ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ  ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

ເດືອນກັນຍາ ປີ 1973, ພາຍຫຼັງເຊັນສັນຍາ ປາຣີ ກ່ຽວກັບ ຫວຽດນາມ (27 ມັງກອນ ປີ 1973), ທ່ານປະທານ Fidel Castro ໂດຍແມ່ນປະມູນລັດຄົນທຳອິດ ແລະ ໜຶ່ງດຽວໃນໂລກ ໄດ້ມາຢ້ຽມຢາມແຂວງ ກ໋ວາງຈິ, ເຂດປົດປ່ອຍພາກໃຕ້ ຫວຽດນາມ. ການຢ້ຽມຢາມຄັ້ງປະຫວັດສາດຂອງການນຳ ກຸຍບາ Fidel Castro ໃນຄາວນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນການສະໜັບສະໜູນ, ລະດົມກຳລັງໃຈຢ່າງໃຫຍ່ຫຼວງກ່ຽວກັບດ້ານການເມືອງຕໍ່ການປະຕິວັດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍປະຫວັດສາດພິເສດໃນການພົວພັນສອງປະເທດ, ພ້ອມທັງແມ່ນສັນຍາລັກ ຂອງ ຂະບວນການສາກົນ ແຫ່ງຄວາມສາມັກຄີ ແລະ ການສະໜັບສະໜູນ ຕໍ່ສູ້ປົດປ່ອຍຊາດຂອງ ຫວຽດນາມ.

ການພົວພັນເປັນແບບຢ່າງພິເສດ

ຄາວຍັງມີຊີວິດ, ທ່ານປະທານ Fidel Castro ຍາມໃດກໍ່ສະຫງວນນ້ຳໃຈແບບພິເສດໃຫ້ແກ່ ຫວຽດນາມ. ທ່ານຖືການສະໜັບສະໜູນ ຫວຽດນາມ ຄືດັ່ງການສະໜັບສະໜູນພາລະກິດຂອງ ກຸຍບານີ້ເອງ. ຄຳເວົ້າ: “ເພື່ອຫວຽດນາມ, ກຸຍບາ ເຕັມໃຈເສຍສະຫຼະເລືອດເນື້ອຂອງຕົນ”, ໂດຍທ່ານປະກາດໃນການພີທີໂຮມຊຸມນຸມມິດຕິງ ຢູ່ສະໜາມຫຼວງປະຕິວັດ Jose Marti ຢູ່ La Habana ໃນວັນທີ 2/1/1966, ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະຕິວັດ ກຸຍບາ ປະສົບຜົນສຳເລັດ ແລະ ຂ່ຳນັບຮັບຕ້ອນກອງປະຊຸມສາມັກຄີ ອາຊີ - ອາບຟຼິກກາ ອາເມລິກາລາຕິນ. ທັດສະນະນັ້ນ ສືບຕໍ່ຖືກທ່ານຢັ້ງຢືນເມື່ອມາຢ້ຽມຢາມ ແຂວງ ກວາງຈິໃນວັນທີ 16 ກັນຍາ ປີ 1973.

ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນຂອງ ກຸຍບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືນ້ຳໃຈພິເສດຂອງທ່ານປະທານກຸຍບາ Fidel Castro ທີ່ສະຫງວນໃຫ້ແກ່ ຫວຽດນາມ. ຫວຽດນາມ ຍາມໃດກໍ່ຢັ້ງຢືນຢ່າງ ສະເໝີຕົ້ນສະເໝີປາຍສະໜັບສະໜູນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດ ກຸຍບາ, ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການຈາກວິວັດການປ່ຽນແປງໃໝ່.

ບັນດາຜົນງານທີ່ພົ້ນເດັ່ນໃນການຮ່ວມມື

ໂດຍຜ່ານການທົດສອບຕາມການເວລາ, ການພົວພັນທີ່ເປັນແບບຢ່າງພິເສດຫວຽດນາມ ກຸຍບາ ໄດ້ຫັນບັນດາໝາກຜົນໃນການຮ່ວມມືເປັນລະອຽດ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຢ້ຽມຢາມເຊິ່ງກັນແລະກັນເປັນປະຈຳ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແບບເຊິ່ງໜ້າ ແລະ ທາງໄກ… ພິເສດ, ສອງປະເທດໄດ້ສະຫງວນໃຫ້ກັນນ້ຳໃຈສາມັກຄີ ແລະ ການໜູນຊ່ວຍຢ່າງທັນການໃນການຮັບມືກັບໂລກພະຍາດໂຄວິດ - 19 ທີ່ຜ່ານມາ.

ກ່ຽວກັບການຮ່ວມມືດ້ານການຄ້າ, ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າອາຊີໃຫຍ່ອັນດັບທີ 2 ຂອງ ກຸຍບາ.ສັນຍາການຄ້າ ຫວຽດນາມ - ກຸຍບາມີຜົນສັກສິດ ແຕ່ເດືອນເມສາ ປີ 2020 ດ້ວຍບັນດາຄຳໝັ້ນສັນຍາການຄ້າໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າສອງຝ່າຍ.

ກ່ຽວກັບການຮ່ວມມືລົງທຶນ, ຫວຽດນາມ ປັດຈຸບັນແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງພາກພື້ນ ອາຊີ ຢູ່ ກຸຍບາ. ວິສາຫະກິດ ຫວຽດນາມ ມີຄວາມສົນໃຈ ແລະ ເປີດກວ້າງການຮ່ວມມືລົງທຶນຢູ່ກຸຍບາເທື່ອລະກ້າວ, ພິເສດແມ່ນເຂດເສດຖະກິດພິເສດ Mariel, ໃນບັນດາຂົງເຂດຜະລິດເຄື່ອງບໍລິໂພກອຸປະໂພກ ທີ່ຈຳເປັນ, ວັດສະດຸກໍ່ສ້າງ, ພະລັງງານທົດແທນ, ພັດທະນາການຜະລິດເຂົ້າສານ.

ຫວຽດນາມ ແລະ ກຸຍບາສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ ສປຊ. ຫວ່າງແລ້ວນີ້, ຫວຽດນາມ ໄດ້ສະໜັບເລືອກຕັ້ງສະໜູນກຸຍບາ ສະໝັກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ອາຍຸການ 2021 – 2023, ຕັ້ງໜ້າຊຸກຍູ້, ໜູນຊວ່ຍ ກຸຍບາ ເຊັ່ນສັນຍາເປັນມິດ ແລະ ການຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (ເດືອນ ພະຈິກ ປີ 2020). ຫວຽດນາມ ມີທັດສະນະ ສະເໝີຕົ້ນສະເໝີປາຍສະໜັບສະໜູນການຢຸດຕິການປິດລ້ອມ, ຂໍ້ວາບາດດ້ານເສດຖະກິດ - ການເງິນ, ຕ້ານກຸຍບາ.

ສືບຕໍ່ຮັກສາຊັບສົມບັດອັນລ້ຳຄ່າ

ໃນເງື່ອນໄຂສະພາບການສາກົນມີການຜັນແປທີ່ສັບສົນຄືໃນປັດຈຸບັນ, ທັງ ຫວຽດນາມ ແລະ ກຸຍບາ ລ້ວນແຕ່ເຫັນດີເປັນເອກະພາບນຳການພົວພັນແບບພິເສດລະຫວ່າງສອງປະເທດ ກ້າວເຂົ້າສຸ່ໄລຍະໃໝ່, ໃນນັ້ນໄດ້ສຸມໃສ່ຍົກການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂຶ້ນ ທຽບເທົ່າກັບການພວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດເທື່ອລະກ້າວ.

ເລື່ອງ ຫວຽດນາມ ແລະ ກຸຍບາ ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງ ເຫດການປະຫວັດສາດ 50 ປີແຫ່ງວັນ ທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ມໍລະກົດການພົວພັນ ຫວຽດນາມ - ກຸຍບາ, ໂດຍທ່ານປະທານໂຮ່ຈີມິນ, ທ່ານປະທານ Fidel Castro ແລະ ການນຳຫຼາຍລຸ້ນຄົນ, ປະຊາຊົນສອງປະເທດເພີ່ມພູນຄູນສ້າງ.

ສຳລັບ ຫວຽດນາມ ແລ້ວ, ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ແລະ ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ ທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ພັກ, ລັດ, ປະຊາຊົນ ຫວຽດນາມ ສະແດງຄວາມຮູ້ບຸນຄຸນ ຕໍ່ການນຳກຸຍບາ Fidel Castro ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຢັ້ງຢືນສານ ຫວຽດນາມ ແມ່ນ ຍາມໃດກໍ່ເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນຂອງ ກຸຍບາ, ບັນດາປະເທດເພື່ອນມິດ ແລະ ບັນດາກຳລັງທີ່ກ້າວໜ້າໃນໂລກ ໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການພັດທະນາປະເທດຊາດໃນປັດຈຸບັນ. ໃນສະພາບການໂລກພວມມີການຜັນປ່ຽນຫຼາຍຢ່າງຄືໃນປັດຈຸບັນ, ການຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ, ບໍ່ເຄີຍມີມາກ່ອນ ແລະ ເປັນແບບຢ່າງໃນໂລກ, ແມ່ນໜ້າທີ່ຊຶ່ງການນຳ ແລະ ປະຊາຊົນສອງປະເທດຕ້ອງສືບຕໍ່ສືບທອດ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ