດປະ​ດິດ​ສ້າງ, ຈີນ​ຕະ​ນາ​ການ​ເອ​ກະ​ລາດ​ຢ່າງ​ສູງ​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຂອງ​ຜູ້​ແທນ​ແຕ່​ລະ​ຄົນຕໍ່​ພັກ, ​ປະ​ຊາ​ຊົນ ແລະ ​ປະ​ເທດຊາດ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ຄົ້ນ​ຄ້​ວາ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຢ່າງ​ເລິກ​ເຊິ່ງ, ລະ​ອ​ຽດ ຕາມ​ໂຄງ​ການ​ດຳ​ເນີນ​ງານ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ບຸກ​ຄະ​ລາ​ກອນ ແລະ ເຂົ້າ​ຮ່ວມ​ການ​ສ້າງ, ຕົກ​ລົງ​ແນວ​ທາງ, ຫນ້າ​ທີ່​ການ​ເມືອງ​ຂອງ​ພັກໃນອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຊຸດ​ທີ 12. ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກນີ້ ພວກ​ເຮົາ​ຄັດ​ສະ​ເຫນີ​ເນື້ອ​ໃນ​ດັ່ງ​ກ່າວ​ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະ​ຊຸມຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຫງວຽນ​ຟູ​ຈ້ອງ.
ຮັບປະກັນການປະຕິບັດຫນ້າທີ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ - ảnh 1
ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ:tinmoi.com

        ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະ​ຊຸມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ເຖິງ​ຈິດ​ໃຈ ຖື​ພະ​ນັກ​ງານ ແລະ ວຽກ​ງານ​ພະ​ນັກ​ງານ ແມ່ນ “ກົກ​ເຄົ້າ​ຂອງ​ທຸກວຽກ​ງານ”, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ, ປະ​ກອບ​ສ່ວນ​ຫລາຍ​ຄຳ​ເຫັນ​ຢ່າງສຸດ​ຈິດ​ສຸດ​ໃຈ, ກົງ​ໄປ​ກົງ​ມາ ແລະ ເປັນ​ເອ​ກະ​ພາບ​ສູງ ຕໍ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ​ທີ່​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

        ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງ: ໃນ​ສະ​ພາບ​ການ​ໂລກ ແລະ ພາຍ​ໃນ​ປະ​ເທດ ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຕ້ອງ​ເປັນ​ໝູ່​ຄະ​ນະ​ທີ່​ເຂັ້ມ​ແຂງ, ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ຢ່າງ​ແຫນ້ນ​ແຟ້ນ, ມ​ີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຢ່າງ​ໝັ້​ນ​ແກ່ນ, ມີ​ຄຸນ​ສົມ​ບັດ​ປອດ​ໃສ, ຢຶດ​ໝັ້ນ​ຈຸດ​ໝາຍ​ເອ​ກະ​ລາດ​ຊົນ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ພູມ​ປັນ​ຍາ, ປ່ຽນ​ໃຫມ່ຈີນ​ຕະ​ນາ​ການ​, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຈດ​ຈຳ​ນົງ​ຕໍ່​ສ​້​ູ, ມີ​ລະ​ບຽ​ບ​ວິ​ໄນ​ຢ່າງ​ເຄັ່​ງ​ຄັດ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ, ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພືີ່ອນ​ສະ​ຫາຍ​ຢ່າງ​ເຂັ້ມງວ​ດ, ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ພັກ, ສະ​ຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ປະ​ຊ​າ​ຊົນ, ມີ​ອິດ​ທິ​ພົນ​ຊື່​ສຽງ, ກຳ​ລັງ​ຄວາມ​ສາ​ມາດ​ຊີ້​ນຳ​ນຳ​ພາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່. ບົນ​ພື້ນ​ຖານນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

        “ສູນ​ກາງ​ພັກ​ເປັນ​ເອ​ກະ​ພາບ​​ວ່າ: ເລື່ອງ​ກຳ​ນົດ​ມາດ​ຕະຖານ​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຕ້ອງ​ມີ​ນ້ຳ​ໃຈຮັກ​ຊາດຢ່າງ​ເລິກ​ເຊິ່ງ, ມີ​ຄຸນ​ນະ​ທາ​ດ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ຢືດ​ໝັ້ນ​ຈຸດ​ໝາຍ​ເອ​ກະ​ລາດ​ຊົນ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ຈົ່ງ​ຮັກ​ພັກ​ດີ​ຕໍ່​ລັດ​ທິ​ມາກ​ເລນ​ີນ ແນວ​ຄິດ​ໂຮ່​ຈິ​ມີນ, ໂຄງ​ການ​ການ​ເມືອງ, ແນວ​ທາງ​ຂອງ​ພັກ, ລັດ​ຖະ​ທຳ​ມະ​ນູນ​ຂອງ​ລັດ ແລະ ຜົນ​ປະ​ໂຫຍດ​ຂອງ​ຊາດ.”

        ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ເປັນ​ພິ​ເສ​ດ​ເຖິງ​ບຸກ​ຄະ​ລາ​ກອນ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຕ້ອງ​ແມ່ນ​ຜູ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ຊາ​ຊົນ, ມີ​ຄຸນ​ສົມ​ບັດ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ດີ, ມ​ີ​ຄວາມ​ຮັບ​ຜິດ​ຊອບ​ສູງ, ສຸດ​ຈິດ​ສຸດ​ໃຈ​ຕໍ່ວຽກ​ງານ, ເພື່ອ​ຜົນ​ປະ​ໂຫຍດ​ລ​ວມ​ຂອງ​ພັກ​ຂອງ​ປະ​ເທດ​ຊາດ, ບໍ່​ມີ​ການ​ກະ​ທຳ​ສໍ້​ລາດ​ບ​ັງ​ຫລວງ, ອາ​ຍາ​ສິດ, ບໍ່ສວຍ​​ໂອ​ກາດ, ມັກ​ໃຫຍ່​ໄຝ່​ສູງຈາກສິດ​ອຳ​ນາດ ແລະ ເດັດ​ດ່ຽວ​ຕໍ່​ສູ້​ຕ້ານ​ບັນ​ດາ​ປະ​ກົດ​ການ​ຫຍໍ້​ທ​ໍ້, ອາດ​ຍາ​ສິດ, ສໍ້​ລາດ​ບັງ​ຫລວງ, ບໍ່​ປະ​ໃຫ້​ຄອບ​ຄົວ, ຍາດ​ຕິ​ພິ່​ນ້ອງ​ສວຍ​ໃຊ້​ສິດ​ອຳ​ນ​າດ​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

        ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ມີ​ຄວາມ​ໝາຍ​ພິ​ເສດ​ເຖິງ​ຊາ​​ຕະ​ກຳຂອງ​ພັກ, ຂອງ​ຊາດ ແລະ ພື້ນ​ຖານພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ: ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ອາ​ຍຸ​ການ​ຈະ​ມາ​ເຖິງ ຕ້ອງ​ແມ່ນ​ຜູ້​ມີ​ວິ​ໄສ​ທັດ, ຈີນ​ຕະ​ນາ​ການ​ຍຸດ​ທະ​ສາດ, ມີ​ລະ​ດັບ​ຄວາມ​ຮ​ູ້​ກ່ຽວ​ກັບ​ທິດ​ສະ​ດີ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ຮູ້​ຄົ້ນ​ພົບ ແລະ ນຳ​ໃຊ້​ຜູ້​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ.

        “ເດັດ​ຂາດບໍ່​​ເລ​ືອກ​ຕັ້ງຜູ​້ທີ່​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງບໍ່​ໝັ້​ນ​ຄ​ົງ, ບໍ່​ຢືດ​ໝັ້ນ​​ຕໍ່ແນວ​ທາງ, ທັດ​ສະ​ນະ​ຂອງ​ພັກ, ມີ​ປະ​ກົດ​ການ​ສວຍ​ໃຊ້​ດ້ານ​ການ​ເມືອງ, ເວົ້າ ແລະ  ກະ​ທຳ​ໄປ​ຝືນ​ກັບ​ໂຄງ​ການ​ການ​ເມືອງ, ແນວ​ທາງ, ຫລັກ​ການ​ຂອງ​ພັກ​ມັກ​ໃຫຍ່​ໄຝ່​ສູງ​ຈາກ​ສິດ​ອຳ​ນາດ, ບໍ່​ກ້າ​ຕໍ່ສູ້​ເພື່ອ​ປົກ​ປ້ອງ​ຄວາມ​ຖືກ​ຕ້ອງ, ລະ​ເມີດ​ຫລັກ​ການ​ປະ​ຊາ​ທິ​ປະ​ໄຕ…..ເຂົ້າ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ”

        ເພື່ອ​ບັນ​ລຸ​ຈຸດ​ໝາຍ, ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ດັ່ງ​ກ່າວ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຂອງ​ແຕ່​ລະ​ບຸກ​ຄົນ ແລະ ອົງ​ການ​, ຕ້ອງ​ເປັນ​ແບບ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຫລັກ​ການ, ກົດ​ລະ​ບຽບ, ຂໍ້​ກຳ​ນົດ​ຂອງ​ພັກ, ຕ້ອງ​ຖື​ພາ​ລະ​ກິດ​ລວມ​ຂອງ​ພັກ, ຂອງ​ຊາດ​ແມ່ນ​ສຳ​ຄ​ັນ​ກວ່າ​ໝູ່.

        “ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຍັງ​ຫລາຍ​ຢູ່, ເປັນ​ຕົ້ນ​ໃນ​ສະ​ພາບ​ການ​ສາ​ກົນ​ ແລະ ພາກ​ພື້ນ ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ວ່ອງ​ໄວ. ສະ​ນັ້ນ ເພື່ອ​ສາ​ມາດ​ປະ​ຕິ​ບັດ​ຈຸດ​ໝາຍ, ຫນ້າ​ທີ່​ຂອງ​ປີ 2015 ໃຫ້​ສຳ​ເລັດ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຮຽກ​ຮ້ອງ​ບັນ​ດາ​ສະ​ຫາຍ​ໃນ​ສູນ​ກາງ​ພັກ ຕ້ອງ​ຍົກ​ສູງ​ນ້ຳ​ໃຈ​ຄວາມ​ຮັບ​ຜິດ​ຊອບຕໍ່​ພັກ, ປະ​ຊາ​ຊົນ ແລະ ປະ​ເທດ​ຊາດ, ສຸມ​ໃສ່​ຊີ້​ນຳ​ນຳ​ພາ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ບັນ​ດາ​ມະ​ຕິ​ຂອງ​ສູນ​ກາງເປັນ​ຢ່າງ​ດີ.”

        ​ສະ​ຫລຸ​ບກອງ​ປະ​ຊຸມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຮ​ຽກ​ຮ້ອງ​ທົ່ວ​ພັກ, ທົ່ວ​ປະ​ຊາ​ຊົນ ແລະ ທົ່ວ​ກອງ​ທັບ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ແນວ​ຄິດ ແລະ ການ​ກະ​ທຳ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ​ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກຢ່າງ​ມີ​ໄຊ, ປະ​ຕິ​ບັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​ສຳ​ເລັດ​ຜົນ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປ​ະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ