ເພີ່ມທະວີວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) - ໃນໄລຍະມໍ່ໆມານີ້, ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະຫລຸບທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຢືນຢັນວ່າ ບໍ່ມີເຂດເກືອດຫ້າມໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ ພວມ ໄດ້ຮັບການຍູ້ແຮງໃນສະພາບຕົວຈິງ. ບົດຂຽນຂອງບັນນາທິການ ທູຮວາ.
ເພີ່ມທະວີວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1 ການເຮັດວຽກລະຫວ່າງຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ກັບແຂວງຮ່ານາມ

ໃນຊຸມວັນນີ້, 8 ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ພວມດຳເນີນການສືບສວນສອບສວນ, ຕິດຕາມກວດກາ ສັ່ງຟ້ອງ, ພິພາກສາບັນດາຄະດີສໍ້ລາດບັງຫຼວງ ເສດຖະກິດທີ່ຮ້າຍແຮງໃນ 20 ທ້ອງຖິ່ນ ແລະ ບັນດາກະຊວງ, ຂະແໜງການຂອງທົ່ວປະເທດ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານຄົ້ນພົບ ແລະ ແກ້ໄຂການສໍ້ລາດບັງຫຼວງໃນໄລຍະຈະມາເຖິງ.

ສະກັດກັ້ນ, ຍູ້ໄພສໍ້ລາດບັງຫຼວງໃຫ້ຖອຍໄປ

       ອາດເວົ້າໄດ້ວ່າ, ຢູ່ບ່ອນໃດທີ່ມີຜົນປະໂຫຍດ, ຢູ່ນັ້ນເຄີຍເກີດການສໍ້ລາດບັງຫຼວງງາຍ. ໃນຫຼາຍປີຜ່ານມາ, ພັກ, ລັດ ຫວຽດນາມ ໄດ້ຊີ້ນຳ, ຍົກອອກບັນດາທິດທາງ, ມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນປະຈຳ. ຄາດໝາຍທີ່ໄດ້ວາງອອກນັ້ນແມ່ນສະກັດກັ້ນ, ຍູ້ການສໍ້ລາດບັງຫຼວງ, ການຟຸມເຟືອຍໃຫ້ຖອຍໄປເທື່ອລະກ້າວ; ສ້າງການຫັນປ່ຽນຢ່າງຈະແຈ້ງເພື່ອຮັບສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ກໍ່ສ້າງພັກ, ລັດ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ຖັນແຖວພະນັກງານ, ລັດຖະກອນມີກົດລະບຽບວິໄນ, ສັດຊື່ບໍລິສຸດ; ດຳເນີນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍຕິດພັນກັບການກໍ່ສ້າງ, ປັບປຸງພັກ ແລະ ເສີມຂະຫຍາຍປະຊາທິປະໄຕ…

        ມາດຕະການທີ່ໄດ້ຮັບການຊີ້ນຳປະຕິບັດໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນແຂງແຮງທີ່ສຸດ, ໃນນັ້ນ ໄດ້ເອົາໃຈໃສ່ເຖິງບັນດາມາດຕະການແກ້ໄຂການກະທຳສໍ້ລາດບັງຫຼວງ. ຕາມນັ້ນແລ້ວ, ຜູ້ມີການກະທຳສໍ້ລາດບັງຫຼວງຈະຖືກລົງໂທດຢ່າງເດັດຂາດ, ທັນການ, ເຂັ້ມງວດກ່ຽວກັບຄວາມຮັບຜິດຊອບທາງດ້ານການເມືອງ, ບໍລິຫານ ຫຼື ທາງອາຍາ, ບໍ່ວ່າຜູ້ນັ້ນແມ່ນໃຜ ແລະ ມີຖານະຕຳແໜ່ງໃດ. ສະມາຊິກພັກຜູ້ໃດທີ່ມີສັນຍານສໍ້ລາດບັງຫຼວງ, ຟຸມເຟືອຍ, ອິດທິພົນຊື່ສຽງຖືກຊຸດໂຊມ, ເຖິງວ່າອົງການຮັບຜິດຊອບບໍ່ທັນມີຂໍ້ສະຫລຸບ, ຄະນະພັກກໍ່ຕ້ອງພິຈາລະນາ, ຈັດໃຫ້ເຮັດວຽກງານອື່ນ. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕ້ອງເອົາໃຈໃສ່ເຖິງການເກັບຄືນຊັບສິນທີ່ຖືກສໍ້ລາດບັງຫຼວງ, ຕັດສິນລົງໂທດຢ່າງເຂັ້ມງວດ ບັນດາເປົ້າໝາຍສໍ້ລາດບັງຫຼວງທີ່ມີການຈັດຕັ້ງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ເພີ່ມເຕີມເຂົ້າປະມວນກົດໝາຍອາຍາ ບັນດາການກະທຳສໍ້ລາດບັງຫຼວງໃໝ່ເຊິ່ງລະບຸໄວ້ໃນກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເອົາໃຈໃສ່ເຂົ້າບັນດາມາດຕະການບັງຄັບປັບໃໝດ້ວຍເງິນເພື່ອແນໃສ່ເພີ່ມທະວີຄວາມສາມາດເກັບຄືນຊັບສິນສໍ້ລາດບັງຫຼວງ.

        ພັກ, ລັດ ຫວຽດນາມ ກໍ່ມີບັນດາມາດຕະການບັງຄັບສຳລັບບັນດາຜູ້ມີການກະທຳສໍ້ລາດບັງຫຼວງ, ໃນນັ້ນ, ຮູບການປະຕິບັດວິໄນພັກແມ່ນເຂັ້ມງວດທີ່ສຸດ. ຕາມຂໍ້ກຳນົດເລກທີ 94 ມຕ/ສກ ລົງວັນທີ 15/10/2007 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບການປະຕິບັດວິໄນສະມາຊິກພັກທີ່ໄດ້ລະເມີດກົດໝາຍເວົ້າລວມ ແລ້ວ “ກົດວິໄນພັກ ບໍ່ສາມາດປ່ຽນແທນການປະຕິບັດວິໄນດ້ານບໍລິຫານ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາຮູບການລົງໂທດຂອງກົດໝາຍໄດ້, ພ້ອມທັງກຳນົດແຈ້ງ 10 ໝວດກະທຳທີ່ເພີ່ມລະດັບປະຕິບັດວິໄນສຳລັບສະມາຊິກພັກສໍ້ລາດບັງຫຼວງ.”

ເພີ່ມທະວີວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 2 ການເຮັດວຽກລະຫວ່າງຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢູ່ແຂວງ ລາຍເຈົາ

         ບໍ່ມີເຂດເກືອດຫ້າມໃນການປັບໄໝລົງໂທດຕໍ່ການກະທຳສໍ້ລາດບັງຫຼວງ

       ມາດຕາ 69 ຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ ໄດ້ກຳນົດກ່ຽວກັບການລົງໂທດສຳລັບຜູ້ມີການກະທຳສໍ້ລາດບັງຫຼວງຄື: ຜູ້ມີການກະທຳສໍ້ລາດບັງຫຼວງໂດຍອີງຕາມລັກສະນະ, ລະດັບການລະເມີດເພື່ອປັບໄໝລົງໂທດ; ໃນກໍລະນີຖືກຕັດສິນລົງໂທດກ່ຽວກັບການກະທຳສໍ້ລາດບັງຫຼວງ ແລະ ຄຳຕັດສິນລົງໂທດນັ້ນມີຜົນສັກສິດດ້ານກົດໝາຍ ແມ່ນຕ້ອງບັງຄັບໃຫ້ຢຸດງານ; ສຳລັບສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແນ່ນອນວ່າຈະບໍ່ມີສິດເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນອີກ. ບັນດາການນຳພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ໃນການພົບປະກັບຜູ້ມີສິດເລືອກຕັ້ງລ້ວນແຕ່ຢືນຢັນບໍ່ມີເຂດເກືອດຫ້າມໃນການປັບໄໝລົງໂທດບັນດາເປົ້າໝາຍສໍ້ລາດບັງຫຼວງ.

        ກ່ຽວກັບດ້ານກົດໝາຍ, ຜູ້ມີການກະທຳສໍ້ລາດບັງຫຼວງ ໂດຍອີງໃສ່ລະດັບ, ລັກສະນະ, ການກະທຳອາດຈະຖືກນຳໃຊ້ຮູບການປັບໃໝລົງໂທດທີ່ແຕກຕ່າງກັນ. ໃນນັ້ນເຂັ້ມງວດທີ່ສຸດແມ່ນມາດຕະການບັງຄັບທາງອາຍາ, ດ້ວຍການລົງໂທດຢ່າງຕ່ຳສຸດແມ່ນຈຳຄຸກແຕ່ 2 ຫາ 7 ປີ, ສູງສຸດແມ່ນຈຳຄຸກຕະຫຼອດຊີວິດ ແລະ ປະຫານຊີວິດ. ນອກຈາກນັ້ນ, ໂດຍອີງໃສ່ແຕ່ລະກໍລະນີລະອຽດ, ຜູ້ກະທຳຜິດອາດຈະຖືກລົງໂທດເພີ່ມເຕີມຄື: ຫ້າມບໍ່ໄດ້ຮັບຜິດຊອບຕຳແໜ່ງໃດໜຶ່ງ, ປັບໄໝເງິນ, ເກັບຄືນຊັບສິນສ່ວນໜຶ່ງ ຫຼື ທັງໝົດ. ໃນກໍລະນີທີ່ກໍ່ຄວາມເສຍຫາຍດ້ານຊັບສິນແມ່ນຕ້ອງມີຄວາມຮັບຜິດຊອບໃຊ້ຄ່າເສຍຫາຍຕາມກຳນົດຂອງກົດໝາຍ.

        ບັນດາມາດຕະການປັບໄໝລົງໂທດການສໍ້ລາດບັງຫຼວງ ໃນລະບອບກົດໝາຍຂອງ ຫວຽດນາມ ຍັງຄົງໄດ້ຮັບການປັບປຸງ, ເພີ່ມເຕີມໃຫ້ສົມບູນແບບຢ່າງຕໍ່ເນື່ອງຕາມທິດເຂັ້ມງວດ ແລະ ຄົບຖ້ວນ. ຫວ່າງມໍ່ໆມານີ້, ຄະນະການເມືອງພາຍໃນສູນກາງໄດ້ສົມທົບກັບໂຄງການພັດທະນາ ສປຊ ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບການປັບປຸງມາດຕະການປັບໄໝລົງໂທດການສໍ້ລາດບັງຫຼວງ ໃນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ. ບາງທ້ອງຖິ່ນເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ສ້າງຕັ້ງໜ່ວຍປະຕິບັດງານແກ້ໄຂບັນດາຂໍ້ມູນກ່ຽວກັບສໍ້ລາດບັງຫຼວງ. ເລື່ອງ 8 ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ພວມດຳເນີນການສືບສວນສອບສວນ, ຕິດຕາມກວດກາ ສັ່ງຟ້ອງ, ພິພາກສາບັນດາຄະດີສໍ້ລາດບັງຫຼວງ ເສດຖະກິດທີ່ຮ້າຍແຮງໃນ 20 ທ້ອງຖິ່ນໄດ້ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແມ່ນເດັດດຽວຢືດໝັ້ນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດ

ຕອບກັບ

ຂ່າວ/ບົດ​ອື່ນ