ເພີ່​ມ​ທະ​ວີ​ການ​ພົວ​ພັນ​​ຄູ່​ຮ່ວມ​ມືຍ​ຸດ​ທະ​ສາດຮອດ​ດ້ານລະ​ຫວ່າງ ຫວຽດ​ນາມ - ຈີນ

(VOVWORLD) - ໃນລະຫວ່າງວັນທີ 8  12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມຈີນຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານ ລີຈານຊູ ກຳມະການຜູ້ປະຈຳການກົມການເມືອງພັກກອມມູນິດ ຈີນ, ກຳມະການໃຫຍ່ຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ເຊິ່ງໄດ້ດຳເນີນໃນສະພາບການພົວພັນຮ່ວມມືສອງຝ່າຍສືບຕໍ່ບັນລຸໄດ້ບາດກ້າວພັດທະນາຢ່າງແຮງຫຼາຍຢ່າງໃນທຸກໆຂົງເຂດ, ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ສອງປະເທດ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຂຶ້ນສູ່ລະດັບສູງໃໝ່.
ເພີ່​ມ​ທະ​ວີ​ການ​ພົວ​ພັນ​​ຄູ່​ຮ່ວມ​ມືຍ​ຸດ​ທະ​ສາດຮອດ​ດ້ານລະ​ຫວ່າງ ຫວຽດ​ນາມ - ຈີນ - ảnh 1ພາບປະກອບ (ພາບ: TTXVN) 

        ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ, ໄດ້ດຳເນີນໃນສະພາບການການພົວພັນລະຫວ່າງສອງພັກ, ສອງປະເທດ ຫວຽດນາມ - ຈີນ ບັນລຸໄດ້ບາດກ້າວພັດທະນາຢ່າງແຮງ, ຮອບດ້ານໃນທຸກຂົງເຂດ. ພ້ອມທັງ, ການຢ້ຽມຢາມນີ້ ກໍ່ແມ່ນການຢ້ຽມຢາມຂອງການນຳຂັ້ນສູງສຸດຂອງພັກ, ລັດ ຫວຽດນາມໄປຍັງຈີນພາຍຫຼັງເມື່ອ ຈີນ ສຳເລັດການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກເມື່ອທ້າຍປີ 2017.

ບັນດາຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ຈີນ

        ໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ຈີນບັນລຸໄດ້ບາດກ້າວພັດທະນາຢ່າງແຮງໃນທຸກໆຂົງເຂດ, ການຮ່ວມມືດ້ານເສດຖະກິດນັບມື້ນັບສະໜິດແໜ້ນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນທັງສອງປະເທດ.

        ຕາມທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ແລ້ວ, ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະຜ່ານມາມີຫຼາຍຈຸດພົ້ນເດັ່ນ. ອັນທີໜຶ່ງ, ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດພັດທະນາສະຖຽນລະພາບ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ເພີ່ມຂຶ້ນ. ບັນດາການຢ້ຽມຢາມ, ການພົບປະຂອງການນຳຂັ້ນສູງລະຫວ່າງສອງພັກ, ສອງລັດໄດ້ດຳເນີນຢ່າງເປັນປະຈຳກ່ວາ ແລະ ນັບມື້ນັບມີບົດບາດສຳຄັນໃນເລື່ອງຊຸກຍູ້ການຮ່ວມມືຢ່າງຮອບດ້ານລະຫວາ່ງສອງປະເທດໃນທຸກໆຂົງເຂດ.

        ອັນທີ ສອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ. ປັດຈຸບັນທັງສອງປະເທດໄດ້ກາຍເປັນຄູ່ຮ່ວມມືດ້ານເສດຖະກິດການຄ້າສຳຄັນຂອງກັນ. ໃນຕະຫຼອດ 15 ປີທີ່ຜ່ານມາ, ຈີນຍາມໃດກໍ່ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ (ນັບແຕ່ ປີ 2004). ຫວຽດນາມໄດ້ການເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 8 ຂອງ ຈີນ ໃນທົ່ວໂລກ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ. ໃນເດືອນ ພຶດສະພາ 2019, ຍອດວົງເງິນການຄ້າຂອງສອງປະເທດໄດ້ເພີ່ມຂຶ້ນ 12,6%, ບັນລຸໄດ້ 43,5 ຕື້ USD. ໃນຕະຫຼອດ 6 ເດືອນຕົ້ນປີ, ເງິນລົງທຶນໂດຍກົງຈາກຈີນເພີ່ມຂຶ້ນທົບ 2,8 ເທື່ອເມື່ອທຽບໃສ່ປີກາຍນີ້. ຈີນໄດ້ບືນຕົວຂຶ້ນກາຍເປັນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ, ບັນລຸໄດ້ 2,29 ຕື້ USD, ກວມເອົາ 12,4 % ຍອດທຶນ FDI, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໃຫ້ຮູ້ວ່າ:

        ສິ່ງທີ່ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດແມ່ນຄຽງຄູ່ກັບ ຂອບຂະໜາດເຕີບໂຕດ້ານການຄ້າຢ່າງໄວວາທີ່ວິສາຫະກິດ ຫວຽດນາມນັບມື້ນັບເປີດກ້ວາງການເຄື່ອນໄຫວຢູ່ຕະຫຼາດຂອງຈີນ. ມີສິນຄ້າຫວຽດນາມຫຼາຍປະເພດທີ່ສົ່ງອອກໄດ້ມີການເຕີບໂຕເປັນຢ່າງດີ ແລະ ໃນ 3 ປີມໍ່ໆມານີ້ລະດັບການເຕີບໂຕການສົ່ງອອກຂອງພວກເຮົາໄປຍັງຈີນໄວກ່ວາລະດັບການນຳເຂົ້າສິນຄ້າຈາກຈີນເຂົ້າ ຫວຽດນາມ, ຊ່ວຍໃຫ້ ຫຼຸດຜ່ອນຂອບຂະໜາດການນຳເຂົ້າເກີນດຸນເທື່ອລະກົດ, ພິເສດແມ່ນບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ…

        ຄຽງຄູ່ກັນນັ້ນ, ການພົວພັນແລກປ່ຽນ ປະຊາຊົນໄດ້ກາຍເປັນໜຶ່ງໃນບັນດານເສົາຫຼັກທີ່ສຳຄັນຂອງການພົວພັນລະຫວ່າງສອງປະເທດຢ່າງແທ້ຈິງ. ການພົວພັນແລກປ່ຽນປະຊາຊົນນັບມື້ນັບມີບົດບາດສຳຄັນໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດກໍ່ຄືການຊຸກຍູ້ບັນດາການເຄື່ອນໄຫວດ້ານເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍ. ໃນຊຸມປີມໍ່ໆມານີ້, ທັງສອງ ຫວຽດນາມ ແລະ ຈີນ ໄດ້ກາຍເປັນຈຸດນັດພົບທີ່ນິຍົມແຖວໜ້າຂອງປະຊາຊົນສອງປະເທດ. ໃນປີ 2018, ຈຳນວນແຂກທ່ອງທ່ຽວລະຫວ່າງສອງປະເທດໄດ້ບັນລຸ 10 ລ້ານເທື່ອຄົນ. ໃນ 6 ເດືອນຕົ້ນປີ 2019, ຫວຽດນາມໄດ້ຕ້ອນຮັບ ແຂກທ່ອງທ່ຽວຈີນ 2,5 ລ້ານເທື່ອຄົນ.ບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບຂັ້ນປະຊາຊົນ ສອງປະເທດສືບຕໍ່ໄດ້ຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນທີ່ຕັ້ງໜ້າ. ພາສາຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາພາສາທີ່ນັບມື້ນັບໄດ້ຮັບການເລືອກເຟັ້ນຈາກນັກສຶກສາຈີນ. ໃນການຢ້ຽມຢາມຄັ້ງນີ້ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຫວຽດນາມໄດ້ຈັດຕັ້ງ “ວັນແຫ່ງວັດທະນະທຳ ຫວຽດນາມ ຢູ່ ຈີນ”ເພື່ອໃຫ້ປະຊາຊົນຈີນຮັບຮູ້ໄດ້ຢ່າງຈະແຈ້ງເຖິງປະເທດຫວຽດນາມທີ່ມີສະຖຽນລະພາບ, ພັດທະນາ, ຮັກຫອມສາສັນຕິພາບ, ຮັກແພງແຂກຄົນ ແລະ ມີພື້ນຖານວັດທະນະທຳທີ່ເປັ່ນເອກະລັກ.

        ພິເສດ, ເຖິງວ່າສະພາບການຢູ່ທະເລຕາເວັນອອກຍັງມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນນີ້. ທ່ານ ເອກອັກຄະລັດຖະທູດ ດັ້ງມິງຄອຍ ໃຫ້ຮູ້ວ່າ:

        ໃນບັນດາການພົບປະເຈລະຈາ, ແລກປ່ຽນຄວາມຄິດເຫັນຫວ່າງມໍ່ໆມານີ້, ການນຳຂັ້ນສູງສອງພັກ, ສອງລັດໄດ້ຢັ້ງຢືນການຕັດສິນໃຈລວມຂອງສອງຝ່າຍຄືນໃໝ່ຫຼາຍເທື່ອແມ່ນພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ຜ່ານການເຈລະຈາໂດຍສັນຕິວິທີບົນພື້ນຖານຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຊຸກຍູ້ການແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ຍັງຄົງຄ້າງລະຫວ່າງ ສອງປະເທດ. ພ້ອມທັງ, ຫວຽດນາມ ແລະ ຈີນ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ ອາຊຽນປະຕິບັດຖະແຫຼງການ ກ່ຽວກັບການປະພຶດຢູ່ ທະເລຕາເວັນອອກ (DOC)ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ບັນລຸຂໍ້ຕົກລົງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໃຫ້ສົມບູນແບບ ໂດຍໄວ.

ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ

        ບົນພື້ນຖານນັ້ນ, ການຢ້ຽມຢາມຈີນຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ສອງພັກ, ສອງລັດ, ສອງສະພາແຫ່ງຊາດໃຫ້ພັດທະນາຢ່າງຕັ້ງໜ້າໃນໄລຍະຈະມາເຖິງ, ຍູ້ແຮງການພົວພັນແລກປ່ຽນ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານດ້ານນິຕິບັນຍັດ, ເສີມຂະຫຍາຍບົດບາດໃນການຕິດຕາມກວດກາໃຫ້ຫຼາຍກ່ວາອີກ, ຊຸກຍູ້ລັດຖະບານສອງປະເທດປະຕິບັດປະຕິບັດບັນດາຄວາມຮັບຮູ້ລວມ, ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສົນທິສັນຍາ ແລະ ຂໍ້ຕົກລົງທີ່ບັນລຸໄດ້, ເພີ່ມທະວີການສົມທົບ, ສະໜັບສະໜູນກັນໃນບັນດາເວທີປາໄສ ລັດຖະສະພາລະຫວ່າງຊາດພາກພື້ນ ແລະ ສາກົນ, ສົມທັບກັນໃນເລື່ອງຮັບປະກັນການປະຕິບັດບັນດາສັນຍາສາກົນເຊິ່ງຕ່າງຝ່າຍຕ່າງເຂົ້າຮ່ວມ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ. ການຢ້ຽມຢາມຄັ້ງນີ້ກໍ່ສະແດງໃຫ້ເຫັນບົດບາດນັບມື້ນັບສຳຄັນຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນຍຸກສະໄໝແຫ່ງການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ