ເພີ່ມກຳລັງແຮງໃຫ້ຄວາມມານະພະຍາຍາມປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ທີ່ບັນດາການພົບປະກັບຜູ້ມີສິດເລືອກຕັ້ງໃນທ້າຍອາທິດຜ່ານມາ, ພາຍຫຼັງກອງປະຊຸມສະໄໝສາມັນເມື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຢືນຢັນວ່າ, ບໍ່ທໍ້ຖອຍໃຈໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ.
ເພີ່ມກຳລັງແຮງໃຫ້ຄວາມມານະພະຍາຍາມປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1(ພາບປະກອບ)

ກ່ອນໜ້ານັ້ນ, ໜຶ່ງໃນບັນດາການກະທຳເຊິ່ງໄດ້ຮັບການຕີລາຄາວ່າແມ່ນຕັ້ງໜ້າ, ນັ້ນຄືສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ບັນດາສັນຍາມຕັ້ງໜ້າດັ່ງກ່າວແມ່ນພື້ນຖານເພື່ອບັ້ນຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມແຂງ, ເປັນລະບົບ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

        ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢູ່ຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນສຳຄັນ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງຂອງທັງລະບົບການເມືອງ, ແມ່ນການຊີ້ນຳນຳພາຢ່າງເດັດດ່ຽວ ດ້ວຍບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ. ເຖິງຢ່າງໃດກໍ່ຕາມ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນວຽກງານສຳຄັນຍິ່ງ, ຕ້ອງໄດ້ປະຕິບັດເປັນປະຈຳ, ຕໍ່ເນື່ອງ.

ບໍ່ມີວັນທີຈະທໍ້ຖອຍໃຈໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

        ໂດຍຢືນຢັນຕໍ່ໜ້າບັນດາຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງໃນທ້າຍອາທິດຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ເນັ້ນໜັກວ່າ, ບໍ່ມີການພົບປະກັບຄັ້ງໃດທີ່ຜູ້ມີສິດເລືອກຕັ້ງບໍ່ເຕື້ອງເຖິງບັນຫາ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ, ນີ້ຍັງແມ່ນບັນຫາໃຫຍ່, ເຊິ່ງໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງຈາກປະຊາຊົນ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລ້ວ, ປະຈຸບັນ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ມີການເຂົ້າຮ່ວມຂອງທັງລະບົບການເມືອງ. ສະພາບການປະຕິບັດແບບ “ຂັ້ນເທິງເດັດດ່ຽວ, ຂັ້ນລຸ່ມເມີນເສີຍ” ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ພວມຄ່ອຍໆຮັບການແກ້ໄຂ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ, ປະຈຸບັນວຽກງານລະອຽດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນມີຫຼາຍ, ສະນັ້ນຕ້ອງປະຕິບັດຕາມແຕ່ລະຂັ້ນຕອນ; ຕ້ອງມີກຳລັງ, ບົດຮຽນ. ທ່ານຢືນຢັນວ່າ, ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ແມ່ນບໍ່ມີເລື່ອງທໍ້ຖອຍໃຈ ຫຼື ຫຼຸດລົງ.

        “ມີກົງຈັກຄືແນວນັ້ນ, ການຊີ້ນຳຄືແນວນັ້ນ, ປະຊາຊົນມີຄວາມຕັດສິນໃຈແລ້ວຕ້ອງປະຕິບັດໃຫ້ໄດ້. ປະຈຸບັນມີວຽກງານຫຼາຍຢ່າງຕ້ອງປະຕິບັດ, ປະຕິບັດແຕ່ລະວຽກງານ, ເຮັດໃຫ້ດີໃນຂັ້ນຕອນນີ້ ແລ້ວຈຶ່ງກ້າວໄປຂັ້ນຕອນຕໍ່ໄປ. ເຮັດແຈ້ງຫຼັກຖານ, ກົດໝາຍ. ຖ້າຫາກການສະຫຼຸບບໍ່ຖືກຕ້ອງ ປະຊາຊົນຈະບໍ່ຍອມຮັບ, ເຮັດໃຫ້ປະຊາຊົນບໍ່ມີຄວາມໄວ້ເນື້ອເຊື່ອໃຈ. ໃນຕົວຈິງ, ການແກ້ໄຂບັນດາກໍລະນີທີ່ຜ່ານມາແມ່ນໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ. ນີ້ກໍ່ແມ່ນບົດຮຽນທີ່ລ້ຳຄ່າ”.

ສ້າງລະບອບລະບຽບການໃຫ້ສົມບູນແບບ                           

        ພ້ອມກັບຄວາມຕັດສິນໃຈໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຈຸດພົ້ນເດັ່ນທີ່ໜ້າສົນໃຈໃນໄລຍະມໍ່ໆມານີ້ແມ່ນການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018. ກົດໝາຍກໍ່ໄດ້ຮັບການປັບປຸງຫຼາຍທີ່ສຸດ, ຮອບດ້ານທີ່ສຸດຈາກກົດໝາຍເດີມປີ 2005, ຫຼັງຈາກນັ້ນໄດ້ນຳມາປັບປຸງ 2 ຄັ້ງໃນປີ 2007  ແລະ 2012.

        ໃນກົດໝາຍ, ພາກກວດກາຊັບສິນ, ລາຍຮັບຂອງຜູ້ມີຕຳແໜ່ງ, ມີອຳນາດແມ່ນສິດໄດ້ຮັບການປັບປຸງ, ເພີ່ມເຕີ່ມຫຼາຍທີ່ສຸດ, ກວມເອົາ 24/96 ມາດຕາຂອງທັງລະບົບກົດໝາຍ. ເປັນຄັ້ງທຳອິດ ຫວຽດນາມ ມີອົງການກວດກາຊັບສິນ, ລາຍຮັບແບບເອກະລາດ. ກົນໄກດັ່ງກ່າວແມ່ນສຳຄັນຍິ່ງ. ນັບແຕ່ນີ້, ອົງການກວດກາລັດຖະບານ ຈະກວດກາຊັບສິນ, ລາຍຮັບຂອງພະນັກງານຈາກຂັ້ນຫົວໜ້າພະແນກ ແລະ ທຽບເທົ່າຢູ່ທ້ອງຖິ່ນ ກໍຄືຢູ່ບັນດາກະຊວງໃນລັດຖະບານ. ຢູ່ຂັ້ນຕ່ຳກວ່າ, ອົງການກວດກາຂັ້ນທ້ອງຖິ່ນ, ຂັ້ນກະຊວງ… ຮັບຜິດຊອບ.

ກົດໝາຍກໍ່ມອບໃຫ້ອົງການກວດກາຊັບສິນ, ລາຍຮັບມີຫຼາຍສິດເພື່ອປະຕິບັດໜ້າທີ່ຫຍຸ້ງຍາກນີ້; ກຳນົດຄັງເງິນ, ອົງການສິນເຊື່ອ, ນັບທັງທະນາຄານແຫ່ງລັດ, ຕຳຫຼວດ, ພາສີ, ອາກອນ, ຄຸ້ມຄອງທີ່ດິນ…ຕ້ອງສະໜອງແຫຼ່ງຂໍ້ມູນຂ່າວສານເພື່ອຮັບໃຊ້ການກວດກາຊັບສິນ, ລາຍຮັບຂອງຜູ້ມີພັນທະແຈ້ງຊັບສິນ.

ຫຼັກຖານເພື່ອດຳເນີນການພິສູດຊັບສິນ, ລາຍຮັບກໍ່ໄດ້ຮັບການເປີດກ້ວາງຫຼາຍກ່ວາເມື່ອທຽບໃສ່ປະຈຸບັນ, ໃນນັ້ນ, ເປັນໜ້າສົນໃຈແມ່ນຈະດຳເນີນການພິສູດແບບສຸ່ມເອົາກະທັນຫັນ. ດັ່ງນັ້ນ, ພະນັກງານ, ລັດຖະກອນໃດກໍ່ອາດຈະຖືກຮຽກຮ້ອງໃຫ້ອະພິປາຍ ຫຼື ບັງຄັບຕ້ອງຜ່ານການພິສູດລັກສະນະຖືກຕ້ອງຂອງການແຈ້ງຊັບສິນ, ເຊິ່ງລວມມີທັງທີ່ມາຂອງຊັບສິນ, ລາຍຮັບ.

ກ່ຽວກັບການຮັບຊັບສິນມາຈາກການສໍ້ລາດບັງຫຼວງ, ທ່ານນາງ ຫວໍທິຍືຮວາ, ສະມາຊິກສະພາແຫ່ງຊາດນະຄອນ ດ່ານັ້ງ, ຖືວ່າ:

“ການຮັບຊັບສິນທີ່ມີມາຈາກການສໍ້ລາດບັງຫຼວງ ແມ່ນຄວາມຕ້ອງການແບບບັງຄັບ, ແມ່ນໜ້າທີ່ບໍ່ສາມາດຕັດແຍກຂອງວຽກງານການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ມັນມີຜົນກະທົບຕັ້ງໜ້າເຖິງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ນີ້ແມ່ນມາດຕະຖານສຳຄັນທີ່ແທ້ຈິງເພື່ອຕີລາຄາປະສິດທິຜົນຂອງວຽກງານນີ້.”

ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນນັ້ນ, ບໍ່ອາດຄອງຄອຍເຂົ້າໃນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2018 ເທົ່ານັ້ນ ຫາກຍັງອີງໃສ່ກົດໝາຍ, ມະຕິສະບັບອື່ນໆຂອງສະພາແຫ່ງຊາດ, ລັດຖະບານ ກໍ່ຄືຄວາມຕັດສິນໃຈຊີ້ນຳ, ນຳພາຂອງພັກນຳອີກ. ໃນໄລຍະຈະມາເຖິງ, ກົດໝາຍຫຼາຍສະບັບຈະໄດ້ຮັບການປັບປຸງເພື່ອໃຫ້ເໝາະສົມກັບບັນດາຂໍ້ກຳນົດໃນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ໃນສະພາບການທີ່ປະຊາຊົນຄອງຄອຍຕໍ່ການປັບໄໝລົງໂທດ, ແກ້ໄຂໄພສໍ້ລາດບັງຫຼວງນັ້ນ, ຄວາມຕັດສິນໃຈຂອງພັກ, ລັດ ພ້ອມກັບບັນດາຂໍ້ກຳນົດໃໝ່ຈະຊ່ວຍໃຫ້ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຈະມາເຖິງຈະເຂັ້ມແຂງກ່ວາ, ເປັນລະບົບ ແລະ ມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ