ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) - ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແມ່ນໜຶ່ງໃນບັນດາຈຸດສຸມໃນການຊີ້ນຳບໍລິຫານຂອງລັດຖະບານ ຫວຽດນາມ ໃນປີນີ້. ນັບແຕ່ຊຸມວັນຕົ້ນປີ 2024, ທ່ານນາຍົກລັດຖະມົນຕີ ມີການຊີ້ນຳຢ່າງຂ້ຽວຂາດ ກ່ຽວກັບການສຸມໃສ່ຜັນຂະຫຍາຍບັນດາມາດຕະຖານຮັບປະກັນແຫຼ່ງສະໜອງພະລັງງານຢ່າງມີປະສິດທິຜົນໃຫ້ແກ່ປີ 2024 ແລະ ຊຸມປີຕໍ່ໄປ, ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ການພັດທະນາປະເທດຊາດແບບຍືນຍົງຕິດພັນກັບຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ມີບົດບາດສຳຄັນຕໍ່ວິວັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝຂອງ ຫວຽດນາມໃນປັດຈຸບັນ. ເພາະສະນັ້ນ, ຮັບປະກັນຄວາມຕ້ອງການກ່ຽວກັບພະລັງງານໃຫ້ການພັດທະນາເສດຖະກິດໂດຍໄວ ແລະ ຍືນຍົງ ມີບົດບາດສຳຄັນພິເສດ.

ການຊີ້ນຳບໍລິຫານຢ່ງຂ້ຽວຂາດຂອງລັດຖະບານ

ວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກກອງປະຊຸມ ກັບ 9 ແຂວງທີ່ມີໂຄງການສາຍໄຟຟ້າ 500 kV ເພື່ອຊຸກຍູ້ຄວາມຄືບໜ້າ, ພ້ອມທັງຕິດຕາມໂດຍກົງການປະຕິບັດໂຄງການຢູ່ບັນດາທ້ອງຖິ່ນນີ້. ໂຄງການສາຍໄຟຟ້າ 500kV ມີລວງຍາວ 225,5 ກີໂລແມັດ ແຕ່ກວາງບິ່ງຮອດ ຮຶງອຽນ, ມີຍອດເງິນລົງທຶນເກືອບ 1 ຕື້ USD.

ໂຄງການມີບົດບາດສຳຄັນພິເສດຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ເພື່ອແນໃສ່ເພີ່ມທະວີຄວາມສາມາດຕາໜ່າງສົ່ງໄຟຟ້າ 500 kV ແຕ່ພາກເໜືອຮອດພາກ ກາງ, ປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ເຂດພາກເໜືອໃນຈຸດເວລາປັດຈຸບັນ ແລະ ຊຸມປີຕໍ່ໄປ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງໂຄງການໃນການຮັບປະກັນການສະໜອງໄຟຟ້າໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ແລະ ຊົມໃຊ້. ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໃສ່ໃຈວ່າ:

ນີ້ແມ່ນໂຄງການຈຸດສຸມແຫ່ງຊາດ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາອົງການບໍລິຫານລັດ, ພິເສດແມ່ນບັນດາແຂວງ, ທ້ອງຖິ່ນທີ່ມີສາຍໄຟຟ້າໄປຜ່ານ. ນີ້ແມ່ນຄວາມຮັບຜິດຊອບລວມຂອງທົ່ວລະບົບການເມືອງ, ພວກເຮົາຕ້ອງເຮັດໃຫ້ໄດ້, ປະກອບສ່ວນສະໜອບໄຟຟ້າຢ່າງພຽງພໍໃຫ້ແກ່ການຜະລິດຊົມໃຊ້ ແລະ ດຳເນີນທຸລະກິດ. ຮອດວັນທີ 30 ມິຖຸນາ ໂຄງການຕ້ອງປະຕິບັດສຳເລັດ. ດ້ວຍ ວຽກງານທີ່ເປັນຈຳນວນຫຼາຍຄືຈັງຊີ້ ແລະ ໄປຜ່ານຫຼາຍທ້ອງຖິ່ນ, ຮຽກຮ້ອງຕ້ອງມີຄວາມກົດດັ່ນທີ່ໃຫຍ່ຫຼວງ. ແຕ່ຄວາມກົດດັນຍິ່ງໃຫຍ່ ພວກເຮົາຍິ່ງຕ້ອງມານະພະຍາຍາມ ເພື່ອສູ້ສົນປະຕິບັດສຳເລັດ ດ້ວຍຄວາມຕັດສິນໃຈສູງ, ມານະພະຍາຍາມທີ່ໃຫຍ່ຫຼວງ, ການກະທຳທີ່ຂ້ຽວຂາດ, ແຕ່ຕ້ອງມີຈຸດສຸມ.

ກ່ອນໜ້ານັ້ນ, ນັບແຕ່ 6 ເດືອນທ້າຍປີ 2023, ລັດຖະບານໄດ້ວາງອອກເອກະສານຊີ້ນຳ, ຫຼາຍສະບັບ ໂດຍຮຽກຮ້ອງວ່າ ໃນທຸກກໍລະນີ ຫຼາຍສະບັບ ບໍ່ປະໃຫ້ເກີດສະພາບການຂາດແຄນໄຟຟ້າ ແລະ ພະລັງງານ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ສັດຕະຍາບັນ ວາງແຜນຜັງສັງລວມກ່ຽວກັບພະລັງງານແຫ່ງຊາດ, ການວາງແຜນຜັງພັດທະນາໄຟຟ້າແຫ່ງຊາດ ແລະ ວາງແຜນຜັງພື້ນຖານໂຄງລ່າງສຳຮອງ, ສະໜອງນ້ຳມັນອາຍແກັດ ແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ມະຕິວ່າດ້ວຍບັນດາມາດຕະການຮັບປະກັນການສະໜອງໄຟຟ້າປີ 2024 ດ້ວຍການຊີ້ນຳທີ່ລະອຽດກ່ຽວກັບ 4 ມາດຕະການ: ແຫຼ່ງໄຟຟ້າ, ຕາໜ່າງໄຟຟ້າ, ປະຢັດໄຟຟ້າ ແລະ ຄ່າໄຟຟ້າ.

ສຸມໃສ່ຫັນປ່ຽນພະລັງງານ, ຮັບປະກັນຄວາມໝັ້ນໂຄງແບບຍືນຍົງ

ຄວາມຕ້ອງການພະລັງງານພາຍໃນປະເທດນັບມື້ນັບເພີ່ມຂຶ້ນໃນຂະນະນທີ່ແຫຼ່ງສະໜອງພະລັງງານແບບເກົ່າຄື: ຖ່ານຫີນ, ນ້ຳມັນ, ອາຍແກັດ… ພວມຄອ່ຍໆໝົດກ້ຽງ. ເພື່ອປະຕິບັດຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງພະລັງງານ ແລະ ວິໄສທັດພະລັງງານແຫ່ງຊາດ, ຫວຽດນາມ ເລີ່ມວາງອອກເປົ້າໝາຍກ່ຽວກັບການພັດທະນາພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເປົ້າໝາຍນຳການປ່ອຍອາຍພິດລົງລະດັບ 0 ໃນປີ 2050 ຄືຄຳໝັ້ນສັນຍາຢູ່ COP26. ດັ່ງນັ້ນ, ຫວຽດນາມ ກໍພວມຕັ້ງໜ້າຜັນຂະຫຍາຍການຫັນປ່ຽນພະລັງງານ, ສ້າງແຫຼ່ງສະໜອງພະລັງງານຕື່ມອີກຄື: ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ…ໃຫ້ແກ່ຕະຫຼາດ.

ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 2ທ່ານຮອງນາຍົກລັດທະມົນຕີ ເຈິ່ງຮົ່ງຮ່າ (ພາບ: baochinhphu.vn)

ຢູ່ກອງປະຊຸມກັບກະຊວງອຸດສາຫະກຳການຄ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດບັນດາໂຄງການ ໄຟຟ້າອາຍ LNG, ໄຟຟ້າແຮງລົມ ຢູ່ກາງທະເລ ໃນວັນທີ 25 ມັງກອນທີ່ຜ່ານມາ, ທ່ານຮອງນາຍົກລັດທະມົນຕີ ເຈິ່ງຮົ່ງຮ່າ ໄດ້ເນັ້ນໜັກວ່າ ລັດຖະບານ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ບັນດາກຸ່ມບໍລິສັດພະລັງງານສຳຫຼວດກວດກາ, ພິຈາລະຈາທຸກຂັ້ນຕອບລະບຽບການລົງທຶນໂຄງການໄຟຟ້າອາຍ LNG, ໃນນັ້ນມີບັນດາຄຳໝັ້ນສັນຍາໄລຍະຍາວ ທີ່ມີລັກສະນະຫຼັກການຂອງ ລັດຖະບານ ຕໍ່ນັກລົງທຶນ, ສະເໜີວິທີການຫຼຸດຜ່ອນເວລາປະຕິບັດລະບຽນການ, ຂັ້ນຕອນຕໍ່ການລົງທຶນໄຟຟ້າ ອາຍ LNG. ພິເສດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສ້າງແຜນການທົດລອງໂດຍໄວ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງບັນດາໂຄງການໄຟຟ້າອາຍ LNG, ໄຟຟ້າແຮງລົມຢູ່ກາງທະເລ.

ກະຊວງອຸດສາຫະກຳ ແລະ ການຄ້າ ສ້າງແຜນຮ່າງຕີລາຄາຊັບພະຍາກອນໄຟຟ້າແຮງລົມກາງທະເລ ຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ, ບົນພື້ນຖານນັ້ນ ສະເໜີໃຫ້ ທົດລອງປະຕິບັດເລີຍ ເພື່ອມີການສຳຫຼວດ. ພາຍຫຼັງມີໝາກຜົນການສຳຫຼວດແລ້ວ ຈຶ່ງເລືອກເອົານັກລົງທຶນ. ບັນຫາກ່ຽວຂ້ອງເຖິງການຄັດເລືອກນັກລົງທຶນ ເພື່ອຄົ້ນຄ້ວາກົນໄກນະໂຍບາຍ ໃນອະນາຄົດ ແມ່ນ ສ້າງກົດໝາຍ, ພາຍຫຼັງມີຂໍ້ມູນແລ້ວ ຈະມອບໃຫ້ລັດວິສາຫະກິດ ຫວຽດນາມ ເປັນເຈົ້າພາບ, ອາດຈະເລືອກເອົານັກລົງທຶນຕ່າງປະເທດ ເພື່ອປະຕິບັດໂຄງການ.

ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແມ່ນປະຖົດປັດໄຈສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມ, ດຶງດູດການລົງທຶນ. ດ້ວຍບັນດານະໂຍບາຍ ແລະ ການຊີ້ນຳທີ່ລະອຽດ, ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາມາດຕະການຄົບຊຸດ, ຂ້ຽວຂາດເພື່ອປະຕິບັດເປົ້າໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ