ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕໍ່​ຫ​ນ້າ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ນະ​ໂຍ​ບາຍ​ກົດ​ໝາຍ​ຫວຽດ​ນາມ

(VOVWORLD) -ສະພາບການປ່ຽນແປງຂອງດິນຟ້າອາກາດ ປະຈຸບັນ ບໍ່ແມ່ນບັນຫາຂອງທ້ອງຖິ່ນ ຫລື ຂອງສະເພາະປະເທດໃດຫນຶ່ງອີກແລ້ວ ຫາກມັນໄດ້ກາຍເປັນເລື່ອງລາວຂອງທົ່ວມວນມະນຸດ, ໃນນັ້ນ ມີຫວຽດນາມ. ການປົກປັກຮັກສາສິ່ງແວດລ້ອມເວົ້າລວມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນສິດທິມະນຸດ ຊື່ງ ຫວຽດນາມ ໄດ້ ແລະ ພວມປະຕິບັດດ້ວຍຫລາຍມາດຕະການແຕກຕ່າງກັນ ບົນບັນດາຫລັກການພື້ນຖານ, ໃນນັ້ນ ມີຫລັກການ ລັດຮັບຮູ້ ແລະ ປົກປ້ອງສິດທິມະນຸດໄດ້ມີຊີວິດໃນສິ່ງແວດລ້ອມປອດໂປ່ງ.
ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕໍ່​ຫ​ນ້າ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ນະ​ໂຍ​ບາຍ​ກົດ​ໝາຍ​ຫວຽດ​ນາມ - ảnh 1ຊອກຈັງ ພັດທະນາປ່າແຄມທະເລ ເພື່ອແນໃສ່ຫລຸດຜ່ອນສະພາບເສາະເຈືອນແຄມທະເລ.ພາບ: VOV

ສິດໄດ້ມີຊີວິດໃນສິ່ງແວດລ້ອມປອດໂປ່ງ ແມ່ນສິດທຳມະຊາດຂອງມະນຸດ, ແມ່ນສິດສຳຄັນທີ່ສຸດ ເພາະມັນກ່ຽວຂ້ອງໂດຍກົງເຖິງຄຸນນະພາບຂອງຊີວິດ ພ້ອມກັບບັນດາມາດຖານທີ່ນຳໃຊ້ເພື່ອຕີລາຄາຄຸນນະພາບຂອງຊີວິດຄື: ລາຍຮັບສະເລ່ຍຕໍ່ຫົວຄົນ, ລະບົບສະຫວັດດີການສັງຄົມ. ປະຊາຄົມສາກົນຍອມຮັບວ່າ ນີ້ແມ່ນສິດສຳຄັນແຖວຫນ້າ ແມ່ນເປົ້າໝາຍການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາປະເທດລ້ວນແຕ່ຮັບຮູ້ສິດນີ້ໃນເອກະສານນິຕິກຳຂອງຕົນ.

ຫວຽດນາມ ກໍ່ຢູ່ໃນທ່າອ່ຽງນັ້ນ, ດ້ວຍຖານະແມ່ນປະເທດໄດ້ລົງນາມໃນຖະແຫລງການຂອງ ສປຊ ກ່ຽວກັບສິ່ງແວດລ້ອມ ແລະ ສິດທິມະນຸດ, ຫັນສິດໄດ້ມີຊີວິດໃນສິ່ງແວດລ້ອມປອດໂປ່ງມາເປັນຫລັກການດ້ານນິຕິກຳ ແລະ ຄວາມຈິງມັນໄດ້ແມ່ນຫລັກການໃນກົດໝາຍວ່າດ້ວຍສິ່ງແວດລ້ອມຂອງຫວຽດນາມ.

ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຂອງ ຫວຽດນາມ ປີ 1993 ຊີ້ແຈ້ງຫລັກການ: “ຍົກສູງປະສິດທິພາບການຄຸ້ມຄອງລັດ ແລະ ຄວາມຮັບຜິດຊອບຂອງອຳນາດການປົກຄອງທຸກຂັ້ນ, ອົງການລັດ, ອົງການຈັດຕັ້ງເສດຖະກິດ, ສັງຄົມ, ຫົວຫນ່ວຍປະກອບອາດວຸດປະຊາຊົນ ແລະ ສ່ວນບຸກຄົນທຸກຄົນ ໃນການປົກປັກຮັກສາສິ່ງແວດລ້ອມ ເພື່ອແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນ, ຮັບປະກັນສິດທິມະນຸດ ໄດ້ມີຊີວິດໃນສິ່ງແວດລ້ອມປອດໂປ່ງ, ຮັບໃຊ້ພາລະກິດພັດທະນາຍາວນານຂອງປະເທດຊາດ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມຂອງພາກພື້ນ ແລະ ທົ່ວໂລກ. ສ່ວນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2005 ຊີ້ແຈ້ງ: “ປົກປັກຮັກສາສິ່ງແວດລ້ອມແມ່ນພາລະກິດຂອງທົ່ວສັງຄົມ, ແມ່ນສິດ ແລະ ຄວາມຮັບຜິດຊອບຂອງອົງການລັດ, ອົງການຈັດຕັ້ງ, ຄອບຄົວແລະ ສ່ວນບຸກຄົນ”. ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2014 ເນັ້ນຫນັກວ່າ: ການປົກປັກຮັກສາສິ່ງແວດລ້ອມ ຕ້ອງຕິດພັນຢ່າງກົມກຽວກັບການພັດທະນາເສດຖະກິດ, ສະຫວັດດີການສັງຄົມ, ຮັບປະກັນສິດຂອງເດັກນ້ອຍ, ພັດທະນາ ອະນຸລັກຮັກສາຊີວະນາໆພັນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເພື່ອຮັບປະກັນໃຫ້ທຸກຄົນໄດ້ດຳລົງຊີວິດໃນສິ່ງແວດລ້ອມທີ່ປອດໂປ່ງ”. ນີ້ບໍ່ພຽງແຕ່ແມ່ນຫລັກການເທົ່ານັ້ນ ຫາກຍັງແມ່ນເປົ້າໝາຍຂອງກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ຂໍ້ກຳນົດທັງໝົດຂອງກົດໝາຍກ່ຽວກັບສິ່ງແວດລ້ອມຂອງຫວຽດນາມ ລ້ວນແຕ່ເພື່ອແນໃສ່ສະແດງໃຫ້ເຫັນຫລັກການນີ້.

          ບັນດາເນື້ອໃນກ່ຽວກັບການຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໂດຍໄດ້ສ້າງຂຶ້ນ ບົນພື້ນຖານຫັນບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ຊື່ງຫວຽດນາມ ແມ່ນສະມາຊິກ ໃຫ້ເປັນກົດໝາຍ

ຕາມນັ້ນແລ້ວ ສິດທິມະນຸດໃນນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ຕິດພັນກັບການ ຮັບປະກັນສິດໄດ້ຮັບຂໍ້ມູນຂ່າວກ່ຽວກັບສິ່ງແວດລ້ອມ. ຕາມການກຳນົດຂອງກົດໝາຍຫວຽດນາມ ແລ້ວ, ມີ 2 ວິທີເພື່ອໃຫ້ມະຫາຊົນໄດ້ຮັບຂໍ້ມູນຂ່າວກ່ຽວກັບສິ່ງແວດລ້ອມເວົ້າລວມ, ການປ່ຽນແປງຂອງດິນຟ້າອາກາດເວົ້າສະເພາະ. ນັ້ນແມ່ນ ບັນດາອົງການລັດ, ຮາກຖານການຜະລິດດຳເນີນທຸລະກິດ… ຕ້ອງເປັນເຈົ້າການໃນການແຈ້ງຂໍ້ມູນຂ່າວຕາມການກຳນົດ ແລະ ປະຊາຊົນທຸກຄົນລ້ວນແຕ່ສາມາດຮັບຂໍ້ມູນຂ່າວນັ້ນ. ທີສອງ: ປະຊາຊົນ ຕ້ອງເປັນເຈົ້າການໃນການຮຽກຮ້ອງອົງການລັດ, ຮາກຖານການຜະລິດດຳເນີນທຸລະກິດ ສະຫນອງຂໍ້ມູນຂ່າວກ່ຽວກັບສິ່ງແວດລ້ອມ.

ເລື່ອງ ຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ສະແດງໃຫ້ເຫັນໃນບັນດາຂໍ້ກຳນົດກ່ຽວກັບການກໍ່ສ້າງ ວາງແຜນຜັງປົກປັກຮັກສາສິ່ງແວດລ້ອມ. ພ້ອມກັນນັ້ນ ຍັງຕິດພັນກັບການສ້າງຍຸດທະສາດ, ວາງແຜນຜັງ, ແຜນການພັດທະນາເສດຖະກິດ ສັງຄົມ, ບັນດາໂຄງການລົງທຶນ.

ເລື່ອງລວມເນື້ອໃນຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນຍຸດທະສາດ, ການວາງແຜນກຳນົດ, ແຜນການພັດທະນາເສດຖະກິດ ສັງຄົມ, ການວາງແຜນກຳນົດການພັດທະນາຂະແຫນງການ, ຂົງເຂດ, ໂຄງການລົງທຶນ ຕ້ອງອີງໃສ່ພື້ນຖານຕີລາຄາການກະທົບເຊິ່ງກັນ ແລະ ກັນລະຫວ່າງການເຄື່ອນໄຫວຂອງຍຸດທະສາດ, ແຜນກຳນົດ, ແຜນການຕໍ່ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງລະບົບມາດຕະການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ ຮັບປະກັນສິດທິມະນຸດ ຢູ່ ຫວຽດນາມ.

ນະໂຍບາຍກົດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ ກໍ່ໄດ້ກຳນົດເລື່ອງ ຮັບປະກັນສິດທິມະນຸດ ໃນການປ່ຽນແປງຂອງດິນຟ້າອາກາດ ຕ້ອງຕິດພັນກັບການຄຸ້ມຄອງການປ່ອຍອາຍພິດເຮືອນແກ້ວ, ຖອນຄືນພະລັງງານຈາກສິ່ງເສດເຫລືອ, ໃນການຜະລິດ ແລະ ການນຳໃຊ້ເປັນມິດກັບສິ່ງແວດລ້ອມ, ໃນການພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ. ເລື່ອງ ຮັບປະກັນສິດທິມະນຸດ ກໍ່ຕິດພັນກັບການເຄື່ອນໄຫວຂຸດຄົ້ນບັນດາແຫລ່ງຊັບພະຍາກອນທຳມະຊາດແບບຍືນຍົງ ເພື່ອຮັບໃຊ້ເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ