ເຂົ້າຮ່ວມກອງປະຊຸມ WEF – ASEAN 2017: ຫວຽດນາມ ສະແດງຄວາມຕັດສິນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Techo HunSen ແລະ ທ່ານປະທານເວທີເສດຖະກິດໂລກ Klaus Schwab, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF-ASEAN) ຢູ່ກຳປູເຈຍ ໃນລະຫວ່າງວັນທີ 11 – 12 ພືດສະພາ 2017. ເຂົ້າຮ່ວມເຫດການສຳຄັນນີ້ ຢັ້ງຢືນຄວາມຕັດສິນການປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບໂລກ, ແຜນນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ພ້ອມທັງ ສະແດງໃຫ້ເຫັນບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນ ອາຊຽນ; ຊຸກຍູ້ການພົວພັນຮ່ວມມືທີ່ພວມພັດທະນາລະຫວ່າງ ຫວຽດນາມ ແລະ WEF.
ເຂົ້າຮ່ວມກອງປະຊຸມ WEF – ASEAN 2017: ຫວຽດນາມ ສະແດງຄວາມຕັດສິນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ - ảnh 1ທ່ານປະທານເວທີເສດຖະກິດໂລກ Klaus Schwab ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: TTXVN)

WEF ແມ່ນໜຶ່ງໃນບັນດາເວທີປາໄສທົ່ວໂລກມີອິດທິພົນຊື່ສຽງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ, ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຈາກການນຳບັນດາປະເທດໃຫຍ່, ບັນດາອົງການຈັດຕັ້ງສາກົນ ກໍ່ຄືບັນດາກຸ່ມບໍລິສັດ, ບໍລິສັດແຖວໜ້າໃນໂລກເກືອບທັງໝົດ. ແຕ່ລະປີ, WEF ໄດ້ຈັດຕັ້ງຫລາຍເວທີປາໄສຂັ້ນທົ່ວໂລກ ແລະ ພາກພື້ນ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ - ການພັດທະນາ ແລະ ສະຖານະການການເມືອງໃນທົ່ວໂລກ.

        ເວທີປາໄສສຳຄັນທີ່ສຸດຂອງເວທີປາໄສເສດຖະກິດໂລກແມ່ນ ກອງປະຊຸມປະຈຳປີ ຊຶ່ງຈັດຕັ້ງໃນທ້າຍເດືອນມັງກອນປະຈຳປີຢູ່ Davos ປະເທດ ສະວິດ. ຄຽງຂ້າງກອງປະຊຸມ Davos, ປະຈຳປີ, ເວທີປາໄສເສດຖະກິດໂລກກໍ່ຈັດຕັ້ງບັນດາເວທີປາໄສພາກພື້ນຄື: ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ, ເວທີປາໄສເສດຖະກິດໂລກກ່ຽວກັບອາເມລິກາລາຕິນ, ເວທີປາໄສເສດຖະກິດໂລກກ່ຽວກັບຕາເວັນອອກກາງ…ບັນດາເວທີປາໄສພາກພື້ນນີ້ ແມ່ນເວທີປາໄສແລກປ່ຽນ ແລະ ໄຈ້ແຍກ, ຕີລາຄາບັນດາບັນຫາພັດທະນາຂອງພາກພື້ນ.

ຫວຽດນາມ ສະແດງຄວາມຕັດສິນປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ

ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2017 ດຳເນີນໄປໃນສະພາວະ ອາຊຽນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ. ດ້ວຍຫົວຂໍ້ “ຊາວໜຸ່ມ, ເຕັກໂນໂລຢີ ແລະ ການເຕີບໂຕ: ເສີມຂະຫຍາຍບັນດາທ່າໄດ້ປຽບຂອງ ອາຊຽນ ກ່ຽວກັບການຄົ້ນຄວ້າສະຖິຕິປະຊາກອນ ແລະ ເຕັກໂນໂລຢີດີຈີຕອນ”, ກອງປະຊຸມປີນີ້ ດຶງດູດຜູ້ແທນກ່ວາ 600 ທ່ານ, ໃນນັ້ນມີນາຍົກລັດຖະມົນຕີ ກຳປູເຈຍ, ລາວ, ຫວຽດນາມ ແລະ ປະທານາທິບໍດີ ຟີລີບປິນ. ໂຄງການດຳເນີນງານຂອງກອງປະຊຸມ ແມ່ນສຸມໃສ່ຕີລາຄາວິວັດທະນາການພັດທະນາ ແລະ ເຊື່ອມໂຍງຂອງ ອາຊຽນ, ບັນດາບັນຫາວາງອອກໃຫ້ໄລຍະພັດທະນາທີ່ຈະມາເຖິງຂອງພາກພື້ນນີ້. ບົນພື້ນຖານນັ້ນ, ບັນດາຜູ້ແທນປຶກສາຫາລືຫລາຍບັນຫາ ສ່ອງແສງຄວາມສົນໃຈຂອງວົງການວິສາຫະກິດສຳລັບ ອາຊຽນ ຄື: ກຳນົດ ອາຊຽນ ໃນສະພາວະໃໝ່ກ່ຽວກັບດ້ານການເມືອງ ແລະ ເສດຖະກິດທົ່ວໂລກ, ແງ່ຫວັງວົງຄະນະຍາດເສດຖະກິດ ອາຊຽນ, ບັນດາຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ສຳລັບບັນດາປະເທດ ອາຊຽນ ໃນຂົງເຂດການສຶກສາ, ແຮງງານ, ກຳລັງຄວາມສາມາດແກ່ງແຍ້ງ, ເສດຖະກິດດີຈີຕອນ…

        ເຂົ້າຮ່ວມກອງປະຊຸມ WEF – ASEAN 2017, ຫວຽດນາມ ໂຄສະນາພາບພົດກ່ຽວກັບພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ຕັດສິນໃຈປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສົ່ງສານຂອງລັດຖະບານກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງລັດຖະບານສ້າງສາພັດທະນາ ແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງວົງການວິສາຫະກິດໃນພາກພື້ນ ແລະ ສາກົນ ຕໍ່ພື້ນຖານເສດຖະກິດ ຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດ ປະກອບສ່ວນຢືນຢັນບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນອາຊຽນ ແລະ ພາກພື້ນ ໂດຍຜ່ານເລື່ອງຕັ້ງໜ້າປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈລວມຂອງ ອາຊຽນ; ຊຸກຍູ້ການພົວພັນຮ່ວມມື ຊຶ່ງພວມພັດທະນາລະຫວ່າງ ຫວຽດນາມ ແລະ WEF. ພິເສດ ໂດຍແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມ WEF – ASEAN 2018. ໃນໂອກາດນີ້ ຫວຽດນາມ ກໍ່ໄດ້ຮັບບົດບາດເປັນປະເທດເຈົ້າພາບຂອງ WEF – ASEAN 2018.

ຊຸກຍູ້ການພັດທະນາການພົວພັນຫວຽດນາມ-WEF

    ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກມີການພົວພັນຮ່ວມມືນັບແຕ່ປີ 1989 ເປັນຕົ້ນມາ. ການນຳຂັ້ນສູງຂອງຫວຽດນາມໄດ້ເຂົ້າຮ່ວມບັນດາກອງປະຊຸມປະຈຳປີຂອງ WEF ທີ່ຈັດຂຶ້ນຢູ່ Davos ປະເທດສະວິດ ແລະ ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ. ການທີ່ອະດີດນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນເຕີ້ນຢຸງ ເຂົ້າຮ່ວມບັນດາກອງປະຊຸມ WEF Davos 2007 ແລະ 2010 ໄດ້ນຳມາເຊິ່ງບັນດາໝາກຜົນເປັນໜ້າຊື່ນຊົມ, ອັນໄດ້ເປີດຊ່ອງທາງໃຫ້ແກ່ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມກັບ WEF. ເດືອນ 1 ປີ 2017, ເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃນຖານະຕຳແໜ່ງໃໝ່. ນະທີ່ນີ້, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການພັດທະນາພື້ນຖານເສດຖະກິດຫວຽດນາມທີ່ມີຄວາມເຂັ້ມແຂງຕໍ່ອະນາຄົດ; ແລະ WEF ເຫັນດີຕໍ່ເລື່ອງຫວຽດນາມເປັນເຈົ້າພາບຈັດກອງປະຊຸມ WEF ອາຊຽນ 2018.

    ພາຍຫຼັງເກືອບ 30 ປີແຫ່ງການສ້າງຕັ້ງການພົວພັນຮ່ວມມື, ເວທີປາໄສເສດຖະກິດໂລກໄດ້ກາຍເປັນ ເວທີປາໄສສົນທະນາທີ່ສຳຄັນຂອງການນຳລັດຖະບານຫວຽດນາມກັບບັນດາກຸ່ມບໍລິສັດແຖວໜ້າຂອງໂລກ. ຫວຽດນາມໄດ້ເຂົ້າຮ່ວມ ບັນດາກອງປະຊຸມຂອງ WEF, ໄດ້ປະກອບສ່ວນໂຄສະນາບັນດາຜົນງານພັດທະນານະໂຍບາຍ, ດຶງດູດການລົງທຶນຈາກຕ່າງປະເທດຂອງຫວຽດນາມ. ທີ່ບັນດາກອງປະຊຸມ, ຫວຽດນາມໄດ້ດຳເນີນການພົບປະລະຫວ່າງ ການນຳລັດຖະບານຫວຽດນາມກັບບັນດາວິສາຫະກິດ, ຊຶ່ງແມ່ນເວທີປາໄສເພື່ອແລກປ່ຽນໂດຍກົງກັບ ບັນດາກຸ່ມບໍລິສັດແຖວໜ້າຂອງໂລກ. ຂໍ້ລິເລີ່ມຈັດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບແມ່ຂອງເມື່ອເດືອນ 10/2016 ຂອງຫວຽດນາມ ໄດ້ຊ່ວຍໂຄສະນາອະນຸພາກພື້ນແມ່ນ້ຳຂອງເຖິງປະຊາຄົມບັນດາກຸ່ມບໍລິສັດແຖວໜ້າຂອງໂລກ. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນ, ໃນນັ້ນ ມີບັນດາການນຳຂັ້ນສູງ ແລະ ລັດຖະມົນຕີເສດຖະກິດບັນດາປະເທດແມ່ຂອງ, ຜູ້ແທນກວ່າ 100 ຄົນທີ່ມາຈາກບັນດາວິສາຫະກິດສະມາຊິກເວທີປາໄສເສດຖະກິດໂລກ ແລະ ບັນດາວິສາຫະກິດໃນພາກພື້ນ.

    ນອກຈາກນັ້ນ, ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກໄດ້ເປີດກ້ວາງການຮ່ວມມືສູ່ຂົງເຂດອື່ນໆເຊັ່ນ : ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ, ຮ່ວມມືໃນຂົງເຂດກະສີກຳ, ອຸດສາຫະກຳ. ປະຈຸບັນ, ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ຫຼັກແຫຼ່ງຂອງ WEF ໃນຂອບເຂດຂໍ້ລິເລີ່ມ “ ວິໄສທັດໃໝ່ໃນຂົງເຂດກະສີກຳ”.

        ດ້ວຍທິດນຳເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ໃນເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2017, ຫວຽດນາມສືບຕໍ່ມີບັນດາການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ພ້ອມກັນນັ້ນ ກໍຢືນຢັນຄວາມຕັດສິນໃຈປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແນໃສ່ປັບປຸງຄວາມເຊື່ອໝັ້ນຂອງວົງການວິສາຫະກິດໃນພາກພື້ນ ແລະ ສາກົນເພື່ອຮ່ວມເດີນທາງພ້ອມກັບພື້ນຖານເສດດຖະກິດຫວຽດນາມ./. 

ຕອບກັບ

ຂ່າວ/ບົດ​ອື່ນ