ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ ອີ​ຢູ, ອາ​ເມ​ລິ​ກາ ລາ​ຕິນ ແລະ ກາ​ຣີ​ເບ

(VOVWORLD) - ມື້ນີ້ ວັນທີ 18 ກໍລະກົດ, ການນຳ ເອີຣົບ ແລະ ປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ 50 ທ່ານ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ສະຫະພາບເອີຣົບ (EU) ກັບປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC) ເປັນມື້ທີ 2 ເຊິ່ງພວມດຳເນີນຢູ່ ບຣຸກແຊນ, ປະເທດ ແບນຊິກ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ເປີດກວ້າງການຮ່ວມມືຮອບດ້ານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃນບັນດາຂົງເຂດທີ່ໃຫ້ບຸລິມະສິດສູງ, ເປັນຕົ້ນແມ່ນການໜູນຊ່ວຍພັດທະນາ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານທົດແທນ, ພ້ອມທັງສ້າງກຳລັງໜູນແກ່ການເຈລະຈາລະຫວ່າງ ອີຢູ ກັບກຸ່ມຕະຫຼາດຮ່ວມ ອາເມລິກາໃຕ້ (MERCOSUR) ໃຫ້ຫຼາຍກວ່າອີກ.
ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ ອີ​ຢູ, ອາ​ເມ​ລິ​ກາ ລາ​ຕິນ ແລະ ກາ​ຣີ​ເບ - ảnh 1 ບັນດາການນຳເອີຣົບ ແລະ ປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ ໃນກອງປະຊຸມສຸດຍອດ EU-CELAC ໃນວັນທີ 17/7/2023 (ພາບ: Jean-Christophe Verhaegen/AFP)

ເອີຣົບ, ອາເມລິກາ ລາຕິນ ແລະ ກາຣີເບ ມີສາຍພົວພັນຄູ່ຮ່ວມມືມາແຕ່ດົນນານ ໂດຍອີງໃສ່ບັນດາຄຸນຄ່າ ແລະ ຄຳໝັ້ນສັນຍາລວມກ່ຽວກັບປະຊາທິປະໄຕ, ເຄົາລົບສິດທິມະນຸດ ແລະ ອຳນາດກົດໝາຍ. ນີ້ແມ່ນສອງພາກພື້ນຕາງໜ້າໃຫ້ 1/3 ຈຳນວນສະມາຊິກຂອງ ສປຊ ແລະ ແມ່ນກຳລັງທີ່ເຂັ້ມແຂງຂອງລະບົບຫຼາຍຝ່າຍ. ສອງພາກພື້ນພ້ອມກັນແບ່ງປັນວິໄສທັດລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ໜ່ວຍພິພົບ.

ແບ່ງປັນວິໄສທັດລວມ ອີຢູ, ອາເມລິກາ ລາຕິນ ແລະ ກາຣີເບ

ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2010, CELAC ແມ່ນກຸ່ມຮ່ວມສຳພັນລວມມີ 33 ປະເທດ ອາເມລິກາ ລາຕິນ ແລະ ກາຣີເບ ເພື່ອເພີ່ມທະວີການເຈລະຈາດ້ານການເມືອງ, ເຊື່ອມໂຍງດ້ານວັດທະນະທຳ, ສັງຄົມ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ກະຕຸ້ນການເຕີບໂຕເສດຖະກິດ ແລະ ຍົກສູງສະຫວັດດີການສັງຄົມຂອງປະຊາຊົນໃນພາກພື້ນ. ກອງປະຊຸມສຸດຍອດ EU – CELAC ຄັ້ງທຳອິດ ຈັດຂຶ້ນຢູ່ ຈີເລ ເມື່ອປີ 2013 ແລະ ຄັ້ງທີ 2 ຈັດຂຶ້ນຢູ່ ແບນຊິນ ເມື່ອປີ 2015. ພາຍຫຼັງຖືກຕັດຕອນມາເປັນເວລາ 8 ປີ, ກອງປະຊຸມສຸດຍອດ EU – CELAC ຄັ້ງທີ 3 ນີ້ ໄດ້ດຳເນີນໃນສະພາບການພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ພວມກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເປັນຈຳນວນຫຼາຍ.  ກອງປະຊຸມຄັ້ງນີ້ໄດ້ຮັບຖືວ່າ ເປັນການເລີ່ມຕົ້ນໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພາກພື້ນ ໂດຍອີງໃສ່ພື້ນຖານຄຸນຄ່າລວມ, ເພາະວ່າ ອາເມລິກາ ລາຕິນ, ກາຣີເບ ແລະ ອີຢູ ມີຈຸດຄ້າຍຄືກັນໃນປະຫວັດສາດ ແລະ ປັດຈຸບັນ ແມ່ນຈຸດເວລາສະດວກເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາ. ຕາມນັ້ນແລ້ວ, ອາເມລິກາ ລາຕິນ ແລະ ກາຣີເບ ມີແຫຼ່ງຊັບພະຍາກອນທຳມະຊາດທີ່ ເອີຣົບ ຕ້ອງການ, ໃນຂະນະນັ້ນ ພາກພື້ນນີ້ ພັດຕ້ອງການເຕັກໂນໂລຢີ, ໝາກຜົນການຄົ້ນຄວ້າ ແລະ ວິທະຍາສາດຈາກ ເອີຣົບ ເພື່ອຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດທີ່ພວມມີຢູ່ແລ້ວຢ່າງມີປະສິດທິຜົນກວ່າເກົ່າ. ກ່ອນເວລາດຳເນີນກອງປະຊຸມສຸດຍອດ EU – CELAC ຄັ້ງທີ 3, ເຈົ້າໜ້າທີ່ຂັ້ນສູງກ່ຽວກັບນະໂຍບາຍຄວາມສະຫງົບ ແລະ ການຕ່າງປະເທດຂອງ ອີຢູ, ທ່ານ Josep Borrell ຢັ້ງຢືນວ່າ EU ແລະ CELAC ມີເຈດຈຳນົງອັນດຽວກັນ ເພື່ອພ້ອມກັນມຸ່ງໄປເຖິງບັນດາເປົ້າໝາຍໃນອະນາຄົດ. ທ່ານ Josep Borrell ກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງສອງພາກພື້ນດັ່ງກ່າວຊ່ວຍເຫຼືອກັນເພື່ອຮັບມືກັບບັນດາບັນຫາທີ່ມີລັກສະນະທົ່ວໂລກ.

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ ອີ​ຢູ, ອາ​ເມ​ລິ​ກາ ລາ​ຕິນ ແລະ ກາ​ຣີ​ເບ - ảnh 2ທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen (ເບື້ອງຂວາມື) ແລະ ທ່ານປະທານາທິບໍດີ ບຣາຊິນ Lula da Silva (ເບື້ອງຊ້າຍມື)  (ພາບ: AFP)

ມຸ່ງໄປເຖິງອະນາຄົດແບບຍືນຍົງ

ຫວ່າງມໍ່ໆມານີ້, ຄະນະກຳມະການເສດຖະກິດ ອາເມລິກາ ລາຕິນ ແລະ ກາຣີເບ (CEPAL) ໃຫ້ຮູ້ວ່າ FDI ລົງທຶນເຂົ້າພາກພື້ນນີ້ເພີ່ມຂຶ້ນ 55,2% ໃນປີ 2022, ຂຶ້ນເປັນລະດັບສະຖິຕິແມ່ນ 224,579 ຕື້ USD. ໃນຈຳນວນບັນດານັກລົງທຶນຕ່າງປະເທດ, ອີຢູ (ບໍ່ລວມ ໂຮນລັງ ກັບ ລຸກຊຳບວກ) ກວມເອົາ 17%. ສະເພາະໃນປີ 2022, ມູນຄ່າການຄ້າລະຫວ່າງ ອີຢູ, ອາເມລິກາ ລາຕິນ ແລະ ພາກພື້ນ ກາຣີເບ ບັນລຸເກືອບ 300 ຕື້ USD. ດ້ວຍຖານະເປັນນັກລົງທຶນຕ່າງປະເທດແຖວໜ້າຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ, ອີຢູ ພວມຜັນຂະຫຍາຍໂຄງການລົງທຶນຮອດປີ 2027 ຢູ່ພາກພື້ນນີ້, ຄາດວ່າ ມູນຄ່າບັນລຸປະມານ 10 ຕື້ ເອີໂຣ. ນີ້ແມ່ນບ້ວງເງິນລົງທຶນສາກົນນອນໃນຂອບເຂດໂຄງການ ປະຕູສູ່ໂລກ (Global Gateway) ເຊິ່ງເປັນຂໍ້ລິເລີ່ມຂອງຄະນະກຳມະການເອີຣົບ (EC), ເພື່ອແນໃສ່ສະໜອງບ້ວງເງິນປະມານ 300 ຕື້ ເອີໂຣ ໃຫ້ແກ່ບັນດາໂຄງການພັດທະນາແບບຍືນຍົງ, ສ່ວນຫຼາຍແມ່ນການຫັນປ່ຽນສີຂຽວ ແລະ ເຕັກນິກດີຈີຕອນທົ່ວໂລກ, ໃນນັ້ນ ມີ ອາເມລິກາ ລາຕິນ ແລະ ກາຣີເບ. ຕາມທ່ານນາງປະທານ EC Ursula von der Leyen ແລ້ວ, ອີຢູ ຈະເພີ່ມບ້ວງເງິນລົງທຶນໃຫ້ແກ່ໂຄງການຕ່າງໆເພື່ອເປົ້າໝາຍພັດທະນາແບບຍືນຍົງໃນພາກພື້ນ ອາເມລິກາ ລາຕິນ ຂຶ້ນທົບ 2 ເທົ່າ, ສຸມໃສ່ໜູນຊ່ວຍການຄຸ້ມຄອງປ່າແບບຍືນຍົງ, ພັດທະນາພະລັງງານທົດແທນ, ພື້ນຖານໂຄງລ່າງພະລັງງານສະອາດ. ຕໍ່ໜ້າກຳລັງບົ່ມຊ້ອນການຮ່ວມມືໃຫຍ່, ກອງປະຊຸມສຸດຍອດ EU – CELAC ຄັ້ງທີ 3 ໄດ້ໃຊ້ເວລາສ່ວນໃຫຍ່ເພື່ອເຈລະຈາກ່ຽວກັບການປະຕິບັດເປົ້າໝາຍການພັດທະນາສີຂຽວ ແລະ ກຳນົດມາດຕະການ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍທົ່ວໂລກ.

ເຖິງວ່າການຊຸກຍູ້ການຮ່ວມມືແມ່ນທ່າອ່ຽງຫຼັກແຫຼ່ງຂອງການພົວພັນລະຫວ່າງ ອີຢູ, ອາເມລິກາ ລາຕິນ ແລະ ພາກພື້ນ ກາຣີເບ ກໍຕາມ, ແຕ່ລະຫວ່າງ ອີຢູ ແລະ ກຸ່ມຕະຫຼາດລວມ ອາເມລິກາ ໃຕ້ (MERCOSUR),  ກຸ່ມເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ, ລວມມີ: ບຣາຊິນ, ອາກຊັງຕິນ, ອູຣູກວາຍ, ປາຣາກວາຍ, ຍັງຄົງມີຄວາມບໍ່ລົງລອຍກັນທີ່ຕ້ອງໄກ່ເກ່ຍ. ສອງຝ່າຍບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບສັນຍາການຄ້າເສລີ (FTA) ເມື່ອປີ 2019 ພາຍຫຼັງການເຈລະຈາທີ່ຫຍຸ້ງຍາກມາເປັນເວລາ 2 ທົດສະວັດ. ເຖິງຢ່າງໃດກໍຕາມ, ເອກະສານສະບັບນີ້ ຍັງບໍ່ທັນໄດ້ຮັບການໃຫ້ສັດຕະຍາບັນ ຍ້ອນເອີຣົບ ມີຄວາມວິຕົກກັງວົນກ່ຽວກັບສະພາບການທຳລາຍປ່າຢູ່ເຂດປ່າ Amazon. ນອກຈາກນັ້ນ, ບາງປະເທດເອີຣົບ ທີ່ຂະແໜງກະສິກຳມີທ່າແຮງ, ພິເສດແມ່ນ ຝລັ່ງ, ບໍ່ຢາກເປີດປະຕູຕະຫຼາດໃຫ້ບັນດາຜະລິດຕະພັນກະເສດຈາກກຸ່ມຕະຫຼາດລວມ ອາເມລິກາ ໃຕ້. ດັ່ງນັ້ນ, ໜຶ່ງໃນບັນດາໜ້າທີ່ສຳຄັນຂອງກອງປະຊຸມສຸດຍອດ EU – CELAC ແມ່ນເປີດຊ່ອງທາງໃຫ້ແກ່ຂໍ້ຕົກລົງການຄ້າເສລີ EU-MERCOSUR ປະກົດຜົນເປັນຈິງ.

ເຖິງວ່າຍັງມີຄວາມແຕກໂຕນກັນ, ແຕ່ບັນດາການນຳ EU  ແລະ CELAC ຍັງຕັ້ງຄວາມຫວັງວ່າ ກອງປະຊຸມສຸດຍອດ EU – CELAC ຄັ້ງນີ້ ຈະຍົກອອກລັດຖິນະໂຍບາຍ ສຳຄັນເພື່ອສ້າງສະພາບແວດລ້ອມທີ່ສະດວກ ຊ່ວຍເປີດກວ້າງໂອກາດຮ່ວມມືລະຫວ່າງສອງພາກພື້ນ, ເພື່ອແນໃສ່ສົມທົບກັນຮັບມືກັບສິ່ງທ້າທາຍລວມທົ່ວໂລກ, ເພື່ອການພັດທະນາຂອງສອງພາກພື້ນ ແລະ ໃນໂລກ./.


 

ຕອບກັບ

ຂ່າວ/ບົດ​ອື່ນ